ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ່​ໃນ​ໂປ​ແລນ ອາ​ສາ​ສະ​ໝັກ​ໃຫ້​ການ​ຕ້ອນ​ຮັບ ຊາວອົບພະຍົບຢູເຄຣນ ທີ່ຫຼົບ​ໜີ​ຈາກ​ສົງ​ຄາມ


In Poland, Volunteers Greet the Weary Fleeing Ukraine
please wait

No media source currently available

0:00 0:03:05 0:00

ຢູ່​ໃນ​ໂປ​ແລນ, ອາ​ສາ​ສະ​ໝັກ​ໃຫ້​ການ​ຕ້ອນ​ຮັບຊາວອົບພະຍົບ ຢູເຄຣນ ທີ່​ພັດ​ພາກ​ຈາກບ້ານ​ເມືອງ​ມາ

ຊາວ​ອົບ​ພະ​ຍົບ​ຢູ​ເຄ​ຣນ​ຍັງ​ພາ​ກັນ​ຫລັ່ງ​ເຂົ້າ​ໄປ​ປະ​ເທດ​ໂປ​ແລນຢູ່. ຫຼາຍ​ຄົນໄປ​ຍັງທີ່ນັ້ນ​ໂດຍ​ຜ່ານ​ດ່ານ​ຊາຍ​ແດນ ​ແລະ​ພັກ​ຢູ່​ໃນ​ສູນ​ຕ່າງໆ ​ກ່ອນ​ຈະຂຶ້ນ​ລົດ​ເມ ​ແລະ​ລົດ​ໄຟ​ເພື່ອ​ໄປ​ຫາຈຸດ​ໝາຍປາຍ​ທາງ​ແຫ່ງ​ອື່ນໆ. ຢູ່ທີ່​ສູນ ​ແລະສະຖານີແຫ່ງ​ຕ່າງໆນັ້ນ ບັນ​ດາອາສາສະຫມັກຊ່ວຍພວກເຂົາເຈົ້າ ໂດຍການ​ສະ​ໜອງສິ່ງ​ທີ່ຕ້ອງ ການພື້ນຖານບາງຢ່າງ. Mary Mgawe ມີລາຍ​ງານເລື້ອງນີ້ ຊຶ່ງ​ ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສູນ​ອົບ​ພະ​ຍົມ ຄໍ​ໂຊວາ (Korczowa), ທີ່ຢູ່​ຫ່າງຈາກຊາຍແດນຢູ​ເຄ​ຣນ- ໂປແລນພຽງ​ແຕ່ສອງສາມ ກິໂລແມັດເທົ່າ​ນັ້ນ ແມ່ນຈຸດທາງຜ່ານ ສໍາລັບ ຊາວອົບພະຍົບຈາກຢູເຄ​ຣນ.

ທັນ​ທີ​ທັນ​ໃດ​ທີ່​ເຂົາ​ເຈົ້າ​ໄປ​ເຖິງທີ່ນັ້ນ ອາ​ສາ​ສະ​ຫມັກ​ກໍ​ທັກ​ທາຍສະ​ບາຍ​ດີ​ຊາວ​ອົບ​ພະ​ຍົບ ​ແລະ​ເອົາ​ສະ​ບຽງ​ອາ​ຫານ, ນໍ້າ​ ແລະ​ສິ່ງ​ຈໍາ​ເປັນ​ອື່ນໆ ໃຫ້.

ພວກເຂົາເຈົ້າມາຈາກປະເທດໂປແລນ ແລະພາກສ່ວນອື່ນຂອງໂລກ ຄື​ກັບ ອາສາສະໝັກສອງຄົນນີ້ ທີ່​ມາຈາກເຢຍຣະມັນ.

​ທ້າວຊາ​ຊາ (Sasha) ເວົ້າ​ວ່າ ລາວ​ມາ​ຊ່ວຍ​ເຫຼືອອົບ​ພະ​ຍົບ​ດ້ວຍ​ຕົວ​ເອງ ຫຼັງ​ຈາກ​ໄດ້​ເລີ່ມທຳການ​ຊ່ວຍ​ເຫຼືອ ​ຢູ່​ປະ​ເທດ​ຂອງ​ຕົນແລ້ວ.

ທ້າວຊາ​ຊາ ອາສາສະຫມັກຈາກເຢຍຣະມັນເວົ້າ​ວ່າ:
“ຂ້ອຍ​ໄດ້ຈັດ​ຕັ້ງສິ່ງ​ຕ່າງໆ, ສະນັ້ນ​ພວກ​ເຮົາ​ເກັບ​ກໍາ​ຂໍ້​ມູນ​ຜ່ານທາງ​ເຟ​ສ​ບຸກ​ຢູ່ໃນ​ເມືອງທີ່​ບ້ານ​ຂອງ​ພວກເຮົາຢູ່. ​ແລະ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼາຍກວ່າ​ຮ້ອຍ​ກວ່າ​ຄົນກໍ​ໄດ້​ມາ​ມອບ​ອາຫານ, ​ເຄື່ອງນຸ່ງ​ຫົ່ມ​ຈຳນວນ​ຫຼວງ​ຫຼາຍ ​ແລະ​ໄດ້​ບໍລິ ຈາກ​ເງິນ​ຈຳນວນ​ນຶ່ງ. ໂດຍທີ່​ມີເງິນນັ້ນ ພວກເຮົາຈຶ່ງສາມາດມາທີ່ນີ້ໄດ້. ພວກ ເຮົາບໍ່ໄດ້ຮັບເງິນຄ່າຈ້າງ. ພວກເຮົາໃຊ້ມັນສໍາລັບຊື້ນໍ້າມັນເຊື້ອໄຟ. ມັນເປັນ ການອາສາສະຫມັກ. ແຕ່ມັນກໍ່ດີເພາະວ່າ ພວກເຮົາມີຫຼາຍສິ່ງ​ຫລາຍຢ່າງແລ້ວ ຢູ່​ປະ​ເທດ​ເຮົາ. ພວກເຮົາເອົາມາ​ຈາກອາຟຣິກາຢ່າງ​ຫລວງ​ຫລາຍ. ພວກ​ເຮົາເອົາ​ມາ​ຈາກ​ປະ​ເທດ​ທີ່​ເປັນຫົວ​ເມືອງ​ຂຶ້ນ​ທັງ​ໝົດຢ່າງ​ຫລວງ​ຫລາຍ​ແລ້ວ​. ພວກ ເຮົາຕ້ອງເອົາບາງສິ່ງບາງຢ່າງຄືນໃຫ້ຄົນ.”

ມີລົດເມ​ຫລາຍ​ຄັນຂົນສົ່ງຄົນ ຈາກສູນອົບພະຍົບ ຄໍ​ໂຊວາ ໄປຫາສະຖານີລົດ ໄຟໃຫຍ່ໃນເມືອງປ​ຣະ​ເຊ​ມ​ມິ​ສ​ລ໌ (Przemyśl). ສະຖານີລົດໄຟແຫ່ງນີ້ ແມ່ນ ຈຸດເດີນ​ທາງຜ່ານທີ່ສໍາຄັນສໍາລັບຊາວອົບພະຍົບ. ຈາກທີ່ນີ້, ເຂົາເຈົ້າຂຶ້ນລົດໄຟ ໄປເມືອງອື່ນໆ ໃນໂປແລນ ແລະແມ່ນກະທັ້ງໄປ ຫາປະເທດເພື່ອນບ້ານ ອື່ນໆ ອີກ​ດ້ວຍ.

ນາງ​ດາ​ເຣຍ, ຄູສອນທິດສະດີດ້ານດົນຕີຈາກຢູເຄ​ຣນ, ກໍາລັງລໍຖ້າຢູ່​ກັບລູກ ຊາຍສອງຄົນຂອງນາງ ເພື່ອຈະ​ຂີ່ລົດໄຟໄປປະເທດສະວີເດັນ. ນາງຢາກຢູ່ ໃນຢູເຄ​ຣນ ແລະຊ່ວຍເຫຼືອປະ​ເທດ ແຕ່ກໍ​ເວົ້າວ່າ ນາງຕ້ອງໄດ້ຄິດກ່ຽວກັບ ຄວາມປອດໄພຂອງລູກຊາຍນາງ.

ນາງ​ດາ​ເຣຍຊາວອົບພະຍົບຢູເຄຣນເວົ້າ​ວ່າ:
“ຜົວຂອງຂ້ອຍຢູ່ໃນຢູເຄ​ຣນ. ລາວຢູ່ໃນຢູເຄ​ຣນເພື່ອປົກປ້ອງປະເທດຂອງລາວ. ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ອອກ​ໜີ​ມາ ​ເພາະ​ວ່າ​ຂ້ອຍ​ເປັນ​ຫ່ວງກ່ຽວ​ກັບ​ຊີ​ວິດ​ຂອງ​ພວກເຂົາ​, ຮູ້​ບໍ? ຂ້ອຍບໍ່ຄິດດອກກ່ຽວກັບຊີວິດຂອງຂ້ອຍ, ກ່ຽວກັບຕົວ ເອງ. ແຕ່ຂ້ອຍມີລູກ, ສະນັ້ນຂ້ອຍຕ້ອງໄດ້ຄິດກ່ຽວກັບພວກເຂົາ, ຄິດ​ກ່ຽວ​ກັບ​ວ່າ ຈະປົກປ້ອງພວກເຂົາແນວໃດດີ, ເຈົ້າຮູ້ບໍ່?”

ມີອາສາສະໝັກຫຼາຍຄົນຢູ່ທີ່ສະຖານີລົດໄຟ. ບາງຄົນກໍາລັງສະຫນອງ​ທີ່​ພັກ​ເພື່ອ ຄວາມ​ສະ​ດວກໃຫ້ແກ່ ແມ່ຍິງ ແລະເດັກນ້ອຍໃນຂະນະທີ່ພວກເຂົາເຈົ້າລໍຖ້າຢູ່​ທີ່ນັ້ນ. ຄົນອື່ນໆກໍໃຫ້ບໍລິການອາຫານທີ່ອຸ່ນຢູ່ໃນ​ສະ​ຖາ​ນີ​ລົດ​ໄຟ. ອາສາສະໝັກ ອີກຄົນນຶ່ງ – ທີ່ຊື່ວ່າຊາ​ຊາ (Sasha) ຄື​ກັນແມ່ນ​ໄດ້ມາກັບຄອບຄົວຂອງ ນາງຈາກເມືອງອ​ອ​ສ​ຕີນ, ລັດ​ເທັກ​ຊັ​ສ.

ນາງ​ຊາ​ຊາ, ອາສາສະຫມັກຈາກລັດ​ເທັກ​ຊັ​ສ​ເວົ້າ​ວ່າ:
“ຂ້ອຍ​ກໍມີ​ແຕ່​ມາ​ກັບ​ຄອບ​ຄົວ​ຂອງ​ຂ້ອຍ​ ເພື່ອ​ອາ​ສາ​ສະ​ຫມັກ​ແລະຊ່ວຍ​ເຫຼືອ ​ໃນ​ທຸກ​ແຫ່ງ​ທີ່​ຂ້ອຍ​ສາ​ມາດ​ເຮັດ​ໄດ້. ຄອບຄົວຂອງຂ້ອຍເວົ້າພາສາຣັດເຊຍໄດ້ແລະ ສະນັ້ນ ພວກເຮົາຮູ້ສຶກວ່າພວກເຮົາມີຄວາມ ສາມາດ ພິເສດທີ່ຈະມາບ່ອນ​ໜີ້ເພາະ ວ່າພວກເຮົາສາມາດແປພາສາໄດ້.”

ໃນຂະນະທີ່ກຳ​ລັງລໍຖ້າລົດໄຟຢູ່ນັ້ນ ນາງ​ດາ​ເຣຍເວົ້າວ່ານາງຮູ້ສຶກເສົ້າ​ໃຈ​ຫລາຍ ກ່ຽວກັບສິ່ງທີ່ເກີດຂຶ້ນ ຢູ່ໃນປະ​ເທດຂອງນາງ.

ນາງ​ດາ​ເຣຍ ຊາວອົບ​ພະ​ຍົບຢູເຄຣນກ່າວ​ວ່າ:
“ມັນຮູ້ສຶກເປັນຕາຢ້ານ, ເປັນຕາຢ້ານ, ເພາະວ່າຄົນບ້າຄົນຜູ້​ນຶ່ງເຂົ້າມາເຮືອນ ຂອງຂ້ອຍ ແລະທຳ ລາຍທຸກ​ສິ່ງທຸກຢ່າງເລີຍ. ທໍາລາຍເຮືອນຂອງໃຜຜູ້ນຶ່ງ ແລະທໍາລາຍຊີວິດຂອງໃຜຜູ້ນຶ່ງ, ເຈົ້າຮູ້ບໍ? ມັນເປັນຄວາມຮູ້ສຶກທີ່ເປັນ​ຕາ​ຢ້ານ​ແທ້ໆ.”

​ໃນ​ຕອນນີ້ ນາງເປັນ​ຊາວ​ອົບ​ພະ​ຍົບ​ ​ ແຕ່​ນາງກໍ​ມີ​ຄວາມ​ຫວັງ​ວ່າ​ມື້​ນຶ່ງ ​ນາງ​ຈະ​ສາ​ມາດ ໄດ້​ກັບ​ຄືນໄປອີກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ:

Ukrainian refugees are still arriving in Poland. Many are coming through border crossings and staying in camps before boarding buses and trains to reach other destinations. At the camps and stations, volunteers help them with some basic needs. Mary Mgawe has the story.

Korczowa camp, just a few kilometers from the Ukrainian-Polish border, is a transit point for refugees from Ukraine.

As soon as they arrive, volunteers greet the refugees and offer food, water and other necessities.

They come from Poland and others part of the world, like these two volunteers from Germany.

Sasha says he came to help in person after starting aid efforts at home.

Sasha, Volunteer From Germany:
“I was organizing the thing, so we collected via Facebook in the home city. And within a few hours, over a hundred people came over and gave a lot of food, a lot of clothes and also a little bit of donations. With this money, we can be here. We are not getting paid. We use it for fuel. It is volunteering. But it is nice because we have so much at home. We took so much from Africa. We took so much from all the colonized countries. We have to give something back.”

There are buses transporting people from the Korczowa refugee camp to the main train station in Przemyśl. This train station is a major transit point for refugees. From here, they board trains to other cities in Poland and even to other neighboring countries.

Daria, a music theory teacher from Ukraine, is waiting with her two sons for a train to Sweden. She wanted to stay in Ukraine and help but says she had to think about the safety of her sons.

Daria, Ukrainian Refugee:
“My husband is in Ukraine. He stayed in Ukraine to protect his country. We decided to leave because I worry about their lives, you know? I don’t think about my life, about myself. I have kids, so I have to think about them, how to protect them, you know?”

There are many volunteers at the train station. Some are providing accommodation for women and children while they wait. Others are serving warm meals at the platform. Another volunteer – also named Sasha - came with her family from Austin, Texas.

Sasha, Volunteer from Texas:
“I just came with my family to volunteer and help out anywhere I can. My family speaks Russian and so we felt like we were uniquely qualified to come because we can translate.”

As she waits for the train, Daria says she’s overwhelmed with what is happening in her home.
Daria, Ukraine Refugee:
“It feels horrible, horrible, because one crazy guy came to my home and destroy(ed) everything. Destroy(ed) somebody’s houses and destroy somebody’s life, you know? It’s a horrible feeling.”
A refugee for now, but she has hope that one day she will be able to return.

XS
SM
MD
LG