ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ອິນເດຍ ແລະຈີນ ປະເຊີນກັນ ໃນເຂດພູຫິມະໄລ


ພວກລີ້ໄພຊາວທິເບດ ຮອງຄຳຂວັນ ລະຫວ່າງ ການເດີນຂະບວນປະທ້ວງ ເພື່ອສະແດງການສະໜັບສະໜູນ ຕໍ່ອິນເດຍ ໃນການປະເຊີນໜ້າກັນ ຢູ່ທີ່ເມືອງ Doklam ທີ່ນະຄອນ New Delhi, ວັນທີ 11 ສິງຫາ 2017.
ພວກລີ້ໄພຊາວທິເບດ ຮອງຄຳຂວັນ ລະຫວ່າງ ການເດີນຂະບວນປະທ້ວງ ເພື່ອສະແດງການສະໜັບສະໜູນ ຕໍ່ອິນເດຍ ໃນການປະເຊີນໜ້າກັນ ຢູ່ທີ່ເມືອງ Doklam ທີ່ນະຄອນ New Delhi, ວັນທີ 11 ສິງຫາ 2017.

ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຂອງ​ອິນ​ເດຍ ກ່າວ​ວ່າ ທະຫານ​ຂອງ​ຕົນ​ໄດ້​ພົວພັນ​
ໃນ​ການປະ​ທະ ​ໂດຍ​ແກວ່ງ​ກ້ອນ​ຫີນ​ໃສ່​ກັນ ກັບ​ທະຫານ​ຈີນ ​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງ
​ເທິງ​ພູ​ຫິມະ​ໄລ ​ໃນ​ວັນ​ອັງຄານ​ວານ​ນີ້.

​ເຫດ​ຮ້າຍ​ດັ່ງກ່າວ​ເກີດ​ຂຶ້ນຫລັງ​ຈາກ​ທະຫານ​ອິນ​ເດຍ ຂັດຂວາງ​ບໍ່​ໃຫ້​ທະຫານ​ຈີນ ​ເຂົ້າ​
ໄປ​ໃນ​ເຂດ​ Ladakh ຊຶ່ງ​ເປັນ​ເຂດ​ພູຜາໃນ​ແຄວ້ນ​ແຄັສ​ເມຍ​ທີ່​ອິນ​ເດຍຄວບ​ຄຸມ​ຢູ່.
ການ​ປະ​ເຊີນ​ໜ້າ​ໄດ້​ສິ້ນສຸດ​ລົງ ຫຼັງຈາກ​ທັງ​ສອງ​ຝ່າຍ​ໄດ້​ຖອຍ​ກັບ​ຄືນ​ໄປຫາ​ທີ່​ຕັ້ງ​ເດີມ ​
ຂອງ​ຕົນ.

ຈີນ​ຍັງ​ບໍ່​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ເຫດການ​ດັ່ງກ່າວ​ນີ້.

ກຳລັງ​ທະຫານ​ອິນ​ເດຍ ​ແລະ​ ຈີນ ກຳລັງ​ປະ​ເຊີນ​ໜ້າ​ກັນ​ດ້ວຍ​ຄວາມ​ເຄັ່ງ​ຕຶງ​ມາ​ໄດ້​ສອງ
​ເດືອນ​ແລ້ວ ​ໃນ​ບໍລິ​ເວນ​ທີ່​ມີ​ການ​ຂັດ​ແຍ້​ງ ລະຫວ່າງ​ພູ​ຖານ ຊຶ່ງ​ເປັນ​ພັນທະ​ມິດ​ ທີ່​ໃກ້​
ຊິດ​ຂອງ​ອິນ​ເດຍ ​ແລະ​ຈີນ ທີ່​ໄດ້​ເລີ້ມ​ຂຶ້ນ ​ເວລາ​ອິນ​ເດຍສົ່ງ​ກຳລັງທະຫານ​ ໄປ​ຂັດຂວາງ
​ການ​ສ້າງ​ທາງ​ຂອງ​ຈີນ ​ໃນ​ເຂດ​ພູ​ພຽງ Doklam. ​ເຂດ​ດັ່ງກ່າວ​ນີ້ຍັງ​ເປັນ​ທີ່​ຮູ້​ກັນໃນ​ຊື່
“ຄໍ​ໄກ່ ຫຼື Chicken’s Neck” ຊຶ່ງ​ເປັນ​ເຂດ​ຍຸດທະສາດ ​ທີ່​ມີ​ຄວາມ​ສຳຄັນ​ຢ່າງໃຫຍ່
ສຳລັບ​ອິນ​ເດຍ ຍ້ອນ​ວ່າ ​ເຂດ​ດັ່ງກ່າວ ​ເຊື່ອມປະ​ເທດ​ໃສ່​ດິນ​ແດນ​ໃນ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ​ຂອງຕົນ.

ນິວ​ເດ​ລີ​ໄດ້​ອ້າງ​ສົນທິສັນຍາ​ກັບ​ພູ​ຖານ ຊຶ່ງ​ມີ​ຄວາມ​ສຳພັນ​ຢ່າງ​ໃກ້ຊິດ​ທາງ​ທະຫານ ​
ແລະ​ເສດຖະກິດ​ກັບ​ອິນ​ເດຍ ທີ່​ໄດ້​ຮັກສາ​ກຳລັງ​ທະຫານ​ຂອງ​ຕົນ​ໄວ້​ຢູ່​ໃນ ບໍລິ​ເວນ
​ດັ່ງກ່າວ ທັງໆ​ທີ່​ໄດ້​ມີ​ການ​ຮຽກຮ້ອງ​ຢ່າງ​ແຂງ​ຂັນ​ໂດຍ​ປັກ​ກິ່ງ ​ໃຫ້​ຖອນ ກຳລັງ​ອອກ
​ໄປ​ຈາກ​ເຂດ​ພູຜາ​ດັ່ງກ່າວ.

ການ​ປະ​ເຊີນ​ໜ້າ​ກັນ​ດັ່ງກ່າວ ​ເຊື່ອ​ວ່າ ​ເປັນ​ການ​ປະ​ເຊີນ​ໜ້າ​ທີ່​ຮ້າຍ​ແຮງ​ສຸດ ລະຫວ່າງ
​ສອງ​ປະ​ເທດ​ຍັກ​ໃຫຍ່​ໃນ​ເຂດ​ເອ​ເຊຍ ຊຶ່ງ​ໄດ້​ເຮັດ​ສົງຄາມ​ກັນ ​ເປັ​ນ​ເວລາ​ສັ້ນໆ​ໃນ​ປີ 1962.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG