ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນກອງປະຊຸມຕອບຄຳຖາມ ທ່ານທຣໍາ ຍັງ​ສືບຕໍ່ທຳ​ການຕົວະການ ກ່ຽວ​ກັບເລືອກຕັ້ງ ແລະ ບໍ່ໃຫ້ຄວາມສຳຄັນ ຕໍ່ຄວາມຮຸນແຮງຢູ່ຫໍລັດຖະສະພາ


ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ ກອງປະຊຸມປືນແຫ່ງຊາດ ໃນນະຄອນອິນເດຍນາໂປລິສ ວັນທີ 14 ເມສາ 2023
ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ ກອງປະຊຸມປືນແຫ່ງຊາດ ໃນນະຄອນອິນເດຍນາໂປລິສ ວັນທີ 14 ເມສາ 2023

ອະດີດປະທານາທິບໍດີດໍໂນລ ທຣໍາ ຍັງສືບຕໍ່ຂຸດ​ຄົ້ນ ​ກ່ຽວກັບຄວາມຕົວະ​ຂອງ​ລາວ ​ໃນການເລືອກຕັ້ງປີ 2020 ລະຫວ່າງກອງ​ປະ​ຊຸມຕອບ​ຄຳ​ຖາມ​ທີ່​ເຄັ່ງ​ຕຶງກັບອົງການຂ່າວ CNN ອີງຕາມລາຍງານອົງການຂ່າວຣອຍເຕີ. ນອກນັ້ນທ່ານຍັງບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຄວາມຮຸນແຮງ ໃນວັນທີ 6 ປີ 2021ແລະໄດ້ປະນາມຊໍ້າແລ້ວຊໍ້າອີກ ຕໍ່ແມ່ຍິງຄົນນຶ່ງ ໃນການຕອບໂຕ້ ຕໍ່ຄະນະຕຸລາການທີ່ ພົບເຫັນໃນອາທິດນີ້ວ່າ ທ່ານຮັບຜິດຊອບຕໍ່ການກະ​ທຳ​ຜິດທາງເພດຕໍ່ນາງ. ໃນ ລະຫວ່າງການໂຕ້ຖຽງກັນໄປມາຢ່າງ​ດຸ​ເດືອດ ໃນຕອນແລງວັນພຸດວານນີ້ ​ກ່ຽວ​ກັບການລົງຄະແນນສຽງຂັ້ນຕົ້ນຢູ່ລັດນິວແຮມເຊີ ທ່ານທຣໍາໄດ້ສືບຕໍ່ຢຶນຢັດ​ວ່າ ການເລືອກຕັ້ງໄດ້ “ມີ​ການສໍ້ໂກງ” ເຖິງແມ່ນວ່າລັດ ແລະພວກເຈົ້່າໜ້າທີ່ເລືອກຕັ້ງ​ຂອງ​ລັດ ແລະລັດຖະບານກາງ ​ຄະ​ນະໂຄສະນາຫາສຽງຂອງ​ທ່ານ ແລະບັນ ດາຜູ້ຊ່ວຍທຳນຽບຂາວ ແລະສານຫຼາຍໆ​ແຫ່ງ ໄດ້ປະຕິເສດຕໍ່ການກ່າວຫາຂອງທ່ານ. ຜູ້​ຈັດ​ລາຍ​ການ ທ່ານນາງເຄດແລນ ໂຄລລິນ ບາງຄັ້ງ ໄດ້ດິ້ນລົນກວດ​ເບິ່ງຄວາມຈິງ ໃນ​ການ​ກ່າວທີ່ຜິດພາດຂອງທ່ານທຣໍາ ຕາມເວລາທີ່ແທ້ຈິງນັ້ນ.

Former President Donald Trump is digging in on his lies about the 2020 election during a tense CNN town hall. He is also downplaying the violence on Jan. 6, 2021, and has repeatedly insulted a woman in response to a civil jury's finding this week that he was liable of sexually assaulting her. During the contentious back-and-forth Wednesday night in early-voting New Hampshire, Trump continued to insist the election had been "rigged," even though state and federal election officials, his own campaign and White House aides, and numerous courts have rejected his allegations. Moderator Kaitlan Collins sometimes struggled to fact-check Trump's misstatements in real time.

XS
SM
MD
LG