ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໗ ທັນວາ ໒໐໒໔

ສະ​ພາບປະ​ເຊີນ​ໜ້າ​​ກັນ​ ລະ​ຫວ່າງອິນ​ເດຍ ແລະ ​ຈີນ​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ຜະ​ລິດຜ້າຂົນແພ​ສ​ມີ​ນາ ​ຕົກ​ຢູ່​ໃນ​ສະ​ພາບສ່ຽງ​ທີ່ອັນ​ຕະ​ລາຍ 

ນັກ​ຕ່ຳ​ຜ້າ​ແພ​ແພ​ສ​ມີ​ນາ (Pashmina) ໃນ​ເມືອງ Srinagar, ເມືອງເອກ​ຂອງເຂດຈາມ​ມູ (Jammu) ແລະແຄ​ສ​ເມ​ຍ (Kashmir) ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ອິນ​ເດຍ ທີ່ມີ​ການຂັດແຍ້ງກັນຊຶ່ງ​ເປັນບ່ອນທີ່ ທຳ​ການ​ຜະ​ລິດ​ຜ້າຂົນສັດເປັນສ່ວນໃຫຍ່ (ພາບ​ໂດຍ Bilal Hussain/VOA)

ການປະທະກັນເປັນເວລາ 17 ເດືອນ ລະຫວ່າງອິນເດຍແລະຈີນໃນເຂດລາ​ດັກ (Ladakh) ທີ່​ເປັນ​ເຂດຊາຍແດນຢູ່​ເທິງພູ​ຫິມະໄລ ກໍາລັງເຮັດ​ໃຫ້ອຸດສາຫະກໍາຜະ​ລິດຜ້າ​ແພ​ສ​ມີ​ນາ (Pashmina) ທີ່​ເຮັດ​ດ້ວຍ​ຂົນ​ແບ້ທີ່ມີມາ​ໄດ້ 6 ສັດຕະວັດ ແລະ​ໃຫ້​ການຈ້າງງານ​ແກ່​ປະ​ຊາ​ຊົນເກືອບຮອດ 7 ແສນ 50 ພັນ​ຄົນນັ້ນ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ, ອີງຕາມບັນ​ດາຜູ້ນໍາດ້ານອຸດສາຫະກໍານີ້.

ທະຫານ​ຂອງ​ທັງ​ສອງ​ປະ​ເທດ​ແມ່ນກຽມ​ພ້ອມ​ທີ່​ຈະ​ຕໍ່​ສູ້​ກັນ​ຢູ່​ໃນ​ຂົງ​ເຂດ​ມີ​ການ​ຂັດ ແຍ້ງ​ກັນທີ່​ແກ່​ຍາວ​ມາ​ເປັນ​ເວລາ​ນານກວ່າ 1 ປີ​ ແລ້ວນັ້ນ ຫລັງ​ຈາກມີ​ການ​ປະ​ທະ​ກັນ ​ໃນ​ເດືອນ​ມິຖຸນາ​ປີ 2020 ຢູ່ທີ່​ຮ່ອມ​ພູກາ​ລ​ວານ (Galwan) ທາງ​ພາກ​ຕາ​ເວັນ​ອອກຂອງ​ເຂດ​ລາ​ດັກ (Ladakh) ຊຶ່ງເຮັດ​ໃຫ້​ທະຫານ​ອິນ​ເດຍ 20 ຄົນ ​ແລະ​ທະ​ຫານຈີນ 4 ຄົນ​ເສຍ​ຊີວິດ, ອີງ​ຕາມ​ການ​ລາຍ​ງານ ​ແລະ​ຄວາມ​ເຄັ່ງ​ຕຶງ ກໍ​ຍັງສູງຢູ່.

ຜ້າ​ບ່ຽງ​ແພ​ສ​ມີ​ນາ​ຫ້ອຍ​ຢູ່​ໃນ​ຮ້ານ​ຄ້າແຫ່ງ​ນຶ່ງ​ໃນ​ເມືອງ Srinagar ຂອງ​ເຂດຈາມ​ມູ (Jammu) ແລະແຄ​ສ​ເມ​ຍ, ພາກ​ເໜືອ​ຂອງ​ອິນ​ເດຍ (ພາບ​ໂດຍ Bilal Hussain/VOA)
ຜ້າ​ບ່ຽງ​ແພ​ສ​ມີ​ນາ​ຫ້ອຍ​ຢູ່​ໃນ​ຮ້ານ​ຄ້າແຫ່ງ​ນຶ່ງ​ໃນ​ເມືອງ Srinagar ຂອງ​ເຂດຈາມ​ມູ (Jammu) ແລະແຄ​ສ​ເມ​ຍ, ພາກ​ເໜືອ​ຂອງ​ອິນ​ເດຍ (ພາບ​ໂດຍ Bilal Hussain/VOA)

ການຂັດແຍ້ງດັ່ງກ່າວໄດ້ຕັດເສັ້ນທາງເກືອບທັງໝົດທີ່​ເຂົ້າໄປຫາທົ່ງຫຍ້າລ້ຽງສັດ ທີ່ຢູ່ບໍລິເວນ ທີ່ພວກລ້ຽງສັດເຄື່ອນ​ທີ່ ​ໃນ​ເຂດລາ​ດັກໄດ້ລ້ຽງແບ້ຈາງ​ທາ​ນີ (Changthani) ທີ່​ຜະ​ລິດ​ຂົນແພ​ສ​ມີ​ນາ​ປະມານ 250,000 ໂຕຢູ່ໃນເຂດ​ທີ່​ມີ ລະດັບຄວາມສູງ​ເໜືອກວ່າ 4,200 ແມັດ.

ກອງທັບອິນເດຍ "ບໍ່ອະນຸຍາດໃຫ້ຄົນລ້ຽງແບ້ ໄປຫາ​ເຂດທີ່​ຢູ່ສູງ ເພື່ອລ້ຽງສັດແລະເພາະ​ສະນັ້ນແຫລະ ມັນຈຶ່ງສົ່ງຜົນກະທົບຕໍ່ການຜະລິດຂົນສັດ", ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຊາ​ເຄຍ ຮັດ​ເຊນ ໄຊ​ດີ (Zakir Hussain Zaidi), ນັກທຸລະກິດ ທີ່ມີ​ຫ້ອງການຕັ້ງຢູ່ໃນເມືອງເລຊຶ່ງ​ເປັນເມືອງນຶ່ງໃນລັດຮິ​ມະ​ຊອ​ລປ​ຣະ​ເທດ (Himachal Pradesh) ທີ່ຢູ່ໃນເຂດ​ຂອງ​ອິນ​ເດຍຜູ້​ທີ່ໄດ້​ຈັດ​ຊື້​ຂົນ​ສັດ​ໂດຍ​ກົງ​ຈາກຈາກ​ພວກ​ນໍ​ແມດ ຫລື​ພວກ​ລ້ຽງ​ສັດ​ເຄື່ອນ​ທີ່.

ແບ້ຈາງ​ທາ​ນີ (Changthani) ທີ່​ຜະ​ລິດ​ຂົນແພ​ສ​ມີ​ນາ​ຢູ່ໃນ​ເມືອງ Leh ຂອງ​ອິນ​ເດຍ (ພາບ​ໂດຍ Shafkat Masoodi)
ແບ້ຈາງ​ທາ​ນີ (Changthani) ທີ່​ຜະ​ລິດ​ຂົນແພ​ສ​ມີ​ນາ​ຢູ່ໃນ​ເມືອງ Leh ຂອງ​ອິນ​ເດຍ (ພາບ​ໂດຍ Shafkat Masoodi)

ຂົນແພ​ສ​ມີ​ນາ (Pashmina) ເປັນຂົນ​ແບ້ ຫລືແຄ​ສ​ເມຍ (cashmere) ປະເພດດີທີ່ສຸດ, ​ມັນບາງກວ່າເສັ້ນຜົມຂອງມະນຸດເຖິງ 6 ເທົ່າ ແລະມີ​ລາ​ຄາສູງໃນ ຕະຫຼາດສາກົນ. ເຖິງ​ແມ່ນ​ວ່າຜ້າ​ແຄ​ສເມຍ (cashmere) ສ່ວນໃຫຍ່ຂອງໂລກ ມາຈາກມົງໂກເລຍກໍ​ຕາມ, ຜ້າພັນຄໍແຄ​ສ​ມີ​ຣີທີ່​ເຮັດ​ດ້ວຍຂົນແພ​ສ​ມີ​ນາ​ຖັກ​ແສ່ວດ້ວຍມືແທ້ໆ ອາດຂາຍໄດ້ຫຼາຍພັນໂດລາໃນສະຫະລັດ ແລະຢູ​ໂຣບ.

ຜູ້​ສົ່ງ​ອອກຂົນ​ແພ​ສ​ມີ​ນາ, ທ່ານອັບ​ດູ​ລ ຮາ​ມິດ ປັນ​ຈາ​ບີ (Abdul Hamid Punjabi), ອະດີດ​ປະທານ​ສະພາ​ການ​ຄ້າ ​ແລະ​ອຸດ​ສາ​ຫະກຳໃນ​ເຂດ​ແຄ​ສ​ເມຍ (Kashmir) ກ່າວ​ຕໍ່ວີ​ໂອ​ເອວ່າ ຄວາມ​ຂັດ​ແຍ້ງ​ກັນ​ທາງ​ຊາຍ​ແດນ​ເປັນ​ພຽງ​ບັນຫາ​ຫລ້າ​ສຸດ​ ທີ່ເຮັດໃຫ້​ການ​ຜະລິດ​ເສັ້ນ​ໄຍແພ​ສ​ມີ​ນາຖືກ​ກະ​ທົບ.

ເຂດ​ໃຈ​ກາງ​ເມືອງເລຊຶ່ງ​ເປັນເມືອງນຶ່ງໃນລັດຮິ​ມະ​ຊອ​ລປ​ຣະ​ເທດທີ່ຢູ່ໃນເຂດ​ຂອງ​ອິນ​ເດຍ (ພາບ​ໂດຍ Bilal Hussain/VOA)
ເຂດ​ໃຈ​ກາງ​ເມືອງເລຊຶ່ງ​ເປັນເມືອງນຶ່ງໃນລັດຮິ​ມະ​ຊອ​ລປ​ຣະ​ເທດທີ່ຢູ່ໃນເຂດ​ຂອງ​ອິນ​ເດຍ (ພາບ​ໂດຍ Bilal Hussain/VOA)

ປັດໄຈອື່ນໆ ​ຊຶ່ງລວມມີການປິດປະ​ເທດ​ຍ້ອນການລະບາດຂອງ COVID-19 ແລະການເຄື່ອນໄຫວຢ່າງກະທັນຫັນຂອງອິນເດຍໃນປີ 2019 ທີ່ຍົກເລີກມາດ ຕາ 370 ທີ່ໄດ້ໃຫ້ສິດປົກ​ຄອງ​ຕົນ​ເອງ​ ໃນລະດັບໃດ​ນຶ່ງໃຫ້ແກ່ເຂດຈາມ​ມູ (Jammu) ແລະແຄ​ສ​ເມ​ຍ (Kashmir) ທີ່ມີ​ການຂັດແຍ້ງກັນຊຶ່ງ​ເປັນບ່ອນທີ່ ທຳ​ການ​ຜະ​ລິດ​ຜ້າຂົນສັດເປັນສ່ວນໃຫຍ່ນັ້ນ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ຕາມ​ມາດ້ວຍ​ການ​ໃຊ້​ຂໍ້​ຈຳ​ກັດ​ອັນ​ຫລວງ​ຫລາຍ​ໃນດ້ານ​ການ​ຮັກ​ສາຄວາມ​ປອດ​ໄພ ແລະ​ລະ​ບຽບການ​ຫ້າມ​ອອກ​ບ້ານ​ອອກ​ເຮືອນເກີນ​ເວ​ລາ​ກຳ​ນົດໄວ້ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາດົນ​ນານ.​

ອ່ານຂ່າວນີ້ເພີ້ມເປັນພາສາ​ອັງ​ກິດ

XS
SM
MD
LG