ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ຂະຫຍາຍໂຄງການ ສັກຢາວັກຊີນກັນໂຄວິດ-19 ສໍາລັບໄວລຸ້ນ ທ່າມກາງການລະ​ບາດຂອງພະຍາດໂຄວິດ ຄື້ນທີສາມ


India Expands COVID-19 Vaccination Program for Teenagers Amid Looming Third Wave
please wait

No media source currently available

0:00 0:02:45 0:00

ລາຍງານກ່ຽວກັບ ການຂະຫຍາຍໂຄງການສັກຢາວັກຊີນ ກັນໂຄວິດ-19 ສໍາລັບໄວລຸ້ນ ທ່າມກາງການລະ​ບາດຄື້ນທີສາມ ຂອງ​ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ ຢູ່ປະເທດອິນເດຍ.

ປະເທດອິນເດຍ ໄດ້ຂະຫຍາຍການສັກຢາວັກຊີນກັນໂຄວິດ-19 ໃຫ້ແກ່ພວກໄວລຸ້ນ ແຕ່ອາຍຸລະຫວ່າງ 15 ຫາ 18 ປີ. ການຊຸກຍູ້ດັ່ງກ່າວ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ອິນ​ເດຍ ຕ້ອງຮັບມືກັບໄວຣັສໂຄໂຣນາ ຄື້ນທີ່ສາມ ອັນເນື່ອງມາຈາກສາຍພັນໂອໄມຄຣອນ ແລະບັນດາຕົວເມືອງຕ່າງໆໃນອິນເດຍ ກໍໄດ້ວາງຂໍ້ຈໍາກັດ ອອກມາໃໝ່ຫຼາຍອັນ. ແອນຈະນາ ພາສຣິຊາ (Anjana Pasricha) ມີລາຍງານຈາກນະຄອນນິວເດລີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນມີຄວາມກະຕືລືລົ້ນ ແລະໂລ່ງເອິກໂລ່ງໃຈ ເມື່ອປະເທດອິນເດຍໄດ້ມີການເລີ້ມສັກຢາວັກຊີນກັນໂຄວິດ-19 ໃຫ້ແກ່ເດັກນ້ອຍໄວລຸ້ນແຕ່ອາຍຸ 15 ຫາ 18 ປີ ໃນອາທິດນີ້.

ອາເຈ ເວີມາ (Ajay Verma), ນັກຮຽນທີ່ໂຮງຮຽນມັດທະຍົມປາຍແຫ່ງນຶ່ງ ກ່າວເປັນພາສາ ຮິນດີ ວ່າ:

“ຂ້ອຍຮູ້ສຶກມີຄວາມໝັ້ນໃຈວ່າ ເມື່ອໄດ້ຮັບການສັກຢາວັກຊີນແລ້ວ ຂ້ອຍຮູ້ສຶກວ່າ ຂ້ອຍສາມາດອອກໄປຂ້າງນອກໄດ້, ເວລາທີ່ຂ້ອຍໄປໂຮງຮຽນ ຂ້ອຍເຄີຍຮູ້ສຶກຢ້ານວ່າ ຂ້ອຍຈະຕິດໄຂ້ ແລະນໍາເຊື້ອພະຍາດດັ່ງກ່າວ ມາສູ່ ພໍ່, ແມ່ ແລະເພື່ອນບ້ານໃກ້ຄຽງຂອງຂ້ອຍ.”

ການສັກຢາວັກຊີນສໍາລັບພວກຄົນໄວໜຸ່ມນ້ອຍ ເລີ້ມຕົ້ນຂຶ້ນທ່າມກາງການເພີ້ມຂຶ້ນ ຂອງກໍລະນີຜູ້ປ່ວຍໂຄວິດ-19 ເປັນຈໍານວນສອງເທົ່າ ໃນບັນດາຕົວເມືອງໃຫຍ່ເຊັ່ນ ນະຄອນເດລີ ແລະນະຄອນມູມໄບ.

ການລະບາດເກີດຂຶ້ນເປັນຄັ້ງທີສາມ ອັນເນື່ອງມາຈາກໄວຣັສສາຍພັນໃໝ່ໂອໄມຄຣອນ ໄດ້ສ້າງຄວາມກັງວົນຂຶ້ນໃໝ່ພາຍໃນປະເທດ ບ່ອນທີ່ໂຮງຮຽນໄດ້ຖືກປິດມາເປັນເວລາເກືອບປີເຄິ່ງແລ້ວ ເຊິ່ງຍາວນານກວ່າໝູ່ໃນໂລກ. ແຕ່ວ່າ ຫຼັງຈາກກັບມາດໍາເນີນການຮຽນການສອນແບບໂຕຕໍ່ໂຕພາຍໃນຫ້ອງຮຽນພຽງ ບໍ່ເທົ່າໃດເດືອນ ໂຮງຮຽນກໍຈໍາເປັນຕ້ອງປິດລົງອີກຄັ້ງ.

ຊາເນຍ ກຸບຕາ (Sania Gupta), ນັກຮຽນທີ່ໂຮງຮຽນມັດທະຍົມປາຍແຫ່ງນຶ່ງ ກ່າວເປັນພາສາອັງກິດວ່າ:

“ໂຮງຮຽນແບບອອນລາຍ, ມັນຈັງແມ່ນ ເປັນການຮຽນທີ່ໂດດດ່ຽວ ແລະທຸກໆຢ່າງ, ດັ່ງນັ້ນ ການຮຽນໃນໂຮງຮຽນແບບໄປ​ມີ​ໜ້າ ມັນເປັນການຮຽນທີ່ມ່ວນຍິ່ງກວ່າ ແລະອື່ນໆ, ດັ່ງນັ້ນ ຂ້ອຍຈະລໍຖ້າເພື່ອກັບຄືນໄປໂຮງຮຽນ ເມື່ອໃດກໍຕາມທີ່ມັນມີຄວາມປອດໄພແລ້ວ.”

ມີການຮຽກຮ້ອງໃຫ້ມີການປົກປ້ອງໄວໜຸ່ມນ້ອຍພາຍໃນປະເທດ ເຊິ່ງມີຈໍານວນປະຊາກອນໄວລຸ້ນ ທີ່ຫຼາຍທີ່ສຸດໃນໂລກ. ສອງສ່ວນສາມ ຂອງຈໍານວນປະຊາ ກອນຜູ້ໃຫຍ່ຢູ່ໃນອິນເດຍ ແມ່ນໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ, ໃນຂະ ນະທີ່ 90 ເປີເຊັນ ແມ່ນໄດ້ຮັບການສັກຢາວັກຊີນເຂັມທໍາອິດ.

ທ່ານຈັນດຣາກັນທ໌ ລາຮາຣິຢາ (Chandrakant Lahariya), ຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວຜ່ານທາງສະໄກປ໌ວ່າ:

“ໃນໄວໆນີ້ ຫຼືຫຼັງຈາກນີ້, ປະຊາກອນໃນວົງກ້ວາງ ຈໍາເປັນຕ້ອງໄດ້ຮັບການສັກຢາວັກຊີນ ໂດຍສະເພາະໃນສ່ວນຂອງປະເທດອິນເດຍ ເມື່ອຜູ້ໃຫຍ່ມີຈໍານວນພຽງແຕ່ 63 ເປີເຊັນຂອງຈໍານວນປະຊາກອນທັງໝົດ ເຊິ່ງບໍ່ຄືກັນກັບປະເທດ ອື່ນໆໃນໂລກ ເຊັ່ນວ່າບັນດາປະເທດໃນຢູໂຣບ ແລະປະເທດອື່ນໆທີ່ມີຈໍານວນຜູ້ໃຫຍ່ພາຍໃນປະເທດ ປະມານເຖິງ 80 ເປີເຊັນ ຂອງຈໍານວນປະຊາກອນທັງໝົດ.”

ຄວາມພະຍາຍາມໃນການເພີ້ມການສັກຢາວັກຊີນຂຶ້ນ ໄດ້ເຮັດໃຫ້ມີຄວາມຫວັງວ່າ ອິນເດຍຈະບໍ່ພົບກັບຜົນ​ກະ​ທົບ​ທີ່​ຮ້າຍ​ແຮງອັນເກີດຈາກໄວຣັສສາຍພັນເດລຕ້າໃນປີທີ່ຜ່ານມາ ເມື່ອໂຮງໝໍທີ່ເຕັມໄປດ້ວຍຄົນເຈັບຈົນລົ້ນ ແລະຕ້ອງປະສົບກັບການຂາດແຄນອັອກຊີເຈັນ. ໃນເວລານັ້ນ ເກືອບທັງໝົດຂອງປະຊາຊົນພາຍໃນປະເທດ ແມ່ນຍັງບໍ່ທັນໄດ້ຮັບການສັກຢາວັກຊີນເທື່ອ. ນະເວລານີ້ ບັນດາຜູ້ຊ່ຽວຊານຄາດການວ່າ ຈະມີຄວາມກົດດັນໜ້ອຍລົງ ຕໍ່ການບໍລິການຕ່າງໆທາງການແພດ.

ທ່ານຈັນດຣາກັນທ໌ ລາຮາຣິຢາ, ຜູ້ຊ່ຽວຊານດ້ານສາທາລະນະສຸກ ກ່າວຜ່ານທາງສະໄກປ໌ວ່າ:

“ມັນບໍ່ຄືກັນກັບຄື້ນຂອງສາຍພັນເດລຕ້າ ເມື່ອຜູ້ທີ່ຖືກກວດພົບວ່າມີການຕິດເຊື້ອ ຈໍາເປັນຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍນັ້ນ ມີສັດສ່ວນທີ່ສູງ, ອັອກຊີເຈັນ, ຫ້ອງສຸກເສີນ ແລະອື່ນໆ, ດ້ວຍຫຼັກຖານໃນປັດຈຸບັນກ່ຽວກັບສາຍພັນໂອໄມ ຄຣອນນັ້ນ ມັນໄດ້ລະບຸວ່າ ການຕິດເຊື້ອສ່ວຍຫຼາຍແມ່ນບໍ່ຮຸນແຮງ ແລະພະ ຍາດທີ່ຮຸນແຮງ ສ່ວນຫຼາຍແມ່ນເຊື່ອມຕໍ່ກັບສະພາບທີ່ມີຄວາມສ່ຽງສູງ ຫຼືບຸກຄົນໃດນຶ່ງບໍ່ໄດ້ຮັບການສັກຢາວັກຊີນເລີຍ.”

ນັກຮຽນບາງຄົນກ່າວວ່າ ມັນຍັງໄດ້ເພີ້ມຄວາມຫວັງໃນໝູ່ໄວລຸ້ນທັງຫຼາຍ ທີ່ຈະໄດ້ກັບຄືນໄປສູ່ສະພາວະ ທີ່ເປັນປົກກະຕິອີກຄັ້ງ.

ວາຣ໌ຊາ ນິຊາດ (Varsha Nishad), ນັກຮຽນມັດທະຍົມປາຍແຫ່ງນຶ່ງກ່າວເປັນພາສາ ຮິນດີ ວ່າ:

“ຂ້ອຍມີຄວາມເບື່ອໜ່າຍທີ່ຈະຕ້ອງນັ່ງຢູ່ເຮືອນ. ມັນເປັນການດີແທ້ໆ ເມື່ອພວກເຮົາໄດ້ກັບຄືນໄປເຂົ້າໂຮງຮຽນ, ແລະມັນກໍຍັງເປັນການຍາກທີ່ສຸດ ທີ່ຕ້ອງຮໍ່າຮຽນໜັງສືຢູ່ເຮືອນແບບນີ້.”

ອະມິຕ ຊາຮູ (Amit Sahu), ນັກຮຽນທີ່ໂຮງຮຽນມັດທະຍົມປາຍແຫ່ງນຶ່ງກ່າວ ເປັນພາສາ ຮິນດີ ວ່າ:

“ຂ້ອຍຢາກໃຫ້ໂຮງຮຽນກັບຄືນມາເປີດອີກຄັ້ງ ດັ່ງນັ້ນຂ້ອຍຈຶ່ງສາມາດກັບຄືນໄປເຂົ້າໂຮງຮຽນອີກຄັ້ງ ກັບຄືນໄປສູ່ກິດຈະກໍາການຮໍ່າຮຽນອີກຄັ້ງ.”

ຢູ່ ອິນເດຍ, ໂຮງຮຽນຖືກປິດເນື່ອງຈາກການລະບາດໃຫຍ່ ອັນໄດ້ເຮັດໃຫ້ເດັກ ນ້ອຍຈໍານວນເກືອບ 200 ລ້ານຄົນ ໄດ້ຮັບຜົນກະທົບ.

India has expanded its vaccination drive for COVID-19 to teenagers from 15 to 18 years of age. The push comes as the country braces for a third wave driven by the Omicron variant and Indian cities impose fresh restrictions. Anjana Pasricha reports from New Delhi.

There was enthusiasm and a sense of relief as India began vaccinating teenagers 15- to 18-year-olds for COVID-19 this week.

Ajay Verma, High School Student (in Hindi)

“I feel confident that with the vaccine I feel I can go out. When I went to school, I used to feel so scared that I may fall sick and carry the infection to my parents and neighborhood.”

The vaccination drive for youngsters began amid an exponential jump in COVID-19 cases in mega cities like Delhi and Mumbai.

The looming third wave of the pandemic due to the omicron variant has created fresh anxieties in a country where school closures lasted for nearly a year and a half — longer than in much of the world. But just months after resuming in-person classes, schools have again shut.

Sania Gupta, High School Student (in English)

“Online school, it gets like lonely and all, so schools in person is always much more fun and everything so I am looking forward to it when it’s safe.”

Calls have been growing to protect youngsters in a country with the largest adolescent population in the world. Two thirds of India’s adults have been fully vaccinated while 90% have received one jab.

Chandrakant Lahariya, Public Health Expert (Mandatory cg: Skype)

“Sooner or later a wider population needs to be vaccinated specially in context like India where adults constitute only 63% of the total population unlike some countries such as Europe and others where adults are around 80% of population.”

The ramped-up vaccinations are raising hopes that India will not experience the devastation triggered by the delta variant last year when hospitals were overwhelmed and there were crippling shortages of oxygen. At that time much of the country was not vaccinated. This time experts expect less pressure on medical services.

Chandrakant Lahariya, Public Health Expert (Mandatory cg: Skype)

“Unlike delta wave where high proportion of individuals who were detected to have infection would require hospitalization, oxygen, ICU etc., in omicron with the current evidence it says infection is mostly mild and severe disease is mostly linked to pre-existing high-risk conditions or unvaccinated individual.”

Some students say that’s also raising hopes among teens yearning to get back to some semblance of normalcy.

Varsha Nishad, High School Student (in Hindi)

“I was bored sitting at home. It was really nice when we went back to school, and it was so difficult to study at home.”

Amit Sahu, High School Student (in Hindi)

“I want schools to reopen so that I can again get back into the habit of studying.”

In India, school closures due to the pandemic have affected nearly 200 million children.

XS
SM
MD
LG