ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ກໍລະກົດ ໒໐໒໔

ນັກຂ່າວຍິງບາງຄົນ ພົບຊ່ອງທາງ ສໍາລັບການກະຈາຍສຽງອອກອາກາດ ໃນອັຟການິສຖານ


In Afghanistan, Some Female Journalists Find Ways to Stay on Air
please wait

No media source currently available

0:00 0:02:51 0:00

ໃນປະເທດອັຟການິສຖານ, ນັກຂ່າວຍິງບາງຄົນ ສາມາດຫາຊ່ອງທາງ ທີ່ຍັງຄົງດໍາເນີນການກະຈາຍສຽງຕໍ່ໄປໄດ້.

ເນື່ອງຈາກບັນດາແມ່ຍິງ ໄດ້ຖືກຜັກດັນຊີວິດຂອງພວກເຂົາເຈົ້າ ໃຫ້ອອກຈາກສັງຄົມຢູ່ໃນອັຟການິສຖານ, ພວກນັກຂ່າວແມ່ຍິງທີ່ກ້າຫານ ຍັງຄົງດໍາເນີນງານເພື່ອຊອກຫາຊ່ອງທາງ ສໍາລັບການລາຍງານຂ່າວຂອງພວກເຂົາ ເຈົ້າ. ໂນຊາບາ ອາສນາ (Noshaba Ashna) ນັກຂ່າວຂອງ VOA ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນປະເທດອັຟການິສຖານ ທີ່ຢູ່ພາຍໃຕ້ການປົກຄອງຂອງກຸ່ມຕາລິບານ, ຈຶ່ງຍາກຫຼາຍທີ່ຈະເຫັນການອອກອາກາດຂອງສະຖານີ ຊາໄດ ບານູ-ອີ (Sadai Banu-e), ເຊິ່ງເປັນສະຖານີວິທະຍຸທີ່ດໍາເນີນການໂດຍບັນດາແມ່ຍິງ ເພື່ອພວກແມ່ຍິງ.

ເຖິງແມ່ນຈະມີຂໍ້ຈໍາກັດຕ່າງໆກ່ຽວກັບບັນດາແມ່ຍິງແລະສື່ສັງຄົມກໍຕາມ, ສະຖາ ນີວິທະຍຸ ເຊິ່ງມີຄວາມໝາຍວ່າສຽງຂອງແມ່ຍິງແມ່ນຍັງຄົງດໍາເນີນການກະຈາຍ ສຽງຢູ່ໃນສາມແຂວງຂອງປະເທດ.

ແຕ່ຂໍ້ຈໍາກັດຕ່າງໆ ແລະຄວາມກົດດັນຫຼາຍໆຢ່າງທາງດ້ານເສດຖະກິດນັ້ນ ຈຶ່ງເປັນສາເຫດເຮັດໃຫ້ຕ້ອງຕັດລາຍການຕ່າງໆຂອງສະຖານີລົງ.

ທ່ານນາງປາວີນ ຄາວຣາຣີ (Parween Khawrari) ບັນນາທິການ ຂອງສະ ຖານີ ຊາໄດ ບານູ-ອີ ກ່າວເປັນພາສາດາລີ ວ່າ:

“ໃນໄລຍະຜ່ານມາ, ພວກເຮົາມີລາຍການອອກອາກາດ 24 ຊົ່ວໂມງຕໍ່ມື້, ແຕ່ເນື່ອງຈາກບັນຫາສະພາບການທາງດ້ານເສດຖະກິດ ແລະຂໍ້ຫ້າມທີ່ບໍ່ໃຫ້ແມ່ຍິງເຮັດວຽກໃນຍາມກາງຄືນ, ພວກເຮົາຈຶ່ງໄດ້ຫຼຸດຈໍານວນລາຍການອອກອາກາດຂອງພວກເຮົາມາເປັນ 12 ຊົ່ວໂມງຕໍ່ມື້ ເຊັ່ນ ຈາກ 6 ໂມງເຊົ້າ ມາຫາ 6 ໂມງແລງ.”

ທ່ານນາງປາວີນ ກ່າວວ່າ ຄຸນນະພາບຂອງລາຍການອອກອາກາດ ກໍໄດ້ຮັບຜົນກະທົບເຊັ່ນກັນ, ເຊິ່ງທ່ານນາງໄດ້ກ່າວວ່າ:

“ພວກເຮົາເຄີຍມີລາຍການສະແດງຄວາມບັນເທີງຫຼາຍລາຍການ ເຊິ່ງເຮັດໃຫ້ມີຜູ້ເຂົ້າມາຮັບຟັງຫຼາຍຄົນ, ແລະພວກເຮົາ ກໍຍັງບໍ່ສາມາດເຊີນພວກແມ່ຍິງມາສະຖານີ ເພື່ອສະແດງການອອກອາກາດໄດ້ເລີຍ. ໂດຍລວມແລ້ວ, ລາຍການອອກອາກາດຂອງພວກເຮົາ ແມ່ນຖືກຕິດຕາມກວດກາຢູ່.”

ທ່າມກາງການປົກຄອງທີ່ມີຂໍ້ຈໍາກັດຕໍ່ບັນດາແມ່ຍິງໂດຍກຸ່ມຕາລິບານນັ້ນ ພວກແມ່ຍິງຈຶ່ງໄດ້ຮັບຄໍາສັ່ງໃຫ້ມີພີ່ນ້ອງໃກ້ຊິດທີ່ເປັນຜູ້ຊາຍ ຫຼືມາຣາມ (Mahram) ຕິດຕາມພວກເຂົາເຈົ້າ ເມື່ອອອກໄປນອກ.

ໃນລະຫວ່າງທີ່ຄໍາສັ່ງດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກຂ່າວບາງຄົນໃນການປະຕິບັດວຽກງານຂອງພວກເຂົາເຈົ້າ, ແຕ່ນັກຂ່າວຍິງບາງຄົນໄດ້ຄົ້ນພົບທາງອອກສໍາລັບພວກເຂົາເອງ.

ທ່ານນາງຮາເດຍ ອິບຣາຮິມີ (Hadia Ibramini), ຜູ້ບໍລິຫານບັນນາທິການ ຢູ່ທີ່ສະຖານນີວິທະຍຸ ຊາໄດ ບານູ-ອີ ໃນເມືອງເມມານາ ກ່າວເປັນພາສາດາລີວ່າ:

“ຂ້າພະເຈົ້າບໍ່ສາມາດເຮັດວຽກ ໂດຍມີມາຣາມ ຕິດຕາມໄປຫ້ອງການນໍາ ຫຼືຢູ່ທີ່ນັ້ນໃນລະຫວ່າງດໍາເນີນການອອກອາກາດ. ເນື່ອງຈາກຂໍ້ຈໍາກັດຕ່າງໆທັງຫຼາຍເຫຼົ່ານັ້ນ, ຂ້າພະເຈົ້າຈຶ່ງໄດ້ນໍາເອົາການອອກອາກາດທາງວິທະຍຸ ມາເຮັດວຽກຢູ່ເຮືອນ ໂດຍດໍາເນີນການອອກອາກາດຈາກທີ່ນີ້ ເຊິ່ງຄອບຄົວຂອງຂ້າພະເຈົ້າ ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຂ້າພະເຈົ້າເກືອບທັງໝົດ.”

ບັນດານັກຂ່າວແບບບໍ່ມີພົມແດນກ່າວວ່າ ກົດຂໍ້ບັງຄັບໄດ້ປ່ຽນແປງສະພາບການ ອອກອາກາດທີ່ມີຊີວິດຊີວາຂອງອັຟການິສຖານ ເນື່ອງຈາກ 1 ໃນ 3 ແຂວງດັ່ງກ່າວນັ້ນ ບໍ່ມີນັກຂ່າວຍິງອີກຕໍ່ໄປ.

ແລະໃນຈໍານວນນັກຂ່າວຍິງກ່ອນການປົກຄອງຂອງກຸ່ມຕາລິບານ 2,700 ຄົນ ກໍຫຼຸດລົງມາເຫຼືອພຽງ 600 ຄົນເທົ່ານັ້ນ ທີ່ຍັງຄົງເຮັດວຽກຢູ່. ອີງຕາມການກ່າວຂອງອົງການຕິດຕາມດ້ານສື່ສັງຄົມ.

ສໍາລັບຜູ້ທີ່ຍັງຄົງປະຕິບັດວຽກງານຂອງພວກເຂົາເຈົ້າຕໍ່ຢູ່ນັ້ນກ່າວວ່າ ໜ້າທີ່ວຽກງານຕ່າງໆ ໄດ້ກາຍມາເປັນສິ່ງທີ່ສໍາຄັນຫຼາຍຂຶ້ນ.

ທ່ານນາງຮາເດຍ ອິບຣາຮີມີ ກ່າວວ່າ:

“ມັນແຈ່ມແຈ້ງສໍາລັບທຸກຄົນແລ້ວວ່າ ໂຮງຮຽນແມ່ນຖືກປິດ, ສູນກາງການສຶກ ສາກໍ່ຖືກປິດ. ພວກເຮົາຈຶ່ງໄດ້ສ້າງຕັ້ງ ແລະອອກອາກາດກ່ຽວກັບລາຍການ ການສຶກສາ.”

ການອອກອາກາດເຊັ່ນດຽວກັບລາຍການຕ່າງໆ ແມ່ນສິ່ງສໍາຄັນທີ່ສຸດສໍາລັບສະຖານີຕ່າງໆຂອງພວກເຂົາເຈົ້າ ແລະນັບຕັ້ງແຕ່ໄດ້ມີການຫ້າມຈາກກຸ່ມຕາລິບານ ບັນດາຜູ້ຕິດຕາມຮັບຊົມ ແລະຮັບຟັງຂອງພວກເຂົາເຈົ້າແມ່ນນັກຮຽນຍິງຈາກບັນ ດາໂຮງຮຽນ ແລະມະຫາວິທະຍາໄລຕ່າງໆ ທີ່ມີອາຍຸແຕ່ 12 ປີຂຶ້ນໄປ.

With women being pushed out of public life in Afghanistan, brave female reporters remain committed to finding ways to keep reporting. For VOA Noshaba Ashna has the story, narrated by Shaista Sadat Lami

In Taliban-ruled Afghanistan, Sadai Banu-e is a rarity. A radio station run by women for women.

Despite restrictions on women and media, the station — whose name means Voice of Woman — is still broadcasting from three provinces.

But government restrictions and economic pressures meant it had to cut some programming.

Parween Khawari, Sadai Banu-e Balkh, Female, Dari

“In the past, we had 24-hour programming, but because of economic problems and the ban on women working at night, we decreased our programming to 12 hours, from six in the morning to six in the evening.”

Quality is also being affected, she says.

Parween Khawari, Sadai Banu-e Balkh, Female, Dari

“We used to have more entertainment shows. They had more listeners. We cannot invite women to come to the stations for the shows. In addition, our shows are monitored.”

Among the rules imposed on women by the Taliban is an order that they be accompanied by a close male relative—or Mahram-- when outside the home.

While this has made it difficult for some journalists to continue their work, others have found a way around it.

Hadia Ibrahimi, Sadai Banu-e Maymana, Female, Dari

“I could not go daily with Mahram to the office and stay there and host shows. Because of the restrictions, I brought the radio home, hosting the shows from here. My family is mostly helping me.”

The rules have changed for Afghanistan’s once-vibrant media scene, with a third of provinces no longer having any female journalists, says Reporters Without Borders.

And of the 2,700 women reporters pre-Taliban, just over 600 are still working, the media watchdog says.

Those who can still perform duties say their job has become more important.

Hadia Ibrahimi, Sadai Banu-e Maymana, Female, Dari

“It is clear to all that schools are closed. Education centers are closed. Therefore, we produce and air educational programs.”

Broadcasting such programs is a priority for stations and their audiences since the Taliban banned girls aged 12 and up from schools and universities.

XS
SM
MD
LG