ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ຢູເຄຣນ ທີ່ມີຄວາມໝັ້ນໃຈຍິ່ງຂຶ້ນ ບໍ່ຢາກໃຫ້ມີການຍິນຍອມໃດໆໃຫ້ ຣັດເຊຍ


ທະຫານ ຢູເຄຣນ ຂີ່ລົດຫຸ້ມເກາະເຄື່ອນຜ່ານຕຳແໜ່ງຂອງ ຣັດເຊຍ ທີ່ຖືກຕີຊະນະໂດຍກອງກຳລັງ ຢູເຄຣນ ຢູ່ນອກນະຄອນຫຼວງ ກີຢິບ, ຢູເຄຣນ. 31 ມີນາ, 2022.
ທະຫານ ຢູເຄຣນ ຂີ່ລົດຫຸ້ມເກາະເຄື່ອນຜ່ານຕຳແໜ່ງຂອງ ຣັດເຊຍ ທີ່ຖືກຕີຊະນະໂດຍກອງກຳລັງ ຢູເຄຣນ ຢູ່ນອກນະຄອນຫຼວງ ກີຢິບ, ຢູເຄຣນ. 31 ມີນາ, 2022.

ນາງ ຢູເລຍ ບໍ່ເຊື່ອວ່າ ຢູເຄຣນ ຄວນຍອມເສຍພາກສ່ວນໃດໆຂອງເຂດແດນ ເຂົາເຈົ້າໃຫ້ ຣັດເຊຍ, ເຖິງແມ່ນວ່າຖ້າເຮັດແນວນັ້ນມັນອາດເຮັດໃຫ້ສົງຄາມສິ້ນສຸດລົງກໍ່ຕາມ. ແມ່ຍິງອາຍຸ 25 ປີຈາກເມືອງ ບູຈາ (Bucha) ເຂດຊານເມືອງຂອງນະຄອນຫຼວງ ກີຢິບ ຕອນນີ້ແມ່ນອາໄສຢູ່ບ່ອນລີ້ໄພໃນເມືອງ ລີວິບ ທາງພາກຕາເວັນຕົກຂອງ ຢູເຄຣນ, ແລະ ການໃຊ້ຊີວິດຂອງລາວ ແມ່ນໄດ້ຢຸດຊົ່ວ ຄາວໃນຂະນະທີ່ຄວາມຂັດແຍ່ງກຳລັງເກີດຂຶ້ນຢູ່.

ນາງໄດ້ຫຼົບໜີຈາກເມືອງ ບູຈາ ໃນຂະນະທີ່ “ມັນໄດ້ມີການລະດົມຍິງ ແລະ ຄວາມຮຸນແຮງຕ່າງໆຄືແນວນັ້ນຢູ່ທີ່ນັ້ນ. ແລະ ຫຼາຍຄັ້ງມັນກໍເປັນຕາຢ້ານຫຼາຍ.” ແມ່ຂອງນາງໄດ້ໄປປະເທດ ເຢຍຣະມັນ, ແຕ່ນາງ ຢູເລຍ ໄດ້ຕັດສິນໃຈທີ່ຈະຢູ່ໃນ ຢູເຄຣນ “ເພາະວ່າມັນແມ່ນປະເທດຂອງນາງ.” ລາວບໍ່ຢາກໃຫ້ປະທານາ ທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ສະເໜີການຍິນຍອມໃດໆໃຫ້ ຣັດເຊຍ, ລວມທັງເຂດແດນ,​ ແມ່ນກະທັ້ງທີ່ມັນຈະຢຸດການຕໍ່ສູ້ກໍ່ຕາມ.

ຊາວ ຢູເຄຣນ ຫຼາຍຄົນຮູ້ສຶກວ່າສົງຄາມແມ່ນກຳລັງເປັນໄປຕາມທິດທາງຂອງເຂົາເຈົ້າ ລຸນຫຼັງທີ່ຣັດເຊຍ​ໄດ້​ຖອຍ​ອອກ​ໄປໃນພາກຕາເວັນຕົກສຽງເໜືອ ແລະ ຕາເວັນອອກຂອງນະຄອນຫຼວງ ກີຢິບ. ເຂົາເຈົ້າມີກຳລັງໃຈຂຶ້ນມາ ດ້ວຍການປະກາດຂອງ ຣັດເຊຍ ວ່າການປະຕິບັດການຂອງກອງທັບຢູ່ອ້ອມນະຄອນຫຼວງ ກີຢິບ ແລະ ເມືອງອື່ນໆບາງແຫ່ງໃນພາກເໜືອຈະຖືກຫຼຸດລົງ ແລະ ຈຸດເພັ່ງເລັງໃນຕອນນີ້ຈະເປັນການ “ປົດປ່ອຍ” ພາກພື້ນ ດອນບາສ ໃນພາກຕາເວັນອອກຂອງ ຢູເຄຣນ ຢ່າງເຕັມທີ່.

ປະຊາຊົນ ຢູເຄຣນ ພິຈາລະນາວ່າມັນເປັນການບັງຄັບທີ່ເຫັນໄດ້ຊັດຕໍ່ ຣັດເຊຍ ໂດຍຄວາມກ້າຫານ ແລະ ຄວາມມີປະສິດທິພາບ ຂອງກອງກຳລັງປ້ອງກັນປະ ເທດຂອງ ຢູເຄຣນ, ເຊິ່ງໄດ້ຂັດຂວາງທຸກໆຄວາມພະຍາຍາມຂອງ ຣັດເຊຍ ທີ່ຈະເຄື່ອນເຂົ້ານະຄອນຫຼວງຂອງ ຢູເຄຣນ.

ດ້ວຍການບຸກລຸກຂອງ ຣັດເຊຍ ກຳລັງສັ່ນຄອນ, ຄວາມໝັ້ນໃຈຂອງຊາວ ຢູ ເຄຣນ ແມ່ນກຳລັງເພີ່ມຂຶ້ນເຖິງແມ່ນຈະຖືກຈະຫຼວດລະດົມຍິງໃສ່ຢ່າງຕໍ່ເນື່ອງກໍ່ຕາມ, ແລະ ການເຈລະຈາແມ່ນກຳລັງຫັນໄປຫາວິທີທີ່ສົງຄາມນີ້ອາດສິ້ນສຸດລົງ.

ອາທິດນີ້, ນັກການທູດ ຢູເຄຣນ ແລະ ຣັດເຊຍ ໄດ້ພົບປະກັນໃນປະເທດ ເທີກີ. ຢູເຄຣນ ໄດ້ກ່າວວ່າ ເຂົາເຈົ້າພ້ອມແລ້ວທີ່ຈະກາຍເປັນປະເທດເປັນກາງ ດ້ວຍການຮັບປະກັນຄວາມປອດໄພ ເພື່ອຢຸດຄວາມຢ້ານກົວຂອງ ຣັດເຊຍ ວ່າເຂົາເຈົ້າອາດເຂົ້າຮ່ວມພັນທະມິດທາງທະຫານອົງການ NATO. ແລະ ຂໍ້ສະເໜີຕ່າງໆລວມມີໄລຍະການປຶກສາຫາລື 15 ປີ ກ່ຽວກັບ ສະຖານະພາບຂອງແຫຼມ ໄຄຣເມຍ, ເຊິ່ງ ມົສກູ ໄດ້ຍຶດຈາກ ຢູເຄຣນ ແລະ ໄດ້ເຂົ້າຄວບຄຸມຢ່າງຜິດກົດໝາຍໃນປີ 2014.

ສະຖານະພາບ ຂອງພາກພື້ນສາທາລະນະລັດ ໂດເນັດສ໌ ແລະ ລູຮານສ໌ ທີ່ແຍກຕົວອອກໄປກໍຈະໄດ້ມີການປຶກສາຫາລືໂດຍກົງໂດຍປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແລະ ທ່ານ ເຊເລັນສກີ ເວລາໃດນຶ່ງໃນອະນາ ຄົດ, ອີງຕາມຂໍ້ສະເໜີຂອງ ຢູເຄຣນ. ຂໍ້ຕົກລົງສັນຕິພາບທຸກສະບັບຫຼັງຈາກນັ້ນຈະຖືກນຳໄປລົງປະຊາມະຕິ, ພາຍໃຕ້ຮ່າງ​ຂໍ້ສະເໜີຂອງ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG