ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການຍົກຍ້າຍຖິ່ນຖານ ເພີ່ມຂຶ້ນ ທ່າມກາງໂຣກລະບາດ COVID-19, ຊາວ ອາຟຣິກາ ໄດ້ໃຊ້ເສັ້ນທາງ ທີ່ອັນຕະລາຍກວ່າເກົ່າ


ເດັກນ້ອຍຄົນນຶ່ງຢືນຢູ່ເທິງກຳປັ່ນກູ້ໄພ ໃນຂະນະທີ່ລາວເດີນທາງຮອດທ່າເຮືອ ໂມທຣິລ ກັບກຸ່ມຜູ້ຍົກຍ້າຍຖິ່ນຖານ, ເມືອງ ກຣານາດາ, ປະເທດ ສເປນ. 11 ກຸມພາ, 2020.
ເດັກນ້ອຍຄົນນຶ່ງຢືນຢູ່ເທິງກຳປັ່ນກູ້ໄພ ໃນຂະນະທີ່ລາວເດີນທາງຮອດທ່າເຮືອ ໂມທຣິລ ກັບກຸ່ມຜູ້ຍົກຍ້າຍຖິ່ນຖານ, ເມືອງ ກຣານາດາ, ປະເທດ ສເປນ. 11 ກຸມພາ, 2020.

ພາບວິດີໂອທີ່ສັ່ນໄປມາທີ່ຖືກຖ່າຍໂດຍໂທລະສັບມືຖື ໄດ້ສະແດງໃຫ້ເຫັນປະຊາຊົນທີ່ນອນອາບແດດຢູ່ຫາດຊາຍແຫ່ງນຶ່ງໃນເກາະ ແກຣນ ຄານາເຣຍ ໄດ້ພາກັນແນມເບິ່ງເຮືອໃນທະເລທີ່ມຸ່ງໜ້າເຂົ້າສູ່ຝັ່ງ.

ເຮືອຕຳຫຼວດຍາມຊາຍຝັ່ງ ຊາລວາມາ ເມັນຄາລີນັນ, ໄດ້ຟ້າວເລັ່ງອອກໄປຫາ ພວກຍົກຍ້າຍຖິ່ນ ຖານທີ່ອັດກັນຢູ່ເທິງເຮືອທີ່ບໍ່ໝັ້ນຄົງລຳນຶ່ງ. ໃນຂະນະດຽວກັນ ພວກນັກທ່ອງທ່ຽວກໍໄດ້ພາກັນມ່ວນຊື່ນກັບການຂີ່ ເຈັດສກີ ຢູ່.

ສອງໂລກທີ່ມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍໄດ້ມາພໍ້ກັນ ໃນຂະນະທີ່ຜູ້ຍົກຍ້າຍຖິ່ນຖານໄດ້ເຫັນທະວີບ ຢູໂຣບ ທີ່ເຂົາເຈົ້າສ່ຽງຊີວິດຂອງເຂົາເຈົ້າມາເປັນຄັ້ງ ທຳອິດ.

ຄັ້ງນຶ່ງ, ເຮືອສັນດອນທີ່ບໍ່ປອດໄພພວກນີ້ ດົນໆຈະຖືກພົບເຫັນເທື່ອນຶ່ງໃນໝູ່ເກາະ ຄານາຣີ. ແຕ່ດຽວນີ້ມັນໄດ້ເກີດຂຶ້ນເກືອບວ່າທຸກມື້.

ພວກລັກລອບຄ້າມະນຸດໄດ້ປ່ຽນເສັ້ນທາງ, ເຄື່ອນຍ້າຍສິນຄ້າມະນຸດຂອງພວກ ເຂົາໄປຕາມເສັ້ນ ທາງທີ່ອັນຕະລາຍລະຫວ່າງ ອາຟຣິກາຕາເວັນອອກຫາໝູ່ເກາະຂອງປະເທດ ສເປນ ໃນມະຫາ ສະໝຸດ ແອັດແລນຕິກ ແທນທີ່ຈະຂ້າມທະເລ ເມດີເທີເຣນຽນ ໄປຊາຍຝັ່ງຕອນໃຕ້ຂອງແຜ່ນດິນໃຫຍ່ຂອງປະເທດດັ່ງກ່າວ.

ປັດຈຸບັນໃນປີນີ້, ມັນໄດ້ມີພວກຍົກຍ້າຍຖິ່ນຖານເດີນທາງຮອດເກາະ ຄານາຣີ ເພີ່ມຂຶ້ນເຖິງ 520 ເປີເຊັນ ທຽບໃສ່ກັບໄລຍະດຽວກັນໃນປີ 2019, ດ້ວຍຜູ້ຍົກຍ້າຍຖິ່ນຖານເດີນທາງຮອດໝູ່ເກາະທີ່ມີ 7 ເກາະດັ່ງກ່າວ 3,448 ຄົນຈົນຮອດວັນທີ 15 ສິງຫາທີ່ຜ່ານມາ, ອີງຕາມຕົວເລກຂອງລັດຖະ ບານ ສເປນ.

ໃນການສົມທຽບກັນນັ້ນ, ມັນໄດ້ມີການຫຼຸດລົງ 26.6 ເປີເຊັນຂອງຕົວເລກຜູ້ຍົກຍ້າຍຖິ່ນຖານທີ່ເດີນທາງຂ້າມທະເລ ເມດີເທີເຣນຽນ ຫາປະເທດ ສເປນ ໃນປີນີ້ ທຽບໃສ່ໄລຍະດຽວກັນໃນປີ 2019, ເຊິ່ງເປັນປີທີ່ມີຜູ້ເດີນທາງຮອດ ຢູໂຣບ 10,716 ຄົນ ທຽບໃສ່ 14,597 ຄົນໃນປີກາຍນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG