ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ສືບ​ຕໍ່ ຊ່ອຍເຫຼືອນາໆປະເທດ ທີ່ມີ​ຄຸນຄ່າ​ ສຳລັບ​​ ຄວາມ​ປອດ​ໄພ ​ແລະ​ຜົນ​ປະ​ໂຫຍ​ດ ຂອງ​ຕົນ


ທ່ານ Donald Trump
ທ່ານ Donald Trump

ໂຄງການ​ອັນ​ເປັນ​ທີ່​ນິຍົມ​ຊົມ​ຊອບ​ຂອງລັດຖະບານທ່ານໂອບາມາ ​ເພື່ອຊ່ອຍ​ເຫຼືອ
​ປະ​ເທດອື່ນໆ ​ເຊັ່ນໂຄງການກ່ຽວ​ກັບ​ດິນ​ຟ້າອາກາດ ​ແລະ​ການ​ຄຸມກຳເນີດ ຈະ​ໄດ້​
ຮັບ​ຜົນ​ກະທົບ ຫຼັງ​ຈາກ​ການ​ສາບານ​ໂຕເຂົ້າ​ຮັບ​ຕຳ​ແໜ່​ງຂອງປະທາ​ນາ​ທິບໍດີ ​ໃນ​ສັບ
ປະດາ​ນີ້ສິ່ງ​ທີ່​ປະກົດ​ໃຫ້​ເຫັນ​ຢ່າງ​ເດັ່ນຊັດນັ້ນ ກໍ​ຄືການ​ຊ່ອຍ​ເຫຼືອ​ຕ່າງປະ​ເທດ ຈະ​ຕົກຢູ່​ພາຍ​ໃຕ້​ການ​ຮັດກຸມ ​ໂດຍ​ປະທານາທິບໍດີ ແລະລັດ

ຖະມົນຕີ​ການ​ຕ່າງປະ​ເທດ ທີ່​ມີ​ຊື່ສຽງໃນ​ການ​ທຸລະ​ກິດ ທີ່​ເພັ່ງ​ເລັງ​ໃສ່ທຸກສິ່ງທຸກຢ່າງ
ໃຫ້ ຖີ່ຖ້ວນ Steve Herman ນັກ​ຂ່າວ VOA ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ວັນນະ
​ສອນ ຈະ​ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

​ໃນລະຫວ່າງໃຫ້ການຢູ່ນັ້ນ ​ສະມາຊິກ​ສະພາສູງ ​ໄດ້ຖາມ​ຜູ້​ ສະ​ເໜີ​ຊື່​ໃຫ້​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ Rex Tillerson ກ່ຽວ​ກັບ​ການ​ປົກ​ປ້ອງ ການ​ຊ່ອຍ​ເຫຼືອຈາກ​ສະຫະລັດ ຜູ້​ຊຶ່ງ​ໃຫ້ການ​ຊ່ອຍ​ເຫຼືອ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຈາ​ກການ​ຖືກ​ລັກຂະ​ໂມ​ຍ
ຈາກ​ພວກລັດ​ທິທີ່ສໍ້​ລາດ​ບັງ​ຫຼວງ.

ທ່ານ Rex Tillerson ຜູ້ຖືກ​ສະເໜີໃຫ້ເປັນລັດຖະມົນຕີ​ການ​ຕ່າງປະ​ເທດກ່າວ​ວ່າ
“ຖ້າ​ພວກ​ເຮົາ ຈະສົ່ງການ​ຊ່ອຍ​ເຫຼືອ​ໄປໃຫ້ປະ​ເທດ ​ທີ່​ພວກ​ເຮົາ​ຮູ້​ກັນ​ວ່າ ເປັນບ່ອນ
ທີ່ມີ​ການ​ສ່ຽງ ພວກ​ເຮົາ​ຈະເຮັດ​ແນວ​ໃດ ໃນການມອບໂອນການຊ່ອຍເຫຼືອນີ້ໄປ.”

ສຳລັບປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ​ແລະລັດຖະບານຂອງ
ທ່ານແລ້ວແມ່ນບຸລິມະສິດຄືຈະແມ່ນ ໃຫ້ການ​ຊ່ອຍ​ເຫຼືອ​ແກ່ປະ​ເທດຕ່າງໆ​ເພື່ອປັບປຸງ​ກຳມະສິດດ້ານຊັບສິນ ປັບປຸງຕົວບົດກົດໝາຍ​ ແລະ​ຕໍ່ສູ້​ກັບ​ການ​ສໍ້​ລາດ​ບັງຫຼວງ.

ທ່ານ James Roberts ຈາກ ອົງການ Heritage Foundation ກ່າວ​ວ່າ “ມີ​ງົບປະມາ
​ຊ່ອຍ​ເຫຼືອ​ຈຳ​ນວນຫຼາຍໂພດ ໄປຈາກພວກ​ປະ​ເທດ​ຕາ​ເວັນຕົກ ເຊັ່ນ ຈາກ U.S. ຈາກບັນດາ ​ປະ​ເທດ OECD ​ຕ່າງໆ ຊຶ່ງໃນທີ່​ສຸດ​ ກໍແມ່ນລົງເອີຍຢູ່ບ່ອນວ່າ ໄປ
ປົກປ້ອງລະບອບ​ສໍ້​ລາດ​ບັງຫຼວງຫັ້ນເທົ່ານັ້ນ.”

​ໂຄງການບາງຢ່າງ​ທີ່ຢູ່ໃນຄວາມສົນໃຈຂອງພວກອະນຸລັກດ້ານສາສະໜາ ​ແມ່ນ​ເກືອບວ່າ
ແນ່ນອນ ກຳລັງ​ຈະປະ​ເຊີນ ກັບການ​ກວດກາ​ຈາກ​ທາງ​ທຳນຽບຂາວ ​ແລະ​ທັງ​ສອງ​ສະພາ
ທີ່​ຄວບ​ຄຸມ​ໂດຍ​ພັກ Republican ນັ້ນ.

ທ່ານ​ນາງ Amanda Glassman ຈາກ ​ສູນ​ກາງ ​ເພື່ອ​ການ​ພັດທະນາ​ທົ່ວ​ໂລກ ຫຼື
Center for Global Development ກ່າວ​ວ່າ “​ແນ່ນອນ ​ມັນ​ມີ​ຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ກັງວົນ ​ໂດຍ​ສະ​ເພາະ ​ໃນ​ດ້ານ​ການວາງ​ແຜນ​ຄອບຄົວ ​ແລະ​ສຸຂະພາບ​ທາງ​ດ້ານ
ການ​ສືບ​ພັນພິ​ເສດແມ່ນເລື່ອງ ການ​ປ້ອງ​ກັນ​ແລະ​ການ​ຮັກສາ ​ໂຣກ HIV-AIDS.”

​ແຕ່ສຳລັບ ລັດຖະມົນຕີການ​ຕ່າງປະ​ເທດ ຜູ້ທີ່ກຳລັງຈະອອກຈາກຕໍ່າແໜ່ງໄປແລ້ວ ສະຫຫຣັດ ແມ່ນຍິ່ງຈຳເປັນຈະຕ້ອງໄດ້ເຮັດໄປໃຫ້ຫຼາຍກວ່າຈະຈ່າຍເງິນຈຳນວນ
ປັດຈຸບັນ ຄື 34 ພັນລ້ານໂດລາ ສຳ​ຫຼັບ​ປີ​ນີ້. ທ່ານ John Kerry ຕ້ອງການ​ຢາກໃຫ້​ມີ​ “Marshall Plan” ແນວໃໝ່ ​ພິ​ເສດແມ່ນເພື່ອ​ການ​ຄ້ຳປະກັນ ການ​ສຶກສາ​ສຳລັບ ​
ພວກ​ທີ່​ມີ​ຄວາມ​ສ່ຽງ​ຕ່າງໆ ​ໃນ​ການ​ທີ່ຈະ​ຖືກ​ລ້າງ​ສະໝອງ ​ໂດຍ​ພວກ​ມຸສລິ​ມ.

ທ່ານ John Kerry ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ “ມີ​ພວກ​ເດັກນ້ອຍ
ປະມານ 1 ພັນ​ 5 ຮ້ອຍ ລ້ານຄົນ ​ໃນ​ທົ່ວ​ໂລກ ທີ່​ມີ​ອາຍຸ​ຕ່ຳ​ກວ່າ 15 ປີ. ​ໃນ​ບ່ອນ​ໃດ
ບ່ອນ​ນຶ່ງ ຈະ​ມີຫຼາຍ​ເຖິງ 400 ລ້ານຄົນ​ໃນ​ຈຳນວນ​ພວກ​ນີ້ ຈະ​ບໍ່​ໄດ້ເຂົ້າ​ຮ່ຳຮຽນ ​
ແລະ​ນັ້ນຈະ​ເປັນ​ບັນຫາ​ໃຫ້​ພວກ​ເຮົາ​ໝົດ​ທຸກ​ຄົນ.”

ຜ່ານ​ລັດຖະບານ​ຂອງ​ຫຼາຍໆ​ປະທານາທິບໍດີ ນະ​ໂຍບາຍ​ຕ່າງໆ ການ​ພັດທະນາ ​
ແລະ​ຊ່ອຍ​ເຫຼືອ​ນາໆ​ຊາດ ​ແມ່ນໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ທັງ​ສອງ​ພັກ​ການ​ເມືອງເປັນຢ່າງດີ ​ແລະການ​ທູ​ດ​ສະຫະລັດ ​ແມ່ນ​ເປັນ​ໄປ​ໃນ​ທາງ​ບວກ. ແລະລັດຖະບານ​ໃໝ່ນີ້ ກໍຈະ​ສືບ​ຕໍ່ມອງເຫັນວ່າ ການ​ຊ່ອຍ​ເຫຼືອຕ່າງປະເທດ ມີ​ຄຸນຄ່າ​ ສຳລັບຄວາມ​
ປອດ​ໄພ​ແລະ​ຜົນ​ປະ​ໂຫຍ​ດທາງດ້ານເສດກິດຂອງ​ສະຫະລັດ.

After Obama, US Foreign Aid Programs Face Uncertainty
please wait

No media source currently available

0:00 0:02:03 0:00

The Obama administration's favorite programs to aid other countries, such as climate-change mitigation and contraception, could be in jeopardy after this week's inauguration. What appears more certain is
all overseas assistance will come under scrutiny from a president and
a secretary of state with reputations in business for focusing on the bottom line. VOA Correspondent Steve Herman has details from the State Department.


During his confirmation hearing, senators quizzed secretary of state nominee Rex Tillerson about how to prevent assistance from the United States the biggest global donor -- from being siphoned or stolen by corrupt regimes.

"If we're going to deliver aid into a country where we know this is a risk, what can we do in the execution of the delivery of that aid?"

For President-elect Donald Trump and his administration the priority
is likely to be on giving foreign aid to countries to enhance property rights, the rule of law and to fight corruption.


"Too much of the foreign aid given by the Western countries -- U.S., OECD countries -- has ended up only securing in power corrupt regimes."

Certain types of programs that are the ire of religious conservatives
are also nearly certain to face review with the White House and both houses of the Congress now under Republican control.


"Certainly there are worries, especially in areas of family planning and reproductive health, especially in the areas of HIV-AIDS prevention
and treatment."


But for the outgoing secretary of state, the United States needs to do even more than its current spending of $34 billion for this fiscal year. John Kerry wants a new "Marshall Plan," especially to ensure education for those at risk of being brainwashed by Muslim fundamentalists.

"There are about a billion and a half children in the world under the age of 15. Somewhere upwards of 400 million of them will not go to school, and that is a problem for all of us."

Throughout various administrations, diplomacy, development and foreign aid have enjoyed strong bipartisan support. And U.S. diplomats are somewhat optimistic the new administration will also continue
to see such assistance overseas as valuable for America's security and economic interests.

XS
SM
MD
LG