ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນ​ເດຍ ເລີ້ມ​ຈົດ​ທະ​ບຽນ ພວກ​ທີ່​ເຄີຍ​ມີ ຄວາມ​ຜິດ ທາງ​ເພດ


ພວກ​ປະ​ທ້ວງ ຖື​ປ້າຍ ປະ​ນາມ ການ​ຂົ່ມ​ຂືນ ເດັກ​ຍິງ 2 ຄົນ ທີ່​ມີ​ອາ​ຍຸ 8 ແລະ 11 ປີ ທີ່​ເມືອງ​ອາ​ເມີ​ດາ​ບັດ ປະ​ເທດ​ອິນ​ເດຍ. (ວັນ​ທີ 22 ເມ​ສາ 2018)
ພວກ​ປະ​ທ້ວງ ຖື​ປ້າຍ ປະ​ນາມ ການ​ຂົ່ມ​ຂືນ ເດັກ​ຍິງ 2 ຄົນ ທີ່​ມີ​ອາ​ຍຸ 8 ແລະ 11 ປີ ທີ່​ເມືອງ​ອາ​ເມີ​ດາ​ບັດ ປະ​ເທດ​ອິນ​ເດຍ. (ວັນ​ທີ 22 ເມ​ສາ 2018)

ອິນ​ເດຍ​ໄດ້​ເລີ້ມຈົດ​ທະ​ບຽນ ກ່ຽວ​ກັບ​ພວກ​ທີ່​ເຄີຍ​ກະ​ທຳ​ຄວາມ​ຜິດ​ທາງ​ເພດ. ການ​ສ້າງ
ຕັ້ງ​ຖານ​ຂໍ້​ມູນ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ເທດ​ອິນ​ເດຍ ພວມ​ປະ​ເຊີນ ​ກັບ​ຄື້ນ​ຟອງໃນ
​ການ​ກໍ່​ອາ​ຊະ​ຍາ​ກຳ​ທາງ​ເພດ.

ແນວ​ໃດ​ກໍ​ຕາມ ຂໍ້​ມູນ​ໃນ​ການ​ຈົດ​ທະ​ບຽນ​ນັ້ນຈະ​ມີ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ
​ເທົ່າ​ນັ້ນ ສາ​ມາດ​ເຫັນ​ໄດ້. ໃນ​ທາງ​ກົງ​ກັນ​ຂ້າມ ຢູ່​ໃນ​ສະ​ຫະ​ລັດ ປະ​ຊາຊົນ​ ສາ​ມາດ​ເຂົ້າ
​ໄປ​ເບິ່ງ​ຂໍ້​ມູນ​ ​ຂອງ​ພວກ​ທີ່​ລ່ວງ​ລະ​ເມີ​ດ​ທາງ​ເພດ​ໄດ້.

ຖະ​ແຫຼງ​ການ​ ຂອງ​ກະ​ຊວງ​ພາຍ​ໃນ​ອິນ​ເດຍ ກ່າວ​ວ່າ ລາຍ​ຊື່ 440,000 ຊື່​ຢູ່​ໃນ​ຖານ​ຂໍ້​
ມູນ​ຂອງ​ອິນ​ເດຍນັ້ນ ແມ່ນ​ຮວມ​ທັງ​ພວກ​ທີ່​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ໃນຖານ​ຂົ່ມ​ຂືນ
​ສຳ​ເລົາ ການ​ລຽນ​ຄິວ​ພວກ​ແມ່​ຍິງ ການ​ມີ​ເພດ​ສຳ​ພັນ​ກັບ​ພວກ​ເດັກນ້ອຍ ແລະ​ການ​ຮາ
​ວີລົບ​ກວນ​ທາງ​ເພດ. ການ​ຈົດ​ທະ​ບຽນ​ດັ່ງ​ກ່າວ ແມ່ນ​ມີ​ຮວມ​ທັງ ​ຮູບ​ຖ່າຍ ຂອງ​ຜູ້​ກະ​ທຳ
​ຜິດ ບວກ​ກັບ​ທີ່​ຢູ່ ແລະ​ລາຍ​ມື​ ຂອງ​ພວກ​ເຂົາ​ເຈົ້າ.

ສະ​ຖິ​ຕິ​ຫຼ້າ​ສຸດ​ ຈາກ​ຫ້ອງ​ການ​ຄວບ​ຄຸມ​ປະ​ຫວັດ​ອາ​ຊະ​ຍາ​ກຳ​ແຫ່ງ​ຊາດ ​ຂອງ​ອິນ​ເດຍ
ສະ​ແດງ​ໃຫ້​ເຫັນ​ວ່າ ໂຕ​ເລກ​ຂອງ​ພວກ​ທີ່​ກໍ່​ອາ​ຊະ​ຍາ​ກຳ​ທາງ​ເພດ ໄດ້​ເພີ້ມຂຶ້ນ 12 ເປີ
​ເຊັນ ລະ​ຫວ່າງ​ປີ 2015 ຫາ 2016. ໂຕ​ເລກ​ສຳ​ລັບ​ປີ 2016 ໄດ້ສະແດງ​ໃຫ້​ເຫັນ​ວ່າ
ມີ​ລາຍ​ງານ​ ກ່ຽວ​ກັບ​ການ​ຂົ່ມ​ຂືນ​ສຳ​ເລົາ​ເກີດ​ຂຶ້ນ ​ຫຼາຍກວ່າ 100 ກໍ​ລະ​ນີ​ໃນ​ແຕ່​ລະ​ມື້​
​ປະ​ເທດ​ອິນ​ເດຍ.

India has launched a sex offender registry. The establishment of the database comes as the country is experiencing a daily wave of sexual crimes.

The information in the registry, however, will only be available to law enforcement officials. In contrast, in the United States, the public has access to information in sex offender registries.

A home ministry statement said the 440,000 names in the Indian database includes people convicted of rape, gang rape, child sex crimes and sexual harassment. The registry also includes photos of the offenders, plus their addresses and fingerprints.

The latest statistics from India's National Crime Records Bureau show the number of sexual crimes rose 12 percent between 2015 and 2016. The figures for 2016 show there were more than 100 reported rape cases in India every day.

XS
SM
MD
LG