ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ ກອງທຶນສາກົນ ປະກາດການປົດໜີ້ ສຳລັບບັນດາປະເທດ ອາຟຣິກາ ເພື່ອຕໍ່ສູ້ກັບໂຣກລະບາດ


ໂລໂກ້ຂອງອົງການກອງທຶນສາກົນ ຢູ່ສຳນັກງານໃຫຍ່ຂອງອົງການດັ່ງກ່າວ, ນະຄອນຫຼວງ ວໍຊິງຕັນ.
ໂລໂກ້ຂອງອົງການກອງທຶນສາກົນ ຢູ່ສຳນັກງານໃຫຍ່ຂອງອົງການດັ່ງກ່າວ, ນະຄອນຫຼວງ ວໍຊິງຕັນ.

ອົງການກອງທຶນສາກົນໄດ້ອະນຸມັດເງິນມູນຄ່າ 500 ລ້ານໂດລາເພື່ອ ຊ່ວຍບັນເທົາໜີ້ສິນເປັນເວ ລາ 6 ເດືອນໃຫ້ບັນດາປະເທດທີ່ກຳລັງພັດທະນາ ທີ່ ດີ້ນຮົນຕໍ່ສູ້ ກັບໂຣກລະບາດ ໄວຣັສໂຄໂຣນາ. ໃນຂະນະທີ່ການເຄື່ອນໄຫວດັ່ງ ກ່າວໄດ້ຮັບການສະໜັບສະໜູນ ນັ້ນ, ຜູ້ຊ່ຽວຊານດ້ານການເງິນບາງຄົນເວົ້າວ່າ ບັນດາປະເທດທີ່ຮັ່ງມີຂອງໂລກແມ່ນສາມາດເຮັດໄດ້ຫຼາຍກວ່ານີ້, ໂດຍສະ ເພາະ ສຳລັບບັນດາປະເທດໃນ ອາຟຣິກາ ທີ່ຢູ່ໃນລາຍຊື່. ນັກຂ່າວວີໂອເອ ອານິຕາ ພາວແວລ ມີລາຍງານ ຈາກນະຄອນ ຫຼວງ ໂຈແຮນເນສເບີກ ປະເທດ ອາຟຣິ ກາໃຕ້, ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ແຜນການຂອງອົງການກອງທຶນສາກົນ ທີ່ຈະຊ່ວຍບັນດາປະເທດ ອາຟຣິກາ 19 ປະເທດທີ່ໄດ້ຮັບຜົນກະທົບນັ້ນ, ຈະອະນຸຍາດໃຫ້ປະເທດທີ່ມີຄວາມສ່ຽງ “ນຳເອົາແຫຼ່ງຊັບພະຍາກອນດ້ານການເງິນທີ່ຂາດແຄນຂອງເຂົາເຈົ້າໄປສູ່ການ ປະຕິບັດການ ດ້ານການແພດສຸກເສີນທີ່ສຳຄັນ ແລະ ການຊ່ວຍເຫຼືອອື່ນໆ,” ອີງຕາມຖະແຫຼງການ ຂອງອົງການດັ່ງກ່າວ.

ທ່ານ ເອຣິກ ເລີກັອງ, ຜູ້ອຳນວຍການໃຫຍ່ ຂອງເຄືອຂ່າຍ Jubilee USA, ເຊິ່ງແມ່ນພັນທະມິດຂອງອົງການສາສະໜາທີ່ເຮັດວຽກສຳລັບການປະຕິຮູບລະ ບົບການເງິນສາກົນເວົ້າວ່າ, ແຜນການດັ່ງກ່າວຈະສະໜອງການຊ່ວຍເຫຼືອທີ່ຕ້ອງ ການຢ່າງຫຼວງຫຼາຍຂອງ ບັນດາປະເທດຄື ສາທາລະ ນະລັດ ອາຟຣິກາກາງ, ຊາດ, ສາທາລະນະລັດ ປະຊາທິປະໄຕ ຄອງໂກ, ໄລເບເຣຍ, ມາລາວີ, ມາລີ, ໄນເຈີ ແລະ ຣວັນດາ.

ທ່ານໄດ້ກ່າວຕໍ່ວີໂອເອ ຈາກນະຄອນຫຼວງ ວໍຊິງຕັນ, ຜ່ານ WhatsApp ວ່າ:

“ເວລາທີ່ພວກເຮົາຮັບມື ກັບຄວາມເປັນຈິງ ກ່ຽວກັບ ທີ່ໂດຍສະເລ່ຍແລ້ວ, ບັນ ດາປະເທດໃນທົ່ວເຂດໃຕ້ທະເລຊາຍ ຊາຮາຣາ ມີຫ້ອງມໍລະສຸມ ສະເລ່ຍ 50 ຫ້ອງ, ພວກເຮົາຮູ້ວ່າເຂົາເຈົ້າບໍ່ສາມາດຮັບມືກັບອົງປະກອບຂະໜາດນ້ອຍຂອງ ວິກິດການໄດ້, ໂດຍບໍ່ຕ້ອງກ່າວເຖິງ ອັນທີ່ໃຫຍ່ເລີຍ. ຍ້ອນແນວນັ້ນ ເກືອບ 3 ອາທິດທີ່ຜ່ານມາ ພວກເຮົາຈຶ່ງໄດ້ເຫັນບັນດາລັດຖະມົນຕີກະຊວງ ການເງິນໃນ ທົ່ວ ອາຟຣິກາ, ລຸກຂຶ້ນ ແລະ ເວົ້າວ່າ ພວກເຮົາຕ້ອງສາມາດຢຸດ ການໃຊ້ໜີ້ ສຳລັບທຸກປະເທດໃນ ອາຟຣິກາ, ທຳການຮຽກຮ້ອງ ເພື່ອຢຸດ ແລະ ຍົກເລີກ ການໃຊ້ໜີ້ມູນຄ່າ 44 ຕື້ໂດລາ ຍ້ອນເຂົາເຈົ້າຮູ້ວ່າ ນັ້ນແມ່ນເງິນທີ່ສາມາດຖືກນຳມາລົງທຶນຢ່າງວ່ອງໄວ, ເຄື່ອນຍ້າຍເຂົ້າໃນເສດ ຖະກິດ ຢ່າງວ່ອງໄວຫຼາຍ ເພື່ອທີ່ຈະສາມາດຊື້ເຄື່ອງຊ່ວຍຫາຍໃຈ, ເພື່ອສາມາດທີ່ຈະຂະຫຍາຍລະບົບສາ ທາລະນະສຸກ ສະນັ້ນເຂົາເຈົ້າຈຶ່ງອາດສາມາດທີ່ຈະຕໍ່ສູ້ກັບໄວຣັສໄດ້.”

ສະນັ້ນໂຄງການຊ່ວຍເຫຼືອຂອງອົງການກອງທຶນສາກົນແມ່ນພຽງພໍຫຼືບໍ່?

ນັກເສດຖະສາດ ອາຟຣິກາໃຕ້ ທ່ານ ໄອຣາຈ໌ ອາເບດຽນ, ຜູ້ທີ່ເປັນຫົວໜ້າ ການລົງທຶນ ແລະ ບໍລິ ການຄົ້ນຄວ້າລວມ ອາຟຣິກາ ໄດ້ກ່າວວ່າ ໂຄງການ ຊ່ວຍເຫຼືອທີ່ວ່ານັ້ນແມ່ນ “ເປັນສັນຍາລັກ ແລະ ສຳຄັນຫຼາຍກວ່າ.” ແລະ ທ່ານ ອາເບດຽນ ໄດ້ກ່າວວ່າ, ແຜນການນີ້ບໍ່ໄດ້ປັບປຸງຄວາມສາ ມາດຂອງ ອາຟຣິກາ ເພື່ອຊ່ວຍເຫຼືອເຂົາເຈົ້າເອງ. ປະເທດທີ່ມີການພັດທະນາກວ່າ ຂອງທະວີບດັ່ງ ກ່າວ ຄືປະເທດ ເຄັນຢາ, ອາຟຣິກາໃຕ້ ແລະ ໄນຈີເຣຍ, ແມ່ນບໍ່ໄດ້ລວມຢູ່ໃນ ໂຄງການນັ້ນ.

ທ່ານໄດ້ເວົ້າວ່າ ທະວີບດັ່ງກ່າວ ຕ້ອງການເສດຖະກິດທີ່ພັດທະນາແລ້ວຂອງ ເຂົາເຈົ້າດຽວນີ້. ແລະ ການເຄື່ອນໄຫວ ໃນຕະຫຼາດການເງິນເມື່ອບໍ່ດົນມານີ້ ຄືການຫຼຸດອັດຕາ ຄວາມໄວ້ວາງໃຈຂອງ ອາຟຣິກາໃຕ້ ລົງເປັນສະຖານະ “ກອງຂີ້ເຫຍື້ອ” ນັ້ນແມ່ນຈະບໍ່ຊ່ວຍເຫຼືອຫຍັງ.

ທ່ານ ອາເບດຽນ ກ່າວວ່າ “ສະນັ້ນ, ນີ້ແມ່ນຊ່ວງເວລາທີ່ບໍ່ເໝາະສົມຫຼາຍ, ອາຟຣິກາໃຕ້ ແມ່ນໄດ້ຖືກຫຼຸດລະດັບລົງ, ມັນໄດ້ຫຼຸດໂອກາດການເຂົ້າຫາຕະ ຫຼາດທຶນໃນໂລກຂອງເຂົາເຈົ້າລົງ, ມັນຈະຂະຫຍາຍດອກເບ້ຍເງິນກູ້ຢືມ, ແລະ ດັ່ງນັ້ນ ມັນຈະເຮັດໃຫ້ເຂົາເຈົ້າມີຄວາມສາມາດທີ່ຈະເລັ່ງການປະຕິບັດໜ້າທີ່ ຊ່ວຍເຫຼືອປະເທດຂອງເຂົາເຈົ້າເອງໜ້ອຍລົງ ແລະ ບໍລິເວນທີ່ຢູ່ໃກ້ຄຽງເຊັ່ນ ກັນ.”

ແລະ ທ່ານ ເລີກັອງ ໄດ້ກ່າວວ່າ, ບັນດາປະເທດທີ່ຮັ່ງມີ ຍັງສາມາດເຮັດຫຼາຍ ກວ່ານີ້. ທ່ານໄດ້ເລືອກເຟັ້ນປະເທດນຶ່ງໂດຍສະເພາະເຈາະຈົງ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າສິ່ງທ້າທາຍຕ່າງໆ ທີ່ພວກເຮົາກຳລັງຮັບມື ໃນເວລານີ້, ກັບບັນ ດາປະເທດ ກຸ່ມ G20 ໃນແງ່ຂອງບາດກ້າວທຳອິິດ, ເຊິ່ງ ແມ່ນການຍົກເລີການໃຊ້ໜີ້ນັ້ນ, ແມ່ນ ຈີນ ທີ່ໄດ້ຄັດຄ້ານໃນການປຶກສາຫາລື ຕ່າງໆ ໃນປັດຈຸບັນນີ້. ໂດຍສະເພາະແມ່ນ ຈີນ, ຍ້ອນວ່ານດຽວນີ້ ຈີນ ຄວບ ຄຸມ 25 ເປີເຊັນຂອງເງິນກູ້ຢືມທັງໝົດ, 25 ເປີເຊັນຂອງໜີ້ສິນທັງໝົດໃນ ອາຟຣິ ກາ, ເຂົາເຈົ້າບໍ່ຢາກປ່ຽນແປງຈຳນວນຂອງໜີ້ສິນນັ້ນ.”

ພາກພື້ນອາຟຣິກາ ຍັງເປັນບ່ອນທີ່ມີການຢືນຢັນກໍລະນີໄວຣັສໂຄໂຣນາ ທີ່ຕໍ່າທີ່ ສຸດ, ອີງຕາມອົງການອະນາໄມໂລກ. ແຕ່ບັນດາຜູ້ຊ່ຽວ ອາຟຣິກາ ໄດ້ພາກັນ ສັງເກດຊ່ອງຫວ່າງ ໃນການທົດລອງ ແລະ ໂຄງລ່າງພື້ນຖານ ດ້ານສຸຂະພາບ, ເຊິ່ງໝາຍຄວາມວ່າ ແມ່ນກະທັ້ງໃນປະເທດທີ່ພັດທະນາແລ້ວຄື ອາຟຣິກາໃຕ້, ແມ່ນຍັງມີຄວາມຄວາມເປັນໄປໄດ້ວ່າ ຈະມີຫຼາຍກໍລະນີກວ່າທີ່ບັນດາແພດໝໍຮູ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG