ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍາຫລວດ ພົບວ່າ 5 ຄົນໃດໃນບ້ານນຶ່ງ ທີ່ເຄີຍຖືກພົ່ນສານສີສົ້ມ ປາງສົງຄາມຢູ່ລາວ ເກີດມາມີຮ່າງກາຍຜິດປົກກະຕິ


ເດັກຍິງທີ່ເກີດມາທີແຂນທີ່ລິບຢູ່ໃນເຂດທີ່ຖືກສານສີສົ້ມພົ່ນໃສ່ໃນປາງສົງຄາມລັບທີ່ລາວເມື່ອ 50 ປີກວ່ານັ້ນ
ເດັກຍິງທີ່ເກີດມາທີແຂນທີ່ລິບຢູ່ໃນເຂດທີ່ຖືກສານສີສົ້ມພົ່ນໃສ່ໃນປາງສົງຄາມລັບທີ່ລາວເມື່ອ 50 ປີກວ່ານັ້ນ

ຜົນຂອງການສໍາຫລວດໃນ 126 ບ້ານ ຂອງຈໍານວນທັງໝົດປະມານ 500 ບ້ານ ທີ່ນອນຢູ່ໃນເສັ້ນທາງລໍາລຽງອາວຸດ ໂຮຈີມິນ ຫລື Hochiminh Trail ລຽບສັນພູຫລວງທາງພາກກາງ ແລະພາກໃຕ້ຂອງລາວທີ່ຖືກພົ່ນສານ ສີສົ້ມຫລື Agent Orange ຊຶ່ງເປັນຢາຂ້າພືດທີ່ມີສານພິດນັ້ນ ພົບວ່າໂດຍ ສະເລ່ຍແລ້ວ ໃນແຕ່ລະບ້ານມີປະມານ 5 ຄົນທີ່ເກີດມາມີສະພາບຜິດປົກກະຕິ ເຊັ່ນກະໂພກ ສອງຂ້າງບໍ່ເທົ່າກັນ ຫລືເປັນລ່ອຍ ຫລື ມີຫູ ແລະຕາຂ້າງດຽວ ຫລືສະພາບຮ່າງກາຍທີ່ແປກປະຫລາດແບບອື່ນທີ່ເຊື່ອກັນວ່າ ອາດສືບເນື່ອງມາຈາກຜົນກະ ທົບຂອງສານສີສົ້ມທີ່ວ່ານີ້. ບົວສະຫວັນຈະນໍາເອົາລາຍລະອຽດຈາກການ ໂອ້ລົມກັບທ່ານນາງຊູແຊນ ແຮມມອນດ໌ (Susan Ham-mond) ຫົວໜ້າບໍລິຫານແລະຜູ້ສ້າງຕັ້ງໂຄງການສິ່ງຕົກທອດຈາກສົງຄາມ ຫລື War Legacies ທີ່ທໍາການສໍາຫລວດເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ແຜ່ນທີ່ບ່ອນທີ່ຖືກພົ່ນສານສີສົ້ມໃນສະໄໝສົງຄາມຢູ່ລາວ
ແຜ່ນທີ່ບ່ອນທີ່ຖືກພົ່ນສານສີສົ້ມໃນສະໄໝສົງຄາມຢູ່ລາວ

ຜົນການສໍາຫລວດ ທີ່ດໍາເນີນໄປ 3 ປີກວ່າ ນັບແຕ່ 2018 ຫາຕົ້ນປີ 2021 ຢູ່ໃນ 126 ບ້ານຢູ່ໃນ 5 ເມືອງຂອງທັງໝົດ 15 ເມືອງໃນພາກຕາເວັນອອກ ສຽງໃຕ້ຂອງລາວທີ່ຖືກພົ່ນສານສີສົ້ມຫລື Agent Orange ຊຶ່ງເປັນຢາຂ້າພືດ ທີ່ເຈືອປົນສານພິດທີ່ເອີ້ນວ່າໄດອອກຊິນ Dioxin ພົ່ນໃສ່ ໃນປາງສົງ ຄາມ ໃນ 5 ທົດສະວັດກວ່າກ່ອນນັ້ນ. ການສໍາຫຼວດສຸມໃສ່ 5 ເມືອງນີ້ ຍ້ອນເອກະສານ ແລະແຜນທີ່ຂອງທາງການສະຫະລັດ ສະແດງໃຫ້ເຫັນວ່າ ເຂດເຫຼົ່ານັ້ນຖືກ ເຮືອບິນເອົາສານສີສົ້ມໄປພົ່ນໃສ່ໜັກໜ່ວງກວ່າໝູ່ທີ່ສຸດໃນລາວ ເພື່ອທໍາລາຍ ໃບໄມ້ ທີ່ປົກຄຸມເສັ້ນທາງລໍາລຽງອາວຸດ ໂຮຈີມິນ ຫລື Hochiminh Trail. ທ່ານນາງຊູແຊນ ແຮມມອນດ໌ (Susan Hammond) ທີ່ເປັນຜູ້ຮ່ວມຂຽນບົດລາຍ ງານການສໍາຫລວດສານສີສົ້ມຕໍ່ສະພາບການດ້ານສຸຂະພາບ ແລະການດໍາລົງ ຊີວິດໃນລາວ ປີ 2021 ກ່າວ ກ່ຽວກັບຜົນການສໍາຫລວດນີ້ວ່າ:
“ພວກເຮົາສາມາດເຮັດການສໍາຫລວດ 126 ບ້ານ. ຢູ່ໃນແຂວງສະຫວັນນະເຂດ ພວກເຮົາໄດ້ໄປເມືອງວີລະບູຣີ, ເຊໂປນ ແລະນອງ ແລະ ຢູ່ແຂວງສາລະວັນ ພວກເຮົາໄປເມືອງສະໝຸຍ ແລະຕະໂອ້ຍ. ໃນ 126 ບ້ານນີ້ພວກເຮົາໄປຖາມ ຫາເດັກນ້ອຍແລະຜູ້ໃຫຍ່ ທີ່ເກີດມາມີສະພາບຜິດປົກກະຕິເຊັ່ນວ່າ ສົບແຫວ່ງ, ເພດານປາກແຫວ່ງ, ຂາແບນທີ່ວ່າຕີນເຂົາເຈົ້າແບນອອກໄປທາງຂ້າງ, ມີແຂນຂ້າງດຽວ ຫລືວ່າແຂນບໍ່ມີອົງປະກອບສົມບູນ, ບໍ່ມີຫູ, ບໍ່ມີຕາ ຫລື ການຂາດ ອັນໃດອັນນຶ່ງຄ້າຍຄືກັນນີ້. ແລະພວກເຮົາພົບວ່າໂດຍສະເລ່ຍແລ້ວ ມີປະມານ 5 ຄົນ ໃນແຕ່ລະບ້ານເຫລົ່ານັ້ນ ທີ່ມີສິ່ງຜິດປະເພດນີ້ໃນຕອນເກີດມາ ທີ່ເຊື່ອກັນວ່າ ອາດເປັນຍ້ອນຢາຂ້າພືດທີ່ຖືກພົ່ນໃນສະໄໝສົງຄາມ.”

ທ່ານນາງກ່າວຕໍ່ໄປອີກວ່າ:
“ສິ່ງນີ້ ແມ່ນປະເພດດຽວກັນກັບການເກີດມາຜິດປົກກະຕິທີ່ ທ່ານເຫັນຢູ່ຂ້າມຊາຍແດນໄປ ເບື້ອງຫວຽດນາມທີ່ຄົນຫວຽດນາມເຊື່ອກັນວ່າ ມັນເກີດມາຈາກສານສີສົ້ມ.”

ແຕ່ສິ່ງສໍາຄັນ ທີ່ພົບເຫັນໃນການສໍາຫລວດນີ້ກໍຄືຜົນກະທົບຈາກສານສີສົ້ມ ທີ່ ວ່ານີ້ອາດຍັງຈະມີສືບຕໍ່ໄປອີກເປັນເວລາດົນນານ ດັ່ງທີ່ທ່ານນາງແຮມມອນ ກ່າວວ່າ:
“ແລະພວກເຮົາພົບວ່າ ທັງໝົດ 126 ບ້ານນັ້ນມີຫຼາຍກວ່າ 500 ຄົນທີ່ເກີດ (ຫລັງຈາກ ປີ 1966) ເປັນຕົ້ນມາ ທີ່ພົບວ່າມີສະພາບທີ່ຜິດປົກກະຕິໃນຕອນ ເກີດມາທີ່ວ່ານີ້. ແຕ່ສິ່ງທີ່ໜ້າສົນໃຈທີ່ສຸດທີ່ພວກເຮົາພົບກໍຄືວ່າ 2 ສ່ວນ 3 ໃນຈໍານວນທີ່ພວກເຮົາພົບເຫັນວ່າ ເກີດມາເປັນແນວນັ້ນແມ່ນມີອາຍຸຕໍ່າກວ່າ 20 ປີ ແລະເຄິ່ງນຶ່ງໃນນັ້ນແມ່ນມີອາຍຸຕໍ່າກວ່າ 16 ປີ ແລະມີ 100 ປາຍ ຄົນ ທີ່ມີ ອາຍຸຕໍ່ກວ່າ 5 ປີ. ສະນັ້ນໃນແຕ່ລະປີ ຍັງມີຄົນເກີດມາທີ່ມີສະພາບຜິດປົກກະຕິ ທີ່ອາດມີສ່ວນກ່ຽວພັນກັບການໃຊ້ຢາຂ້າພືດນັ້ນ.”

ອີງຕາມການຄົ້ນຄວ້າເອກະສານໂດຍໂຄງການສິ່ງຕົກທອດຈາກສົງຄາມ ຫລື War Legacies ທີ່ຕັ້ງຂຶ້ນມາໂດຍທ່ານນາງຊູແຊນ ແຮມມອນດ໌ (Susan Hammond) ແມ່ນເຫັນວ່າ ມີຫລາຍກວ່າ 500 ບ້ານຢູ່ໃນ 5 ແຂວງພາກກາງ ແລະ ພາກໃຕ້ຂອງລາວລຽບຕາມຊາຍແດນຕິດກັບຫວຽດນາມ ຄືຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະອັດຕະປືນັ້ນ ນອກຈາກໄດ້ຖືກລະ ເບີດຖິ້ມໃສ່ຢ່າງໜັກໜ່ວງແລ້ວກໍຍັງນອນຢູ່ໃນແລວທາງທີ່ກວ້າງ 6 ໄມລ໌ ຫລື ປະມານ 10 ກິໂລແມັດຂອງການພົ່ນສານສີສົ້ມ ຫລື Agent Orange ຊຶ່ງເປັນຢາຂ້າພືດທີ່ເຈືອປົນສານພິດ ທີ່ເອີ້ນວ່າ ໄດອອກຊິນ (Dioxin) ພົ່ນໃສ່ ອີກດ້ວຍ. ໂດຍອີງໃສ່ເອກະສານທີ່ເປັນທາງການຂອງສະຫະລັດ ໂຄງການ ນີ້ເວົ້າວ່າໃນເວລາ 5 ປີ (1965 ເຖິງ 1970) ເຮືອບິນສະຫະລັດໄດ້ໄປພົ່ນສານສີສົ້ມຫລາຍກວ່າ 6 ແສນກາລອນຫລືປະມານ 2 ລ້ານ 300 ລິດໃສ່ເສັ້ນທາງລໍາລຽງອາວຸດໂຮຈີມິນທີ່ຢູ່ຟາກແດນຂອງລາວ ແຕ່ວ່າອີງຕາມບັນທຶກຂອງອົງການສືບລັບ CIA ແມ່ນການພົ່ນສານທີ່ວ່ານີ້ໄດ້ເລີ້ມຕົ້ນຂຶ້ນດົນກວ່ານັ້ນ ເພາະສະນັ້ນ ປະລິມານສານສີສົ້ມທີ່ວ່ານີ້ອາດຈະສູງກວ່ານັ້ນອີກ. ໂດຍອີງໃສ່ການຄົ້ນຄວ້າ ວິທະຍາສາດ ບົດລາຍງານການສໍາຫລວດນີ້ເວົ້າວ່າ ສານໄດອອກຊິນ ແມ່ນກໍ່ໃຫ້ເກີດໂຣກມະເຮັງ ແລະສານຕົກຄ້າງທີ່ພາມາໃຫ້ຄົນເກີດມາມີສິ່ງຜິດປົກກະຕິ ທີ່ແຝງຢູ່ໃນສັດທີ່ຄົນອາດນໍາມາເປັນອາຫານນັ້ນອີກດ້ວຍ.

ສະຫລຸບແລ້ວ ການສໍາຫລວດນີ້ຂອງໂຄງການສິ່ງຕົກທອດຈາກສົງຄາມພົບວ່າ ຊີວິດແລະຊັບສິນຂອງຄົນຕະຫລອດທັງສິ່ງແວດລ້ອມຢູ່ໃນເຂດທີ່ມີການສູ້ລົບກັນຢ່າງໜັກ ໂດຍສະເພາະແມ່ນຢູ່ໃນເສັ້ນທາງລໍາລຽງອາວຸດໂຮຈີມິນ ຫລື Hochiminh Trail ທີ່ມີປ່າໄມ້ຕຶບໜາປົກຄຸມລຽບຕາມສັນພູຫລວງທີ່ ຂັ້ນຊາຍແດນລະຫວ່າງລາວກັບຫວຽດນາມໃນປາງສົງຄາມຢູ່ລາວຊຶ່ງສະ ຫະລັດເອີ້ນວ່າ ສົງຄາມລັບນັ້ນ ໄດ້ຮັບຜົນກະທົບອັນຍາວນານຈາກຢາຂ້າພືດ ທີ່ເອີ້ນວ່າສານສີສົ້ມທີ່ມີສານພິດໄດອອກໄຊທີ່ເປັນອັນຕະລາຍຮ້າຍແຮງ ນັ້ນອີກດ້ວຍ.

XS
SM
MD
LG