ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕອບສະໜອງ ຄວາມຕ້ອງການ ຂອງອິນເດຍ ເພື່ອຍຸຕິ ການປະເຊີນໜ້າກັນ

ນາຍົກລັດຖະມົນຕີ ຂອງອິນເດຍ ທ່ານ Narendra Modi, ຊ້າຍ,ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping ໃນລະຫວ່າງ ກອງປະຊຸມສຸດຍອດ BRICS ຢູ່ທີ່ເມືອງ Goa ຂອງອິນເດຍ, ວັນທີ16 ຕຸລາ 2016.
ນາຍົກລັດຖະມົນຕີ ຂອງອິນເດຍ ທ່ານ Narendra Modi, ຊ້າຍ,ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping ໃນລະຫວ່າງ ກອງປະຊຸມສຸດຍອດ BRICS ຢູ່ທີ່ເມືອງ Goa ຂອງອິນເດຍ, ວັນທີ16 ຕຸລາ 2016.

ໃນຂະນະທີ່ ທ່ານ Narendra Modi ນາຍົກລັດຖະມົນຕີ ຂອງອິນເດຍ ກຳລັງເດີນທາງ
ໄປ ປະເທດຈີນ ເພື່ອກອງປະຊຸມສຸດຍອດ ຂອງບັນດາປະເທດທີ່ກຳລັງເຕີບໃຫຍ່ ທີ່ຈະ
ເລີ່ມຂຶ້ນ ໃນວັນອາທິດນີ້ ຢູ່ນັ້ນ ກໍໄດ້ມີຄວາມຮູ້ສຶກແບບງຽບໆຂອງຄວາມພໍອົກພໍໃຈ
ຢູ່ໃນນະຄອນຫຼວງ New Delhi ໃນເລື່ອງຂອງການແກ້ໄຂບັນຫາຂັດແຍ້ງ ທີ່ຮ້າຍແຮງ
ສຸດ ຂອງການປະເຊີນໜ້າກັນ ກ່ຽວກັບຊາຍແດນ ຢູ່ທີ່ຮາບສູງພູເຂົາ Himalay ໃນຫຼາຍ
ທົດສະວັດຜ່ານມາ.

ແຜນທີ່ ສະແດງໃຫ້ເຫັນ ເຂດແດນ ທີ່ມີບັນຫາຂັດແຍ້ງກັນ ລະຫວ່າງ ຈີນ ແລະ ອິນເດຍ.
ແຜນທີ່ ສະແດງໃຫ້ເຫັນ ເຂດແດນ ທີ່ມີບັນຫາຂັດແຍ້ງກັນ ລະຫວ່າງ ຈີນ ແລະ ອິນເດຍ.

ໃນເວລານີ້ ກໍປາກົດວ່າ ຈີນ ຍົກເລີກແຜນການທີ່ຈະສ້າງເສັ້ນທາງໃສ່ພູເຂົາທີ່ເປັນຈຸດຕໍ່
ທີ່ນອນຢູ່ ລະຫວ່າງ ອິນເດຍ ພູຖານ ແລະ ຈີນ ຊຶ່ງມັນເປັນຂໍ້ໂຕ້ຖຽງກັນ ທີ່ໄດ້ກໍ່ໃຫ້ເກີດ
ການປະເຊີນໜ້າກັນ ລະຫວ່າງ ສອງປະເທດດັ່ງກ່າວ.

ບັນດາເຈົ້າໜ້າທີ່ຂອງອິນເດຍ ຢືນຢັນວ່າ ຈີນ ໄດ້ຖອນ ພວກລົດດຸດຂອງຕົນ ແລະ
ອຸປະກອນການກໍ່ສ້າງທາງຕ່າງໆ ອອກໄປແລ້ວ.

ພວກຊາວທີເບດ ທີ່ຂໍຫລີ້ໄພຢູ່ຕ່າງປະເທດ ຮ້ອງໂຮ ຄຳຂວັນຕ່າງໆນາໆ ໃນລະຫວ່າງການປະທ້ວງ ເພື່ອສະແດງເຖິງການສະໜັບສະໜູນ ແກ່ອິນເດຍ ກ່ຽວກັບ ການປະເຊີນໜ້າກັນ ຢູ່ທີ່ຮາບສູງ Doklam ໃນນະຄອນຫຼວງ New Delhi ຂອງອິນເດຍ, ວັນທີ 11 ສິງຫາ 2017.

​ປັກກິງ ໄດ້ຫລີກລ່ຽງ ບັນຫາດັ່ງກ່າວ ໂດຍທີ່ ໂຄສົກກະຊວງການຕ່າງປະເທດ ທ່ານ
ນາງ Hua Chunying ກ່າວຖະແຫລງວ່າ ຕົນຈະນຳເອົາເງື່ອນໄຂຕ່າງໆ ເຊັ່ນວ່າ
ສະພາບດິນຟ້າອາກາດ ໄປພິຈາລະນາເບິ່ງ “ເພື່ອວາງແຜນ ການກໍ່ສ້າງອີງຕາມ
ສະຖານະການ ຢູ່ທາງພາກພື້ນດິນ.”

ມັນຢູ່ໃນກາງເດືອນມິຖຸນາ ທີ່ກຳລັງທະຫານ ຂອງອິນເດຍ ໄດ້ເຄື່ອນຍ້າຍເຂົ້າໄປໃນ
ເຂດຮາບສູງ Doklam ເພື່ອກີດຂວາງ ຈີນ ບໍ່ໃຫ້ສ້າງທາງ ຢູ່ທີ່ຈຸດເຊື່ອມຕໍ່ ໃນພູເຂົາ
ຫິມາໄລ ທີ່ໄດ້ເປັນບັນຫາຂັດແຍ້ງກັນ ລະຫວ່າງ ພູຖານ ກັບ ປັກກິ່ງ. ອັນນັ້ນ ຈຶ່ງໄດ້
ເຮັດໃຫ້ ຈີນ ໃຈຮ້າຍໂດຍກ່າວຫາກຳລັງທະຫານ ຂອງອິນເດຍ ວ່າ ລ່ວງລະເມີດ
ເຂດແດນ ຊຶ່ງຕົນບໍ່ໄດ້ອ້າງກຳມະສິດ ແລະ ຈີນໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ຖອນ
ກຳລັງອອກໄປ.

ອ່ານຂ່າວນີ້ຕື່ີມ ເປັນພາສາອັງກິດ

XS
SM
MD
LG