ສາມ ໃນຈຳນວນສິບເມືອງ ທີ່ມີລົດຕິດ ຂີ້ຮ້າຍທີ່ສຸດໃນໂລກ
ແມ່ນຢູ່ໃນບັນດາປະເທດເອເຊຍອາຄະເນ. ນັກຂ່າວ ວີໂອເອ
Steve Herman ທີ່ບາງກອກ ຊຶ່ງເປັນເມືອງອັນດັບທີ 8 ຢູ່ໃນ
ບັນຊີລາຍຊື່ ກ່າວວ່າ ຂໍ້ມູນທີ່ເກັບກຳຫວ່າງມໍ່ໆມານີ້ ໄດ້ເປີດ
ເຜີຍໃຫ້ເຫັນວ່າ ບັນດາຜູ້ຂັບລົດ ຢູ່ໃນເມືອງຕ່າງໆທົ່ວໂລກ
ພາກັນໃຊ້ເວລາໂດຍສະເລ່ຍແລ້ວ ນຶ່ງສ່ວນສາມ ໃນການເດີນ
ທາງຂອງເຂົາເຈົ້ານັ່ງຢູ່ຊື່ໆ ຊຶ່ງ ກິ່ງສະຫວັນ ຈະນຳເລື້ອງນີ້
ມາສະເໜີທ່ານ.
ມັນເປັນຂອງທຳມະດາ ທີ່ບັນດາຜູ້ຂັບລົດຢູ່ຕາມຫົວເມືອງ
ໃຫຍ່ໆໃນເອເຊຍ ພາກັນລະເວັ້ນ ທີ່ຈະເສົ້າໂສກເສຍໃຈ ທີ່
ເຂົາເຈົ້າໄດ້ປະສົບ ກັບສະພາບລົດຕິດ ທີ່ຂີ້ຮ້າຍສຸດຢູ່ໃນໂລກ. ເຖິງຢ່າງໃດກໍດີ ນອກຈາກ
ວ່າຜູ້ໃດຜູ້ນຶ່ງຢູ່ນະຄອນ Jakarta ທີ່ພາກັນແນມເບິ່ງລົດຢູ່ທາງໜ້າ ບໍ່ມີການເໜັງຕີງແລ້ວ
ມັນອາດຮ້າຍແຮງໄປກວ່ານັ້ນອີກ.
ບົດວິເຄາະທີ່ອີງຕາມຂໍ້ມູນການເດີນທາງທາງດາວທຽມ ຂອງບັນດາຜູ້ຂັບລົດ ຢູ່ໃນ 78
ຫົວເມືອງໃຫຍ່ໆ ໃນທົ່ວໂລກ ໂດຍໃຊ້ລະບົບບອກທາງ ຫຼືຈີພີແອັສ TomTom ນັ້ນໄດ້
ເຮັດໃຫ້ນະຄອນຫລວງຂອງ Indonesia ນຳໜ້ານະຄອນ Istanbul ໜ້ອຍນຶ່ງ ໃນການ
ຢຸດຈອດ ລະຫວ່າງທີ່ມີລົດຕິດນັ້ນ. ນະຄອນ Mexico ຊີຕີ້ ເມືອງ Surabaya ຂອງ Indonesia ແລະ St Petersburg ຂອງຣັດເຊຍ ພາກັນຢູ່ໃນອັນດັບຖັດໄປ ຂອງບັນ
ຊີທີ່ຍືດຍາວ.
10 ຫົວເມືອງທຳອິດຢູ່ໃນດັດຊະນີຢຸດໆແລ່ນ ຫຼື Magnatec Stop-Start ທີ່ເກັບກຳ
ໂດຍບໍລິສັດຜະລິດນຳ້ມັນເຄື່ອງລົດ Castrol ຊຶ່ງມີ ສຳນັກງານໃຫຍ່ ຢູ່ປະເທດອັງກິດນັ້ນ
ກໍຍັງມີນະຄອນ Moscow, Rome, Bangkok, Guadalajara ແລະ Buenos Aires.
ໃນປະເທດຈີນ ລົດຕິດຢູ່ນະຄອນ Shanghai ແມ່ນພົບເຫັນວ່າຂີ້ຮ້າຍກວ່າຢູ່ ນະຄອນປັກ
ກິ່ງອີກ. ບັນດາຄົນຂັບລົດ ຢູ່ນະຄອນ Shanghai ໄດ້ໃຊ້ເວລາ 33 ເປີເຊັນ ຂອງເຂົາເຈົ້າ
ພາກັນນັ່ງຢູ່ລ້າໆໃນລົດ ປຽບທຽບໃສ່ຫລາຍກວ່າ 27 ເປີເຊັນໜ້ອຍນຶ່ງຂອງພວກຂັບລົດ
ໃນນະຄອນ ປັກກິ່ງ.
ຢູ່ໃນນະຄອນ Jakarta ຫົວໜ້າສະຖາບັນຂົນສົ່ງ ແລະພັດທະນານະໂຍບາຍຂອງປະເທດ
ທ່ານ Yoga Adiwinarto ອະທິບາຍວ່າ ໃນລະຍະຊົ່ວໂມງ ທີ່ມີການສັນຈອນໄປມາສູງ
ສຸດນັ້ນ ທ່ານມີຄວາມຮູ້ສຶກທໍ້ແທ້ໝົດຄວາມອົດທົນ ກ່ຽວກັບສະພາບລົດຕິດແລະຢຸດໆ
ແລ່ນໆຕະຫລອດມື້.
ທ່ານ Adiwinarto ກ່າວວ່າ “ເວລາໃດ ທີ່ທ່ານອອກຈາກບ້ານຂອງທ່ານ ຖ້າຫາກທ່ານຢູ່ໃນຂົງເຂດໃຈກາງເມືອງແລ້ວ ມັນບໍ່ແປກປະຫລາດຫຍັງ ທີ່ທ່ານພົບກັບ
ສະພາບລົດຕິດ ຢູ່ຕະຫລອດທາງ.”
ເບິ່ງວີດີໂອ ກ່ຽວກັບບັນຫາລົດຕິດ ຢູ່ຈາກາຕາ:
ຢູ່ໃນຂົງເຂດນະຄອນຫລວງ Jakarta ທີ່ມີປະຊາກອນ 24 ລ້ານຄົນ ມີພຽງແຕ່ 13 ເປີເຊັນ
ເທົ່ານັ້ນ ໃຊ້ລະບົບຂົນສົ່ງທາງສາທາລະນະ.
ການລົງທຶນ ໃນດ້ານຂົນສົ່ງດ້ານສາທາລະນະ ຢູູ່ໃນນະຄອນຫລວງ Indonesia ໄດ້ເລີ້ມ
ໃນປີ 2014. ປັດຈຸບັນນີ້ ກຳລັງມີການກໍ່ສ້າງ ຂັ້ນເລີ້ມຕົ້ນ ຂອງລະບົບລົດໄຟໃຕ້ດິນ ທີ່ຮູ້
ກັນວ່າ Mass Rapid Transit ທີ່ສ່ວນໃຫຍ່ ໄດ້ຮັບການເງິນຈາກຍີ່ປຸ່ນ.
ທ່ານ Adiwinarto ກ່າວວ່າ ມັນໜ້ອຍເກີນໄປ ແລະກໍຊ້າໂພດແລ້ວ.
“ພວກເຮົາໄດ້ເລີ້ມຊ້າໂພດ ໃນການຮັບຮູ້ວ່າ ການເຕີບໂຕຂອງເສດຖະກິດ ເຊັ່ນ
ດຽວກັນກັບການເຕີບໂຕຂອງປະຊາກອນ ແມ່ນຈຳເປັນຕ້ອງ ໄດ້ມີການດູແລ ເອົາ
ໃຈໃສ່ ແລະ ພວກເຮົາຫາກໍ່ສຳນຶກໄດ້ໃນບໍ່ເທົ່າໃດປີທີຜ່ານມານີ້.”
ໃນຄວາມພະຍາຍາມເພື່ອຫາທາງບັນເທົາ ສະພາບລົດຕິດ ລັດຖະບານ ໄດ້ຍົກເລິກການຊ່ວຍເຫລືອດ້ານນຳ້ມັນ ແລະຫ້າມບໍ່ໃຫ້ມີການຂີ່ລົດຈັກ ຢູ່ຕາມຖະໜົນສາຍຕ່າງໆໃນ ນະ
ຄອນຫລວງ. ນະຄອນ Jakarta ວາງແຜນໄວ້ວ່າ ໃນປີໜ້ານີ້ ຈະຕິດຕັ້ງລະບົບຄິດໄລ່ຄ່າ
ໃຊ້ທາງແບບ ອີເລັກໂທຣນິກ ຢູ່ໃນຖະໜົນສອງສາຍທີ່ມີລົດຕິດຫຼາຍທີ່ສຸດ.
ທ່ານ Adiwinarto ທີ່ ສະຖາບັນຂົນສົ່ງ ແລະພັດທະນານະໂຍບາຍ ທຳນາຍວ່າ ການເດີນທາງດ້ວຍລະບົບຂົນສົ່ງສາທາລະນະ ໃນແຕ່ລະມື້ ໃນທີ່ສຸດຫລັງຈາກນັ້ນ ກໍຄວນຈະເລີ້ມ
ເຫັນຜົນ.
“ນັ້ນຈະເຮັດໃຫ້ຜູ້ຄົນຢຸດເຊົາໃຊ້ລົດສ່ວນໂຕ ແລະລົດຈັກ ແລ້ວຫັນໄປໃຊ້ການຂົນສົ່ງທາງສາທາລະນະ ໃນສອງສາມປີຕໍ່ໜ້າ."
ຈົນກວ່າວັນນັ້ນຈະມາເຖິງ ບັນດາຜູ້ເດີນທາງໂດຍທາງລົດ ທີ່ນະຄອນ Jakarta ໄດ້ແຕ່
ພຽງອິດສາ ພວກຄົນຂັບລົດ ຢູ່ເມືອງ Teampere ປະເທດ Finland ແລະນະຄອນ Rotterdam ປະເທດ Netherlands ຊຶ່ງການສຳຫລວດເວົ້າວ່າ ເປັນເມືອງທີ່ມີການສັນ
ຈອນໄປມາສະດວກທີ່ສຸດ ບໍ່ມີລົດຕິດເລີຍ.