ການດຳເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣຳ ໄດ້ເລີ້ມຂຶ້ນຢ່າງເຕັມສ່ວນ ໃນວັນອັງຄານວານນີ້ ຢູ່ໃນສະພາສູງຂອງສະຫະລັດ ໂດຍມີການສູ້ຢັນກັນ ກ່ຽວກັບກົດລະບຽບຄຸ້ມຄອງວິທີການດຳເນີນຄະດີດັ່ງກ່າວ ໃນຂັ້ນຕໍ່ໄປ. ນີ້ເປັນພຽງຄັ້ງທີສາມເທົ່ານັ້ນ ໃນປະຫວັດສາດຂອງສະຫະລັດ ທີ່ບັນດາສະມາຊິກສະພາສູງຈະລົງຄະແນນສຽງເພື່ອຕັດສິນວ່າ ປະທານາທິບໍດີຄວນຖືກປົດອອກຈາກຕຳແໜ່ງ ຫລືບໍ່. ບັນດາສະມາຊິກລັດຖະສະພາຈາກພັກເດໂມແຄຣັດ ໂຕ້ແຍ້ງວ່າ ຄວນອະນຸຍາດໃຫ້ພະຍານ ເຂົ້າໄປໃຫ້ການ ເພື່ອຊີ້ແຈງເຫດຜົນຂອງເຂົາເຈົ້າເພື່ອໃຫ້ເຫັນວ່າ ທ່ານທຣຳໃຊ້ອຳນາດໃນການເປັນປະທານາທິບໍດີໄປໃນທາງທີ່ຜິດຄືແນວໃດ. ນັກຂ່າວຂອງວີໂອເອປະຈຳລັດຖະສະພາ, Katherine Gypson ມີລາຍລະອຽດ ກ່ຽວກັບເລື້ອງນີ້ ຈາກຫໍລັດຖະສະພາສະຫະລັດ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນມື້ທຳອິດຂອງການດຳເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີທຣຳໝົດມື້ເລີຍ ….ທີ່ບັນດາສະມາຊິກລັດຖະສະພາຈາກພັກເດໂມແຄຣັດພະຍາຍາມ ແລະກໍບໍ່ໄດ້ຜົນ…
…ເພື່ອຈະຮວບຮວມເອົາພະຍານສຳຄັນຢູ່ໃນການສືບສວນວ່າທ່ານທຣຳ ໄດ້ໃຊ້ເງິນຊ່ວຍເຫລືອແກ່ຢູເຄຣນ ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາແລ້ວນັ້ນ ເປັນສິ່ງຕໍ່ລອງເພື່ອຊັກຊວນໃຫ້ມີການແຊກແຊງຂອງຕ່າງປະເທດ ເຂົ້າໃນການເລືອກຕັ້ງປີ 2020 ນີ້ ຫລືບໍ່.
ທ່ານ ຊຈັກ ຊູມເມີ (Chuck Schumer) ຜູ້ນຳສຽງສ່ວນໜ້ອຍ ຢູ່ໃນສະພາສູງກ່າວວ່າ:
"ຄົນອາເມຣິກັນ ເລີ້ມພາກັນເຊື່ອວ່າຄົນຕ່າງປະເທດ ໂດຍທີ່ເກີດຂຶ້ນແລ້ວ ສາມາດເລືອກເອົາປະທານາທິບໍດີ ຫລື ເລືອກເອົາສະມາຊິກລັດຖະສະພາ ຫລືຜູ້ປົກຄອງລັດໄດ້ຫລືບໍ່. ຖ້າຄົນຕ່າງປະເທດຫາກສາມາດແຊກແຊງເຂົ້າໃນການເລືອກຕັ້ງ ແລະຕັດສິນຜົນອອກມາຂອງການເລືອກຕັ້ງໄດ້ ແທນທີ່ຈະແມ່ນປະຊາຊົນອາເມຣິກັນ ເປັນຄົນຕັດສິນຜົນຂອງມັນ ແລ້ວປະຊາທິປະໄຕຂອງພວກເຮົາແມ່ນເຊື່ອມໂຊມລົງຢ່າງໃຫຍ່. ປະຊາຊົນຈະເລີ້ມໝົດຄວາມເຊື່ອຖື ຕໍ່ການເລືອກຕັ້ງ."
ສະພາສູງທີ່ພັກຣີພັບບລິກັນກຳສຽງສ່ວນຫລາຍທີ່ສະກັດກັ້ນການດຳເນີນຄວາມພະຍາຍາມດັ່ງກ່າວເຫລົ່ານັ້ນໄວ້ ຊີ້ແຈງວ່າ ຄວນນຳເອົາຫລັກແນະນຳສຳລັບການຟ້ອງຮ້ອງປະທານາທິບໍດີ ບີລ ຄລິນຕັນ ໃນປີ 1999 ນັ້ນມາໃຊ້.
ສະມາຊິກສະພາສູງ ມິດ ຣອມມີ (Mitt Romney) ຈາກພັກຣີພັບບລິກັນຊີ້ແຈງວ່າ:
"ຂ້າພະເຈົ້າຄິດວ່າ ການໄດ້ຍິນຈາກຄຳເວົ້າຂອງ (ອະດີດທີ່ປຶກສາດ້ານຄວາມໝັນຄົງແຫ່ງຊາດ), ທ່ານ ຈອນ ໂບລຕັນ (John Bolton) ແລະບາງເທື່ອຈາກພະຍານຄົນອື່ນອີກ, ແນ່ນອນແມ່ນເປັນເລື້ອງທີ່ສຳຄັນຫລາຍ ທັງສຳລັບ ຈຳເລີຍແລະການດຳເນີນຄະດີ. ເວລາທີ່ເໝາະສົມສຳລັບການລົງຄະແນນສຽງນັ້ນ, ສຳລັບການຕັດສິນເລື້ອງນັ້ນ ແມ່ນພາຍຫລັງທີ່ມີການໂຕ້ແຍ້ງກັນແລ້ວ. ນັ້ນຄືຂັ້ນຕອນທີ່ໄດ້ດຳເນີນໄປຢູ່ໃນໄລຍະທີ່ມີການຟ້ອງຮ້ອງຕໍ່ປະທານາທິບໍດີ ຄລິນຕັນ .”
ສະມາຊິກລັດຖະສະພາສູງທີ່ເປັນພັນທະມິດຂອງທ່ານທຣຳ ຄົນນີ້ກ່າວອີກວ່າ ເປັນວິທີການນຶ່ງທີ່ຈະຫລີກລ້ຽງການສູ້ຢັນກັນລະຫວ່າງພັກຢ່າງເຄັ່ງຕຶງ ກ່ຽວກັບຂັ້ນຕອນດຳເນີນການຟ້ອງຮ້ອງປະທານາທິບໍດີຂອງສະພາຕ່ຳ.
ທ່ານມິດຈ໌ ແມັກຄອນແນລ (Mitch McConnell), ຜູ້ນຳສຽງສ່ວນຫລາຍເວົ້າວ່າ:
"ສະພາສູງຍັງສາມາດຮັບໃຊ້ຈຸດປະສົງຂອງການສ້າງຕັ້ງມັນຂຶ້ນມາຂອງພວກເຮົາຢູ່ບໍ່? ພວກເຮົາຍັງສາມາດທີ່ຈະຍົກເອົາຄວາມຍຸຕິທຳ, ຄວາມກ້ຳເກິ່ງກັນ-ລະຫວ່າງສອງຝ່າຍ ແລະຍົກເອົາມາດຕະຖານຄຳພິພາກສາຄະດີໃນປະຫວັດສາດ ໄວ້ເໜືອຄວາມມັກຂອງພັກ ໄດ້ບໍ່ໃນມື້ນີ້? ການລົງຄະແນນສຽງໃນມື້ນີ້ ຈະລວມມີຄຳຕອບບາງອັນຢູ່ໃນນັ້ນ."
ໃນຂະນະທີ່ພັກຣີພັບບລິກັນເປັນພັກສຽງສ່ວນຫລາຍຢູ່ໃນສະພາສູງ ກໍໝາຍຄວາມວ່າ ທ່ານທຣຳ ມີຄວາມໄດ້ປຽບທາງການເມືອງຢູ່ໃນການດຳເນີນຄະດີ ສະນັ້ນການທີ່ບໍ່ສາມາດຮຽກເອົາພະຍານເຂົ້າມາໃຫ້ການ ອາດຈະມີຜົນຕາມມາຢ່າງຫລວງຫລາຍໄດ້.
ທ່ານ ພອລ ເບີແມນ ຊິຟ (Paul Berman Schiff), ຈາກໂຮງຮຽນກົດໝາຍ ຂອງມະຫາວິທະຍາໄລ ຈອດ ວໍຊິງຕັນ (George Washington) ໃຫ້ຄຳເຫັນວ່າ:
"ມັນເປັນສິ່ງຈຳເປັນ ທີ່ສະພາສູງຕ້ອງໄດ້ທຳການດຳເນີນຄະດີຢ່າງແທ້ຈິງ, ບັນດາສະມາຊິກສະພາສູງ ຕ້ອງປະຕິບັດຕົນ ໃນນາມເປັນຄະນະຕຸລາການຢ່າງແທ້ຈິງ ແລະບໍ່ແມ່ນອີງຕາມພັກ, ແລະການຊີ້ແຈງເຫດຜົນຕ່າງໆ ຕ້ອງໄດ້ຮັບການພິຈາລະນາຢ່າງຈິງຈັງ ຕ້ອງໄດ້ຟັງຄຳເວົ້າຈາກພະຍານຕ່າງໆ ແລະອື່ນໆ ອີກ. ສິ່ງທີ່ວ່ານັ້ນ ປາກົດວ່າ ບໍ່ແມ່ນສິ່ງທີ່ຈະເກີດຂຶ້ນເລີຍ. ແລະຖ້າຫາກສິ່ງນັ້ນ ບໍ່ເກີດຂຶ້ນແລ້ວ, ຖ້າຫາກສະພາສູງບໍ່ເຮັດໜ້າທີ່ຮັບຜິດຊອບຂອງຕົນຢ່າງຈິງຈັງແລ້ວ, ມັນກໍຈະເຮັດໃຫ້ມີຜົນຕາມມາທີ່ຮ້າຍແຮງຕໍ່ປະຊາທິປະໄຕໃນທາງລັດຖະທຳມະນູນຂອງພວກເຮົາ."
ທ່ານແມັກຄອນແນລ (McConnell) ແມ່ນເຫັນດີໃຫ້ມີເວລາເພີ້ມຂຶ້ນ ສຳລັບການຍົກເຫດຜົນມາໂຕ້ແຍ້ງກັນ ຢູ່ໃນການເປີດການດໍາເນີນຄະດີ. ພວກສັງກັດພັກເດໂມແຄຣັດເຊື່ອວ່າ ການມີເວລາເພີ້ມຂຶ້ນຈະເຮັດໃຫ້ພວກເພິ່ນສາມາດ ຊີ້ແຈງເຫດຜົນຂອງຕົນຕໍ່ໃນການຟ້ອງຮ້ອງທ່ານທຣຳ ຢູ່ໃນສານແຫ່ງການມີຄວາມເຫັນຂອງປະຊາຊົນ.
ທ່ານ ອາດາມ ຊິຟ (Adam Schiff), ຜູ້ຈັດການທີ່ເຮັດໜ້າທີ່ເປັນໄອຍະການໃນເລື້ອງຟ້ອງຮ້ອງປະທານາທິບໍດີ ຈາກສະພາຕ່ຳກ່າວວ່າ:
"ມີຄົນຫລາຍໆຄົນ ແມ່ນແຕ່ຊາວອາເມຣິກັນສ່ວນຫລາຍ ແມ່ນບໍ່ເຊື່ອວ່າ ຈະມີການດຳເນີນຄະດີທີ່ຍຸຕິທຳ. ພວກເຂົາເຈົ້າບໍ່ເຊື່ອວ່າ ສະພາສູງຈະມີຄວາມທ່ຽງທຳ. ພວກເຂົາເຈົ້າເຊື່ອວ່າ ຜົນຂອງການດຳເນີນຄະດີແມ່ນໄດ້ກະກຽມໄວ້ແລ້ວ. ທ່ານປະທານາທິບໍດີຈະຖືກເຮັດໃຫ້ພົ້ນໂທດໄປ. ບໍ່ແມ່ນຍ້ອນວ່າທ່ານບໍລິສຸດ ດອກ. ທ່ານບໍ່ໄດ້ບໍລິສຸດເລີຍ. ແຕ່ວ່າ ເປັນຍ້ອນບັນດາສະມາຊິກສະພາສູງຈະລົງຄະແນນສຽງອີງຕາມພັກຂອງຕົນ ແລະທ່ານກໍໄດ້ຮັບຄະແນນສຽງນັ້ນແລ້ວ."
ບັນດາຜູ້ຈັດການໃນການຟ້ອງຮ້ອງປະທານາທິບໍດີຈາກສະພາຕ່ຳ ຈະມີເວລາ 3 ມື້ ເພື່ອຊີ້ແຈງເຫັດຜົນຂອງຕົນໃນການຟ້ອງຮ້ອງຕໍ່ທ່ານທຣຳ ຢູ່ໃນຫ້ອງປະຊຸມຂອງສະພາສູງ ໂດຍທີ່ພວກທະນາຍຄວາມສຳລັບທຳນຽບຂາວ ມີກຳນົດທີ່ຈະ ເລີ້ມກ່າວການປ້ອງກັນທ່ານທຣຳ ໃນວັນເສົາຈະມາເຖິງນີ້.
ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
The impeachment trial of U.S. President Donald Trump got fully underway in the Senate Tuesday with a battle over the rules governing how the case moves forward. For just the third time in U.S. history, senators will vote to decide if a president should be removed from office. Congressional Democrats argue witnesses should be allowed to testify to help make their case Trump abused the power of the presidency. VOA's Congressional Correspondent Katherine Gypson has more from Capitol Hill.
On the first full day of the trial of President Trump….
Democrats tried…
And failed…
…To gather key evidence in the investigation into whether Trump leveraged congressionally approved aid to Ukraine to invite foreign interference in the 2020 election.
Chuck Schumer, Senate Minority Leader:
"If Americans start believing that foreigners, in effect, can elect presidents or senators or governors. If foreigners can interfere in elections and determine the outcome, instead of the American people determining the outcome, our democracy is vastly eroded. People will start losing faith in elections."
The Republican-majority Senate stopping those attempts, arguing the 1999 impeachment of President Bill Clinton should be the guide.
Senator Mitt Romney, Republican:
"I think it's important to hear from (former National Security Advisor) John Bolton and perhaps other witnesses, obviously, for both the defense as well as the prosecution. The right time for that vote, that decision is after the opening arguments. That's the way the process was carried out during the Clinton impeachment."
An approach that avoids the contentious partisan battles of the House impeachment process, says Trump's top Capitol Hill ally.
Mitch McConnell, Senate Majority Leader:
"Can the Senate still serve our founding purpose? Can we still put fairness, even-handedness and historical precedent ahead of the partisan passion of the day? Today's vote will contain some answers."
While the Republican majority in the U.S. Senate means Trump holds the political advantage in the trial a failure to call witnesses could have significant consequences.
Paul Berman Schiff, George Washington University Law School:
"It's absolutely necessary that the Senate pursue a real trial, that the senators behave as actual jurors and not as partisans, and that the arguments that are made are taken seriously that witnesses are heard, and so on. That does not appear to be what's likely to happen. And if that does not happen, if the Senate does not take its responsibilities seriously, that has grave consequences for our constitutional democracy."
McConnell did agree to a longer timeline for opening arguments. Democrats believe more time will allow them to make their case against Trump in the court of public opinion.
Adam Schiff, House Impeachment Manager:
"A great many, perhaps even most Americans do not believe there will be a fair trial. They don't believe the Senate will be impartial. They believe the result is pre-cooked. The president will be acquitted. Not because he is innocent. He is not. But because the senators will vote by party and he has the votes."
House impeachment managers will have three days to argue their case against Trump on the Senate floor, with lawyers for the White House scheduled to begin their defense of Trump Saturday.