ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນເດຍ ອະນຸມັດ ຢາວັກຊີນກັນໂຄວິດ-19 ຂອງບໍລິສັດ AstraZeneca ແລະຢາວັກຊີນ ທີ່ຜະລິດໃນປະເທດ


ພະນັກງານແພດຄົນນຶ່ງ ກຳລັງເອົາຕົວຢ່າງຈາກຮູດັງຂອງຜູ້ມາກວດ ຢູ່ທີ່ສູນກາງກວດຫາພະຍາດ COVID-19 ໃນເມືອງ ໄຮເດີຣາບາດ ຂອງອິນເດຍ, ເມື່ອວັນເສົາ ທີ 2 ມັງກອນ 2021.
ພະນັກງານແພດຄົນນຶ່ງ ກຳລັງເອົາຕົວຢ່າງຈາກຮູດັງຂອງຜູ້ມາກວດ ຢູ່ທີ່ສູນກາງກວດຫາພະຍາດ COVID-19 ໃນເມືອງ ໄຮເດີຣາບາດ ຂອງອິນເດຍ, ເມື່ອວັນເສົາ ທີ 2 ມັງກອນ 2021.

ອິນເດຍອະນຸມັດໃຫ້ມີການນຳໃຊ້ສຸກເສີນຢາວັກຊີນກັນໂຄວິດ-19 ສອງຊະນິດຊຶ່ງເປັນການກະກຽມໃນອັນທີ່ອາດຈະເປັນໂຄງການສັກຢາວັກຊີນທີ່ໃຫຍ່ທີ່ສຸດຂອງໂລກ.

ຢາທັງສອງຊະນິດກໍໄດ້ແກ່ຢາວັກຊີນທີ່ພັດທະນາໂດຍບໍລິສັດອາສຕຣາເຊເນກາຂອງອັງກິດ ທີ່ຜະລິດຢູ່ປະເທດອິນເດຍແລະອີກຊະນິດນຶ່ງແມ່ນພັດທະນາໂດຍບໍລິສັດເພຊັດສະກຳ ພາຣາດ ໄບໂອເທັກ (Bharat Biotech) ຂອງອິນເດຍເອງ.

ຢູ່ໃນຖະແຫຼງຂ່າວສັ້ນໆນັ້ນ ຫົວໜ້າອົງການຄວບຄຸມຢາຂອງອິນເດຍ ທ່ານເວນູໂກປາລ ຈີ. ໂຊມານີ (Venugopal G. Somani) ກ່າວວ່າ “ຢາວັກຊີນທັງ ສອງໄດ້ຮັບການອະນຸມັດໃຫ້ນຳໃຊ້ແບບຈຳກັດ ຢູ່ໃນອິນເດຍ.” ທ່ານເວົ້າວ່າ ຜູ້ຜະລິດຢາທັງສອງໄດ້ຍື່ນຂໍ້ມູນທີ່ສະແດງໃຫ້ເຫັນວ່າຢາວັກຊີນຂອງພວກເຂົາເຈົ້າແມ່ນປອດໄພສຳລັບການນຳໃຊ້.

ການເປີດໄຟຂຽວໃຫ້ນຳໃຊ້ຢາວັກຊີນອາສຕຣາເຊເນກາ ມີຂຶ້ນພາຍໃນບໍ່ເທົ່າໃດມື້ຫຼັງຈາກໄດ້ມີການອະນຸມັດຢູ່ປະເທດອັງກິດ. ບໍລິສັດ ສະຖາບັນເຊຣຸມຂອງອິນເດຍໄດ້ເກັບສະສົມຢາວັກຊີນນີ້ໄວ້ແລ້ວ 50 ລ້ານໂດສທີ່ໄດ້ມີການຜະລິດກ່ອນທີ່ຢາດັ່ງກ່າວໄດ້ຮັບການອະນຸມັດຢ່າງເປັນທາງການຢູ່ອິນເດຍ.

ນາຍົກລັດຖະມົນຕີນາເຣັນດຣາ ໂມດີ ເອີ້ນການອະນຸມັດຢາວັກຊີນນີ້ວ່າ “ເປັນບາດລ້ຽວທີ່ເດັດຂາດເພື່ອເສີມຂະຫຍາຍຈິດວິນຍານໃນການຕໍ່ສູ້.” ທ່ານໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ວ່າ “ມັນຈະເຮັດໃຫ້ຊາວອິນເດຍທຸກໆຄົນ ມີຄວາມພາກພູມໃຈ ທີ່ໄດ້ມີການອະນຸມັດໃຫ້ນຳໃຊ້ຢາວັກຊີນທັງສອງແບບສຸກເສີນຢູ່ອິນເດຍແລ້ວ.”

ອິນເດຍ ຊຶ່ງເປັນປະເທດທີ່ໄດ້ຮັບຜົນກະທົບຮ້າຍແຮງອັນດັບສອງ ມີແຜນທີ່ຈະເລີ້ມໂຄງການສັກຢາວັກຊີນພາຍໃນເດືອນນີ້ ແລະໄດ້ກຳນົດແຜນການທີ່ຈະສັກຢາວັກຊີນໃຫ້ 300 ລ້ານຄົນ ພາຍໃນເດືອນສິງຫາ. ການສັກຢາດັ່ງກ່າວແມ່ນຈະຮວມທັງພະນັກງານການແພດ ເຈົ້າໜ້າທີ່ຮັກສາຄວາມປອດໄພ ພວກທີ່ມີອາຍຸກາຍ 50 ປີຂຶ້ນໄປ ແລະພວກທີ່ມີສຸຂະພາບຫຼໍ່ແຫຼມ.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ອິນເດຍ ຍັງຕ້ອງການຢາວັກຊີນຕື່ມອີກ 600 ລ້ານໂດສ ຊຶ່ງຢາວັກຊີນທັງສອງແມ່ນຕ້ອງການສັກສອງເຂັມ.

ໃນໄລຍະບໍ່ເທົ່າໃດອາທິດທີ່ຜ່ານມານີ້ ພວກເຈົ້າໜ້າທີ່ໄດ້ເລັ່ງລັດກະກຽມຫ້ອງເຢັນເພື່ອເກັບຮັກສາຢາວັກຊີນ ແລະໄດ້ຝຶກອົບຮົມພວກເຈົ້າໜ້າທີ່ສາທາລະນະສຸກຫຼາຍໆພັນຄົນເພື່ອສັກຢາວັກຊີນດັ່ງກ່າວ. ນອກນັ້ນ ຍັງມີການທົດສອບລະບົບການຂົນສົ່ງໃນທົ່ວປະເທດ ໃນມື້ວັນເສົາທີ່ຜ່ານມານີ້ ທີ່ຮວມທັງການສັກຢາປອມນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG