ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລົງປະຊາມະຕິ ເລີ້ມຂຶ້ນ ໃນສອງຫົວເມືອງ ໃນພາກຕາເວັນອອກ ຂອງຢູເຄຣນ (ວີດີໂອ/ສະໄລດ໌)


Donetsk Prepares Secession Vote Amid Fears of Violence
please wait

No media source currently available

0:00 0:02:40 0:00

ເບິ່ງວີດີໂອ ເລື້ອງນີ້

ການ​ລົງ​ປະຊາ​ມະຕິ​ແຍກ​ໂຕ​ອອກ​ເປັນເອກ​ະລາດໄດ້​ເລີ້ມ​ຂຶ້ນ
ໃນ​ວັນ​ອາທິດ​ມື້​ນີ້ ໃນ​ສອງຂົງ​ເຂດທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນ.

ການ​ລົງມະຕິ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ ​ການ​ທະວີ​ຄວາ​ມຮຸນ​
ແຮງ​ຍິ່ງ​ຂຶ້ນໃນ​ວິ​ກິດ​ການ​ການ​ເມືອງ​ຂອງ​ຢູ​ເຄຣນ ຊຶ່ງ​ໄດ້
​ຜັກ​ດັນ​ສາຍ​ພົວພັນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ​ແລະ​ຝ່າ
ຍ​ຕາ​ເວັນ​ຕົກລົງ​ສູ່​ລະດັບຕ່ຳ​ສຸດ ທີ່​ບໍ່​ເຄີຍ​ເຫັນ​ມາ ນັບ​ແຕ່​
ສົງຄາມ​ເຢັນ​ໄດ້​ຍຸດຕິ​ລົງ​.

ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ທ່ານ
Oleksandr Turchynov ກ່າວ​ເຕືອນ​ພວກ​ທີ່​ສະໜັບສະໜຸນ​ການ​ແຍກ​ອອກ​ວ່າ ​ເອ
ກະລາດ​ສຳລັບ​ພວກ​ຂົງ​ເຂດ​ດັ່ງກ່າວ​ຈະ​ເປັນ “ບາດກ້າວ​ໄປ​ສູ່​ເຫວ​ເລິກ.” ທ່ານ​ໄດ້​
ຮຽກຮ້ອງ​ໄປ​ຍັງ​ພວກ​ກະບົດ​ ໃຫ້​ເຂົ້າ​ຮ່ວມ​ໃນການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ການ​
ປົກ​ຄອງ​ຕົນ​ເອງ​ຫຼາຍ​ຂຶ້ນ ​ໃນ​ພາກຕາ​ເວັນອອກ​ຂອງ​ຢູ​ເຄຣນ.

ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນ​ເພື່ອ​ພະຍາຍາມ​ໃຫ້​ໄດ້​ຮັບ​ຄວາມເຫັນ
​ດີ​ເຫັນ​ພ້ອມ​ຈາກ​ຜູ້​ປ່ອນ​ບັດ ສຳລັບ​ການ​ສ້າງ​ຕັ້ງ​ອັນ​ທີ່​ເອີ້ນ​ວ່າ ສາທາລະນະລັດ​ອະ
ທິປະ​ໄຕ​ປະຊາຊົນໃນ​ຂົງເຂດ Donetsk ​ແລະເຂດ Luhansk.

ການລົງປະຊາມະຕິດ ແມ່ນຈັດຂຶ້ນໂດຍບໍ່ມີພື້ນຖານ ບໍ່ມີການວາງແຜນໄວ້ລ່ວງ
ໜ້າ ​ແລະບໍ່ມີການຄວບຄຸມທີ່ຈະແຈ້ງກ່ຽວກັບບັດລົງຄະແນນສຽງ ຫຼືບັນຊີລາຍຊື່
ພວກຜູ້ປ່ອນບັດນັ້ນ ໄດ້ຖືກຕຳໜິຕິຕຽນຢ່າງກວ້າງຂວາງ ໃນນະຄອນຫລວງ Kiev
ແລະນະຄອນຫຼວງຕ່າງໆຂອງຝ່າຍຕາເວັນຕົກ.

ບັນດາຜູ້ນຳພາຫົວແບ່ງແຍກ ພາກັນອ້ງວ່າ ປະຊາຊົນໃນເຂດ Donetsk ແລະ
ເຂດ Luhansk ພາກັນ​ທວງ​ເອົາໂອກາດໃນທັນທີ ເພື່ອລົງມະຕິກ່ຽວກັບອະນາ
ຄົດຂອງພາກພື້ນ ເຖິງແມ່ນມີການຊັກຖາມກ່ຽວກັບຄວາມຖືກຕ້ອງຕາມກົດໝາຍ
ຂອງການລົງປະຊາມະຕິນີ້ກໍຕາມ ແລະການຢັ່ງສຽງຂອງປະຊາຊົນໃນຫວ່າງໄວໆ
ມານີ້ ສະແດງໃຫ້ເຫັນ ວ່າ 70 ເປີເຊັນຂອງປະຊາຊົນໃນທ້ອງຖິ່ນຄັດຄ້ານຕໍ່ການ
ແຍກໂຕເປັນ​ເອກະລາດ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວໃນແລງ
ວັນເສົາວານນີ້ວ່າ ສະຫະລັດຈະບໍ່ຮັບຮູ້ຜົນຂອງການລົງ ປະຊາມະຕິນີ້ ແລະກ່າວ
ຕື່ມວ່າ ການລົງປະຊາມະຕິດັ່ງກ່າວ “ລະເມີດ ກົດໝາຍສາກົນ ແລະເຂດນ້ຳ
ແດນດິນອັນຄົບຖ້ວນຂອງຢູເຄຣນ.”


ທ່ານນາງ Psaki ກ່າວວ່າ ສະຫະລັດ “ມີຄວາມຜິດຫວັງ” ທີ່ຣັດເຊຍບໍ່ໄດ້ໃຊ້ອິດ
ທິພົນຂອງຕົນໃນຂົງເຂດ ຊຸກຍູ້​ໃຫ້ເລືອນການລົງປະຊາ ມະຕິນີ້ອອກໄປ ເຖິງແມ່ນ
ມີການສະເໜີແນະຈາກປະທານາທິບໍດີ Vladimir Putin ໃນສັບປະດາແລ້ວນີ້ ໃຫ້ເລື່ອນການລົງປະຊາມະຕິອອກໄປ ແລະການກ່າວອ້າງຂອງ​ທ່າ​ນວ່າ ກຳລັງ
ຂອງຣັດເຊຍ ໄດ້ຖອນອອກຈາກຊາຍແດນຂອງຢູເຄຣນ​ໄປ​ແລ້ວ ກໍຕາມ.

ທ່ານນາງ Psaki ກ່າວວ່າ ສະຫະລັດບໍ່​ເຫັນຮ່ອງຮອຍໃດໆທີ່ສະແດງວ່າ ທະຫານ
ຂອງຣັດເຊຍໄດ້ຖອນອອກຈາກຊາຍແດນອອກໄປ ແລະວ່າ ສື່ແຫ່ງລັດຂອງຣັດເຊຍ
ກໍ​ຍັງສືບຕໍ່ “ໃຫ້ການສະໜັບສະໜຸນຢ່າງແຂງແຮງ “ ຕໍ່ການລົງປະຊາມະຕິນີ້ ໂດຍບໍ່ໄດ້ເອີ່ຍເຖິງ ຄຳຮຽກຮ້ອງຂອງທ່ານພູຕິນ ທີ່ໃຫ້ເລື່ອນການລົງປະຊາມະຕິ
ອອກໄປນັ້ນ​ເລີຍ.
Washington Focuses on May 25 Ukraine Election
please wait

No media source currently available

0:00 0:02:48 0:00
XS
SM
MD
LG