ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາໂລມາ ໃນແມ່ນໍ້າອິຣະວະດີ ປະ​ເທດມຽນມາ ເພີ້ມຈຳນວນຂຶ້ນ ເມື່ອມີການອະນຸລັກ


Increased Patrols Spark Dolphin Resurgence
please wait

No media source currently available

0:00 0:02:19 0:00

ການເພີ້ມການລາດຕະເວນຊ່ອຍເພີ້ມພູນຈຳນວນພວກປາໂລມາ

ປາໂລມາ ຫຼືປາຂ່າ ໃນແມ່ນໍ້າ ອິຣະວະດີ ທີ່ລອຍຫຼິ້ນໄປມາ ໃນແມ່ນໍ້າ ດັ່ງກ່າວ ໃນປະ
ເທດມຽນມາ ແມ່ນຕົກຢູ່ໃນຈຳພວກສັດທີ່ພວມຢູ່ໃນອັນຕະລາຍ. ກຸ່ມອະນຸລັກສັດປ່າ
ກ່າວວ່າ ປັດຈຸບັນຍັງມີເຫຼືອຢູ່ແຕ່ພຽງປະມານ 76 ​ໂຕ ຢູ່ ໃນແມ່ນໍ້າ ອິຣະວະດີ. ຈຳ
ນວນດັ່ງກ່າວໄດ້ຖີບສູງຂຶ້ນຄືນມາຈາກ 69 ໂຕເມື່ອ ສອງສາມປີກ່ອນນີ້ ຍ້ອນວ່າພວກ
ກຸ່ມດັ່ງກ່າວໄດ້ປະຕິບັດງານ ຮ່ວມກັບຊາວປະ ມົງທ້ອງຖິ່ນ. ນັກຂ່າວວີໂອເອ ເຄວິນ ເອ
ນິກສ໌ ມີລາຍງານເລື້ອງນີ້ ດັ່ງ ສາລີ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊາວປະມົງທ້ອງຖິ່ນບາງຄົນ ໃນແມ່ນໍ້າ ອິຣະວະດີ ໄດ້ເຮັດວຽກກັບ ພວກ ປາໂລມາ ມາຕະຫຼອດຊີວິດຂອງພວກເຂົາເຈົ້າ.

ມອງ ເລ ຕີຂ້າງເຮືອຂອງລາວແປ໊ະແປ໊ະ ເພື່ືອເອີ້ນປາຂ່າ ຊຶ່ງ​ເປັນສັດນໍ້າທີ່ ລ້ຽງລູກ
ດ້ວຍນໍ້ານົມມາ.

ກ່ອນທີ່ລາວຈະຖິ້ມມອງລົງໄປ ....

ມອງ ເລ ໄດ້ເວົ້າເປັນພາສາພະມ້າວ່າ “ປາຂ່າໃນແມ່ນໍ້າ ອິຣະວະດີ ໄດ້ຊ່ອຍ ພວກ
ປະມົງ ໃນແມ່ນໍ້າ ອິຣະວະດີ ແທ້ ໃນເຂດດິນປົ່ງໃໝ່. ເຊັ່ນດຽວກັນກັບ ໝູ່ເພື່ອນ
ທີ່ຊ່ອຍພວກເຮົາຫາປາ ພວກເຮົາຫາປາໄດ້ຫຼາຍຂຶ້ນຍ້ອນພວກປາໂລ ມາ ແລະ
ພວກເຮົາກໍຮັກກັນ. ພວກເຮົາເຮັດວຽກຮ່ວມກັນ ດ້ວຍຄວາມເຂົ້າໃຈ ກັນ.”

ບໍ່ສູ້ໄດ້ເຫັນປາຂ່າ ໃນທຸກມື້ນີ້ແຮ່ງບໍ່ຄ່ອຍໄດ້ເຫັນ. ມີການຄຳນວນວ່າ ຍັງມີ ພຽງ
ແຕ່ 76 ໂຕ ທີ່ຍັງມີຊີວິດຢູ່ ໃນແມ່ນໍ້າແມ່ນີ້.

ກິດຈະກຳຂອງຄົນ ເຊັ່ນການຫາປາດ້ວຍໄຟຟ້າ ແລະການໃຊ້ມອງເກາະຄີປາ ມາ
ຮອດທຸກມື້ນີ້ ແມ່ນມີສ່ວນໃນການເຮັດໃຫ້ປາໂລມາຫຼຸດຈຳນວນລົງໄປ.

ຈິດຕູໄຫວ ປະຈຳໂຄງການປ້ອງກັນ ປາໂລມາ ໃນ ອິຣະວະດີ ກ່າວວ່າ“ເທົ່າທີ່ຜ່ານ
ມາ ອັນຕະລາຍຮ້າຍແຮງ ສຳລັບ ປາໂລມາ ໃນ ແມ່​ນ້ຳອິຣະວະດີ ກໍຄືການຫາປາ
ດ້ວຍໄຟຟ້າ ເພາະວ່າ ມັນບໍ່ພຽງແຕ່ຈະຂ້າປາຊື່ໆ ບາງຄັ້ງປາຂ່າ ແມ່ນຕາຍໄປໂດຍ
ບັງເອີນ ດ້ວຍການຊັອກ. ແລະນອກນັ້ນ ເຖິງແມ່ນບາງຄັ້ງ ພວກປາໂລມາ ຈະພະຍາ
ຍາມໜີຜ່າຍໄປ ຈາກການຫາປາດ້ວຍໄຟຟ້າກໍຕາມ ແຕ່ພວກປາທັງຫຼາຍທີ່ເປັນອາ
ຫານຂອງມັນກໍໄດ້ເຫືອດຫາຍໄປນຳ.

ຈິດຕູໄຫວເຮັດວຽກໃຫ້ໂຄງການປ້ອງກັນປາໂລມາອິຣະວະດີ. ທີມງານຂອງລາວ ແມ່ນການລາດຕະເວນຂອງລັດຖະບານ ແລະຊາວປະມົງທ້ອງຖິ່ນ ເມື່ອບໍ່ດົນມາ ນີ້ ໄດ້ໄປມີໜ້າຫຼາຍຂຶ້ນ ຢູ່ຕາມແມ່ນໍ້າ ແລະນັ້ນ ອີງຕາມທ່ານໄຫວແລ້ວ ແມ່ນ ວ່າ ເປັນ
ການຮັກສາຊີວິດພວກປາຂ່າໄວ້. ທ່ານ ຈິດຕູໄຫວ ເວົ້າວ່າ “ເພາະສະນັ້ນເວລາພວກ
ຫາປາໃຊ້ໄຟຟ້າ ເຫັນເຮືອຄືແນວນັ້ນ ພວກເຂົາກໍຈະ ແລ່ນໜີ. ເພາະສະນັ້ນຈຳນວນ
ພວກຫາປາໄຟຟ້າກໍຫຼຸດລົງໜ້ອຍນຶ່ງ. ແລະພ້ອມ ດຽວກັນ ຈຳນວນພວກປາໂລມາກໍ
ແມ່ນໄດ້ເພີ້ມຂຶ້ນ.”

ນອກຈາກນັ້ນແລ້ວ ພວກປາໂລມາອິຣະວະດີ ກໍໄດ້ດຶງດູດເອົາພວກນັກທ່ອງ ທ່ຽວເຂົ້າ
ໄປ ດັ່ງທີ່ ເຄ ອັອງ ຜູ້ນຳທ່ຽວຜູ້ນຶ່ງເວົ້າວ່າ “ຂ້າພະເຈົ້າຄິດວ່າ ໃນທຸກມື້ນີ້ ພວກຊາວ
ບ້ານ ຮູ້ຫຼາຍຂຶ້ນເລື້ອຍໆ ເພາະວ່າ ຖ້າພວກເຂົາເຈົ້າບໍ່ປ້ອງກັນພວກປາໂລມາອິຣະວະ
ດີ ພວກນັກທ່ອງທ່ຽວກໍຈະ ບໍ່ມາອີກໃນຫຼາຍໆປີຂ້າງໜ້າ ພວກເຂົາເຈົ້າຮູ້ດີ ເພາະສະ
ນັ້ນດຽວນີ້ ພວກເຂົາ ເຈົ້າຈຶ່ງຊ່ອຍກັນປ້ອງກັນປາຂ່າໄວ້.”

ແລະເພື່ອຊ່ອຍຊຸກຍູ້ຄົນທ້ອງຖິ່ນ ເງິນ 75 ເປີເຊັນ ທີ່ໄດ້ໄປຈາກອຸດສາຫະກຳ ການ
ທ່ອງທ່ຽວ ແມ່ນຈະກັບຄືນໄປສູ່ປະຊາຄົມ.

ມັນເປັນການຈັດຕັ້ງທີ່ພິເສດ ຄືວ່າ ຖ້າມີປາໂລມາຫຼາຍ ມັນກໍຈະມິປາຫຼາຍ ແລະຖ້າມີ
ປາຂ່າຫຼາຍ ອຸດສາຫະກຳການທ່ອງທ່ຽວ ກໍແມ່ນຈະດີຂືຶ້ນ.

ມັນປາກົດວ່າ ມັນເປັນການຈັດຕັ້ງທີ່ມີຜົນກຳໄລທັງສອງກໍ້າສອງຝ່າຍ ເວລາ ພວກກຸ່ມ
ອະນຸລັກເຮັດວຽກກັບປະຊາຄົມທ້ອງຖິ່ນ ເພື່ອຊ່ອຍຊີວິດຈຳພວກສັດ ທີ່ໄດ້ຮັບອັນຕະ
ລາຍ ແລະພວກທີ່ມີຄວາມສ່ຽງ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG