ໃນປະເທດອິນເດຍ, ລາຍໄດ້ຈາກການປູກຝັງ ທີ່ໜ້ອຍຫຼາຍ ໄດ້ກະຕຸ້ນໃຫ້ຫຼາຍໆຄົນໃນຂົງເຂດຊົນນະບົດ ຍົກຍ້າຍໄປຢູ່ໃນຕົວເມືອງເມື່ອຫຼາຍທົດສະວັດທີ່ຜ່ານມາ. ແຕ່ລຸນຫລັງການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນໃຫ້ເກີດຄື້ນຟອງ ການຍົກຍ້າຍຈາກຕົວເມືອງໄປຂົງເຂດຊົນນະບົດຄືນ, ຫລາຍຄົນ ເລີ້ມຕົ້ນດຳເນີນທາງເລືອກຂອງທຸລະກິດໃນດ້ານກະສິກໍາ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມຟື້ນຟູຊີວິດການເປັນຢູ່ຂອງພວກເຂົາຄືນໃໝ່ຢູ່ໃນຂົງເຂດຊົນນະ ບົດ. ອັນຈານາ ພາສຣີຊາ (Anjana Pasricha) ມີລາຍງານວ່າ ການລົງທືຶທີ່ມີຄວາມສ່ຽງເຫຼົ່ານີ້ ໄດ້ເພີ້ມຄວາມຫວັງໃນການຟື້ນຟູເສດຖະກິດຊົນນະບົດແລະ ສ້າງຊີວິດການເປັນຢູ່. ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ.
ທ້າວປັບປູ ຄູມາ (Pappu Kumar) ໄດ້ເກັບກ່ຽວຜົນລະປູກຂີ້ໝິ້ນ ຄັ້ງທຳອິດຂອງລາວ. ລາວຫວັງວ່າ ມັນຈະປ່ຽນແປງດິນປູກຝັງທີ່ຖືກປະຖິ້ມາເປັນເວລາຫຼາຍປີ ໃນບ້ານ ຮາດຽລ (Hardial) ທີ່ຕັ້ງຢູ່ທາງພາກເຫນືອຂອງອິນເດຍນັ້ນ ມາເປັນທຸລະກິດທີ່ຮັ່ງມີ.
ທ້າວຄູມາ ປະຊາຊົນຈາກໝູ່ບ້ານຮາດຽລ ກ່າວເປັນພາສາຮິນດີວ່າ:
“ມີຜົນປະໂຫຍດຫຼາຍ ໃນການປູກຂີ້ໝິ້ນ. ພືດພື້ນເມືອງທີ່ພວກເຮົາປູກ ເຊັ່ນ: ໝາກສາລີ ແລະເຂົ້າເບລ່ ມັກຈະເປັນພະຍາດ. ສັດທີ່ປ່ອຍຕາມໝູ່ບ້ານ ຫຼືແມ່ນແຕ່ສັດປ່າເຊັ່ນ ກວາງ ກໍມັກກິນຜົນລະປູກ.”
ດ້ວຍການສິ້ນຫວັງກັບຄວາມທ້າທາຍໃນການປູກຝັງ ແລະລາຍຮັບທີ່ລາວໄດ້ນັ້ນມັນໜ້ອຍຫຼາຍ, ລາວກໍເປັນຜູ້ນຶ່ງໃນບັນດາຫລາຍພັນຄົນ ທີ່ອອກໄປເຮັດວຽກຢູ່ໃນໂຕເມືອງ. ທົ່ງນາອັນກວ້າງໃຫຍ່ໄພສານ ໄດ້ກາຍມາເປັນທົ່ງນາທີ່ຖືກປະຖິ້ມໃຫ້ຮົກຮ້າງ. ລາວກັບຄືນເມື່ອບ້ານ ເມື່ອການລະບາດ ຂອງພະຍາດ COVID-19 ເຮັດໃຫ້ຊີວິດການເປັນຢູ່ຂອງຊາວຊົນນະບົດ ພັບຄວາມຫຍຸ້ງຍາກ.
ລາວໄດ້ຮັບແຮງບັນດານໃຈ ໃຫ້ປູກຂີ້ໝິ້ນໂດຍນາຍທະຫານບຳນານຄົນນຶ່ງ, ຜູ້ເຊິ່ງພາຍຫຼັງ ໄດ້ກັບຄືນມາຢູ່ບ້ານຂອງລາວ ແລ້ວຫັນມາເຮັດໄຮ່ ດ້ວຍການປູກເຄື່ອງເທດ, ເຊິ່ງຖືກນຳໃຊ້ຢ່າງກວ້າງຂວາງ ໃນການປຸງແຕ່ງອາຫານອິນເດຍ. ການປູກພືດທີ່ທົນທານນີ້ຕ້ອງການແຮງງານ ແລະນໍ້າເລັກໜ້ອຍ, ພ້ອມກັນນັ້ນ ພືດດັ່ງກ່າວ ກໍຍັງບໍ່ໄດ້ຖືກລົບກວນ ໂດຍສັດຕ່າງໆເຊັ່ນ: ພວກລີງ ແລະ ງົວຄວາຍ ທີ່ປ່ອຍຕາມເດີ່ນບ້ານ.
ທ້າວພີຊີ ຣານາ (P.C. Rana), ປະຊາຊົນຊາວເມືອງຮາເມຍເປີ (Hamirpur) ກ່າວເປັນພາສາຮິນດີວ່າ:
"ຂ້ອຍປູກຂີ້ໝິ້ນ ເພາະວ່າມັນບໍ່ໄດ້ຮັບຜົນກະທົບຈາກພະຍາດ, ມັນມີຄຸນສົມບັດເປັນຢາຕ້ານເຊື້ອ...ແລະຂ້ອຍກໍໄດ້ຕັດສິນໃຈ ແຂ່ງກັບຜູ້ອື່ນດ້ານຄຸນນະພາບ."
ທ້າວຣານາ, ປັດຈຸບັນຖືກຮ້ອງວ່າ "ທ້າວຂີ້ໝິ້ນ", ປູກຫຼາຍແນວພັນທີ່ມີອັດຕາສ່ວນຂອງສານສີເຫຼືອງສູງ ເຊິ່ງເຮັດໃຫ້ເຄື່ອງເທດມີສີເຫຼືອງ ແລະ ມີຜົນປະ ໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ລາວປູກມັນແບບບໍ່ມີສານພິດ, ຂີ້ໝິ້ນ ຍັງປົກປ້ອງດິນ ແລະໃຫ້ຜົນກໍາໄລທີ່ສູງຂຶ້ນອີກດ້ວຍ.
ທ້າວຣານາ ກ່າວເປັນພາສາຮິນດີ ວ່າ:
"ບໍ່ຄວນໃຫ້ມີລົດໄຖນາມາໄຖນາ ແລະ ບໍ່ຄວນໃຊ້ຢາປາບສັດຕູພືດ ຫຼື ສານເຄມີໃດໆຕໍ່ການປູກພືດຕ່າງໆ."
ປະຈຸບັນ, ຂີ້ໝິ້ນ ແມ່ນໄດ້ຮັບການປູກຫຼາຍໂດຍຊາວກະສິກອນ. ນອກນັ້ນ ຍັງມີທາງເລືອກອື່ນອີກ ໃນການກະເສດແບບດັ້ງເດີມເຊັ່ນ: ການລ້ຽງປາເທຣົ້າ ທີ່ໄດ້ຮັບຄວາມສົນໃຈເຊັ່ນກັນນັບຕັ້ງແຕ່ການລະບາດຂອງພະຍາດ COVID-19 ເປັນຕົ້ນມາ ເມື່ອຄື້ນຟອງການຍົກຍ້າຍກັບຄືນບ້ານເກີດເພີ້ມຂຶ້ນໄວວາ. ປາດັ່ງ ກ່າວ ຈະເລີນເຕີບໂຕຢູ່ໃນສາຍນ້ໍາເຢັນທີ່ຕັດຜ່ານບໍລິເວນເນີນພູຢູ່ໃນພາກພື້ນ.
ທ່ານນາງມາດູ ຊາມາ (Madhu Sharma), ຫົວຫນ້າພະແນກການປະມົງທີ່ມະຫາວິທະຍາໄລກະສິກໍາ CSK ໃນເມືອງ ປາລໍາເປີ (Palampur) ກ່າວວ່າ:
"ນີ້ແມ່ນທຸລະກິດທີ່ດີສໍາລັບໄວຫນຸ່ມທີ່ຫວ່າງງານ……ເຊິ່ງພວກເຂົາເຈົ້າໄດ້ກັບຄືນບ້ານເກີດຂອງພວກເຂົາ ແລະກໍາລັງຊອກຫາໂອກາດ."
ທ້າວອາຈຸນ ຄູມາ (Arjun Kumar), ອະດີດຜູ້ຮັບເໝົາກໍ່ສ້າງ, ໄດ້ສ້າງທຸລະກິດທີ່ປະສົບຜົນສຳເລັດໃນການຂາຍປາເທຣົ້າ ແລະ ກໍາລັງສ້າງຕັ້ງໂຮງງານຝັກໄຂ່ເພື່ອຜະລິດພັນໄຂ່ປາ (ປະສົມພັນໄຂ່), ເຊິ່ງມັນໄດ້ເພີ້ມລາຍຮັບໃຫ້ແກ່ລາວຢ່າງໄວວາ.
ທ້າວຄາຈຸນ ຄູມາ, ຊາວເມືອງປາລໍາເປີ ກ່າວເປັນພາສາຮິນດີວ່າ:
"ໃນສອງປີທີ່ຜ່ານມາ ຂ້ອຍຂາຍແນວພັນປາໄດ້ໃນລາຄາ 6,000 ໂດລາຕໍ່ປີແລະ ປາເທຣົ້າ ເປັນມູນຄ່າປະມານ 70 ໂດລາຕໍ່ມື້."
ທ້າວເມສ ຈາສວາລ (Ramesh Jaswal), ຜູ້ທີ່ໄດ້ເລີ່ມຕົ້ນ ການລ້ຽງປາໃນຟາມລ້ຽງປາຂອງລາວເມື່ອຫລາຍປີກ່ອນກ່າວວ່າ ມີຄວາມສ່ຽງທີ່ຄາດບໍ່ເຖິງໃນອະນາຄົດຂ້າງໜ້າເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ.
ທ້າວຣາເມສ ຈາສວາລ, ປະຊາຊົນທີ່ອາໄສໃນເມືອງມານດີ ກ່າວເປັນພາສາຮິນດິວ່າ:
“ສະພາບໂລກຮ້ອນ ກໍາລັງສ້າງບັນຫາບາງຢ່າງ, ພວກເຮົາບໍ່ໄດ້ຮັບປະລິມານ ນໍ້າຝົນ ຫຼື ຫິມະຕົກຕາມເວລາ. ແຕ່ພວກເຮົາຈະຍັງຄົງສືບຕໍ່ດໍາເນີນການຕໍ່ໄປ ຈົນກ່ວາທໍາມະຊາດທັງໝົດຈະອໍານວຍ."
ຫຼາຍຄົນພົບວ່າ ຊີວິດຢູ່ໃນຊົນນະບົດດີກວ່າ ຢູ່ໃນໂຕເມືອງ.
ທ້າວອາຈຸນ ຄູມາ ກ່າວເປັນພາສາຮິນດີວ່າ:
“ປັດຈຸບັນນີ້ ຂ້ອຍເຮັດວຽກດ້ວຍຈິດໃຈທີ່ເປັນອິດສະຫຼະ. ໃນຂະນະທີ່ເປັນຜູ້ຮັບ
ເໝົາ ຂ້ອຍຕ້ອງໄດ້ແລ່ນໄປນັ້ນໄປນີ້.”
ທ້າວປັບປູ ຄູມາ ກ່າວເປັນພາສາຮິນດີວ່າ:
"ແທນທີ່ຊິໄປຊອກຫາວຽກຢູ່ຂ້າງນອກ, ຂ້ອຍຕ້ອງການປ່ຽນພື້ນທີ່ປູກຝັງຂອງຂ້ອຍ ໃຫ້ເປັນພື້ນທີ່ທາງທຸລະກິດທີ່ມີກໍາໄລ."
ຄວາມຫວັງ ແມ່ນການດໍາເນີນທຸລະກິດດ້ານກະສິກຳ ທີ່ຈະຜັກດັນເສດຖະກິດຢູ່ໃນຂົງເຂດຊົນນະບົດ ແລະສ້າງຊີວິດການເປັນຢູ່ ໃນຂະນະທີ່ ອິນເດຍ ກໍາລັງຕໍ່ສູ້ກັບການຫວ່າງງານ.
In India, meager farming incomes prompted many in rural areas to move to cities in recent decades. But after the COVID-19 pandemic triggered a wave of reverse migration from cities to villages, many are starting alternative farming ventures as they try to rebuild their lives in the countryside. Anjana Pasricha reports these ventures are raising hopes of reviving rural economies and creating livelihoods.
Pappu Kumar has harvested his first crop of turmeric. He hopes it will turn the farm he abandoned years ago in Hardial village in North India into a lucrative venture.
Pappu Kumar, Hardial Village Resident, Male in Hindi
“There is benefit in growing turmeric. Traditional crops that we planted like corn and wheat often got diseases. Stray and even wild animals like deer used to eat the crops.”
Disheartened with the challenges of farming and the meager income it yielded, he was among thousands who left to work in cities. Vast tracts of farmland became fallow. He returned when the COVID-19 pandemic dried up urban livelihoods.
He was inspired to grow turmeric by a retired army officer, who after coming back to his village, transformed his farms by planting the spice, which is widely used in Indian cooking. The hardy crop needs less labor and water. It is not attacked by animals such as monkeys and stray cattle.
P.C. Rana, Hamirpur District Resident, Male in Hindi
“I planted turmeric because it is not affected by diseases, it itself has antibiotic properties….and I decided to beat others on quality.”
Rana, who is now called “the turmeric man,” grows a variety with a high percentage of the compound curcumin that gives the spice its yellow color and health benefits. He grows it organically. It protects the soil and yields higher profits.
P.C. Rana, Hamirpur District Resident, Male in Hindi
“No tractors should till the fields and no pesticides or chemicals should be used on any crop.”
Turmeric is now being planted by scores of farmers. Other options to traditional agriculture, such as trout farming are also getting attention since the COVID-19 pandemic triggered a wave of reverse migration. The fish thrive in cold water streams that crisscross the hilly region.
Madhu Sharma, Head of Fisheries Department at CSK Agricultural University, female in English
“This is a good venture for unemployed youth ……they have come back to their home and are searching for such opportunities.”
Arjun Kumar, a former building contractor, has built a successful venture selling trout and setting up a hatchery to produce fish seed [fertilized fish eggs]. It has boosted his income.
Arjun Kumar, Palampur Resident, Male in Hindi
“In the last two years I have sold fish seed for $6,000 a year and trout fish worth about $70 a day.”
Ramesh Jaswal, who started his fish farm fish several years ago, says there are pitfalls ahead such as climate change.
Ramesh Jaswal, Mandi Resident, Male in Hindi
“Global warming is posing some problems. We don’t get rains or snowfall in time. But we will continue till nature all allows.”
Many find life in the countryside better than in the cities.
Arjun Kumar, Palampur Resident, Male in Hindi
“Now I work with a free mind. As a contractor I had to run around.”
Pappu Kumar, Hardial Village Resident, Male in Hindi
“Rather than search for work outside, I want to turn my farm into a profitable business.”
The hope is that such farm ventures will boost rural economies and create livelihoods as India grapples with unemployment.
ຟໍຣັມສະແດງຄວາມຄິດເຫັນ