ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ການ​ຊອກ​ຫາ​ອາ​ວຸດ​ ໄປໃຫ້​ຢູ​ເຄ​ຣນນັ້ນ ເນ​ໂຕ້​ໄດ້​ຫັນ​ໜ້າ ໄປ​ຫາ​ປະ​ເທດ ​ໃນ​ຂົງ​ເຂດຕາ​ເວັນ​ອອກ


 ທ່ານ Eom Dong-hwan, ລັດ​ຖະ​ມົນ​ຕີ​ກະ​ຊວງບໍ​ລິ​ຫານ​ໂຄງ​ການ​ຈັດ​ການ​ດ້ານ​ປ້ອງ​ກັນ​ຊາດ ເຂົ້າ​ຮ່ວມ​ປອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ເມືອງ Gdynia ຂອງ​ໂປ​ແລນ, ວັນ​ທີ 6 ທັນ​ວາ, 2022, ຂະ​ນະ​ທີ່​ໂປ​ແລນໄດ້​ຍິນ​ດີ​ກັບ​ການ​ໄດ້​ຮັບລົດ​ຖັງ ແລະ ປືນຄົກຈາກ​ເກົາ​ຫລີ​ໃຕ້.
ທ່ານ Eom Dong-hwan, ລັດ​ຖະ​ມົນ​ຕີ​ກະ​ຊວງບໍ​ລິ​ຫານ​ໂຄງ​ການ​ຈັດ​ການ​ດ້ານ​ປ້ອງ​ກັນ​ຊາດ ເຂົ້າ​ຮ່ວມ​ປອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ເມືອງ Gdynia ຂອງ​ໂປ​ແລນ, ວັນ​ທີ 6 ທັນ​ວາ, 2022, ຂະ​ນະ​ທີ່​ໂປ​ແລນໄດ້​ຍິນ​ດີ​ກັບ​ການ​ໄດ້​ຮັບລົດ​ຖັງ ແລະ ປືນຄົກຈາກ​ເກົາ​ຫລີ​ໃຕ້.

​ກ່ອນຈະມາ​ຮອດ​ປີ​ກາຍ​ນີ້, ຫຼາຍ​ປະ​ເທດ​ໃນ​ຂົງເຂດ​ຢູໂຣບ​ຕາ​ເວັນ​ຕົກ​ ມີ​ນະ​ໂຍ​ບາຍ​ທີ່ມີ​ມາ​ຕັ້ງແຕ່​ດົນທີ່ຄັດ​ຄ້ານ​ການ​ສົ່ງ​ອາ​ວຸດ​ເຂົ້າ​ໄປ​ໃນ​ເຂດ​ສົງ​ຄາມ. ການ​ບຸກ​ລຸກ​ຂອງຣັດ​ເຊຍ​ຕໍ່​ຢູ​ເຄຣນ ​ໄດ້​ເຮັດ​ໃຫ້​ນະ​ໂຍ​ບາຍເຫລົ່າ​ນັ້ນ ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ.

ປະເທດເຫຼົ່ານັ້ນ - ໂດຍສະເພາະເຢຍຣະມັນ, ສະວີເດັນ, ແລະນໍເວ - ໄດ້ປ່ຽນທິດ​ທາງ, ແບບ​ທີ່​ວ່າ ໃນທີ່ສຸດກໍໄດ້ບໍລິຈາກອາວຸດຫຼາຍຮອບເພື່ອຊ່ວຍຢູເຄຣນ ທຳການສູ້ລົບ ທີ່ພວກເຂົາເຈົ້າເຫັນວ່າ ເປັນການຕັດສິນອະນາຄົດຂອງຢູ​ໂຣບ.

​ແຕ່​ພາຍຫລັງ​ທີ່ການ​ສູ້ລົບກັນ​ແກ່​ຍາວ​ມາ​ໄດ້​ເກືອບ 1 ປີ​ ​ແລະໃນປັດຈຸ​ບັນ ຢູ​ໂຣບພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ໃນ​ການ​ຜະລິດ​ລູກ​ປືນ​ໃຫ້​ແກ່​ຢູ​ແຄ​ຣນ ​ແລະ ໃຫ້ ຕົວ​ເອງ, ການ​ຊອກ​ຫາ​ອາວຸດຈາກ​ແຫຼ່ງ​ອື່ນ ກຳ​ລັງ​ດຳ​ເນີນ​ໄປ.

ບາງປະ​ເທດກໍາລັງຊອກຫາການຊ່ວຍເຫຼືອ ຈາກ​ເຂດ​ເອ​ເຊຍຕາເວັນອອກສຽງເຫນືອ. ໃນລະຫວ່າງການ ເດີນທາງໃນອາທິດນີ້ ລວມທັງການຢຸດແວ່ ທີ່ນະ​ຄອນ​ຫລວງໂຊລ ແລະ ໂຕກຽວນັ້ນ ເລຂາທິການໃຫຍ່ຂອງອົງການເນໂຕ້, ທ່ານ​ເຈນ​ສ໌ ສ​ໂຕ​ລ​ເທັນ​ເບີກ (Jens Stoltenberg) ໄດ້ຮຽກຮ້ອງໃຫ້ມີການຊ່ວຍເຫຼືອດ້ານການທະຫານ ເພີ່ມຂຶ້ນ​ແກ່ຢູເຄຣນ, ໂດຍກ່າວ​ເຖິງຕົວຢ່າງ ທີ່ບັນດາປະເທດຢູ​ໂຣບ​ໄດ້ເຮັດ.

ທ່ານສ​ໂຕ​ລ​ເທັນ​ເບີກ ກ່າວ​ໃນຂະ​ນະ​ທີ່​ໃຫ້​ຄຳ​ປາ​ໄສ​ທີ່​ນະ​ຄອນ​ຫລວງ​ໂຊ​ລວ່າ “ຫຼັງ​ຈາກ​ການ​ບຸກ​ລຸກ​ຢ່າງ​ໂຫດ​ຫ້ຽມໃນ​ຢູ​ເຄຣນແລ້ວ ປະ​ເທດ​ເຫຼົ່າ​ນີ້​ໄດ້​ປ່ຽນ​ນະ​ໂຍ​ບາຍ​ຂອງ​ເຂົາ​ເຈົ້າ." ທ່ານ​ກ່າວ​ອີກວ່າ "ຖ້າພວກເຮົາບໍ່​ຢາກ​ໃຫ້​ລະ​ບອບຜະ​ເດັດ​ການ ແລະ ການປົກ​ຄອງ​ແບບກົດ​ຂີ່ຊະນະແລ້ວ ພວກເຂົາເຈົ້າຕ້ອງການອາວຸດ, ນັ້ນແມ່ນ ຄວາມຈິງ."

ເກົາຫຼີໃຕ້ ​ແລະ ຍີ່​ປຸ່ນ ​ໄດ້​ສົ່ງ​ອຸປະກອນ​ການ​ທະຫານ​ ທີ່​ບໍ່​ເປັນ​ອັນຕະລາຍແກ່​ຊີວິດໃຫ້ຢູ​ເຄ​ຣນ, ​ເຊັ່ນ: ​ເສື້ອ​ກັນ​ລູກ​ປືນ ​ແລະໝວກກັນ​ກະທົບ. ​ແຕ່​ບໍ່​ມີ​ປະ​ເທດ​ໃດ ໃນ​ນີ້ ​ໄດ້​ສົ່ງ​ອາວຸດໄປ​ຍັງ​ຢູ​ເຄ​ຣນໂດຍ​ກົງ, ສ່ວນ​ນຶ່ງ​ກໍ​ເປັນ​ແມ່ນ​ຍ້ອນ​ຂໍ້​ຈຳກັດທາງ​ກົດໝາຍ​ແບບ​ດຽວ​ກັນ​ທີ່​ຈຳກັດ​ຫຼາຍ​ປະ​ເທດ​ໃນ​ຢູ​ໂຣບ.

ທັງເກົາຫຼີໃຕ້ ແລະ ຍີ່ປຸ່ນ ຕ່າງ​ກໍບໍ່ໄດ້ໃຫ້ສັນຍານໃດໆ ວ່າ ເຂົາເຈົ້າຈະປ່ຽນແປງນະໂຍບາຍທີ່​ມີຕໍ່ຢູເຄຣນ, ແຕ່ຄຳເຫັນຂອງທ່ານສ​ໂຕ​ລ​ເທັນ​ເບີກ ສະ​ແດງໃຫ້​ເຫັນ​ວ່າ ທັງ ສອງປະເທດອາດຈະຕົກຢູ່ພາຍໃຕ້ ຄວາມກົດດັນຂອງປະ​ເທດຕາເວັນຕົກຫຼາຍຂຶ້ນ ວ່າ ໃຫ້ສະໜັບສະໜຸນທາງການທະຫານ, ໂດຍສະເພາະ ໃນຂະນະທີ່ສົງຄາມກຳລັງສືບ​ຕໍ່​ເກີດ​ຂຶ້ນຢູ່ນີ້.

ເທົ່າ​ທີ່​ຜ່ານມາ ​ເກົາຫຼີໃຕ້ ພຽງ​ແຕ່​ໃຫ້​ການສະໜັບສະໜຸນ​ຄວາມ​ພະຍາຍາມໃນ​ການ​ຕໍ່​ສູ້​ສົງຄາມ​ຂອງ​ຢູ​ເຄ​ຣນ​ໂດຍ​ທາງ​ອ້ອມ. ແທນ​ທີ່​ຈະ​ບໍລິຈາກ​ອາວຸດ, ລັດຖະບານ​ເກົາຫຼີ​ໃຕ້ ​ໄດ້​ອະນຸມັດ​ການ​ຂາຍ​ອາວຸດ​ທີ່​ຜະລິດ​ໂດຍ​ເກົາຫຼີ​ໃຕ້​ໃຫ້​ແກ່​ປະ​ເທດ​ທີ່​ສະໜອງອາ​ວຸດ ​ໃຫ້​ກອງທັບ​ຢູ​ເຄ​ຣນ.

ໂປແລນ, ຜູ້ຜະລິດອາວຸດທີ່ສໍາຄັນສຳ​ລັບຢູເຄຣນນັ້ນ, ໃນ​ປີ​ກາຍນີ້ ໄດ້ຕົກລົງທີ່ຈະຊື້ ອາວຸດຂອງເກົາຫຼີໃຕ້ ໃນ​ມູນ​ຄ່າ 5.8 ຕື້ໂດລາ, ລວມທັງລົດຖັງ, ປືນໃຫຍ່, ແລະ ລູກ ປືນ. ບໍລິສັດຂອງເກົາຫຼີໃຕ້ ໄດ້ເຊັນຂໍ້ຕົກລົງ ທີ່ມີຂະຫນາດນ້ອຍກວ່າກັບແອັ​ສ​ໂທ​ເນຍ ແລະນໍ​ເວ, ແລະກຳ​ລັງຢູ່ໃນການເຈລະຈາທີ່ຄ້າຍຄືກັນນີ້ ກັບ ສະຫະລັດ ແລະ ການາດາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG