ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລັກລອບຕັດໄມ້ ໃນລາວ ຍັງເກີດຂຶ້ນ ຢ່າງກວ້າງຂວາງ ເຖິງຈະມີຄຳສັ່ງຫ້າມ ຂອງນາຍົກ ກໍຕາມ


ເຈົ້າໜ້າທີ່ລາວ ຢູ່ດ່ານຊາຍແດນ ກວດພົບໄມ້ຜິດກົດໝາຍ ໃນລົດຂົນສົ່ງ ທີ່ກຳລັງຈະຂ້າມໄປຕ່າງປະເທດ
ເຈົ້າໜ້າທີ່ລາວ ຢູ່ດ່ານຊາຍແດນ ກວດພົບໄມ້ຜິດກົດໝາຍ ໃນລົດຂົນສົ່ງ ທີ່ກຳລັງຈະຂ້າມໄປຕ່າງປະເທດ

ການລັກລອບຕັດໄມ້ໃນລາວ ເພື່ອສົ່ງອອກໄປຕ່າງປະເທດຍັງເກີດຂຶ້ນຢ່າງກວ້າງຂວາງ
ໂດຍບັນດານັກທຸລະກິດ ໄດ້ພາກັນວ່າຈ້າງປະຊາຊົນໃນທ້ອງຖິ່ນ ໃຫ້ເປັນພາກສ່ວນ
ທີ່ລັກລອບຕັດໄມ້ໃຫ້ກັບພວກຕົນ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຖະແຫລງວ່າ ການຈັດຕັ້ງປະຕິບັດ
ຕາມຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີລາວ ຍັງຄົງສືບຕໍ່ຢ່າງເຂັ້ມງວດ
ໂດຍ ໄດ້ມີການລົງໂທດຜູ້ກະທຳຄວາມຜິດທຸກຄົນ ໂດຍບໍ່ມີການຍົກເວັ້ນ ຊຶ່ງໃນປີ
2018 ຜ່ານມາ ລັດຖະບານລາວ ໄດ້ມີຄຳສັ່ງປິດໂຮງງານໄມ້ ທີ່ບໍ່ໄດ້ມາດຕະຖານ
952 ແຫ່ງ ເຮັດໃຫ້ຍັງເຫຼືອໂຮງງານໄມ້ 1,150 ແຫ່ງໃນປັດຈຸບັນນີ້ ພ້ອມກັນນັ້ນ ກໍໄດ້
ທຳການຢຶດໄມ້ທີ່ຜິດກົດໝາຍ ແລະນຳອອກປະມູນຂາຍໃຫ້ພາກເອກກະຊົນໄດ້ ມູນ
ຄ່າຫລາຍກວ່າ 51 ຕື້ກີບ ຫາກແຕ່ວ່າ ກໍຍັງມີການລັກລອບຕັດໄມ້ເກີດຂຶ້ນຢູ່ເລື້ອຍມາ
ໂດຍບັນດານັກທຸລະກິດ ໄດ້ພາກັນວ່າຈ້າງປະຊາຊົນລາວໃນທ້ອງຖິ່ນ ໃຫ້ເປັນພາກ
ສ່ວນທີ່ລັກລອບຕັດໄມ້ໃຫ້ກັບພວກຕົນ ດ້ວຍການນຳໃຊ້ສິດຂອງປະຊາຊົນຕາມກົດ
ໝາຍ ກ່ຽວກັບການຕັດໄມ້ເພື່ອທີ່ຢູ່ອາໄສນັ້ນ ເປັນຂໍ້ອ້າງໃນການລັກລອບຕັດໄມ້
ດັ່ງກ່າວນີ້ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ກະມີຊ່ອງວ່າງກົດໝາຍປ່າໄມ້ວ່າ ອະນຸມັດໄມ້ 5 ແມັດກ້ອນ ໃຫ້ປະຊາ
ຊົນ ຢູ່ໃນເຂດເນື້ອທີ່ຮົ້ວໄຮ່ປາຍນາເນາະ ຫຼືວ່າ ປ່ານຳໃຊ້ຂອງບ້ານຫັ້ນ 5 ແມັດກ້ອນ
ເພື່ອປຸກເຮືອນ ແລ້ວເຂົາເຈົ້າກະໄປຮວມເອົາລາຍຊື່ປະຊາຊົນໃນບ້ານ 20 ຫາ 30
ຄົນ ຜູ້ລະ 5 ແມັດກ້ອນ 5 ແມັດກ້ອນ ເພື່ອເຮັດແນວໃດ ກະມອບໄມ້ດັ່ງກ່າວນີ້ ໃຫ້
ພະນັກງານ ໃຫ້ນັກທຸລະກິດມອບໃຫ້ໂຮງເລື່ອຍ ແທນທີ່ເຂົາສິໄປຕັດ 50 ແມັດກ້ອນ
ເຂົາກະໄປຕັດຫຼາຍກວ່ານັ້ນ ອັນນີ້ກໍເປັນຊ່ອງວ່າງ.”

ກອງໄມ້ທີ່ຖືກລັກລອບຕັດໄວ້ ເພື່ອທີ່ຈະລັກລອບຂົນສົ່ງໄປປະເທດໃກ້ຄຽງ
ກອງໄມ້ທີ່ຖືກລັກລອບຕັດໄວ້ ເພື່ອທີ່ຈະລັກລອບຂົນສົ່ງໄປປະເທດໃກ້ຄຽງ

ທັງນີ້ ໂດຍໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງນາຍົກ
ລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດ ຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະໄດ້ມີຄຳສັ່ງເປີດໂຮງງານປຸງ
ແຕ່ງໄມ້ ທີ່ລະເມີດຄຳສັ່ງດັ່ງກ່າວນີ້ ແລ້ວ 1,545 ແຫ່ງ ຈາກການກວດກາທັງໝົດ
2,857 ແຫ່ງ ໃນນີ້ເປັນໂຮງງານປຸງແຕ່ງໄມ້ຂະໜາດໃຫຍ່ແລະຂະໜາດກາງ 355 ແຫ່ງ ແລະໂຮງງານຂະໜາດນ້ອຍ 1,190 ແຫ່ງ ພ້ອມກັນນັ້ນຍັງກວດພົບການລະເມີດຄຳສັ່ງ
ເລກທີ 15/ນຍ ເຖິງ 630 ກໍລະນີ ຈັບຜູ້ກກະທຳຜິດໄດ້ 700 ຄົນ ຮວມເຖິງພະນັກງານ
ລັດດ້ວຍ 421 ຄົນ ແລະສັ່ງປິດໂຮງເລື່ອຍ 1,206 ແຫ່ງທີ່ມີສ່ວນກ່ຽວຂ້ອງໃນການລັກ
ລອບຕັດ ແລະຄ້າໄມ້ໂດຍຜິດກົດໝາຍດັ່ງກ່າວອີກດ້ວຍ.

ໂດຍການາຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ດັ່ງກ່າວ ນອກຈາກຈະມີເປົ້າໝາຍເພື່ອ
ເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 37,000 ເຮັກຕາຕໍ່ປີ ໂດຍແນໃສ່ການເພີ້ມການປົກ
ຫຸ້ມ ຂອງປ່າໄມ້ ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດຕາມແຜນຍຸດທະສາດປ່າໄມ້
ແຫ່ງຊາດເຖິງປີ 2020 ດ້ວຍການຊຸກຍູ້ໃຫ້ປູກຕົ້ນໄມ້ໃນເຂດອ່າງນ້ຳ ໃນເຂື່ອນໄຟຟ້າ
ແລະເຂດຊົນລະປະທານຕ່າງໆ ຮວມທັງຈະຕ້ອງຍຸຕິການຖາງປ່າເຮັດໄຮ່ ໃຫ້ໄດ້ຢ່າງ
ສິ້ນເຊີງດ້ວຍແລ້ວ ກໍຍັງແນໃສ່ການພັດທະນາຜະລິດຕະພັນໄມ້ຂອງລາວ ໃຫ້ໄດ້ມາດ
ຕະຖານ ແລະເປັນທີ່ຍອມຮັບໃນຕະຫຼາດຕ່າງປະເທດ ໂດຍສະເພາະແມ່ນສະຫະພາບ
ຢູໂຣບອີກດ້ວຍ ຊຶ່ງທີ່ຜ່ານມາ ຄະນະຜູ້ແທນການຄ້າຂອງລາວ ກັບສະຫະພາບຢູໂຣບ
ກໍໄດ້ເຈລະຈາກັນແລ້ວ 2 ຄັ້ງ ແລະຍັງຈະສືບຕໍ່ການເຈລະຈາຈົນກວ່າສະຫະພາບຢູໂຣບ
ຈະໝັ້ນໃຈວ່າ ລັດຖະບານລາວ ສາມາດຢຸດການນລັກລອບຕັດໄມ້ຢ່າງສິ້ນເຊີງໄດ້ ຢ່າງ
ແທ້ຈິງແລ້ວ ຈຶ່ງຈະມີການພິຈາລະນາເປີດຕະຫຼາດຢູ່ໂຣບ ເພື່ອຮອງຮັບຜະລິດຕະພັນໄມ້
ສຳເລັດຮູບຈາກລາວ ຢ່າງເປັນທາງການ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ ປະເມີນວ່າ ສະພາບປ່າໄມ້ໃນລາວ ຍັງ
ຄົງມີຄວາມໜາແໜ້ນເຫຼືອຢູ່ປະມາຮນ 58 ເປີເຊັນຂອງເນື້ອທີ່ທັງໝົດຂອງລາວ ຊຶ່ງກໍ
ໝາຍຄວາມວ່າ ໃນລະຍະຈາກປີ 2019 ຫາປີ 2020 ລັດຖະບານລາວ ຈະຕ້ອງເພີ້ມ
ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 12 ເປີເຊັນ ເພື່ອເຮັດໃຫ້
ສາມາດບັນລຸເປົ້າໝາຍການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ໃນອັດຕາສະເລ່ຍ 70
ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວໃນປີ 2020 ດັ່ງກ່າວ.

ທາງດ້ານ ອົງການອະນຸລັກສິ່ງແວດລ້ອມ ຫຼື Global Witness ລາຍງານວ່າ ເຂດທີ່ມີ
ການລັກລອບຕັດໄມ້ຫຼາຍທີ່ສຸດໃນລາວ ຄືເຂດຊາຍແດນລາວ ທີ່ຕິດຕໍ່ກັບຊາຍແດນ
ຫວຽດນາມ ແລະຈີນ ໂດຍສະເພາະ ກໍແມ່ນເຂດແຂວງຜົ້ງສາລີ ແລະຫລວງນ້ຳທານັ້ນ ກໍຄືເຂດທີ່ມີການລັກລອບຕັດໄມ້ ແລະຂົນສົ່ງໄປຈີນ ສ່ວນເຂດແຂວງບໍລິຮຄຳໄຊ
ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ແລະອັດຕະປືນັ້ນ ກໍຄືເຂດທີ່ມີການລັກ
ລອບຕັດໄມ້ ແລະຂົນສົ່ງໄປຫວຽດນາມ ຊຶ່ງຮວມເຖິງເຂດປ່າສະຫງວນແຫ່ງຊາດນາກາຍ
ໃນແຂວງຄຳມ່ວນ ທີ່ມີການວ່າຈ້າງປະຊາຊົນລາວໃນທ້ອງຖິ່ນ ໃຫ້ລັກລອບຕັດໄມ້ ແລະ
ລັກລອບຂົນສົ່ງໄປຊາຍແດນຫວຽດນາມ ໃນຕອນກາງຄືນນັ້ນ ຍັງເກີດຂຶ້ນຢູ່ເລື້ອຍມາ.

XS
SM
MD
LG