ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ ໄບເດັນ ຮຽກຮ້ອງໃຫ້ມີຄວາມສາມັກຄີ ໃນການປະເຊີນໜ້າ ກັບສິ່ງທ້າທາຍຕ່າງໆໃນໂລກ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ


ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສະໄໝທີ 76 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ, 21 ກັນຍາ, 2021.
ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສະໄໝທີ 76 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ, 21 ກັນຍາ, 2021.

ດ້ວຍຄຳສັນຍາ ກ່ຽວກັບ “ການທູດ ທີ່ແຂງຂັນ” ແລະ ປະຕິຍານທີ່ຈະບໍ່ສະແຫວງຫາ“ ສົງຄາມເຢັນຄັ້ງໃໝ່ນັ້ນ,” ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ໃຊ້ຄຳປາໄສຄັ້ງທຳອິດຂອງທ່ານ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນວັນອັງຄານວານນີ້ເພື່ອຜັກດັນລະບຽບແຜນການໂລກາພິວັດ, ໂດຍເວົ້າວ່າ “ອຳນາດທາງທະຫານຂອງ ສະຫະລັດ ຕ້ອງເປັນເຄື່ອງມືອັນສຸດ ທ້າຍຂອງພວກເຮົາ, ບໍ່ແມ່ນທຳອິດ.”

ທ່ານ ໄບເດັນ ໄດ້ໃຊ້ຄຳປາໄສຍາວເຄິ່ງຊົ່ວໂມງ ເພື່ອຜັກດັນການດຳເນີນການຫົວກ້າວໜ້າຕໍ່ເຊື້ອໄວຣັສ COVID-19 ແລະສະພາບອາກາດປ່ຽນແປງ. ໃນວັນພຸດມື້ນີ້, ທ່ານຈະຈັດກອງປະຊຸມສຸດຍອດຢາວັກຊີນ COVID-19 ທາງອອນໄລນ໌ ກັບບັນດາຜູ້ນຳໂລກອື່ນໆ.

ໃນວັນອັງຄານວານນີ້, ທ່ານໄດ້ເວົ້າ ກ່ຽວກັບ ສິ່ງທ້າທາຍຫຼາຍຢ່າງທີ່ກຳລັງປະເຊີນກັບສະມາຊິກສະມັດຊາໃຫຍ່ສະຫະປະຊາຊາດ 193 ປະເທດ.

ທ່ານປະທານາທິບໍດີ, ຜູ້ທີ່ໄດ້ກຳໜ້າທີ່ຂອງທ່ານເປັນຄັ້ງທຳອິດໃນຖານະເປັນປະມຸກລັດຢືນຢູ່ຕໍ່ໜ້າເວທີຫີນອ່ອນສີຂຽວທີ່ພິເສດຂອງອົງການສະຫະປະຊາຊາດໄດ້ກ່າວວ່າ, “ນີ້ແມ່ນທາງເລືອກທີ່ຊັດເຈນ ແລະ ຮີບດ່ວນທີ່ພວກເຮົາປະເຊີນຢູ່ທີ່ນີ້ ໃນຕອນເລີ່ມຕົ້ນຂອງສິ່ງທີ່ຕ້ອງເປັນທົດສະວັດທີ່ຊີ້ຂາດສຳລັບໂລກຂອງພວກເຮົາ, ທົດສະວັດທີ່ແທ້ຈິງແລ້ວຈະພິຈາລະນາອະນາຄົດຂອງພວກເຮົາ. ໃນຖານະເປັນປະຊາຄົມໂລກ, ພວກເຮົາໄດ້ຖືກທ້າທາຍໂດຍຄວາມຮີບດ່ວນ ແລະ ວິກິດການທີ່ກຳລັງຈະເກີດຂຶ້ນ ໃນນັ້ນມີໂອກາດຕ່າງໆທີ່ໃຫຍ່ໂຕ ຖ້າພວກເຮົາສາມາດລວບລວມຄວາມມຸ່ງໝັ້ນ ແລະ ຄວາມຕັ້ງໃຈເພື່ອຍຶດເອົາໂອກາດພວກນີ້.”

ໂດຍປາສະຈາກການກ່າວເຖິງຄູ່ປໍລະປັກທີ່ໃຫຍ່ທີ່ສຸດຂອງປະເທດດ້ວຍຊື່ຂອງປະເທດຈີນນັ້ນ, ທ່ານໄບເດັນ ຍັງໄດ້ປະຕິຍານວ່າ ທ່ານຈະບໍ່ຊອກຫາທາງທີ່ຈະເຮັດໃຫ້ຄວາມຂັດແຍ້ງຮຸນແຮງຂຶ້ນ. ໃນຕອນຕົ້ນຂອງຄຳປາໄສຂອງທ່ານ ຕໍ່ກອງປະຊຸມສະມັດຊາໃຫຍ່ນັ້ນ, ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ ໄດ້ກ່າວວ່າ ມັນຈະ “ເປັນໄປບໍ່ໄດ້ທີ່ຈະແກ້ໄຂສິ່ງທ້າທາຍທີ່ໃຫຍ່ຫຼວງດ້ານເສດຖະກິດ ແລະ ການພັດທະນາ ໃນຂະນະທີ່ສອງເສດຖະກິດໃຫຍ່ທີ່ສຸດໃນໂລກ ແມ່ນຂັດແຍ້ງກັນ.”

ທ່ານ ໄບເດັນ ໄດ້ກ່າວວ່າ “ພວກເຮົາຈະບໍ່ສະແຫວງຫາ, ຂ້າພະເຈົ້າຈະເວົ້າອີກເທື່ອນຶ່ງ ພວກເຮົາຈະບໍ່ສະແຫວງຫາສົງຄາມເຢັນຄັ້ງໃໝ່ ຫຼື ໂລກຖືກແບ່ງແຍກເປັນກຸ່ມທີ່ແຂງກະດ້າງ. ສະຫະລັດ ແມ່ນພ້ອມແລ້ວທີ່ຈະເຮັດວຽກກັບປະເທດໃດທີ່ລຸກຂຶ້ນເພື່ອດຳເນີນການຊອກຫາຂໍ້ແກ້ໄຂທີ່ສັນຕິຕໍ່ສິ່ງທ້າທາຍຮ່ວມກັນ, ແມ່ນກະທັ້ງທີ່ພວກເຮົາມີຄວາມບໍ່ເຫັນພ້ອມທີ່ຮຸນແຮງໃນຂົງເຂດອື່ນໆກໍ ຕາມ, ເພາະວ່າພວກເຮົາທຸກຄົນຈະທຸກທໍລະມານກັບຜົນທີ່ຕາມມາຈາກຄວາມລົ້ມແຫຼວຂອງພວກເຮົາ ຖ້າພວກເຮົາບໍ່ຮ່ວມມືກັນແກ້ໄຂໄພຂົ່ມຂູ່ອັນຮີບດ່ວນຄື COVID-19, ສະພາບອາກາດປ່ຽນ ແປງ ຫຼື ໄພຂົ່ມຂູ່ທີ່ມີມາຕະຫຼອດ ເຊັ່ນການແຜ່ຜາຍຂອງອາວຸດນິວເຄລຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG