ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍ ມອງຫາສາຍພົວພັນ ຢູ່ໃນຂົງເຂດປາຊີຟິກ ທີ່ກອງປະຊຸມສຸດຍອດ ໃນ ປາປົວນິວກີນີ


ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ຖືກຕ້ອງຮັບໂດຍນາຍົກລັດຖະມົນຕີປາປົວນິວກີເນຍ ທ່ານເຈມສ໌ ມາຣາພີ, ຢູ່ທີ່ສະໜາມບິນສາກົນ Jackson, ໃນປະເທດປາປົວນິວກີນີ, ວັນທີ 21 ພຶດສະພາ 2023. Papua New Guinea government/Handout via REUTERS
ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ຖືກຕ້ອງຮັບໂດຍນາຍົກລັດຖະມົນຕີປາປົວນິວກີເນຍ ທ່ານເຈມສ໌ ມາຣາພີ, ຢູ່ທີ່ສະໜາມບິນສາກົນ Jackson, ໃນປະເທດປາປົວນິວກີນີ, ວັນທີ 21 ພຶດສະພາ 2023. Papua New Guinea government/Handout via REUTERS

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ເຂົ້າຮ່ວມກອງປະ ຊຸມສຸດຍອດຂອງບັນດາຜູ້ນໍາປາຊີຟິກ ຢູ່ປະເທດປາປົວນິວກີນີ ໃນວັນຈັນວານ ນີ້, ໃນຂະນະທີ່ອິນເດຍ ກໍາລັງຕອບໂຕ້ການມີອິດທິພົນຂອງຈີນ ຢູ່ໃນພູມິພາກ ດັ່ງກ່າວ. ປາປົວນິວກີນີ ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 3 ​ຂອງ​ສະ​ພາ​ການຮ່ວມມື ຂອງບັນດາປະເທດໝູ່ເກາະ ອິນເດຍ-ປາຊີຟິກ, ໃນຂະນະທີ່ສະຫະລັດ ພະຍາຍາມເພີ້ມການ​ມີ​ໜ້າຂອງວໍຊິງຕັນ ຢູ່ໃນ​ເຂດອິນໂດ-ປາຊີຟິກ. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ເດີນທາງໄປເຖິງນະຄອນ ຫຼວງປອດມໍເຣສບີຂອງປາປົວນິວກີນີ ໃນວັນອາທິດແລ້ວນີ້, ກ່ອນໜ້າກອງປະ ຊຸມສະ​ພາ​ການຮ່ວມມືຂອງບັນດາປະເທດໝູ່ເກາະ ອິນເດຍ-ປາຊີຟິກ, ເຊິ່ງກອງປະຊຸມດັ່ງກ່າວ ໄດ້ນໍາເອົາບັນດາຜູ້ນໍາຈາກ ອິນເດຍ, 14 ປະເທດໝູ່ເກາະ​ປາ​ຊີ
ຟິກ ພ້ອມດ້ວຍປະເທດອອສເຕຣເລຍ ແລະນິວຊີແລນເຂົ້າຮ່ວມ.

ໃນນັ້ນ, ການສະໜອງພະລັງງານ, ການປ່ຽນແປງຂອງສະພາບອາກາດ ແລະບັນຫາຄວາມໝັ້ນຄົງຢູ່ໃນພູມິພາກ ຄືຫົວຂໍ້ທີ່ຈະຍົກຂຶ້ນມາຢູ່ໃນວາລະຂອງກອງປະຊຸມຄັ້ງນີ້.

ບັນດານັກວິເຄາະກ່າວວ່າ ການປະຊຸມສຸດຍອດດັ່ງກ່າວເປັນສັນຍານວ່າ ການແຂ່ງຂັນຢູ່ໃນພູມິພາກແຫ່ງນີ້ ບໍ່ພຽງແຕ່ເປັນການແຂ່ງກັນກັບຈີນ ແລະສະຫະ ລັດ ເທົ່ານັ້ນ. ອິນເດຍ ກໍຕ້ອງການສົ່ງເສີມການຄ້າຂາຍແລະສ້າງສາຍພົວພັນ ໃໝ່ທາງດ້ານການເມືອງເຊັ່ນດຽວກັນ, ພ້ອມທັງເຮັດໃຫ້ບັນດາຜູ້ນໍາຂອງປະເທດໝູ່ເກາະເຫຼົ່ານີ້ ມີທາງເລືອກຕໍ່ມະ​ຫາອໍານາດໃຫຍ່ ຢູ່ປັກກິ່ງ ແລະວໍຊິງຕັນ.

ທ່ານພອລ ບາກເກີ້ (Paul Barker) ຜູ້ອໍານວຍການໃຫຍ່ຂອງສະຖາບັນກິດ ຈະການແຫ່ງຊາດ, ເຊິ່ງເປັນອົງການໃຫ້ຄໍາປຶກສາອິດສະຫຼະຢູ່ໃນປາປົວນິວກີນີ.

ທ່ານກ່າວຕໍ່ລາຍການຂ່າວພາກເຊົ້າ ຂອງສະຖານີໂທລະພາບອອສເຕຣເລຍວ່າ ການຢ້ຽມຢາມຂອງທ່ານໂມດີ ແມ່ນມີຈຸດປະສົງເພື່ອຍົກລະດັບການມີອິດທິພົນທາງດ້ານການທູດຂອງປະເທດ ຢູ່ໃນຂົງເຂດປາຊີຟິກ, ເຊິ່ງທ່ານກ່າວວ່າ:

“ອິນເດຍ, ໃນຖານະທາງເລືອກຂອງແຫຼ່ງພະລັງງານ, ແລະແຫຼ່ງເສດຖະກິດລະຫວ່າງປະເທດ ແຕ່ກໍຍັງເປັນຜູ້ນໍາໃນການເຄື່ອນໄຫວ ທີ່ບໍ່ຂຶ້ນກັບປະເທດຝ່າຍໃດຝ່າຍນຶ່ງ, ໃນໄລຍະຫຼາຍປີມານີ້ ອິນເດຍຕ້ອງການທີ່ຈະເຂົ້າຮ່ວມກັບປະເທດຕ່າງໆ ເພື່ອສະແດງຄວາມຄິດເຫັນ ຢູ່ທົ່ວຂົງເຂດປາຊີຟິກ.”

ທ່ານບາກເກີ້ ຍັງໄດ້ກ່າວອີກວ່າ ສະຫະລັດ ຍັງໄດ້ເພີ້ມຜົນປະໂຫຍດທາງຍຸດທະສາດຂອງຕົນຢູ່ໃນພູມິພາກແຫ່ງນີ້ ເພື່ອຕອບໂຕ້ຕໍ່ຄວາມທະເຍີທະຍານຂອງຈີນຢູ່ໃນພູມິພາກດັ່ງກ່າວ. ໃນປີທີ່ຜ່ານມາ, ປັກກິ່ງ ໄດ້ເຊັນສັນຍາຂໍ້ຕົກລົງທາງດ້ານຄວາມໝັ້ນຄົງ ກັບປະເທດໝູ່ເກາະໂຊໂລມອນ, ເຊິ່ງເປັນປະເທດເພື່ອນບ້ານທີ່ຢູ່ໃກ້ກັບປາປົວນິວກີນີ.

ປະທານາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ຍົກເລີກການຢ້ຽມຢາມນະຄອນຫຼວງປອດມໍເຣສບີ ເນື່ອງຈາກການປະຊຸມປຶກສາຫາລືກ່ຽວກັບເພດານໜີ້ສິນພາຍໃນປະເທດ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ເຂົ້າຮ່ວມແທນທ່ານໄບເດັນ ແລະຄາດວ່າ ຈະມີການເຊັນລົງນາມການຮ່ວມມືທາງດ້ານຄວາມໝັ້ນຄົງກັບລັດຖະບານຂອງປະເທດປາປົວນິວກີນີໃນນະຄອນ ຫຼວງປອດມໍເຣສບີ.

ຂໍ້ຕົກລົງດັ່ງກ່າວ ອາດຈະອະນຸມັດໃຫ້ກອງທັບສະຫະລັດມີ​ໜ້າຢູ່ໃນປະເທດປາປົວນິວກີນີ, ເຊິ່ງຂໍ້ຕົກລົງສອງຝ່າຍຄັ້ງທີ 2 ມີການຄາດວ່າ ອະນຸຍາດໃຫ້ສະ ຫະລັດ ຊ່ວຍຕອບໂຕ້ຕໍ່ການຫາປາທີ່ຜິດກົດໝາຍ ແລະຊ່ວຍຕໍ່ສູ້ປ້ອງກັນການກໍ່ອາຊະຍາກໍາຂ້າມຊາດ.

ບັນດານັກສຶກສາມະຫາວິທະຍາໄລຢູ່ໃນປາປົວນິວກີນີ ພາກັນປະທ້ວງຕໍ່ຕ້ານການເຊັນລົງນາມ ຂໍ້ຕົກລົງທາງດ້ານຄວາມໝັ້ນຄົງ ກັບລັດຖະບານວໍຊິງຕັນ, ໂດຍຮຽກຮ້ອງການຊີ້ແຈງທີ່ໂປ່ງໃສ ຈາກນາຍົກລັດຖະມົນຕີຄົນໃໝ່ ຂອງປາປົວນິວກີນີ ທ່ານເຈມສ໌ ມາຣາພີ.

ທ່ານມາຣາພີ ບອກກັບບັນດານັກຂ່າວໃນວັນຈັນວານນີ້ວ່າ ປະເທດຂອງທ່ານບໍ່ມີຄວາມກັງວົນໃດໆຕໍ່ຂໍ້ຕົກລົງດັ່ງກ່າວມານັ້ນ, ແລະທ່ານກໍໄດ້ກ່າວຕື່ມວ່າ “ໃນຂະນະທີ່ພວກເຮົາດໍາເນີນງານໄປອີກ 15 ປີຕໍ່ໜ້າ, ພວກເຮົາຈະເຫັນກອງທັບສະຫະລັດ ຢູ່ໃນປະເທດຂອງພວກເຮົາ.”

ອ່ານບົດລາຍງານີ້ເປັນພາສາອັງກິດ

XS
SM
MD
LG