ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ IMF ຮຽກຮ້ອງໃຫ້ ສະຫະລັດ ເລືື່ອນເວລາ ໃນ ການຂຶ້ນດອກເບ້ຍ ໃສ່ຕົ້ນປີໜ້າ


IMF: US Should Delay Raising Rates
please wait

No media source currently available

0:00 0:02:24 0:00

ອົງການ​ກອງ​ທຶນ​ສາກົນ ຫຼື IMF ຮຽກຮ້ອງ​ໃຫ້ທະນະ​ຄານ​ກາງ
ສະຫະລັດ ລໍ​ຖ້າ​ຈົນ​ກວ່າ​ 6 ເດືອນທຳອິດຂອງປີ 2016 ກ່ອນ​
ຈະ​ຂື້ນ​ອັດຕາດອກ​ເບ້ຍ.

​ເຖິງ​ແມ່ນ​ວ່າ ການສະໜັບສະໜຸນເພື່ອສືບຕໍ່ໃຫ້ເສດຖະກິດ
ຂະຫຍາຍໂຕ ຍັງມີ ຜົນບັງຄັບໃຊ້ຢູ່ກໍຕາມ ແຕ່ກໍຍັງມີ ​“ຄວາມ
ບໍ່​ແນ່ນອນ ທີ່ສຳຄັນກ່ຽວກັບການ​ເຕີບ​ໂຕ​ເສດຖະກິດ ​ໃນອະນາຄົດ”ອົງການ​ກອງ​ທຶນ​ສາກົນກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ໃນ​ລາຍ​ງານ​ທົບ​ທວນເສດ​ຖະກິດປະຈຳ​ປີ ຂອງ
ສະຫະລັດ.

ອົງການ IMF ຍັງ​ຫລຸດລະດັບການຄາດຫວັງ ກ່ຽວກັບການເຕີບໂຕຂອງເສດຖະກິດ​
ສະຫະລັດໃນອະນ​າຄົດ ເປັນ 2.5 ​ເປີ​ເຊັນ ອີງຕາມ​ຄວາມ​ຜິດຫວັງ​ຂອງ​ໄຕ​ມາດ​ທີ​ນຶ່ງ.

ຫົວໜ້າອົງການ IMF ທ່ານ​ນາງ Christine Lagarde ກ່າວ​ວ່າ ການຂຶ້ນອັດຕາ​ດອກ
​ເຍ້ຍສະຫະລັດ ​ໄວ​ເກີນ​ໄປ ອາດ​ເປັນ​ຜົນກະທົບ​ຢ່າງ​ໃຫຍ່​ຫລວງຕໍ່ສະ ພາບການທີ່ບໍ່
ແນ່ນອນຂອງຕະ​ຫລາດ ​ຢູ່ໃນ​ທົ່ວໂລກ. ທ່ານ​ນາງກ່າວ​ວ່າ “​ເມື່ອຊັ່ງ​ຊາເບິ່ງຄວາມສ່ຽງ
ແລ້ວ ພວກ​ເຮົາ​ຄິດ​ວ່າ ​ມັນເປັນ​ກໍລະນີ ທີ່ຄວນ​ລໍຖ້າ​ການ​ຂື້ນ​ອັດຕາ​ດອກ​ເບ້ຍ ຈົນ​ກວ່າ​
ຈະ​ມີ​ຮ່ອງ​ຮອຍທີ່ເປັນຮູບປະທຳຫຼາຍຂຶ້ນຂອງ​ເງິນ​ເດືອນ ຫລື​ລາຄາທີ່ສູງຂຶ້ນກວ່າ​ຫລັກ​
ຖານ​ປັດ​ຈຸ​ບັນ.”

ລາຍງານຂອງອົງການ IMF ​ກ່າວວ່າ “ການຂື້ນ​ອັດຕາ​ດອ​ກ​ເບ້ຍ​ໄວ​ເກີນ​ໄປ ອາດ​ພາ
ໃຫ້​ເກີດ​ການເອົາມາດຕະການເພີ້ມຄວາມເຄັ່ງຄັດທາງດ້ານການເງິນ ຫລາຍກວ່າທີ່
ຄາດການໄວ້ ຫລື​ສະພາບ​ຄວາມບໍ່​ໝັ້ນຄົງທາງດ້ານ​ການ​ເ​ງິນເປັນ ເວລາສັ້ນໆ ທີ່​ຈະ
ເຮັດ​ໃຫ້​ເສດຖະກິດ​ຢຸດ​ສະຫງັກລົງ” “ນີ້​ອາດ​ຈະ​ບັງ​ຄັບ​ໃຫ້ ທະນາຄານ​ກາງຕ່າວປີ້ນ
ທິດ​ທາງຕັດ​ອັດ​ຕາ​ດອກເບ້ຍລົງ​ຄືນ​ໄປ​ສູ່​ສູນພ້ອມ​ທັງອາດ ຈະສ້າງຄວາມເສຍຫາຍ
ໃຫ້ແກ່ຄວາມໜ້າເຊື່ອຖືນຳດ້ວຍ.

ການສະ​ເໜີ​ແນະຂອງອົງການ IMF ແມ່ນຂັດກັບຄຳຖະແຫຼງຢ່າງເປັນທາງການ ຂອງ
ບັນດາຜູ້ກຳນົດນະໂຍບາຍ ທະນາຄານກາງສະຫະລັດທີ່ວ່າທາງທະນາຄານກາງ ອາດ
ຈະຂຶ້ນອັດຕາ​ດອກ​ເຍ້ຍຫລັກຂອງຕົນໃນ​ປີ​ນີ້. ອັດຕາ​ດອກ​ເບ້ຍ​ຂອງ ທະນາຄານກາງ
ສະຫະລັດແມ່ນຕ່ຳເກືອບ​ສູນນັບແຕ່​ໄດ້ເກີດວິກິດການດ້ານການ ເງິນປີ 2008.

IMF US Rates
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG