ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການຕ່າວປີ້ນຄຳເວົ້າ ປ. ທຣຳ ຕັດສິນໃຈເອົາ ຄະນະສະເພາະກິດຮັບຜິດຊອບ ເລື້ອງໄວຣັສໂຄໂຣນາ ໄວ້ຄືເກົ່າ


ບັນດາສະມາຊິກຄະນະສະເພາະກິດຮັບຜິດຊອບໄວຣັສໂຄໂຣນາຂອງທຳນຽບຂາວ, ຈາກຊ້າຍ ຜູ້ອຳນວຍການ ສະຖາບັນໂຣກພູມແພ້ແລະພະຍາດຕິດແປດ ດຣ. ແອນໂທນີ ຟາວຈີມ, ຜູ້ປະສານງານຮັບຜິດຊອບໄວຣັສໂຄໂຣນາ ດຣ. ເດໂບຣາ ເບີກສ໌, ໂຄສົກລັດຖະບານໃນດ້ານສາທາລະນະສຸກ ດຣ. ເຈີໂຣມ ອາດຳສ໌, ແລະຫົວໜ້າກົມອາຫານແລະຢາ ດຣ. ສະຕີບເວັນ ຮານ.
ບັນດາສະມາຊິກຄະນະສະເພາະກິດຮັບຜິດຊອບໄວຣັສໂຄໂຣນາຂອງທຳນຽບຂາວ, ຈາກຊ້າຍ ຜູ້ອຳນວຍການ ສະຖາບັນໂຣກພູມແພ້ແລະພະຍາດຕິດແປດ ດຣ. ແອນໂທນີ ຟາວຈີມ, ຜູ້ປະສານງານຮັບຜິດຊອບໄວຣັສໂຄໂຣນາ ດຣ. ເດໂບຣາ ເບີກສ໌, ໂຄສົກລັດຖະບານໃນດ້ານສາທາລະນະສຸກ ດຣ. ເຈີໂຣມ ອາດຳສ໌, ແລະຫົວໜ້າກົມອາຫານແລະຢາ ດຣ. ສະຕີບເວັນ ຮານ.

ຄະນະສະເພາກິດຮັບຜິດຊອບເລື້ອງໄວຣັສໂຄໂຣນາຂອງທຳນຽບຂາວຈະສືບຕໍ່ປະຕິບັດງານ ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ຊຶ່ງເປັນການຕ່າວປີ້ນ ສິ່ງທີ່ທ່ານ ໄດ້ກ່າວໄປ ໃນມື້ກ່ອນນັ້ນ.

“ພວກເຮົາຈະຮັກສາຄະນະສະເພາະກິດໄວ້ ໃນໄລຍະນຶ່ງ” ທ່ານທຣໍາ ໄດ້ກ່າວໄປ ໃນຂະນະທີ່ທ່ານໄດ້ຕ້ອນຮັບກຸ່ມພວກພະນັກງານແພດຢູ່ໃນຫ້ອງ ການຮູບຊົງໄຂ່ ຫຼື Oval Office ຂອງທຳນຽບຂາວ. ເມື່ອໄດ້ຖືກຖາມໂດຍນັກຂ່າວຄົນນຶ່ງ ເພື່ອໃຫ້ອະທິບາຍວ່າ ເປັນຫຍັງ ທ່ານໄດ້ກ່າວໄປໃນມື້ກ່ອນວ່າ ຄະນະດັ່ງກ່າວຈະ “ຫລຸດການປະຕິບັດງານລົງ” ທ່ານທຣຳ ໄດ້ຕອບວ່າ “ຂ້າພະເຈົ້າ ບໍ່ຄິດເລີຍວ່າ ຄະນະສະເພາະກິດໄດ້ຮັບຄວາມນິຍົມຊົມຊອບຫຼາຍຊ່ຳໃດ ຈົນມາຮອດມື້ວານນີ້.”

ທ່ານປະທານາທິບໍດີ ໄດ້ກ່າວໄປອີກວ່າ ຫຼັງຈາກທີ່ທ່ານໄດ້ໃຫ້ຄຳເຫັນໄປໃນວັນອັງຄານ ທ່ານກໍໄດ້ຮັບສາຍໂທລະສັບ “ຈາກຄົນທີ່ໜ້ານັບຖືແທ້ໆ” ຜູ້ທີ່ສະເໜີແນະວ່າ ທ່ານຄວນໃຫ້ຄະນະດັ່ງກ່າວເຮັດວຽກຕໍ່ໄປ.

“ຄະນະສະເພາະກິດ ຈະຢູ່ຕໍ່ໄຈົນກວ່າວ່າ ພວກເຮົາຮູ້ສຶກວ່າ ມັນຈະບໍ່ມີຄວາມຈຳເປັນ” ທ່ານທຣຳ ໄດ້ກ່າວໄປ ໂດຍກ່າວຕື່ມອີກວ່າ “ສະມາຊິກ
ໃໝ່ ສອງ ຫຼື ສາມຄົນ ຂອງຄະນະສະເພາະກິດ” ຈະຖືກປະກາດໃນວັນຈັນຈະມາເຖິງນີ້ ແລະຈະເຮັດວຽກກ່ຽວກັບການຟື້ນຟູເສດຖະກິດ.

ສ່ວນບັນດາສະມາຊິກທີ່ມີຢູ່ແລ້ວນັ້ນ ຜູ້ທີ່ເພັ່ງເລັງໃສ່ເລື້ອງສາທາາລະນະສຸກຂອງມວນຊົນ ທ່ານທຣຳ ໄດ້ກ່າວໄປວ່າ “ຖ້າພວກເຂົາເຈົ້າຢາກຈະຢູ່ຕໍ່ ພວກເຂົາເຈົ້າ ກໍຢູ່ໄດ້.”

ກ່ອນໜ້ານີ້ໃນວັນພຸດ ເຈົ້າຄອງນະຄອນນິວຢອກ ທ່ານ ບີລ ເດີ ບລາຊີໂອ ແມ່ນລວມຢູ່ໃນກຸ່ມຄົນຜູ້ທີ່ໄດ້ຕ້ອງຕິ ແຜນການຂອງທ່ານທຣຳ ທີ່ຈະຍຸບຄະນະສະເພາະກິດດັ່ງກ່າວນັ້ນ.

ທ່ານເຈົ້າຄອງນະຄອນນິວຢອກໄດ້ກ່າວໄປວ່າ “ທ່ານຄວນເຮັດໃຫ້ເລື້ອງນີ້ເປັນພາວະສຸກເສີນແຫ່ງຊາດ ມັນແມ່ນ. ທ່ານປະທານາທິບໍດີຕ້ອງເຂົ້າໃຈ ວ່າ ໄວຣັສໂຄໂຣນາ ແມ່ນຈະບໍ່ຫາຍໄປໃນທັນທີ ບໍ່ວ່າ ເພິ່ນປາຖະໜາຫຼາຍຊ່ຳໃດກໍຕາມ. ຂ້າພະເຈົ້າຄຶດວ່າ ເພິ່ນບໍ່ຮັບຮູ້ກັບສະພາບຂອງຄວາມເປັນຈິງ ແລະອັນນັ້ນ ເປັນອັນຕະລາຍແທ່ແທ້ ເລີຍ.”

ຄະນະສະເພາະກິດນັ້ນ ໄດ້ຖືກຈັດຕັ້ງຂຶ້ນ ເມື່ອທ້າຍເດືອນມັງກອນ ເພື່ອໃຫ້ມາກຳກັບເບິ່ງນຳວຽກງານຂອງຄະນະລັດຖະບານ ເພື່ອຕິດຕາມເບິ່ງ ການປ້ອງກັນ ການຄວບຄຸມ ແລະການຫລຸດຜ່ອນ ການແຜ່ລະບາດ” ຂອງ ໂຄວິດ-19 ນັ້ນ. ນຶ່ງເດືອນຕໍ່ມາ ຮອງປະທານາທິບໍດີໄມຄ໌ ເພັນສ໌ ໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານຂອງຄະນະນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG