ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກອງທຶນສາກົນ ຫລິງເຫັນວ່າ ຈີນ ຈະສືບຕໍ່ມີອິດທິພົນ ໃນເສດຖະກິດໂລກ


IMF Foresees China's Continued Influence on Global Economy
please wait

No media source currently available

0:00 0:02:26 0:00

ຫົວໜ້າເສດຖະສາດຂອງ​ອົງການກອງທຶນສາກົນກ່າວວ່າ ຜົນສຳເລັດຂອງເສດຖະກິດຈີນ ຍັງຈະດຳເນີິນຕໍ່​ໄປ​ໃນ​ປີໜ້າ ແລະນັ້ນອາດຊ່ວຍສະໜັບສະໜູນການຟື້ນ​ໂຕ​ຄືນ ​ຂອງ​ເສດ ຖະກິດ ​ຢູ່​ໃນທົ່ວໂລກ. ແຕ່ວ່າ ດັ່ງ​ທີ່ນັກຂ່າວວີໂອເອ Zlatica Hoke ລາຍງານ ຈີນ​ແມ່ນ ຈຳ​ເປັນ​ຕ້ອງ​ໄດ້​ປະຕິ​ຮູບທາງ​ດ້ານ​ການເງິນ ຕະຫລາດ ແລະອື່ນໆ​ອີກ ເພື່ອຈະສາມາດ ປະກອບສ່ວນເຂົ້າຮ່ວມ ໃນການຄຸ້ມ​ຄອງເສດຖະກິດຂອງໂລກ. ກິ່ງ​ສະຫວັນ ມີ​ລາຍ​ລະ ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຫົວໜ້າເສດຖະສາດຂອງ​ອົງການກອງທຶນສາກົນ IMF ທ່ານ Maurice Obstfeld ຄາດ ວ່າ ການເຕີບໂຕຂອງເສດຖະກິດຈີນ ຈະຢູ່​ໃນ​ລະດັບ 6.2 ເປີເຊັນໃນປີໜ້ານີ້ ຫລຸດລົງມາ ນ້ອຍນຶ່ງຈາກ 6.6 ເປີເຊັນ​ໃນປີນີ້. ເສດຖະກິດໃຫຍ່ສຸດອັນດັບສອງຂອງ​ໂລກ ໄດ້ມີອິດທິ ພົນເພີ້ມຂຶ້ນຕໍ່ເສດຖະກິດ ແລະການເງິນຂອງ​ໂລກ.

ທ່ານ Obstfeld ກ່າວວ່າ “ດີທີ່ ຈີນ​ໄດ້ເພີ້ມຄວາມ​ເປັນ​ລະບຽບຂອງປະເທດ. ມັນໄດ້ລົ້ນ ເຂົ້າສູ່ເສດຖະກິດໂລກຢ່າງໃຫຍ່ໂດຍຜ່ານການຄ້າ ຜ່ານລາຄາສິນ ຄ້າຕ່່າງໆ ເພີ້ມຂຶ້ນ​ໂດຍຜ່ານການເຊື່ອມຕໍ່ທາງ​ດ້ານການເງິນ. ເພາະສະນັ້ນສິ່ງທີ່ເຮັດ​ໃຫ້ສຳຄັນສຸດແກ່ ຫົນ ທາງໄປສູ່ການເຕີບຢູ່ທົ່ວໂລກ ບໍ່ພໍພຽງແຕ່ຢູ່ຂົງເຂດ ​ເທົ່າ​ນັ້ນ ແຕ່ຍັງຢູ່ທົ່ວໂລກນຳ​ດ້ວຍ. ເພາະສະນັ້ນພວກເຮົາທຸກຄົນຕ່າງ​ກໍມີສ່ວນ ​ໄດ້​ສ່ວນ​ເສຍຢູ່ໃນຈີນ ດັ່ງ​ທີ່​ທ່ານ​ຮູ້ ຈະ​ຕໍ່​ປະສົບຜົນສຳເລັດດັ່ງທີ່ໄດ້ມີມາຢູ່ໃນປີ​ແລ້ວນີ້.”

ໃນວັນທີ 1 ເດືອນຕຸລາທີ່ຜ່ານມາ ອົງການIMF ​ໄດ້​ຈັດເອົາເງິນ ຢວນ ຫລືເງິນປະຊາຊົນ ຂອງຈີນເຂົ້າ​ໄວ້​ໃນ​ກຸ່ມບັນດາເງິນຊັ້ນນຳ​ຂອງ​ໂລກ ຮວມທັງ​ເງິນໂດລາຂອງສະຫະລັດ ​ເງິນຢູໂຣ ເງິນເຢນຍີ່ປຸ່ນ ແລະເງິນປອນ​ຂອງອັງ ກິດ. ທ່ານນາງ Christine Lagarde ຫົວໜ້າບໍລິຫານອົງການກອງທຶນສາກົນ IMF ຮ້ອງວ່າ “ມີ​ຄວາມ​ສຳຄັນປະຫວັດສາດ” ສຳລັບຈີນແລະລະບົບ​ເງິນສາກົນຂອງ​ໂລກ.

ທ່ານນາງ Lagarde ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນມີ​ຄວາມສຳຄັນຫຼາຍສຳລັບຈີນ ແລະ ລະບົບການ​ເງິນສາກົນອີກດ້ວຍ. ມັນເປັນພາກສ່ວນທີ່ສຳຄັນສຸດຂອງບັນດາ ເງິນຕາ ຢູ່ໃນໂລກ.”

ແຕ່ທ່ານນາງ Lagarde ໄດ້ຮຽກຮ້ອງຈີນເພີ້ມການປະຕິຮູບການທີ່​ຈຳ​ເປັນ​ທາງ​ດ້ານ​ການ ເງິນຂອງຕົນ ການແລກປ່ຽນເງິນຕາຕ່າງປະເທດ ແລະລະບົບການເງິນ ເພື່ອ​ໃຫ້​ສອດຄ່ອງ ກັບມາດຕະຖານສາກົນ.

ເຈົ້າໜ້າທີ່ທະນາຄານໂລກກ່າວວ່າ ການປະຕິຮູບນີ້ ຈະຊ່ວຍໃຫ້ຈີນສາມາດເຂົ້າຮ່ວມສະ ຖາບັນການເງິນສາກົນແລະມີອິດທິພົນຫຼາຍຂຶ້ນຕໍ່ເສດຖະກິດຂອງໂລກ.

ທ່ານນາງ Victoria Kwakwa ເຈົ້າໜ້າທີ່ທະນາຄານໂລກ ຮັບຜິດຊອບ​ເຂດເອເຊຍຕາ ເວັນອອກກ່າວວ່າ “ໃນລະຍະຍາວ ພວກເຮົາຄິດວ່າມັນຍັງຈະຊຸກຍູ້ການຫລັ່ງ​ໄຫລ​ຂອງ ເງິນ​ໃນລະຍະຍາວເຂົ້າສູ່ຈີນ ຊຶ່ງຈະເປັນການດີສຳລັບຈີນ ແລະຍັງເປັນການດີສຳລັບ ທົ່ວ ໂລກນຳ​ດ້ວຍ. ມັນໝາຍຄວາມວ່າ ໂດຍສະເພາະຈີນຈະມີໂອກາດຫລາຍຂຶ້ນ​ໃນ​ການ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ໃນການສົນທະນາກ່ຽວ​ກັບການເງິນສາກົນ.”

ອົງການ IMF ພວມ​ກ່າວ​ຢ້ຳ​ເຖິງຄວາມ​ຈຳ​ເປັນອັນຮີບດ່ວນ​ໃນ​ຄວາມ​ເຂົ້າໃຈ​ອັນ​ກວ້າງ ຂວາງ ສະໝໍ່າ​ສະ​ເໝີ ​ແລະການ​ປະສານ​ງານ​ດ້ານນະ​ໂຍບາຍໃນ​ທົ່ວ​ໂລກ ​ເພື່ອ​ກະ​ຕຸ້ນ​ການ​ເຕິີບ​ໂຕ​ເສດຖະກິດແບບ​ຍືນ​ຍົງ ​ແລະໃຫ້ການ​ຄ້ຳປະກັນວ່າ​ໄດ້​ມີ​ການ​ແບ່ງປັນ​ເງິນແບບເທົ່າ​ທຽມ​ກັນຫຼາຍຂຶ້ນ.

XS
SM
MD
LG