ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະກຳມະການ ທີ່ເປັນອິດສະຫຼະ ກ່າວວ່າ ໂຣກລະບາດໄວຣັສໂຄໂຣນາ ແມ່ນໄພຫາຍະນະ ທີ່ ‘ສາມາດປ້ອງກັນໄດ້’


ຜູ້ອຳນວຍ ທ່ານເຕໂດຣສ ອາດານອມ ເກເບຣເຢຊຸສ ຂອງອົງການອະນາ ໄມໂລກ ຫຼື WHO ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນເຈນີວາ.
ຜູ້ອຳນວຍ ທ່ານເຕໂດຣສ ອາດານອມ ເກເບຣເຢຊຸສ ຂອງອົງການອະນາ ໄມໂລກ ຫຼື WHO ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນເຈນີວາ.

ບັນດາຜູ້ນຳຂອງຄະນະກຳມະການທີ່ເປັນອິດສະຫຼະ ຮັບຜິດຊອບກັບການກວດສອບເບິ່ງສາເຫດແລະວິທີແກ້ໄຂກັບໂຣກລະບາດຂອງພະຍາດໂຄວິດ-19 ໃນວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ມີລະບົບການຮ່ວມມືໃນທົ່ວໂລກທີ່ດີຂຶ້ນກວ່າເກົ່າແລະໂປ່ງໃສຫຼາຍຂຶ້ນ ສຳລັບການຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກຢູ່ທົ່ວໂລກໃນອະນາຄົດ.

ຄະນະກຳມະການທີ່ເປັນອິດສະຫຼະດັ່ງກ່າວ ໄດ້ຈັດຕັ້ງຂຶ້ນເມື່ອປີກາຍນີ້ ໂດຍຜູ້ອຳນວຍການ ທ່ານເຕໂດຣສ ອາດານອມ ເກເບຣເຢຊຸສ ຂອງອົງການອະນາໄມໂລກ ຫຼື WHO ຕາມການຮ້ອງຂໍໂດຍສະມາຊິກຂອງອົງການນີ້.

ທັງທ່ານນາງງແອລເລັນ ຈອນສັນ ເຊີລີຟ ອະດີດປະທານາທິບໍດີຂອງໄລບີເຣຍ ແລະທ່ານນາງແຮເລັນ ຄລອກຄ໌ ອະດີດນາຍົກລັດຖະມົນຕີຂອງນິວຊີແລນ ຜູ້ທີ່ໄດ້ນຳພາຄະນະກຳມະການນັ້ນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ໃນການສະນຳສະເໜີຜ່ານທາງອອນໄລ ວ່າ ໂຣກລະຍາດແມ່ນຍັງເປັນໄພຫາຍະນະຢູ່ຕໍ່ເນື່ອງທີ່ອາດສາມາດປ້ອງກັນໄດ້.

ບົດລາຍງານຂອງພວກທ່ານນາງ ໄດ້ກ່າວວ່າ ຂາດການປະສານງານກັນໃນດ້ານການນຳພາລະດັບໂລກ ແລະຄວາມເຄັ່ງຕຶງໃນທົ່ວໂລກໄດ້ບ່ອນທຳລາຍຄວາມພະຍາຍາມທັງຫຼາຍຂອງນານາຊາດ, ການຮ່ວມມືຫຼາຍຝ່າຍຂອງສະຖາບັນຕ່າງໆ ເພື່ອເອົາມາດຕະການແບບຮ່ວມມືກັນ.

ທ່ານນາງ ຄລອກຄ໌ ໄດ້ກ່າວວ່າ ວິກິດການນີ້ ໄດ້ທະວີຂຶ້ນຍ້ອນຄວາມຫຼ້າຊ້າແລະອ່ອນແອຂອງອົງການອະນາໄມໂລກ. ທ່ານນາງໄດ້ກ່າວວ່າ ໃນຂະນະທີ່ໄວຣັສແຜ່ລະບາດຢູ່ນັ້ນ “ຂໍ້ມູນໄດ້ຖືກກັກໄວ້ແລະການຕັດສິນໃຈໃດໆແມ່ນຫຼ້າຊ້າ ໃນຂະນະທີ່ລໍຖ້າມາດຕະການແກ້ໄຂທີ່ມີການແລກປ່ຽນອີເມລທີ່ເປັນທາງການນັ້ນ ຕ້ອງໄດ້ໃຊ້ເວລາພິຈາລະນາຢ່າງທີ່ຖ້ວນເສຍກ່ອນ.”

ຄະນະກຳມະການອິດສະຫຼະດັ່ງກ່າວ ໄດ້ຖິ້ມໂທດໃສ່ບັນດາປະເທດທັງຫຼາຍໃນທົ່ວໂລກສຳລັບ ແນວທາງແບບ “ຖ້າເບິ່ງກ່ອນ” ແທນທີ່ວ່າ ຈະອອກແຜນຍຸດທະສາດທີ່ໜັກແໜ້ນເພື່ອສະກັດກັ້ນ ຊຶ່ງອາດເຮັດໃຫ້ມັນຊ້າລົງ ຫຼືປ້ອງກັນບໍ່ໃຫ້ວິກິດການເກີດຂຶ້ນໄດ້. ກຸ່ມດັ່ງກ່າວຍັງໄດ້ຕ້ອງຕິກົດໝາຍການຈຳກັດດ້ານສຸຂະ ພາບລະຫວ່າງປະເທດຕ່າງໆ ທີ່ຂັດຂວາງການຮັບມືຂອງອົງການ WHO.

ເກືອບຮອດ 160 ລ້ານກໍລະນີ ໄດ້ຖືກບັນທຶກຢູ່ໃນທົ່ວໂລກ ພ້ອມກັນນັ້ນມີຫຼາຍກວ່າ 3 ລ້ານ 3 ແສນຄົນເສຍຊີວິດ ອີງຕາມສູນກາງແຫລ່ງຂໍ້ມູນໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ໃນຕອນສຸດທ້າຍຂອງບົດລາຍງານ ຄະນະກຳມະການໄດ້ໃຫ້ຄຳແນະນຳຫຼາຍຢ່າງເຊັ່ນວ່າ ຈັດຕັ້ງສະພາຮັບຜິດຊອບໄພຄຸກຄາມ ຕໍ່ສຸຂະພາບລະດັບໂລກ ໂດຍຜ່ານອົງການສະຫະປະຊາຊາດ. ມັນຈະປະກອບດ້ວຍບັນດາຜູ້ນຳຂອງປະເທດ, ໃຫ້ອຳນາດແກ່ອົງການ WHO ຫຼາຍຂຶ້ນ ແລະ ເປັນອິດສະຫຼະທາງດ້ານການເງິນ ແລະໃຫ້ມັນທຳງານຮ່ວມກັບອົງການການຄ້າໂລກ, ບັນດາປະ ເທດຜະລິດ ແລະບັນດາຜູ້ຜະລິດຢາວັກຊີນ ເພື່ອບັນລຸຂໍ້ຕົກລົງຕ່າງໆໄດ້ຢ່າງວ່ອງໄວ ທີ່ຈະເສີມຂະຫຍາຍການສະໜອງຢາສັກ ກັນໄວຣັສໂຄໂຣນາໃຫ້ທົ່ວໂລກໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG