ບັນດານັກວິເຄາະກ່າວວ່າ, ອີຣ່ານ, ສະຫະລັດ ແລະບັນດາປະເທດອ່າວເປີເຊຍ ນັບມື້ນັບກ່ຽວພັນໃນການຕໍ່ສູ້ເພື່ອອະນາຄົດຂອງອີຣັກ. ພວກເຂົາເຈົ້າເຊື່ອວ່າ ຄຳຖາມທີ່ປາກົດຂຶ້ນມາໃນປີ 2022 ກໍແມ່ນພາກສ່ວນປະກອບທາງການເມືອງຂອງອີຣັກທີ່ກຳລັງປາກົດອອກໃຫ້ເຫັນພາຍຫຼັງການເລືອກຕັ້ງສະພາໃນເດືອນຕຸລານັ້ນ ຈະສາມາດຊຸກຍູ້ອະທິປະໄຕຂອງອີຣັກໃຫ້ກ້າວໜ້າໄດ້ຫລືບໍ່ ຢູ່ໃນສະພາບການຕໍ່ສູ້ຊ່ວງຊີງອຳນາດທາງພູມີສາດການເມືອງນີ້. Dale Gavlak ມີລາຍງານ ມາຈາກນະຄອນອຳມານ (Amman) ຂອງປະເທດຈໍແດນ ຊຶ່ງ ບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ເນື່ອງໃນໂອກາດສະເຫຼີມສະຫຼອງການຄົບຮອບ 100 ປີແຫ່ງການສ້າງຕັ້ງປະເທດອີຣັກ ໃນວັນທີ 11 ທັນວານີ້, ທ່ານນາຍົກລັດຖະມົນຕີ ມຸສຕາຟາ ອາລ-ຄາດດິມີ (Mustafa Al-Kadhimi) ໄດ້ຮຽກຮ້ອງໃຫ້ຊາວອີຣັກທຸກຄົນຮັບຮູ້ເອົາສິ່ງທີ່ເຮັດໃຫ້ມີຄວາມສາມັກຄີກັນ, ແທນທີ່ຈະຮັບຮູ້ສິ່ງທີ່ເຮັດໃຫ້ເຂົາເຈົ້າແຕກແຍກກັນ ເພື່ອຜົນປະໂຫຍດສ່ວນລວມຂອງອີຣັກ. ສານລັດຖະບານກາງຂອງປະເທດ ທີ່ຄາດກັນວ່າຈະຍຶດຖືຜົນການເລືອກຕັ້ງສະພາໃນເດືອນຕຸລາຜ່ານມານັ້ນໄວ້ ທີ່ໄດ້ຮັບການສັນລະເສີນຈາກບັນດານັກສັງເກດການອີຣັກແລະສາກົນ, ເຖິງແມ່ນວ່າ ມີການດຳເນີນຄວາມພະຍາຍາມຄັ້ງແລ້ວຄັ້ງເລົ່າ ຂອງບັນດາພັກຊາວນິກາຍຊີໄອ (Shiite) ສະຫນັບສະຫນູນອີຣ່ານ ທີ່ໄດ້ເສຍໄຊໃນການເລືອກຕັ້ງນັ້ນ ຢາກໃຫ້ມັນຖືກລົບລ້າງໄປກໍຕາມ.
ການເປັນຕົວແທນໃນສະພາຂອງພວກເຂົາເຈົ້າ ໄດ້ຫຼຸດລົງຢ່າງຫຼວງຫຼາຍໄປເປັນ 17 ບ່ອນນັ່ງ ເມື່ອທຽບໃສ່ກັບພັກຂອງນັກສອນສາສະໜານິກາຍຊີໄອ (Shiite) ທ່ານມັກຕາດາ ອາລ-ຊາເດີ (Muqtada al-Sadr) ທີ່ມີ 74 ບ່ອນນັ່ງນັ້ນ. ໃນການຂຽນຢູ່ໃນເວັບໄຊທ໌ Al-Monitor ນັ້ນນັກສັງເກດການອີຣັກ, ທ່ານໂອມາ ຊາດຕາ (Omar Sattar) ກ່າວວ່າ ທ່ານຊາເດີ ຢາກຈະ “ສ້າງຕັ້ງລັດຖະບານສຽງສ່ວນຫລາຍທີ່ຄັດຄ້ານຕໍ່ການແຊກແຊງຂອງຕ່າງປະເທດທຸກຢ່າງ ແລະປົດອາວຸດຂອງພວກທະຫານບ້ານ. ບັນດາກຳລັງທະຫານທີ່ສະໜັບສະໜູນອີຣ່ານ ພວມຄັດຄ້ານຕໍ່ຄວາມປາຖະໜາຂອງທ່ານຊາເດີ (Sadr) ໂດຍພາກັນເດີນຂະບວນຕາມຖະໜົນຫົນທາງ, ສ້າງໄພຂົ່ມຂູ່ຕໍ່ສັນຕິພາບຂອງພົນລະເຮືອນ, ແລະດຳເນີນການເພື່ອໃຫ້ລົບລ້າງຜົນຂອງການເລືອກຕັ້ງ. ການທີ່ຈະຕົກລົງກັນໄດ້ ອາດຈະໄດ້ໃຊ້ເວລາດົນ.”
ການເລືອກຕັ້ງໄດ້ຖືກຈັດຂຶ້ນໄວກວ່າກຳນົດເພື່ອຕອບສະໜອງຕາມການປະທ້ວງຂອງມະຫາຊົນຕໍ່ລັດຖະບານໃນປີ 2019, ແຕ່ກໍຍັງມີຄວາມເປັນຫ່ວງກ່ຽວກັບບັນດາກຸ່ມປະກອບອາວຸດທີ່ມີອິດທິພົນ ທີ່ຫລາຍກຸ່ມ ແມ່ນມີການເຊື່ອມໂຍງກັບອີຣ່ານທີ່ຍັງມີຄວາມອຽງເອນຢູ່ນັ້ນ. ຍັງບໍ່ທັນມີການຈັບກຸມ ຫຼືຂໍ້ກ່າວຫາໃດໆ ເທື່ອຫລັງຈາກມີການພະຍາຍາມລອບສັງຫານ ທ່ານອາລ-ຄາດດິມີ (Al-Kadhimi) ທີ່ບໍ່ສຳເລັດຜົນໃນເດືອນພະຈິກຜ່ານມານັ້ນ.
ນັກວິເຄາະອາວຸໂສ, ທ່ານນິໂກລາສ ແຮຣາສ (Nicholas Heras) ຢູ່ ກັບ ສະຖາບັນ Newlines ໃນນະຄອນຫລວງວໍຊິງຕັນກ່າວຕໍ່ວີໂອເອວ່າ ອີຣັກ ກຳລັງຢູ່ລະຫວ່າງກາງທາງແຍກ ແລະອະທິປະໄຕຂອງມັນແມ່ນຍັງເປັນບັນຫາຢູ່.
ທ່ານແຮຣາສ (HERAS) ກ່າວວ່າ:
“ໂດຍພື້ນຖານແລ້ວ, ມັນຈະຮຽກຮ້ອງໃຫ້ບັນດາຜູ້ນໍາອີຣັກທີ່ເຮັດວຽກໃນ ທົ່ວ ສັງຄົມອີຣັກພະຍາຍາມສ້າງຂົວເຊື່ອມຕໍ່ລະຫວ່າງຊຸມຊົນໃນອີຣັກທີ່ມີປະສົບ ການອັນຫຍຸ້ງຍາກຫຼາຍໃນການດໍາລົງຊີວິດຢູ່ຮ່ວມກັນ, ທັງຢູ່ພາຍໃຕ້ການປົກ ຄອງຂອງທ່ານຊາດດຳ ຮຸນເຊນ (Saddam Hussein) ແລະພາຍຫລັງລະບອບການປົກຄອງຂອງທ່ານ. ນັ້ນຈະເປັນສິ່ງທ້າທາຍ ແລະ ນັ້ນແມ່ນຄຳຖາມອັນໃຫຍ່ຫຼວງທີ່ເປັນຈິງສຳລັບອີຣັກ ຍ້ອນວ່າ ອີຣັກ ກຳລັງຢູ່ໃນຂັ້ນຕອນທີ່ຈະກາຍເປັນປະເທດທີ່ປະສົບຄວາມລົ້ມແຫຼວໂດຍການແບ່ງແຍກກັນອອກໄປຕາມຫລາຍຂົງເຂດຂອງມັນ ທີ່ຄອບງຳໂດຍບັນດາປະຊາຄົມທີ່ມີເອກະລັກອັນຫລາກຫລາຍທີ່ແຕກຕ່າງກັນ.”
ບັນດາຜູ້ສັງເກດການກ່າວວ່າ ທ່ານອາລ-ຄາດດິມີ (Al-Kadhimi) ໄດ້ເປັນກຳລັງທີ່ທຳການປະນີປະນອມກັນສຳລັບອີຣັກ ແລະໄດ້ພະຍາຍາມດຶງເອົາອີຣັກກັບຄືນໄປສູ່ກຸ່ມຂອງອາຣັບໂດຍຜ່ານຂໍ້ຕົກລົງດ້ານເສດຖະກິດກັບຈໍແດນ ແລະ ອີຈິບ ໃນຂະນະທີ່ການໄກ່ເກ່ຍລະຫວ່າງຄູ່ປໍລະປັກກັນຢູ່ໃນພາກພື້ນ ເຊັ່ນ ຊາອຸດີ ອາຣາເບຍ (Saudi Arabia) ແລະອີຣ່ານ. ທ່ານໂອຊາມາ ອາລ ຊາຣິຟ (Osama Al Sharif), ນັກສະແດງຄວາມຄິດເຫັນທາງດ້ານການເມືອງຂອງເຂດຕາເວັນອອກກາງຢູ່ໃນນະຄອນຫລວງອຳມານ (Amman) ເອີ້ນການເຄື່ອນ ໄຫວເຫຼົ່ານີ້ວ່າ "ເປັນເລື້ອງຮ້າຍຕໍ່ພວກຕົວແທນທີ່ສະຫນັບສະຫນູນອີຣ່ານ."
ໃນຂະນະດຽວກັນ, ເມື່ອປີ 2021 ກຳລັງຈະສິ້ນສຸດລົງນີ້, ກອງກຳລັງທະຫານປະສົມທີ່ນຳພາໂດຍສະຫະລັດໄດ້ຍຸຕິພາລະກິດສູ້ລົບຢູ່ອີຣັກໃນເດືອນນີ້, ໂດຍໂອນກຳລັງທະຫານປະມານ 2,500 ຄົນ ທີ່ທຳການຕໍ່ສູ້ຕ້ານກຸ່ມລັດອິສລາມ ໃຫ້ໄປມີບົດບາດເປັນຜູ້ຝຶກແລະ ໃຫ້ຄຳປຶກສາ. ແຕ່ພວກນັກສັງເກດການກ່າວວ່າ ອີຣ່ານຢາກໃຫ້ສະຫະລັດອອກຈາກອີຣັກໄປ.
ທ່ານແຮຣາສ ກ່າວອີກວ່າ:
“ທ່ານອາລ ຄາດດິມີ (Al Kadhimi) ຖືກມອງວ່າ ເປັນສັນຍາລັກຂອງການ ສະຫນັບສະຫນູນຂອງສະຫະລັດໃນອີຣັກ. ແລະສະນັ້ນ, ສິ່ງທີ່ພວກເຮົາກຳລັງເຫັນຢູ່ໃນປັດຈຸບັນນີ້ ແມ່ນຂໍ້ຂັດແຍ້ງທີ່ໃກ້ຈະສິ້ນສຸດ ທີ່ກຳລັງເກີດຂຶ້ນຢູ່ໃນອີຣັກ, ເຊິ່ງອີຣ່ານພະຍາຍາມຈະຮັກສາກິດຈະກຳທີ່ພວກຕົວແທນຂອງຕົນນໍາໃຊ້ ພາຍໃຕ້ຂີດກຳນົດຂອງການຂະຫຍາຍຕົວຂຶ້ນ ທີ່ຈະປ້ອງກັນບໍ່ໃຫ້ມີສະຫະລັດທີ່ເຂັ້ມແຂງ ຫຼືບໍ່ ຍ້ອນເຫດຜົນນັ້ນ ກໍປ້ອງກັນບໍ່ໃຫ້ມີການຕອບໂຕ້ຂອງທ່ານອາລ-ຄາດດິມີ (Al-Kadhimi) ທີ່ໄດ້ຮັບການໜຸນຫລັງນັ້ນ."
ທ່ານໂອຊາມາ ອາລ ຊາຣິຟ (Osama Al Sharif) ທີ່ຂຽນລົງໃນຫນັງສືພິມ Saudi Arab News ລາຍວັນ ກ່າວວ່າ ຜູ້ຊະນະການເລືອກຕັ້ງ "ທ່ານມັກຕາດາ ອາລ-ຊາເດີ (Muqtada Al-Sadr) ໄດ້ສັນລະເສີນຄວາມພະຍາຍາມ ຂອງນາຍົກລັດຖະມົນຕີມຸສຕາຟາ ອາລ-ຄາດດິມີ (Mustafa Al-Kadhimi) ເພື່ອເຮັດໃຫ້ອີຣັກເປັນກາງໃນການປະເຊີນໜ້າກັນລະຫວ່າງ ສະຫະລັດກັບອີຣ່ານ."
ທ່ານກ່າວວ່າ ທ່ານອາລ-ຊາເດີ (Al-Sadr) ອາດຈະຮັກສາທ່ານອາລ-ຄາດດິມີ (Al-Kadhimi) ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຢູ່, ເຖິງແມ່ນວ່ານີ້ເປັນການເຮັດໃຫ້ກຽດຊັງແກ່ບັນດາຄູ່ແຂ່ງຂອງທ່ານ ທີ່ເປັນຊາວຊີໄອ (Shiite) ກໍຕາມ. ນີ້ຈະເປັນບາດກ້າວເດີນອັນສຳຄັນຂອງອີຣັກ ທີ່ກຳລັງພະຍາຍາມຈະຟື້ນຟູເອກະລັກແຫ່ງຊາດຂອງຕົນ ແລະກັບໄປເຂົ້າຮ່ວມກຸ່ມອາຣັບຄືນໃໝ່.”
ທ່ານກ່າວວ່າ "ຖ້າທ່ານອາລ-ຊາເດີ ປະສົບຜົນສຳເລັດໃນການໂຄ່ນລົ້ມ ລະບົບ ແບ່ງແຍກຊົນຊາດ ແລະນິກາຍ, ມັນຈະເປັນຂີດໝາຍອັນສຳຄັນຢ່າງປະຫວັດການໃນການຟື້ນຕົວຄືນຂອງປະເທດ, ແຕ່ຄວາມລົ້ມແຫລວຂອງທ່ານ ອາດຈະເປັນໄພພິບັດໃນທຸກດ້ານເລີຍ."