ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຍົກຍ້າຍຖິ່ນຖານ ອິນເດຍ ທີ່ໄດ້ຍ້າຍອອກຈາກຕົວເມືອງຕ່າງໆ ໃນລະຫວ່າງການກັກບໍລິເວນ ໄດ້ພາກັນຍ້າຍກັບໄປຄືນ


India Pandemic Lockdown Anniversary -- USAGM
please wait

No media source currently available

0:00 0:03:08 0:00

ນຶ່ງປີທີ່ຜ່ານມາ, ອິນເດຍ ໄດ້ອອກລະບຽບການກັກບໍລິເວນ ທີ່ເຄັ່ງຄັດທີ່ ສຸດສະບັບນຶ່ງໃນໂລກເຮັດໃຫ້ກຳມະກອນຍົກຍ້າຍຖິ່ນຖານໃນທ້ອງຖິ່ນຫຼາຍລ້ານ ຄົນ ໜີຈາກເມືອງ ທີ່ແອອັດທີ່ສຸດຂອງເຂົາ ເຈົ້າ. ໃນບໍ່ເທົ່າໃດເດືອນທີ່ຜ່ານມານີ້, ຫຼາຍຄົນໄດ້ກັບຄືນໄປ, ບາງຄົນແມ່ນໄດ້ວຽກງານໃນເສດ ຖະກິດທີ່ກຳລັງຟື້ນຕົວ ຢ່າງຊ້າໆຈາກການຕົກຕໍ່າທີ່ສຸດ ໃນຮອບຫຼາຍທົດສະວັດ, ແຕ່ຄົນອື່ນໆແມ່ນຍັງດີ້ນຮົນຢູ່. ນັກຂ່າວ ວີໂອເອ ອານຈະນາ ປາຣິສຈາ ມີລາຍງານຈາກນະຄອນ ຫຼວງ ນິວເດລີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນ ດັບຕໍ່ໄປ.


ກຳມະກອນຍົກຍ້າຍຖິ່ນຖານພວກນີ້ແມ່ນລວມຢູ່ໃນກຳມະກອນຫຼາຍລ້ານຄົນຜູ້ທີ່ ໄດ້ຍ່າງຫຼາຍຮ້ອຍກິໂລແມັດ ກັບໄປບ້ານຂອງເຂົາເຈົ້າ ຫຼັງຈາກຕົວເມືອງຕ່າງໆ ຂອງ ອິນເດຍ ທີ່ໄດ້ປິດຢ່າງກະ ທັນຫັນເມື່ອນຶ່ງປີທີ່ຜ່ານມາ ເພື່ອກຳຈັດໂຣກລະ ບາດ COVID-19. ຄົນອື່ນໆແມ່ນໄດ້ແຫຍ້ກັນເຂົ້າໄປໃນລົດເມ. ຜູ້ຍົກຍ້າຍຖິ່ນ ຖານ ທີ່ພາກັນອົບພະຍົບໜີຢ່າງຫຼວງຫຼາຍໄດ້ຖືກປະຖິ້ມ. ໂດຍປາສະຈາກວຽກງານ ແລະ ເງິນ ຍ້ອນວິກິດການດ້ານມະນຸດສະທຳ.

ຊີວິດໃນໝູ່ບ້ານຕ່າງໆ ກໍບໍ່ສະດວກສະບາຍເຊັ່ນກັນ.

ທ່ານ ຄາມາລ ຊິງ, ອະດີດຄົນຂັບລົດຕັກຊີ ກ່າວວ່າ “ຂ້າພະເຈົ້າເຄີຍທຸບກ້ອນຫີນຈາກພູນ້ອຍເພື່ອໄປຂາຍໃຫ້ຄົນທີ່ກຳລັງສ້າງເຮືອນ. ນັ້ນແມ່ນວິທີທີ່ຂ້າພະເຈົ້າຢູ່ລອດ.”

ທ່ານ ອາຣຸນ ຢາດາຟ, ພະນັກງານຂາຍອາຫານ ກ່າວວ່າ “ຂ້າພະເຈົ້າໄດ້ພະຍາຍາມຊອກຫາບາງຢ່າງທີ່ສ້າງລາຍໄດ້ ແລະ ເບິ່ງແຍງຄອບຄົວ, ແຕ່ຂ້າພະເຈົ້າເຮັດຫຍັງບໍ່ໄດ້ຍ້ອນການກັກບໍລິເວນ.”

ການປິດປະເທດດົນຫຼາຍເດືອນຂອງ ອິນເດຍ ໄດ້ນຳໄປສູ່ການຫວ່າງງານຢ່າງ ຫຼວງຫຼາຍໃນປະ ເທດ. ບ່ອນທີ່ຜູ້ຍົກຍ້າຍຖິ່ນຖານນບ້ານນອກຄໍ້າຢັນເສດຖະກິດໃນຕົວເມືອງໃຫຍ່, ເຮັດວຽກເປັນຄົນຂັບລົດ, ກຳມະກອນກໍ່ສ້າງ, ຖີບລົດສາມລໍ້ ຫຼື ຮ້ານຕາມແຄມຖະໜົນ, ແລະ ອື່ນໆ. ພາກສ່ວນທີ່ບໍ່ມີການຈັດຕັ້ງຢ່າງກວ້າງຂວາງນີ້ປະກອບເປັນຫຼາຍກວ່າ 90 ເປີເຊັນຂອງການລ້ຽງຊີບຢູ່ໃນປະ ເທດ.

ທ່ານ ອາຣຸນ ຄູມາ ນັກເສດຖະສາດ ກ່າວວ່າ “ຍ້ອນແນວນັ້ນມັນຈຶ່ງເປັນພຽງ ອິນເດຍ ຈາກຫຼາຍເສດຖະກິດທີ່ໃຫຍ່ທີ່ເຈົ້າຈະເຫັນການຍົກຍ້າຍຖິ່ນຖານ ຈາກເຂດຕົວເມືອງໄປຫາເຂດຊົນນະບົດ. ເຈົ້າຈະບໍ່ເຫັນສິ່ງທີ່ເປັນການຍົກຍ້າຍຖິ່ນຖານຂະໜາດໃຫຍ່ແບບນີ້ໃນ ສະຫະລັດ ຫຼື ອັງກິດ ຫຼື ໃນ ຈີນ ແລະ ອື່ນໆ. ເພາະວ່າເຂົາເຈົ້າບໍ່ມີພາກສ່ວນທີ່ບໍ່ມີການຈັດຕັ້ງຂະໜາດໃຫຍ່ແບບນັ້ນ ແລະ ພາກສ່ວນທີ່ບໍ່ມີການຈັດຕັ້ງບໍ່ມີຄວາມທຸກຍາກຄືຢູ່ໃນ ອິນເດຍ. ຍ້ອນແນວນັ້ນ ອິນເດຍ ຈຶ່ງຖືກກະທົບໜັກເປັນພິເສດ.”

ວິກິດການດ້ານເສດຖະກິດທີ່ຮ້າຍແຮງທີ່ສຸດຂອງ ອິນເດຍ ໄດ້ນຳເອົາຄວາມລຳບາກມາສູ່ປະຊາ ຊົນຫຼາຍກວ່າສົງຄາມ, ອີງຕາມທ່ານ ຄູມາ.

ທ່ານ ອາຣຸນ ຄູມາ ກ່າວວ່າ. “ສິ່ງທີ່ໄດ້ເກີດຂຶ້ນໃນສົງຄາມກໍແມ່ນວ່າທຸກຄົນແມ່ນຫຍຸ້ງກັບການຕໍ່ສູ້ໃນສົງຄາມ, ທຳການຜະລິດເພື່ອສົງຄາມ ແລະ ອື່ນໆ. ແຕ່ອັນນີ້ຍ້ອນວ່າປະຊາຊົນບໍ່ໄດ້ເຮັດວຽກ, ສະນັ້ນ ມັນກໍຈະມີການຫວ່າງງານ ແລະ ຍ້ອນແນວນັ້ນເສດຖະກິດຈຶ່ງໄດ້ຕົກຕໍ່າຢ່າງໜັກຫຼາຍ.”

ໃນຂະນະທີ່ເມືອງຕ່າງໆໄດ້ເປີດຄືນ, ຫຼາຍຄົນໄດ້ກັບຄືນມາເພື່ອຊອກຫາອາຊີບ. ແຕ່ໂຣກລະບາດໄດ້ປ່ຽນແປງຕົວເມືອງຕ່າງໆ. ທ່ານ ຄາມາລ ຊິງ ໄດ້ຂາຍລົດຕັກຊີຂອງລາວ, ບັນທັດຖານໃໝ່ຂອງການເຮັດວຽກຢູ່ບ້ານໝາຍຄວາມວ່າ ລາວມີລູກຄ້າໜ້ອຍຫຼາຍ.

ທ່ານ ຄາມາລ ຊິງ ກ່າວວ່າ “ຂ້າພະເຈົ້າເຄີຍຂັບລົດປະມານ 100 ຫາ 150 ກິໂລແມັດຕໍ່ມື້ແຕ່ມີຄົນຂີ່ນຳບໍ່ເທົ່າໃດຄັ້ງ. ແລະເງິນທີ່ຂ້າພະເຈົ້າຫາໄດ້ກໍຄວບຄຸມຄ່າໃຊ້ຈ່າຍໃນລົດຕັກຊີຂອງຂ້າພະເຈົ້າພຽງໜ້ອຍດຽວ.”

ບາງຄົນແມ່ນໂຊກດີກວ່າ. ວຽກແມ່ນໄດ້ກັບຄືນມາ ໃນຂະນະທີ່ເສດຖະກິດໄດ້ ຟື້ນຟູຄືນ. ທ່ານ ຢາດາຟ ຖືກພົບເຫັນໄດ້ວຽກໃໝ່ເມື່ອສອງເດືອນທີ່ຜ່ານມາຢູ່ຮ້ານຂາຍອາຫານ.

ທ່ານ ອາຣຸນ ຢາດາຟ ກ່າວວ່າ “ດຽວນີ້ທຸກຢ່າງແມ່ນດີ. ຂ້າພະເຈົ້າຍັງໄດ້ສົ່ງ ຄືນເງິນກູ້ຢືມທີ່ຂ້າພະ ເຈົ້າໄດ້ເອົາມາດ້ວຍ.”

ແຕ່ຮອຍແປ້ວຈາກໂຣກລະບາດແມ່ນເລິກເຊິ່ງ.

ທ່ານ ອາຣຸນ ຢາດາຟ ກ່າວວ່າ “ຂ້າພະເຈົ້າຢ້ານຕະຫຼອດວ່າ ຖ້າອີກບັນຫານຶ່ງເກີດຂຶ້ນມາອີກ, ຂ້າພະເຈົ້າຈະຈັດການໂດຍສະເພາະຖ້າຄອບຄົວຂອງຂ້າພະເຈົ້າໃຫຍ່ຂຶ້ນໄດ້ແນວໃດ. ສິ່ງນີ້ແມ່ນຄວາມຫຍຸ້ງຍາກ ສຳລັບຂ້າພະເຈົ້າ.”

ຄຳຖາມທີ່ວ່ານັ້ນ ໄດ້ສ້າງຄວາມຮີບດ່ວນອັນໃໝ່ຂຶ້ນມາໃນຂະນະທີ່ບາງພາກສ່ວນຂອງ ອິນເດຍ ແມ່ນກຳລັງຖືກກະທົບກັບຄື້ນຫົວທີສອງ.

A year ago, India imposed one of the world’s strictest lockdowns resulting in an exodus of millions of domestic migrant workers from its crowded cities. In recent months, many have returned – some are finding jobs in an economy that is slowly recovering from its worst fall in decades, but others are still struggling. Anjana Pasricha has a report from New Delhi.

These migrant workers were among millions who trekked hundreds of kilometers to their village homes after Indian cities abruptly shuttered a year ago to stave off the Covid 19 pandemic. Others scrambled to get on to buses. The mass exodus of migrants stranded without jobs and money sparked a humanitarian crisis.

Life in villages was not easy either.

“I used to break stones from a small hill close by to sell to people building homes. That is how I managed to get by.”

“I tried to find something that would yield an income and sustain the family, but I could do nothing due to the lockdown.”

India’s months-long shutdown led to mass unemployment in a country where rural migrants sustain the big city economy, working as drivers, construction labor, rickshaw pullers or at street stalls, among other things. This vast unorganized sector accounts for more than 90 percent of the country’s livelihoods.

“That is why it is only in India out of the major economies that you saw mass migration from urban to rural areas. You did not see this mass migration taking place in the U.S. or in UK or in China, etc. because they don’t have such a large unorganized sector. And the unorganized sector does not have the kind of poverty that is there in India. That is why India was particularly hard hit.”

India’s worst economic crisis brought more hardship than war, says Kumar.

“What happens in war is that everybody is busy fighting the war, producing for the war etc. but here because people are not working, so unemployment is there…. and that is why the economy dropped very sharply.”

As cities reopen, many people have returned to search for livelihoods. But the pandemic has changed cities. Kamal Singh sold his cab -- the new norm of working from home meant he got very few customers.

“I used to roam around 100 to 150 kilometers a day but get few rides. And the money I earned barely covered my expenses on the cab.”

Some have been luckier. Jobs are returning as the economy recovers. Yadav found employed two months ago at a food counter.

“Now everything is good. I have even returned the loans I took.”

But the pandemic’s scars run deep.

“I am always fearful that suppose another such problem comes, how will I manage specially if my family increases. This really troubles me.”

That question has acquired new urgency as some parts of India grapple with a second wave.

XS
SM
MD
LG