ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖ້າຖືກເລືອກອີກສະໄໝນຶ່ງ ທ. ໄບເດັນ ຢາກຈະໃຫ້ສຳເລັດເປົ້າໝາຍຕ່າງໆ ກ່ຽວກັບ ສິດທິໃນການປ່ອນບັດ, ພາສີ ແລະສະຫວັດດີການສັງຄົມ


ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບວາລະດ້ານເສດຖະກິດຂອງລັດຖະບານທ່ານ ຢູ່ທີ່ສວິທະຍາໄລ ຊຸມຊົນ ຂອງເຂດ Prince George, ໃນເມືອງ ລາຣໂກ, ລັດແມຣີແລນ, ເມື່ອວັນທີ 14 ກັນຍາ 2023.
ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບວາລະດ້ານເສດຖະກິດຂອງລັດຖະບານທ່ານ ຢູ່ທີ່ສວິທະຍາໄລ ຊຸມຊົນ ຂອງເຂດ Prince George, ໃນເມືອງ ລາຣໂກ, ລັດແມຣີແລນ, ເມື່ອວັນທີ 14 ກັນຍາ 2023.

ປະທານາທິບໍດີ ໂຈ ໄບເດັນ ມີວຽກງານຫຼາຍຢ່າງທີ່ຍັງບໍ່ທັນສຳເລັດໃນສະໄໝທຳອິດຂອງທ່ານ ທີ່ທ່ານຕັ້ງໃຈຈະສືບຕໍ່ເຮັດໃຫ້ມັນແລ້ວ ຖ້າຫາກທ່ານໄດ້ຖືກເລືອກອີກຄັ້ງນຶ່ງ ໃນປີໜ້ານີ້. ມັນເປັນວິໄສທັດທີ່ແຕກຕ່າງກັນຫຼາຍ ສຳລັບປະເທດ ຈາກທີ່ອັນ ຜູ້ນຳໜ້າໝູ່ໃນການລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ກໍຄື ທ່ານດໍໂນລ ທຣຳ ທີ່ໄດ້ວາງລາຍລະອຽດອອກມາ ໃນລະຫວ່າງການໂຄສະນາຫາສຽງຂອງທ່ານເອງ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານໄບເດັນຕ້ອງການຈະຂະຫຍາຍການຮັກສາສຸຂະພາບຂອງເດັກ ນ້ອຍ, ວິທະຍາໄລຊຸມຊົນ ແລະຜົນປະໂຫຍດ ທາງດ້ານຢາຕາມໝໍສັ່ງ ສຳລັບຊາວອາເມຣິກັນທັງຫຼາຍ.

ພັກເດໂມແຄຣັດ ຍັງຈະຊຸກຍູ້ໃຫ້ປົກປ້ອງສິດໃນການອອກສຽງ ແລະຟື້ນຟູການເຂົ້າເຖິງສະຖານທີ່ແທ້ງລູກໄດ້. ຖ້າທ່ານໄບເດັນ ຊະນະການເລືອກຕັ້ງ ໃນປີ 2024 ທ່ານອາດຈະປະເຊີນກັບແຮງຕ້ານທາງດ້ານການເມືອງແບບດຽວກັນ ໃນຂະນະທີ່ທ່ານຮັບມືຢູ່ໃນສະໄໝທຳອິດ ໃນການດຳລົງຕຳແໜ່ງຂອງທ່ານ ທີ່ລວມທັງການຄັດຄ້ານຢ່າງໜັກແໜ້ນຈາກພັກຣີພັບບລີກັນ ຢູ່ທີ່ຫໍລັດຖະສະພາ ຫຼື Capitol Hill.

President Joe Biden has a lot of unfinished business from his first term that he intends to continue if he's reelected next year. It's a far different vision for the country from what Republican front-runner Donald Trump has outlined during his own campaign. Biden wants to expand child care, community college and prescription drug benefits for Americans. The Democrat also is pushing to protect voting rights and restore nationwide access to abortion. If Biden is wins in 2024, he probably will face some of the same political headwinds as he's had to deal with in his first term, including firm Republican opposition on Capitol Hill.

XS
SM
MD
LG