ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ແລະ​ຈີນ​ກຳ​ລັງ ​ກາຍ​ເປັນ​ຕະ​ຫລາດ​ຈຳ​ໜ່າຍ​ນ້ຳ​ມັນທີ່ ເຕີບ​ໂຕ​ຂຶ້ນ ​ໃຫ້​ແກ່​ຣັດ​ເຊຍ 


​ປ້ຳ​ນຳ​ມັນ​ທັນ​ສະ​ໄໝ ທີ່​ຕັງ​ຢູ່​ທາງ​ໜ້າ​ທຸງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ຊຶ່ງ​ເປັນ​ພາບ​ແຕ້ມຂຶ້ນ ແລະ​ຖືກ​ຖ່າຍ​ເອົາ​ໂດຍ​ນັກ​ຂ່າວ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ ໃນ​ວັນ​ທີ 25 ມີນາ, 2022
​ປ້ຳ​ນຳ​ມັນ​ທັນ​ສະ​ໄໝ ທີ່​ຕັງ​ຢູ່​ທາງ​ໜ້າ​ທຸງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ຊຶ່ງ​ເປັນ​ພາບ​ແຕ້ມຂຶ້ນ ແລະ​ຖືກ​ຖ່າຍ​ເອົາ​ໂດຍ​ນັກ​ຂ່າວ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ ໃນ​ວັນ​ທີ 25 ມີນາ, 2022

ອິນ​ເດຍ ແລະ ບັນດາ​ປະ​ເທດເອ​ເຊຍ​ອື່ນໆ ພວມ​ກາຍ​ເປັນ​ແຫຼ່ງສ້າງລາຍ​ໄດ້ຈາກ​ການ​ຂາຍ​ນ້ຳມັນ​ອັນ​ສຳຄັນ​ຂອງ​ມົສກູ ​ເຖິງ​ແມ່ນວ່າຈະ​ມີ​ຄວາມ​ກົດ​ດັນ​ຢ່າງ​ແຮງ​ຈາກ​ສະ​ຫະ​ລັດ​ວ່າ ​ບໍ່ໃຫ້​ເພີ້ມ​ການ​ຊື້​ຂອງ​ເຂົາ​ເຈົ້າກໍ​ຕາມ ໃນ​ຂະ​ນະ​ທີ່​ສະຫະພາບ​ຢູ​ໂຣບ ​ແລະບັນດາ​ປະ​ເທດ​ພັນທະ​ມິດ​ອື່ນໆ​ ໄດ້​ຕັດ​ການ​ນຳ​ເຂົ້າ​ພະລັງງານ​ຈາກ​ຣັດ​ເຊຍ ຕາມ​ມາດ​ຕະການ​ລົງ​ໂທດຕໍ່​ຣັດ​ເຊຍ​ຍ້ອນ​ການ​ເຮັດ​ສົງຄາມ​ໃນຢູ​ເຄຣນ, ອີງ​ຕາມອົງ​ການ​ຂ່າວ​ເອ​ພີ (AP).

ການ​ຂາຍ​ດັ່ງກ່າວ​ແມ່ນ​ກຳລັງຂະຫຍາຍລາຍ​ຮັບຈາກ​ການສົ່ງ​ອອກສິນ​ຄ້າ​ຂອງຣັດ​ເຊຍ ​ໃນ​ເວລາ​ທີ່​ວໍ​ຊິງ​ຕັນ ​ແລະ​ບັນດາ​ພັນທະ​ມິດ​ພະຍາຍາມ​ຈຳກັດ​ການໄຫລ​ວຽນທາງ​ດ້ານ​ການ​ເງິນ​ທີ່​ສະໜັບສະໜູນ​ຄວາມ​ພະຍາຍາມໃນ​ການ​ທຳ​ສົງຄາມ​ຂອງ​ມົສກູ.

ອິນເດຍ ຊຶ່ງເປັນປະເທດອຶດ​ຫິວນໍ້າມັນທີ່ມີປະຊາກອນ 1.4 ຕື້ຄົນ ນັ້ນໄດ້ດູດເອົານ້ໍາມັນຂອງ​ຣັດ​ເຊຍເກືອບ 60 ລ້ານຖັງແລ້ວ ໃນປີ 2022 ເມື່ອທຽບກັບ 12 ລ້ານຖັງໃນປີ 2021, ອີງຕາມບໍລິສັດດ້ານຂໍ້ມູນສິນຄ້າ ເຄພ​ເລີ (Kpler). ການ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດເອ​ເຊຍ​ອື່ນໆ ​ເຊັ່ນ​ຈີນ​ກໍ​ໄດ້​ເພີ່ມ​ຂຶ້ນເຊັ່ນ​ກັນ​ໃນຊຸມ​ເດືອນ​ຜ່ານ​ມາ​ນີ້ ​ແຕ່ກໍ​ຍັງຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ.

ໃນການໃຫ້ສໍາພາດກັບອົງການຂ່າວເອ​ພີ (AP) ນັ້ນ ນາຍົກລັດຖະມົນຕີ ສຣີ ລັງກາ ກ່າວວ່າ ທ່ານອາດຈະຖືກບັງຄັບໃຫ້ຊື້ນໍ້າມັນຈາກຣັດເຊຍຕື່ມອີກ ຍ້ອນວ່າ ທ່ານຊອກຫານໍ້າມັນເຊື້ອໄຟຢ່າງຮີບ​ເຮັ່ງ ເພື່ອຮັກສາປະເທດໃຫ້​ດຳ​ເນີນ​ງານໄປ​ໄດ້ ທ່າມກາງວິກິດການເສດຖະກິດທີ່ຮ້າຍແຮງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ນີ​ລ ວິກ​ເກ​ຣ​ເມ​ຊິງ​ເຮ (Ranil Wickremesinghe) ກ່າວ​ໃນ​ວັນ​ເສົາຜ່ານ​ມາ​ວ່າ​ທ່ານ​ຈະ​ຊອກ​ຫາ​ແຫຼ່ງ​ນ້ຳ​ມັນອື່ນກ່ອນ ແຕ່​ກໍ​ຈະ​ເປີດໂອ​ກາດ​ໃຫ້​ການ​ຊື້​ນ້ຳມັນດິບ​ເພີ່ມ​ຈາກມົ​ສ​ກູ​. ​ໃນ​ທ້າຍ​ເດືອນ​ພຶດສະພາ​ຜ່ານ​ມາ, ສຣີລັງກາ​ໄດ້​ຊື້ນ້ຳມັນ​ດິບ​ຂອງຣັດ​ເຊຍ​ໃນ​ປະລິມານ 90,000 ​ໂຕນ ​ເພື່ອ​ເປີດ​ໂຮງງານ​ກັ່ນ​ນ້ຳມັນ​ທີ່​ມີ​ພຽງແຫ່ງ​ດຽວຂອງ​ຕົນ​ຄືນ​ໃໝ່.

ນັບຕັ້ງແຕ່ມີການບຸກ​ລຸກຂອງຣັດເຊຍໃນທ້າຍເດືອນກຸມພາມາ, ລາຄານໍ້າມັນທົ່ວໂລກໄດ້ເພີ່ມຂຶ້ນ ຊຶ່ງເຮັດໃຫ້ບໍ​ລິ​ສັດກັ່ນນ້ຳ​ມັນ ໃນອິນເດຍແລະປະເທດອື່ນ ມີແຮງຈູງໃຈເພີ້ມເຕີມໃນ​ການ​ເອົານໍ້າມັນທີ່​ມົ​ສ​ກູສະເຫນີໃຫ້ເຂົາເຈົ້າໃນລາ​ຄາທີ່ຫລຸດ​ລົງຢູ່​ປະ​ມານ 30 ໂດ​ລາ ຫາ 35 ໂດລາ, ເມື່ອປຽບທຽບກັບນ້ໍາມັນ ດິບມາດ​ຕະ​ຖານ​ເບ​ຣນ (Brent) ແລະນ້ໍາມັນສາກົນອື່ນໆ ທີ່ຊື້ຂາຍຢູ່ໃນລາ​ຄາປະມານ 120 ໂດ​ລາຕໍ່ຖັງ.

ຄວາມ​ສຳຄັນຂອງເຂົາເຈົ້າ​ຕໍ່ຣັດ​ເຊຍ​ໄດ້​ເພີ່ມສູງ​ຂຶ້ນ​ຫລັງ​ຈາກ 27 ປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບທີ່​ເປັນ​ຕະຫຼາດ​ຕົ້ນຕໍ​ຂອງ​ນ້ຳມັນ​ເຊື້ອ​ໄຟ​ທີ່​ສະໜອງ​ລາຍ​ຮັບສ່ວນໃຫຍ່ຈາກ​ຕ່າງປະ​ເທດ​ຂອງ​ມົສກູນັ້ນ, ​ໄດ້​ຕົກລົງ​ຢຸດ​ການ​ຊື້​ນ້ຳມັນ​ຈາກ​ຣັດ​ເຊຍ​ເກືອບ​ທັງ​ໝົດ​ໃນ​ທ້າຍ​ປີ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG