ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດໄຟຕໍາກັນຮ້າຍແຮງ ໃນອິນເດຍ ເຮັດໃຫ້ມີຄໍາຖາມໃໝ່ໆຂຶ້ນມາ ກ່ຽວກັບບັນຫາ ດ້ານຄວາມປອດໄພ


ປະຊາຊົນພາກັນມາເບິ່ງ ໃນຂະນະທີ່ທີມກູ້ໄພ ກໍພາກັນເຮັດວຽກຢູ່ໃນສະຖານທີ່ເກີດເຫດລົດໄຟຕົກລາງທີ່ຮ້າຍແຮງ ໃນຂົງເຂດບາລາຊໍ (Balasore), ໃນລັດໂອດີຊາ (Odisha) ທາງພາກເໜືອຂອງປະເທດອິນເດຍ, ວັນທີ 4 ມິຖຸນາ 2023.
ປະຊາຊົນພາກັນມາເບິ່ງ ໃນຂະນະທີ່ທີມກູ້ໄພ ກໍພາກັນເຮັດວຽກຢູ່ໃນສະຖານທີ່ເກີດເຫດລົດໄຟຕົກລາງທີ່ຮ້າຍແຮງ ໃນຂົງເຂດບາລາຊໍ (Balasore), ໃນລັດໂອດີຊາ (Odisha) ທາງພາກເໜືອຂອງປະເທດອິນເດຍ, ວັນທີ 4 ມິຖຸນາ 2023.

ນາຍົກລັດຖະມົນຕີອິນເດຍ ມີກໍານົດທີ່ຈະເປີດໃຊ້ລົດໄຟເຄິ່ງຄວາມໄວສູງໄຟຟ້າ ພ້ອມດ້ວຍລະບົບຄວາມປອດໄພ, ເຊິ່ງເປັນບາດກ້າວນຶ່ງ ຂອງການປັບປຸງທາງລົດໄຟທີ່ລ້າສະໄໝ ໃຫ້ມີຄວາມທັນສະໄໝຂຶ້ນ ເຊິ່ງເປັນເສັ້ນທາງຊີວິດຂອງປະ ເທດ ທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ, ອີງຕາມລາຍງານຂອງອົງການຂ່າວ AP.

ໃນວັນເສົາແລ້ວນີ້, ທ່ານນາເຣັນດຣາ ໂມດີ ເດີນທາງໄປລັດໂອດີສສາ ທາງພາກຕາເວັນອອກຂອງ​ປະ​ເທດ ເພື່ອຮັບມືກັບໄພພິບັດທາງລົດໄຟທີ່ຮ້າຍແຮງ ທີ່ສຸດຂອງປະເທດ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 280 ຄົນ ແລະບາດເຈັບອີກຫຼາຍຮ້ອຍຄົນ.

ການຕົກລາງຂອງລົດໄຟຄັ້ງໃຫຍ່ ໃນຕອນແລງວັນສຸກທີ່ຜ່ານມາ ໄດ້ເຮັດໃຫ້ລົດໄຟທັງສອງຂະບວນ ເປັນສິ່ງເຕືອນໃຈເຖິງບັນຫາດ້ານຄວາມປອດໄພ ທີ່ຍັງຄົງທ້າທາຍລະບົບລົດໄຟຂະໜາດໃຫຍ່ທີ່ຂົນສົ່ງຜູ້ໂດຍສານປະມານ 22 ລ້ານຄົນໃນແຕ່ລະມື້.

ລັດຖະບານຂອງທ່ານໂມດີ, ເຊິ່ງບໍລິຫານປະເທດມາເປັນເວລາ 9 ປີ, ໄດ້ລົງ ທຶນຫຼາຍສິບຕື້ໂດລາ ເພື່ອຍົກລະດັບເສັ້ນທາງລົດໄຟ. ແຕ່ຍັງຄົງມີອຸບັດຕິເຫດເກີດຂຶ້ນຫຼາຍຮ້ອຍຄັ້ງ ໃນແຕ່ລະປີ.

NEW DELHI (AP) — India's prime minister had been scheduled to inaugurate an electrical semi-high-speed train equipped with a safety feature - another step in the modernization of an antiquated railway that is the lifeline of the world's most populous nation. Instead on Saturday, Narendra Modi traveled to eastern Odisha state to deal with one of the country's worst train disasters that left more than 280 people dead and hundreds injured. The massive derailment on Friday night involving two passenger trains is a stark reminder of safety issues that continue to challenge the vast railway system that transports nearly 22 million passengers each day. The Modi government, in power for nine years, has invested tens of billions of dollars to upgrade the railways. But hundreds of accidents still happen every year.

XS
SM
MD
LG