ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຍິງ​ສາວອິນ​ເດຍ ​ທີ່ມີ​​ຜົມ​ຍາວ​ທີ່​ສຸດ​ ໃນ​ໂລກ


ສາວ​ນ້ອຍນັກ​ຮຽນ​ອິນ​ເດຍຊ້ອມ​ຟ້ອນໃນ​ການ​ແຫ່​ຂະ​ບວນ​ເພື່ອຈະ​ໄປສະ​ແດງໃນ​ວັນ​ປະ​ກາດ​ເອ​ກະ​ລາດຂອງ​ປະ​ເທດ​ໃນ​ປີ​ກາຍນີ້.
ສາວ​ນ້ອຍນັກ​ຮຽນ​ອິນ​ເດຍຊ້ອມ​ຟ້ອນໃນ​ການ​ແຫ່​ຂະ​ບວນ​ເພື່ອຈະ​ໄປສະ​ແດງໃນ​ວັນ​ປະ​ກາດ​ເອ​ກະ​ລາດຂອງ​ປະ​ເທດ​ໃນ​ປີ​ກາຍນີ້.

ສາວນ້ອຍ​ອາ​ຍຸ 17 ປີ ຢູ່​ເມືອງ​ອາ​ຣາ​ວາ​ລ​ລີ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ໄດ້​ທຳ​ລາຍ​ສະ​ຖິ​ຕິ​ໂລກໃນ​ປື້ມ Guinness ຂອງ​ນາງ​ເອງໃນ​ດ້ານ “ຜົມ​ທີ່​ຍາວ​ທີ່​ສຸດ​ສຳ​ລັບ​ຄົນ​ໄວ​ໜຸ່ມ”.

ຜົມ​ຂອງນາງນີ​ລານ​ຊີ ເພ​ແທ​ລ ຍາວ​ເຖິງ 190 ຊັງ​ຕີ​ເມັດ ຫລື 1,90 ແມັດ ຊຶ່ງ​ຍາວເກີນ​ ສະ​ຖິ​ຕິ​ຂອງ​ນາງ​ເອງ​ທີ່​ມີ​ໃນ​ສອງ​ປີ​ກ່ອນເກືອບຮອດ 20 ຊັງ​ຕີແມັດ.

ຄວາມ​ມັກ​ໃນ​ການ​ຈົ່ງ​ຜົມ​ໄວ້​ຍາວໆ ແມ່ນ​ເກີດ​ມາ​ຈາກ​ປະ​ສົບ​ການ​ທີ່ບໍ່​ດີ​ ໃນ​ການ​ຕັດ​ຜົມໃນ​ຕອນ​ທີ່​ນາງ​ມີ​ອາ​ຍຸ 6 ປີ. ແມ່​ຂອງນາງ ນີ​ລານ​ຊີໄດ້ຊ່ວຍ​ເຫລືອ​ນາງ ໃນ​ການ​ຮັກ​ສາ​ບົວ​ລະ​ບັດຜົມທີ່​ຍາວຂອງ​ນາງ ຊຶ່ງ​ໃຊ້​ເວ​ລາຫວີ​ມັນ​ດົນ​ເຖິງ 1 ຊົ່ວ​ໂມງ. ຜົມ​ທີ່​ຍາວ​ຂອງ​ນາງ​ເຮັດ​ໃຫ້​ນາງ​ຖືກ​ຂະ​ໜານ​ນາມ​ທີ່​ເປັນ​ຊື່​ນ້ອຍ​ວ່າ “ຣັບ​ປຸນ​ແຊ​ລ” ​ຊຶ່ງ​ເປັນ​ຊື່​ຂອງເຈົ້າ​ຍິງ​ຜົມ​ຍາວ ໃນ​ເທບ​ນິ​ຍາຍ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

A 17-year-old girl in India's western Aravalli district has broken her own Guinness World Record for the "longest hair on a teenager".


Nilanshi Patel's hair grew to 190 centimeters, topping her record set two years ago by nearly 20 centimeters.

Her passion to grow her long came from a bad haircut experience when she was six years old. Nilanshi's mother assists her in maintaining her

long hair, which takes as long as an hour to comb. The teen's long hair earned her the nickname of "Rapunzel", after the long-haired fairy tale princess.

XS
SM
MD
LG