ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ທຣຳ ປະກາດຮັບຮູ້ ນະຄອນເຈຣູຊາແລັມ ເປັນນະຄອນຫຼວງ ຂອງ ອິສຣາແອລ


In Controversial Announcement, Trump Recognizes Jerusalem as Capital of Israel
please wait

No media source currently available

0:00 0:02:27 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນພຸດ ທີ່ຜ່ານມາ ໄດ້ປະກາດຮັບ
ຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ ຢ່າງເປັນທາງ
ການ, ເປັນການເຄື່ອນໄຫວນຶ່ງທີ່ມີບັນຫາ ເຊິ່ງຖືກຄັດຄ້ານຢ່າງແຮງໂດຍຊາວ
ປາແລັສໄຕນ໌ ແລະ ບັນດາປະເທດອາຣັບ. ເຖິງແມ່ນຈະມີການປະກາດດັ່ງກ່າວນັ້ນ
ກໍຕາມ, ການຍ້າຍສະຖານທູດ ສະຫະລັດ ຈາກນະຄອນຫຼວງ ແທລ ອາວີຟ ແມ່ນຍັງ
ຕ້ອງໃຊ້ເວລາອີກຫຼາຍປີ. ນັກຂ່າວວີໂອເອປະຈຳທຳນຽບຂາວ ສຕີຟ ເຮີແມນ ມີລາຍ
ງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເຖິງແມ່ນມີຄວາມເປັນຫ່ວງວ່າ ການຕັດສິນໃຈອາດຈະເຮັດໃຫ້ພາກຕາເວັນອອກກາງ
ລຸກເປັນແປວໄຟນັ້ນ, ປະທານາທິບໍດີ ດໍໂນລ ທຣຳ ແມ່ນໄດ້ປະຕິບັດຕາມນຶ່ງໃນຄຳ
ໝັ້ນສັນຍາຂອງທ່ານທີ່ໄດ້ໃຫ້ໄວ້ ໃນລະຫວ່າງການໂຄສະນາຫາສຽງ ເມື່ອວັນພຸດທີ່
ຜ່ານມາ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າໄດ້ພິຈາລະນາວ່າ ມັນຮອດເວລາ
ແລ້ວ ທີ່ຈະຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ.
ໃນຂະນະທີ່ບັນດາອະດີດປະທານາທິບໍດີຫຼາຍຄົນ ໄດ້ເຮັດສິ່ງນີ້ເປັນຄຳສັນຍາທີ່ສຳ
ຄັນໃນການໂຄສະນາຫາສຽງນັ້ນ, ແຕ່ພວກເພິ່ນກໍບໍ່ສາມາດທີ່ຈະປະຕິບັດໄດ້. ແລະ
ມື້ນີ້ ຂ້າພະເຈົ້າກໍໄດ້ປະຕິບັດມັນ.”

ລັດຖະສະພາ ສະຫະລັດ ໃນປີ 1995 ໄດ້ມອບໝາຍໃຫ້ມີການຍ້າຍສະຖານທູດ
ສະຫະລັດ ຈາກນະຄອນຫຼວງ ແທລ ອາວີຟ ໄປນະຄອນ ເຈຣູຊາເລັມ, ແຕ່ປະທານາ
ທິບໍດີຫຼາຍຄົນນັບຕັ້ງແຕ່ນັ້ນມາກໍໄດ້ເຊັນການຂໍຍົກເວັ້ນ 6 ເດືອນຢ່າງຊໍ້າແລ້ວຊໍ້າອີກ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາບໍ່ສາມາດແກ້ໄຂບັນຫາດ້ວຍການ
ສັນນິດຖານທີ່ໄດ້ຮັບຄວາມລົ້ມແຫຼວ ແລະ ເຮັດຊໍ້າແຜນຍຸດທະສາດແບບດຽວກັນທີ່
ໄດ້ຮັບຄວາມລົ້ມແຫຼວໃນອະດີດນັ້ນ. ສິ່ງທ້າທາຍເກົ່າຕ່າງໆຕ້ອງການວິທີທາງໃໝ່.”

ທ່ານ ທຣຳ ໄດ້ກ່າວເພີ່ມເຕີມວ່າ ການຕັດສິນໃຈຂອງທ່ານແມ່ນຜົນປະໂຫຍດທີ່ດີທີ່
ສຸດຂອງ ສະຫະລັດ ແລະ ສຳລັບການສະແຫຼວງຫາສັນຕິພາບ ລະຫວ່າງ ອິສຣາແອລ
ແລະ ປາແລັສໄຕນ໌.

ນາຍົກລັດຖະມົນຕີ ອິສຣາແອລ ກໍໄດ້ສະແດງຄວາມຂອບອົກຂອບໃຈ.

ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ອິສຣາແອລ ໄດ້ກ່າວວ່າ “ຂ້າພະ
ເຈົ້າຂໍຮຽກຮ້ອງທຸກປະເທດທີ່ສະແຫວງຫາສັນຕິພາບນັ້ນ ໃຫ້ເຂົ້າຮ່ວມກັບ ສະຫະລັດ
ຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງ ອິສຣາແອລ ແລະ ຍ້າຍສະຖານ
ທູດຂອງເຂົາເຈົ້າມາທີ່ນີ້.”

ແຕ່ບັນດາຜູ້ນຳ ປາແລັສໄຕນ໌ ໄດ້ກ່າວຫາທ່ານ ທຣຳ ວ່າໄດ້ທຳລາຍຄວາມເປັນໄປໄດ້
ຕໍ່ການແກ້ໄຂແບບມີສອງປະເທດ.

ທ່ານ ຊາເອັບ ເອຣາຄັດ ຫົວໜ້າອົງການປົດປ່ອຍ ປາແລັສໄຕນ໌ ກ່າວວ່າ “ບາດກ້າວນີ້
ແມ່ນການຕັດສິນລ່ວງໜ້າ, ການບັງຄັບ, ການປິດປະຕູຕໍ່ການເຈລະຈາຕ່າງໆ. ແລະ
ຂ້າພະເຈົ້າຄິດວ່າ ປະທານາທິ ບໍດີ ທຣຳ ໃນຄືນນີ້ໄດ້ຕັດສິດຂອງ ສະຫະລັດ ອາເມຣິກາ
ໃນການມີບົດບາດໃດໆ ໃນຂະບວນການສັນຕິພາບ.”

ໃນຄຳປາໄສຂອງປະທານາທິບໍດີ ສະຫະລັດ ນັ້ນ,​ ທ່ານໄດ້ໃຫ້ຂໍ້ສັງເກດວ່າ ການປະ
ກາດຂອງທ່ານ ຈະກໍ່ໃຫ້ເກີດຄວາມບໍ່ເຫັນດີເຫັນ ແລະ ການຄັດຄ້ານ. ເຊິ່ງໄດ້ພິສູດໃຫ້
ເຫັນວ່າຖືກຕ້ອງຢ່າງວ່ອງໄວ.

ທ່ານ ຣີເຊັບ ຕາຢິບ ເອີດວນ ປະທານາທິບໍດີ ປະເທດ ເທີກີ ໄດ້ກ່າວວ່າ “ບໍ່ມີໃຜຄວນມີ
ສິດທີ່ຈະມາລໍ້ຫຼິ້ນກັບຊະຕາກຳຂອງປະຊາຊົນຫຼາຍພັນລ້ານຄົນ ເພື່ອຜົນປະໂຫຍດໃນ
ຄວາມໄຝ່ຝັນສ່ວນຕົວຂອງຄົນໃດຄົນນຶ່ງ. ມັນມີແຕ່ຈະໃຫ້ຄວາມໄດ້ປຽບແກ່ອົງການກໍ່
ການຮ້າຍເທົ່ານັ້ນ.”

ພະສັນຕະປາປາ ຟຣານຊິສ ໄດ້ກ່າວວ່າ “ຂ້າພະເຈົ້າຂໍສະແດງຄຳຂໍຮ້ອງຈາກໃຈຈິງ
ດັ່ງນັ້ນທຸກຄົນຈຶ່ງໃຫ້ຄວາມເຄົາລົບຕໍ່ສະພາບທີ່ເປັນຢູ່ໃນປັດຈຸບັນຂອງນະຄອນ
ເຈຣູຊາແລັມ ເພື່ອໃຫ້ສອດຄ່ອງກັບມະຕິ ທີ່ສຳຄັນຂອງອົງການສະຫະປະຊາຊາດ.”

ເຖິງແມ່ນຈະມີຄວາມໂມໂຫຢ່າງຮຸນແຮງ ຈາກການປະກາດຂອງທ່ານປະທານາທິບໍດີ
ກໍຕາມ, ແຕ່ກໍຈະບໍ່ມີການຍ້າຍສະຖານທູດ ສະຫະລັດ ອອກຈາກນະຄອນຫຼວງ ແທລ
ອາວີຟ ໃນທັນທີທັນໃດເທື່ອ. ບັນດາເຈົ້າໜ້າທີ່ລັດຖະບານກ່າວວ່າ ການເລືອກສະຖານ
ທີ່ໆຈະບັນລຸຄວາມຮຽກຮ້ອງດ້ານຄວາມປອດໄພ ແລະ ການກໍ່ສ້າງຕົວຈິງນັ້ນ ຈະໃຊ້ເວ
ລາຫຼາຍປີ.

XS
SM
MD
LG