ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍ ເລີ້ມຈໍ້າກາ ແຜນທີ່ຂອງຕົນ ໃສ່ວີຊາ ທີ່ອອກໃຫ້ ຊາວຈີນ


ທາງການອິນເດຍໄດ້ເລີ້ມຈໍ້າກາແຜນທີ່ ຂອງປະເທດຕົນ ຢູ່ໃນວີຊາທີ່ອອກໃຫ້ແກ່ຊາວຈີນ ທີ່ເຂົ້າໄປໃນຢ້ຽຢາມອິນເດຍ.
ທາງການອິນເດຍໄດ້ເລີ້ມຈໍ້າກາແຜນທີ່ ຂອງປະເທດຕົນ ຢູ່ໃນວີຊາທີ່ອອກໃຫ້ແກ່ຊາວຈີນ ທີ່ເຂົ້າໄປໃນຢ້ຽຢາມອິນເດຍ.
ທາງການອິນເດຍໄດ້ເລີ້ມຈໍ້າກາແຜນທີ່ຂອງປະເທດຕົນຢູ່ໃນ
ວີຊາທີ່ອອກ ໃຫ້ແກ່ຊາວຈີນ ທີ່ເຂົ້າໄປໃນຢ້ຽຢາມອິນເດຍ.

ການກະທໍາດັ່ງກ່າວ ແມ່ນເປັນການໂຕ້ຕອບຄືນ ຕໍ່ການ
ອອກໜັງສືຜ່ານ ແດນຫຼືພາສປອດໃໝ່ຂອງຈີນ ຊຶ່ງມີຮູບ
ແຜນທີ່ ທີ່ສະແດງໃຫ້ເຫັນຮວມ ທັງສອງຂົງເຂດທີ່ອິນເດຍ
ອ້າງກຳມະສິດນັ້ນ ຄືເຂດອາຣຸນຈາລປຣະເທດ ແລະເຂດ
Aksai Chin ເປັນສ່ວນນຶ່ງຂອງຈີນ. ແຜນທີ່ຂອງອິນເດຍ
ໄດ້ສະແດງໃຫ້ເຫັນວ່າ ສອງເຂດດັ່ງກ່າວແມ່ນເປັນດິນ
ແດນຂອງຕົນ.
ແຜນທີ່ທີ່ພິມຢູ່ໃນພາສປອດຈີນນັ້ນກວມເອົາທັງສອງຂົງເຂດ ທີ່ອິນເດຍອ້າງກຳມະສິດ ແລະເຂດນໍ້າແດນດິນທີ່ຂັດແຍ້ງກັນ ຢູ່ໃນເຂດທະເລຈີນໃຕ້ ແລະໄຕ້ຫວັນນໍາ
ແຜນທີ່ທີ່ພິມຢູ່ໃນພາສປອດຈີນນັ້ນກວມເອົາທັງສອງຂົງເຂດ ທີ່ອິນເດຍອ້າງກຳມະສິດ ແລະເຂດນໍ້າແດນດິນທີ່ຂັດແຍ້ງກັນ ຢູ່ໃນເຂດທະເລຈີນໃຕ້ ແລະໄຕ້ຫວັນນໍາ

ການເຮັດແຜນທີ່ກວມກັນດັ່ງກ່າວ ມີຂຶ້ນຖ້າມກາງທີ່ຄວາມສໍາ
ພັນຂອງປະເທດຍັກໃຫຍ່ໃນເອເຊຍທັງສອງກໍາລັງມີຄວາມ
ເຄັ່ງຕຶງ, ຍັງບໍ່ມີໃຜຮູ້ໃນທັນທີເທື່ອວ່າ ທາງການອິນເດຍໄດ້
ຍື່ນໜັງສືປະທ້ວງຢ່າງເປັນທາງການກັບຈີນແລ້ວຫລືບໍ່.

ຢູ່ໃນແຜນທີ່ຂອງຈີນທີ່ພິມຢູ່ໃນພາສປອດຈີນນັ້ນ ຍັງໄດ້ໂຮມ
ເອົາເຂດນໍ້າແດນດິນທີ່ຂັດແຍ້ງກັນຢູ່ໃນເຂດທະເລຈີນໃຕ້ທີ່
ຟີລິບປິນ ແລະຫວຽດນາມຕ່າງກໍໄດ້ອ້າງເອົາກໍາມະສິດ.

ຟີລິບປິນ ແລະຫວຽດນາມໄດ້ຕອບໂຕ້ຕໍ່ແຜນທີ່ໃໝ່ຂອງຈີນ
ດັ່ງກ່າວ ໂດຍພາກັນຍື່ນໜັງສືປະທ້ວງຢ່າງເປັນທາງການ
ຕໍ່ລັດຖະບານກຸງປັກກິ່ງ.

ໃນຮູບແຜນທີ່ ທີ່ພິມຢູ່ໃນພາສປອດໃໝ່ຂອງຈີນນັ້ນ ຍັງໂຮມເອົາໄຕ້ຫວັນທີ່ຈີນໄດ້ອ້າງ ເອົາກໍາມະສິດມາເປັນເວລາດົນນານແລ້ວ ອີກດ້ວຍ.
XS
SM
MD
LG