ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງ​ການ ກອ​ງ​ທຶນ​ສາ​ກົນ ຫຼື IMF ເຫັນ​ເສດ​ຖະ​ກິດດີ​ຂຶ້ນ​ຢູ່​ທົ່ວ​ໂລກ ໃນ​ທ້າຍ​ປີ 2019


ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຫ້ອງການ​ໃຫຍ່ ອົງ​ການກອ​ງ​ທຶນ​ສາ​ກົນ ຫຼື IMF ວັນ​ທີ 8 ເມ​ສາ 2019.
ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຫ້ອງການ​ໃຫຍ່ ອົງ​ການກອ​ງ​ທຶນ​ສາ​ກົນ ຫຼື IMF ວັນ​ທີ 8 ເມ​ສາ 2019.

ອົງ​ການກອ​ງ​ທຶນ​ສາ​ກົນ ຫຼື IMF ຄາດ​ວ່າ 2019 ຈະ​ເປັນ​ປີ​ຂອງ​ເຕີບ​ໂຕ​ຊ້າສຳ ລັບເສດ
​ຖະ​ກິດຢູ່​ໃນ​ທົ່ວໂລກ ​ໂດຍ​ແມ່ນສືບ​ຕໍ່ແນວ​ໂນ້ມ ທີ່​ເຫັນ​ກັນ​ໃນ​ປີ 2018 ແຕ່​ກໍ​ມີ​ຄວາມ
​ຫວັງ​ວ່າ ຈະ​ເຫັນການ​ເຕີບ​ໂຕ​ທີ່​ສູງ​ຂຶ້ນຂອງ​ເສດ​ຖະ​ກິດໃນ​ໄລ​ຍະທ້າຍ​ປີ​ນີ້ ແລະກ້າວ
​ເຂົ້າ​ສູ່​ປີ 2020.

ຢູ່​ໃນລາຍ​ງານສະ​ບັບ​ຫຼ້າ​ສຸດ ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ທາງ​ດ້ານ​ເສດ​ຖະ​ກິດ ​ທີ່​ອອກ
ສອງ​ເທຶ່ອ​ຕໍ່​ປີນັ້ນ ​ອົງ​ການ IMF ໄດ້ມີ​ຄວາມລະ​ມັດ​ລະ​ວັງ​ ໃນ​ຂະ​ນະ​ທີ່​ມີ​ເຫດ​ຜົນໄປ
ໃນ​ແງ່​ດີ ​ຍ້ອນ​ມີ​ຄວາມ​ສ່ຽງຫຼາຍ​ຢ່າງ​ ທີ່​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ບໍ່​ສາ​ມາດ​ບັນ​ລຸ
ການ​ເຕີບ​ໂຕໄດ້​ຕາມ​ຄວາມ​ຄາດ​ໝາຍ.

ຮວມ​ຢູ່​ໃນຄວາມ​ສ່ຽງ ​ທີ່​ອາດ​ເຮັດ​ໃຫ້​ເສດ​ຖະ​ກິດ​ບໍ່​ສາ​ມາດ​ເຕີບ​ໂຕໄດ້​ຢ່າງ​ເຕັມ​ທີ່ນັ້ນ

​ກໍ​ມີ​ຄວາມ​ບໍ່ແນ່ນອນ ຫ້ອມ​ລ້ອມການຖອນ​ໂຕຂອງ​ອັງ​ກິດ​ອອກ​ຈາກສະ​ຫະ​ພາບຢູ
​ໂຣບ ສະ​ພາບ​ຄວາ​ມ​ສຳ​ພັນ​ທາງ​ດ້ານ​ການ​ຄ້າ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຈີນ ແລະ
​ເສດ​ຖະ​ກິດ​ຂອງ​ເທີ​ກີ ແລະ​ອາ​ເ​ງັນ​ຕີນາ ຈະ​ຟື້ນ​ໂຕ​ຄືນ​ສູ່​ລະ​ດັບ​ທີ່​ບັນ​ດາ​ນັກ​ເສດ
​ຖະ​ສາດ​ໄດ້​ທຳ​ນາຍ​ໄວ້​ຫຼື​ບໍ່.

ເພີ້ມ​ເຂົ້າໃສ່​ຄວາມ​ສ່ຽງ​ເຫຼົ່າ​ນີ້​ແລ້ວ ອົງ​ການ IMF ກ່າວ​ວ່າ ຖ້າ​ຫາກ​ມີ​ການ​ເຄື່ອນ​ຍ້າຍ
​ໄປ​ສູ່​ຈຸດ​ຕ່ຳ​ສຸດຂອງ​ຄວາມ​ຄາດ​ໝາຍ​ແລ້ວ ມັນຈະ​ມີ​ຂຶ້ນ​ໃນ​ເວ​ລາທີ່ລັດ​ຖະ​ບານ​ຂອງ
​ປະ​ເທດ​ຕ່າງໆ​ໄດ້​ຈຳ​ກັດ​ນະ​ໂຍ​ບາຍ​ທາງ​ດ້ານ​ການ​ເງິນ​ທີ່​ມີ​ໄວ້ໃຫ້​ແກ່ເຂົາ​ເຈົ້າ ເພື່ອ​
ພະ​ຍາ​ຍາມ​ຊຸກ​ຍູ້​ການ​ເຕີບ​ໂຕ​ໃຫ້​ສູງ​ຂຶ້ນ. ລາຍ​ງານ​ກ່າວ​ວ່າ ​ບັນ​ດາ​ຜູ້​ເຮັດ​ນະ​ໂຍ​ບາຍ
​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ວຽກ​ຮ່ວ​ມ​ກັນ ເພື່ອ​ຄ້ຳ​ປະ​ກັນ​ວ່າ ​ຄວາມ​ບໍ່​ແນ່ນອນ​ທາງ​ດ້ານ​ເສດ
​ຖ​ະ​ກິດ​ຈະ​ບໍ່​ນຳ​ໄປ​ສູ່ການ​ລົງ​ທຶ​ນ​ທີ່​ອ່ອນ​ແອ​ລົງ.​

ໃນທາງບວກ​ນັ້ນ ອົງ​ການ IMF ໄດ້​ໃຫ້​ຂໍ້​ສັງ​ເກດ​ ໄປ​ໃນ​ທາງ​ທີ່​ດີກ່ຽວ​ກັບການແກ້​ໄຂ​
ບັນ​ຫາ​ທາງ​ດ້ານ​ການ​ຄ້າ ລະ​ຫວ່າງ​ສະ​ຫະ​ລັດ ແລະ​ຈີນ ​ທີ່ເຫັນ​ທັງ​ສອງ​ຝ່າ​ຍ​ ວາງ​ມາດ
​ຕະ​ການ​ເກັບ​ພາ​ສີໃໝ່ ​ທີ່​ພົວ​ພັນກັບສິນ​ຄ້າ​ມູນ​ຄ່າຫຼາຍ​ຮ້ອຍພັນ​ລ້ານ​ໂດ​ລາ​ ແລະ​ກ່າວ
​ວ່າ ​ທະ​ນາຄານ​ກາງ​ສະ​ຫະ​ລັດ ໄດ້​ເອົາ​ທ່າ​ທີ​ກ່ຽວ​ກັບນະ​ໂຍ​ບາຍ​ການ​ເງິນທີ່​ເປັນ​ມິດ​
ຫຼາຍ​ຂຶ້ນ ເພື່ອໂຍະ​ຍານການສະ​ໜອງເງິນ​ທີ່​ຈະ​ກະ​ຕຸ້ນກ​ານ​ເຕີບ​ໂຕ.

ຫຼັງ​ຈາກ​ການ​ເຕີບ​ໂຕ​ຢູ່​ໃນ​ທົ່ວ​ໂລກ​ຊ້າລົງເປັນ 3.6 ເປີ​ເຊັນ ໃນ​ປີ 2018 ​ແລ້ວທາງ

​ອົງ​ການ IMF ທຳ​ນາຍ​ການ​ເຕີ​ບໂຕໃນ​ປີ 2019 ວ່າຈະ​ຢູ່​ໃນ​ລະ​ດັບ 3.3 ເປີ​ເຊັນ.
ລາຍ​ງານ​ໄດ້​ໃຫ້​ຂໍ້​ສັງ​ເກດ ກ່ຽວ​ກັບ​ຄວາມ​ຄາດ​ໝາຍໃນການ​ຂະ​ຫຍາຍໂຕ​ເພີ້ມຂຶ້ນ
ຂອງ​ການເຕີບ​ໂຕສຳ​ລັບ​ທ້າຍ​ປີ​ນີ້ ແລະກ້າວ​ເຂົ້າ​ສູ່​ປີ 2020.

​ອົງ​ການ IMF ກ່າວ​ວ່າ “ນີ້​ເປັນ​ປີ​ທີ່​ສຳ​ຄັນ​ສຳ​ລັບເສດ​ຖະ​ກິດ​ຢູ່ໃນ​ທົ່ວໂລກ ຖ້າ​ຫາກ​
ຄວາມ​ສ່ຽງກ່ຽວ​ກັບ​ການ​ຫຼຸດ​ຖອຍ​ບໍ່​ໄດ້​ເກີດ​ຂຶ້ນ ແລະ​ນະ​ໂຍ​ບາຍສະ​ໜັບ​ສະ​ໜູນ​ມີ​
ປະ​ສິດ​ທິ​ຜົນ​ແລ້ວ ເວ​ລາ​ນັ້ນ​ການ​ເຕີບ​ໂຕ​ຢູ່​ໃນ​ທົ່ວ​ໂລກຈະ​ກັບ​ຄືນ​ສູ່ລະ​ດັບ 3.6 ເປີ​
ເຊັນ ​ໃນ​ປີ 2020. ຖ້າ​ຫາກວ່າ ເຖິງ​ຢ່າງ​ໃດ​ກໍ​ດີ ຄວາມ​ສ່ຽງ​ທີ່​ສຳ​ຄັນໄດ້ເກີດ​ຂຶ້ນ​ແທ້
ເວ​ລາ​ນັ້ນ​ແມ່ນ​ຄາດ​ວ່າ ການ​ຟື້ນ​ຄືນ​ຂອງເສດ​ຖະ​ກິດ​ຈະ​ຕົກຢູ່​ໃນ​ຄວາມ​ລຳ​ບາກ ​ສຳ​
ລັບ​ປະ​ເທດ​ທີ່​ກ່າງ​ຕໍ່​ການ​ສົ່ງ​ອອກ ແລະປະ​ເທດ​ທີ່​ເປັນ​ໜີ້ເປັນ​ສິນ​ສູງ ​ອາດ​ບໍ່​ເກີດ
​ຂຶ້ນ​ເລີຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG