ມາດຕະການຕອບໂຕ້ຄືນຂອງຈີນ ຕໍ່ສະຫະລັດຢູ່ໃນສົງຄາມການຄ້າຂອງສອງ ປະເທດນັ້ນ ໄດ້ຍົກໃຫ້ເອົາຄຳຖາມທີ່ກ່ຽວກັບຂອບເຂດຄວາມສາມາດຂອງຈີນ ທີ່ຈະຕໍ່ສູ້ຄືນນັ້ນ ຂຶ້ນມາ.
ການຕອບໂຕ້ຄືນຂອງປັກກິ່ງ ບໍ່ສາມາດທຽບເທົ່າກັບຂະໜາດຄວາມແຮງຈາກການກະທຳຂອງວໍຊິງຕັນ ໃນການຂຶ້ນພາສີຂາເຂົ້າຕໍ່ສິນຄ້າຈາກຈີນທີ່ມີມູນຄ່າ 200 ຕື້ໂດລາຈາກອັດຕາ 10 ເປີເຊັນເປັນ 25 ເປີເຊັນນັ້ນໄດ້. ຈີນໄດ້ຂຶ້ນພາສີຕໍ່ສິນຄ້າຫລາຍປະເພດຂອງສະຫະລັດໃນມູນຄ່າ 60 ຕື້ໂດລາ. ແຕ່ວ່າ ປັກກິ່ງໄດ້ປ່ອຍສິນຄ້າທີ່ສຳຄັນຫລາຍທີ່ສຸດຈຳນວນນຶ່ງບໍ່ໃຫ້ຖືກເກັບພາສີເພີ້ມຂຶ້ນ. ສິນຄ້າເຫລົ່ານັ້ນລວມມີສິນຄ້າທີ່ກ່ຽວພັນກັບເທັກໂນໂລຈີ ແລະສິນຄ້າກະສິກຳ ເຊັ່ນຖົ່ວເຫລືອງ.
ສິນຄ້າຂອງອາເມຣິກາສ່ວນໃຫຍ່ທີ່ຖືກເກັບພາສີເພີ້ມນັ້ນ ຈະເຫັນວ່າມີອັດຕາພາສີເພີ້ມຂຶ້ນປະມານ 15 ຫາ 20 ເປີເຊັນ ໃນຂະນະທີ່ ມີສິນຄ້າພຽງສອງສາມ ປະເພດເທົ່ານັ້ນ ທີ່ຈະຖືກເກັບພາສີໃນອັດຕາ 25 ເປີເຊັນ.
"ປັກກິ່ງຢາກຈະເຮັດໃຫ້ຜົນກະທົບ ຈາກການຕອບໂຕ້ຄືນທາງພາສີຄືນນີ້ຕໍ່ເສດຖະກິດພາຍໃນ ໜ້ອຍທີ່ສຸດ. ສະນັ້ນ, ສິນຄ້າທີ່ອາດຈະສ້າງໃຫ້ມີຜົນສະທ້ອນກັບຕໍ່ພາຍໃນ ຢູ່ໃນລະດັບສູງກວ່ານັ້ນ ແມ່ນຖືກຂັດອອກ," ນັ້ນຄືຄຳເວົ້າຂອງທ່ານເຊັງຢວານ ໂບ (Zhengyuan Bo), ນັກວິໄຈຂອງບໍລິສັດທີ່ປຶກສາກຣິສຄ໌ (GRisk) ທີ່ຕັ້ງຢູ່ນະຄອນປັກກິ່ງ.
ແຕ່ວ່າຈີນ ກໍໄດ້ສະແດງໃຫ້ເຫັນຄວາມແຂງແກ່ນຂອງຕົນໃນແບບອື່ນ. ພວກທີ່ຊື້ສິນຄ້າໃນຈີນໄດ້ຫລຸດຜ່ອນການຊື້ຊີ້ນໝູນຳເຂົ້າຂອງອາເມຣິກັນ ເຖິງຂັ້ນ 6.5 ຕື້ໂດລາ. ອັນນີ້ຈະມີຜົນກະທົບຢ່າງໜັກ ຕໍ່ພວກລ້ຽງໝູໃນສະຫະລັດ ເພາະວ່າ ຈີນເປັນຕະຫລາດນຳເຂົ້າຊີ້ນໝູຂອງຊາວອາເມຣິກັນລາຍໃຫຍ່ອັນດັບສອງ.
ມີໜ້ອຍຄົນຄາດຫວັງວ່າ ຈີນຈະເອົາມາດຕະການນີ້ມາໃຊ້ ເມື່ອການລ້ຽງໝູຢູ່ພາຍໃນປະເທດຂອງຕົນ ໄດ້ຮັບຜົນກະທົບຈາກພະຍາດໄຂ້ຫວັດໝູອາຟຣິກາ. ມີລາຍງານບາງອັນບອກວ່າ ພວກ ລ້ຽງໝູຂອງຈີນ ແມ່ນສ່ຽງຕໍ່ການສູນເສຍ 1 ສ່ວນ 3 ຂອງສັດລ້ຽງຂອງພວກເຂົາເຈົ້າ.
ທ່ານ ແມັກສ໌ ເຊັງລາຍນ໌ (Max Zenglein), ຫົວໜ້າດ້ານຄົ້ນຄວ້າທີ່ສະຖາບັນສຶກສາກ່ຽວກັບຈີນ ເມີເຄເທີ (Mercator) ຫລື ເມຣິກສ໌ (Merics) ໃນນະຄອນຫລວງເບີລີນ ຂອງເຢຍຣະມັນໃຫ້ຄຳເຫັນວ່າ "ເນື່ອງຈາກວ່າ ມີການລະບາດຂອງໂຣກໄຂ້ຫວັດໝູອາຟຣິກາຢູ່ໃນຈີນ, ການສະໜອງໝູໃຫ້ຕະຫລາດໄດ້ຮັບຜົນກະທົບ. ໃນເດືອນເມສາຜ່ານມາລາຄາໝູ ໄດ້ຖີບຕົວຂຶ້ນ 14.4 ເປີເຊັນ. ເພື່ອຜັກດັນໃຫ້ລາຄາຫລຸດລົງ ຈີນຕ້ອງໄດ້ນຳເຂົ້າຊີ້ນໝູເພີ້ມຂຶ້ນອີກ."