ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິນເດຍ ມີຜູ້ຕິດພະຍາດໂຄວິດ ລາຍໃໝ່ ຫລາຍກວ່າ 80,000 ກໍລະນີ ຕໍ່ວັນ


ນາງ Hajira, ແມ່ຍິງຊາວແຄສເມຍໄດ້ຮັບຢາວັກຊິນ COVISHIELD ກັນພະຍາດ COVID-19 ຢູ່ສູນກາງການແພດໃນແຂວງ Srinagar ຢູ່ແຄວ້ນແຄສເມຍທີ່ຢູ່ໃນເຂດຄວບຄຸມຂອງອິນເດຍ, ວັນທີ 1 ເມສາ, 2021
ນາງ Hajira, ແມ່ຍິງຊາວແຄສເມຍໄດ້ຮັບຢາວັກຊິນ COVISHIELD ກັນພະຍາດ COVID-19 ຢູ່ສູນກາງການແພດໃນແຂວງ Srinagar ຢູ່ແຄວ້ນແຄສເມຍທີ່ຢູ່ໃນເຂດຄວບຄຸມຂອງອິນເດຍ, ວັນທີ 1 ເມສາ, 2021

ກະຊວງສາທາລະນະສຸກຂອງອິນເດຍ ລາຍງານໃນວັນສຸກມື້ນີ້ວ່າ ມີຜູ້ຕິດພະຍາດໂຄວິດລາຍໃໝ່ຢູ່ 81,466 ກໍລະນີ ໃນໄລຍະ 24 ຊົ່ວໂມງ ຜ່ານມານີ້. ຈຳນວນຄົນຕິດພະຍາດໃໝ່ ແມ່ນຈໍານວນປະຈຳວັນທີ່ສູງສຸດຂອງປະເທດໃນເຂດເອເຊຍໃຕ້ແຫ່ງນັ້ນ ໃນຮອບຫົກເດືອນຜ່ານມາ. ລັດມາຮາຣາສຕຣາ (Maharashtra) ຢູ່ທາງຕາເວັນຕົກຂອງປະເທດແມ່ນມີຄົນຕິດເຊື້ອຫຼາຍກ່ວາເຄິ່ງນຶ່ງຂອງຈໍານວນກໍລະນີໃໝ່ ໂດຍທີ່ມີ 43,183 ກໍລະນີ.

ປະເທດອິນເດຍມີຄົນຕິດພະຍາດທັງໝົດ 12 ລ້ານ 3 ແສນຄົນ. ມີພຽງແຕ່ສະຫະລັດແລະບຣາຊິລເທົ່ານັ້ນທີ່ມີຈໍານວນເປັນພະຍາດນີ້ສູງກວ່າ, ໂດຍທີ່ມີ 30 ລ້ານ 5 ແສນ ແລະ 12 ລ້ານ 8 ແສນຄົນຕາມລຳດັບ, ອີງຕາມສູນຊັບ ພະຍາກອນດ້ານໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນສ໌ຮອບຄິນສ໌. ສູນຮອບຄິນສ໌ລາຍງານອີກວ່າ ມີຫລາຍກວ່າ 129 ລ້ານ 6 ແສນຄົນຕິດເຊື້ອພະ ຍາດນີ້ຢູ່ໃນທົ່ວໂລກ.

ໃນຕົວເມືອງໃຫຍ່ທີ່ສຸດຂອງປະເທດບຣາຊິລນັ້ນ ພວກຂຸດຂຸມຝັງສົບໄດ້ຂຸດເອົາຊາກສົບອອກຈາກຂຸມຝັງສົບເກົ່າ ເພື່ອຫາບ່ອນຝັງຜູ້ປະສົບເຄາະຮ້າຍຈາກໄວ ຣັສໂຄໂຣນາລາຍໃໝ່ຫລ້າສຸດ. ຄົນຂຸດຂຸມຝັງສົບໃນສຸສານໃສ່ຊຸດເຄື່ອງນຸ່ງປ້ອງກັນສານພິດ ກໍາລັງເຮັດວຽກຢ່າງຂະຫຍັນຂັນແຂງຢູ່ໃນສຸສານ ວີລາ ໂນວາ ກາເຊີຍຣີນຮາ (Vila Nova Cachoeirinha) ຂອງນະຄອນ ຊາວໂປໂລ ເພື່ອຮອງຮັບຈຳນວນທີ່ເພີ່ມຂຶ້ນສົບຄົນຕາຍ.

ອົງການອາຫານແລະຢາຂອງສະຫະລັດກ່າວໃນວັນພະຫັດວານນີ້ວ່າ ບໍລິສັດຜະລິດວັກຊີນໂມເດິນນາ (Moderna) ຈະໄດ້ຮັບອະນຸຍາດໃຫ້ເອົາຢາວັກຊີນ ກັນໂຄວິດຂອງຕົນ 15 ໂດສ ເຂົ້າໃສ່ໃນຫລອດຢາທີ່ມີຂະໜາດເທົ່າກັບຂະ ໜາດທີ່ບໍລິສັດຜະລິດຢາໄດ້ໃຊ້ເພື່ອບັນຈຸ 10 ໂດສ.

ບໍລິສັດໂມເດິນນາ (Moderna) ກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນເວັບໄຊທ໌ຂອງຕົນວ່າ “ຫຼອດຢາຂະໜາດ 15 ໂດສ ຈະເລີ່ມຖືກສົ່ງອອກໄປໃນຊຸມອາທິດ ຕໍ່ໜ້ານີ້.”

ທ່ານຄຣິສ ວິດທີ (Chris Whitty), ເຈົ້າໜ້າທີ່ທາງການແພດຂອງປະເທດອັງກິດກ່າວໃນຫວ່າງບໍ່ດົນມານີ້ຢູ່ໃນການສຳມະນາທາງອອນລາຍຂອງສະມາຄົມການຢາຂອງຣາດຊະອານາຈັກວ່າໄວຣັສໂຄໂຣນາ "ຈະບໍ່ຫາຍໄປ."

ທ່ານກ່າວວ່າ “ພວກເຮົາຕ້ອງໄດ້ຄວບຄຸມມັນຄືກັນກັບການທີ່ພວກເຮົາຄວບຄຸມໄຂ້ຫວັດໃຫຍ່. ... ພວກເຮົາຕ້ອງຍອມຮັບເອົາສິ່ງນັ້ນ.”

ອົງການອະນາໄມໂລກກ່າວວ່າ ການດໍາເນີນຄວາມພະຍາຍາມໃນການສັກຢາປ້ອງກັນພະຍາດໂຄວິດ-19 ຂອງຢູໂຣບແມ່ນ “ຊ້າແບບບໍ່ສາມາດເປັນທີ່ຍອມ ຮັບເອົາໄດ້” ໃນການປະເຊີນໜ້າກັບການເພີ່ມຂຶ້ນຂອງເຊື້ອໄວຣັສ ແລະເຊື້ອໄວຣັສສາຍພັນໃໝ່ ແລະສາຍພັນທີ່ປ່ຽນແປງ ທີ່ຕິດໄດ້ງ່າຍຫຼາຍກວ່າເກົ່າ.

ດຣ. ຮານສ໌ ຄລູກຈ໌ (Hans Kluge), ຫົວໜ້າເຂດຢູໂຣບຂອງອົງການອະນາ ໄມໂລກ ໄດ້ອອກຖະແຫຼງການສະບັບນຶ່ງໃນວັນພະຫັດວານນີ້ຮຽກຮ້ອງໃຫ້ຜູ້ນຳຂອງທະວີບ “ເລັ່ງຂະບວນການດັ່ງກ່າວ ໂດຍການເລັ່ງການຜະລິດໃຫ້ໄວຂຶ້ນ, ຫຼຸດຜ່ອນສິ່ງກີດຂວາງໃນການສັກຢາວັກຊີນ, ແລະການນຳ ໃຊ້ຢາທຸກຫລອດທີ່ພວກເຮົາມີຢູ່ໃນປັດຈຸບັນນີ້.”


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG