ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າ ແລະເສບຢາເສບຕິດ ເພີ້ມຂຶ້ນຢູ່ລາວ ພາໃຫ້ການກໍ່ອາດຊະຍາກໍາທົ່ວໄປ ມີທ່າອ່ຽງສູງຂຶ້ນນັບມື້


ຢາບ້າ ທີ່ທາງການຂອງລາວ ສາມາດຢຶດໄດ້ ຈາກພວກລັກລອບຄ້າຢາເສບຕິດ ໃນລາວ.
ຢາບ້າ ທີ່ທາງການຂອງລາວ ສາມາດຢຶດໄດ້ ຈາກພວກລັກລອບຄ້າຢາເສບຕິດ ໃນລາວ.

ໃນຊຸມປີໝໍໍ່ໆມານີ້ ໂດຍສະເພາະ ຫລັງຈາກເລີ້ມມີການລະບາດຂອງ ພະຍາດໂຄວິດ-19 ໃນປີ 2020 ເປັນຕົ້ນມາ ການຄ້າຢາເສບຕິດມີທ່າອ່ຽງເພີ້ມຂຶ້ນຢ່າງວ່ອງໄວ ຊຶ່ງພາໃຫ້ການກໍ່ອາດຊະຍາກໍາທົ່ວໄປ ກໍເພີ້ມຂຶ້ນໄປຕາມໆກັນ ຂະນະທີ່ຄວາມສາມາດໃນການປາບປາມ ແລະຄວາມເຂັ້ມແຂງຂອງລະບົບການປ້ອງກັນການກໍ່ອາດຊະຍາກໍາ ຍັງບໍ່ສູງປານໃດ ເມື່ອທຽບໃສ່ລະດັບໂລກ ແລະພູມີພາກພື້ນ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຊຸມປີໝໍໍ່ໆມານີ້ ໂດຍສະເພາະຫລັງຈາກເລີ້ມມີການລະບາດຂອງພະຍາດໂຄວິດ-19 ໃນປີ 2020 ເປັນຕົ້ນມາ ການຄ້າຢາເສບຕິດ ມີທ່າອ່ຽງເພີ້ມຂຶ້ນ ຢ່າງວ່ອງໄວແລະການກໍ່ອາດຊະຍາກໍາທົ່ວໄປ ເຊັ່ນການລັກເລັກຂະໂມຍນ້ອຍ, ການງັດແງະເຮືອນຊານ ກໍເພີ້ມຂຶ້ນແບບເປັນເງົາຕາມຕົວໄປ. ຂະນະດຽວກັນຄວາມສາມາດ ແລະຄວາມເຂັ້ມແຂງຂອງລະບົບການປ້ອງກັນ ແລະປາບປາມການກໍ່ອາດຊະຍາກໍາຍັງບໍ່ມີປະສິດທິພາບປານໃດ ດັ່ງທີ່ສະມາຊິກຂອງສະມາຄົມນາຍບ້ານ ໃນເຂດນະຄອນຫລວງວຽງຈັນທ່ານນຶ່ງ ບອກວ່າ:

“ກະມີຫັ້ນແຫລະ ສາຍເຫດກະແມ່ນພວກທີ່ເຂົາກິນຢາຫັ້ນແຫລະ ມີອື ມີແຕ່ວ່ານາຍບ້ານແຕ່ລະທິດເພິ່ນກະໄປເພື່ອສອງແສງເດ ເພິ່ນກະສ່ອງແສງແຕ່ລະບ້ານກຸ່ມໃຜກຸ່ມມັນ ກຸ່ມແປດບ້ານເກົ້າບ້ານນີ້ນະ ແຕ່ລະທິດ ນາຍບ້ານເພິ່ນກະໄປ ລວມຕົວກັນບ້ານນຶ່ງ ບ້ານນຶ່ງນີ້ນະ ເພື່ອສ່ອງແສງກັນ ບ້ານໃດເກີດອີ່ຫຍັງກະຕ້ອງໄດ້ສ່ອງແສງກັນ.”

ເມື່ອຖາມວ່າ ປະສິດທິຜົນຂອງການດໍາເນີນຄວາມພະຍາຍາມໃນການປ້ອງກັນແບບນີ້ຂອງຝ່າຍເຈົ້າໜ້າທີ່ ທ່ານນາງຕອບວ່າ:

“ມັນໄດ້ຜົນກະວ່າໄດ້ ວ່າໄດ້ຜົນກະບໍ່ຮູ້ຈັກໃດເນາະ ຜູ້ໃດກະຕ້ອງຮັກສາຂອງຕົນເອງຫັ້ນລະ ພວກຍາມກະຍາມ ບໍ່ໄດ້ຄືເກົ່າລະເນາະ ພວກລັກມັນກະຈອບຊອກສ່ອງລັກ ຢູ່ຕະຫລອດຫັ້ນລະ”.

ພ້ອມກັນນັ້ນ ເຈົ້າຫນ້າທີ່ຕໍາຫລວດທ່ານນຶ່ງໃນນະຄອນຫລວງວຽງຈັນກໍເວົ້າວ່າ ສະພາບການເພີ້ມຂຶ້ນໃນການກໍ່ອາດຊະຍາກໍາໃນລາວ ສ່ວນໃຫຍ່ແມ່ນກ່ຽວຂ້ອງ ກັບພວກເສບຢາເສບຕິດ ດັ່ງທີ່ທ່ານໃຫ້ຄໍາເຫັນວ່າ:

“ເອີ ກະຢາເສດຕອ໊ກເສດຕິດຫັ້ນແຫລະ ໂອ້ຍບໍ່ວ່າແຕ່ບ່ອນໃດບ່ອນໃດດອກ ມັນກະຄືກັນໝົດ ຍາກ..”

ສ່ວນອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ຄວບ​ຄຸມ​ອາ​ຊະ​ຍາ​ກຳ ແລະຢາ​ເສບ​ຕິດ (UNODC) ລາຍງານເມື່ອມໍ່ໆມານີ້ວ່າ ສປປ ລາວ ໄດ້ມີບົດບາດເພີ້ມຂຶ້ນ ໃນການເປັນທາງຜ່ານຂອງການລໍາລຽງຢາເສບຕິດຈາກເຂດສາມຫລ່ຽມຄໍາເຂົ້າໄປຫາໄທ ແລະພາກສ່ວນອື່ນ ຂອງຂົງເຂດແມ່ນໍ້າຂອງ ແລະເອເຊຍປາຊີຟິກ. ມີ ການຢຶດ​ຢາບ້າ ຫລື metham​phetamine ແລະຢາ​ໄອ​ຊ໌ ໄດ້ເກືອບຮອດ 172 ໂຕນ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນປີ 2021. ໃນນັ້ນ ມີຢາບ້າ ຫລາຍກວ່າ 1 ຕື້ເມັດ ຊຶ່ງ ເປັນຈໍານວນທີ່ເພີ້ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ 10 ປີ ກ່ອນໜ້ານີ້ ທີ່ມີພຽງແຕ່ 143 ລ້ານເມັດເທົ່ານັ້ນ. ທ່ານເຈເຣມີ ດັກກລາສ (Jeremy Douglas) ຜູ້​ແທນ​ຫ້ອງການຢາ​ເສບ​ຕິດ​ໃນ​ເອ​ເຊຍ​ຕ​າ​ເວັນ​ອອກ​ສຽງ​ໃຕ້ຂອງ UNODC ​ກ່າວວ່າ ເກີນກວ່າ 90 ເປີ​ເຊັນ​ຂອງຢາເສບຕິດ ທີ່ຢຶດໄດ້ນັ້ນ ແມ່ນມາ​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ ທີ່​ເປັນ​ເຂດ​ຊາຍ​ແດນ ລະ​ຫວ່າງ ມຽນ​ມາ-ລາວ-ໄທນັ້ນ.

ລາວ ກໍຄ້າຍໆກັນກັບມຽນມາ ເມື່ອເວົ້າເຖິງຄວາມເຂັ້ມແຂງ ແລະປະສິດທິພາບ ຂອງລະບົບລັດຖະບານໃນການປາມປາບ ແລະປ້ອງກັນການກໍ່ອາດຊະຍາກໍາ. ໃນປີ 2021 ທັງສອງປະເທດນີ້ແມ່ນໄດ້ຄະແນນເທົ່າກັນ ກໍຄື 3.42 ແລະ ໄດ້ ເປັນທີ 155 ໃນຈໍານວນ 193 ປະເທດໃນໂລກ ແລະຖືກຈັດຢູ່ໃນອັນດັບທີ 10 ໃນບັນດາປະເທດອາຊຽນ. ຄະແນນໃນດ້ານຄວາມໂປ່ງໃສ ແລະຄະແນນ ຄວາມຮັບຜິດຊອບຂອງລັດຖະບານ ທີ່ສະແດງອອກໃນລະບົບສານຍຸຕິທໍາ ທາງ ອາດຍາ ແລະມາດຕະການ ດ້ານປ້ອງກັນຄວາມສະຫງົບນັ້ນ ລາວໄດ້ພຽງແຕ່ 2.5 ຊຶ່ງເປັນອັນດັບ 174 ອີງຕາມເວັບໄຊທ໌ຂອງ Global Organized Crimes https://ocindex.net/country/laos ທີ່ໄດ້ຮັບທຶນສະໜັບສະໜຸນ ສ່ວນນຶ່ງມາ ຈາກກະຊວງການຕ່າງປະເທດຂອງສະຫະລັດ ແລະເປັນສ່ວນນຶ່ງຂອງໂຄງການລິເລີ້ມໂລກ ຫລື Global Initiative ຊຶ່ງເປັນອົງການພົນລະເມືອງ ທີ່ເປັນອິດສະຫລະ ແລະມີສໍານັກງານຕັ້ງຢູໃນ ສະວິດເຊີແລນ. ອົງການນີ້ເວົ້າອີກວ່າ ການສໍ້ລາດບັງຫລວງ ມີຢູ່ໃນທຸກລະດັບຂອງລັດຖະບານໃນລາວ ເຖິງແມ່ນວ່າ ລັດຖະບານຈະຍັງມີນະໂຍບາຍຕ້ານການສໍ້ລາດບັງຫລວງໄວ້ຢູ່ກໍຕາມ. ລະບົບການມີເສັ້ນສາຍໃນວົງການການເມືອງ ແມ່ນເປັນເລື້ອງມີຢູ່ທົ່ວໄປໃນຂະແໜງທຸລະກິດຂອງລາວ.

ຂະນະດຽວກັນ ລາວ ມີດັດຊະນີດ້ານການກໍ່ອາດຊະຍາກໍາ 5.52 ແລະມີຄວາມ ຮ້າຍແຮງ ອັນດັບທີ 65 ແລະຢູ່ໃນອັນດັບທີ 8 ໃນບັນດາປະເທດ ຂົງເຂດເອເຊຍຕາເວັນອອກສຽງໃຕ້. ອົງການ Global Initiative ເວົ້າອີກວ່າ ໂດຍໄດ້ຮັບແຮງກະຕຸ້ນມາຈາກລາຄາຢາເສບຕິດຕໍ່າ, ການຊອກຫາໄດ້ງ່າຍ ແລະ ຄວາມຕ້ອງການເພີ້ມຂຶ້ນຂອງຢາປະເພດນີ້ ໃນປະເທດເພື່ອນບ້ານ ລາວໄດ້ກາຍເປັນຕະຫລາດຢາເສບຕິດປະເພດສັງເຄາະເຊັ່ນຢາບ້າ ແລະຢາໄອສ໌ ທີ່ນິຍົມກັນເສບຫລາຍ ໃນກຸ່ມຊາວໜຸ່ມລາວນັ້ນ ນັບມື້ນັບເພີ້ມຂຶ້ນຢ່າງວ່ອງໄວ.

ສະຫລຸບແລ້ວ ການກໍ່ອາດຊະຍາກໍາທົ່ວໄປມີທ່າອ່ຽງເພີ້ມຂຶ້ນຢ່າງໄວວາ ເນື່ອງ ຈາກການໃຊ້ຢາເສບຕິດຂະຫຍາຍຕົວອອກຢ່າງແຜ່ຫລາຍ ຂະນະທີ່ຄວາມເຂັ້ມ ແຂງຂອງລະບົບລັດຖະບານຍັງບໍ່ສູງປານໃດ ເມື່ອທຽບໃສ່ດັັດຊະນີດ້ານນີ້ຂອງໂລກ ໂດຍສະເພາະແມ່ນເລື້ອງຄວາມໂປ່ງໃສ ແລະຄວາມສັກສິດຂອງລະບົບ ສານຍຸຕິທໍາ.

XS
SM
MD
LG