ລິ້ງ ສຳຫລັບເຂົ້າຫາ

logo-print

ຖ້າໄວຣັສໂຄໂຣນາໂຈມຕີ ສູນກັກຂັງຊາວອົບພະຍົບ ຢູ່ລີເບຍ ກໍຈະເກີດມີຄົນຕາຍຢ່າງຫລວງຫລາຍໂລດ


ສູນກັກຂັງຄົນເຂົ້າເມືອງແຫ່ງນຶ່ງໃນປະເທດລີເບຍ

ໃນຂະນະທີ່ໂລກຢູ່ພາຍໃຕ້ຄຳສັ່ງໃຫ້ປະຕິບັດການຢູ່ຫ່າງກັນໃນສັງຄົມ ເພື່ອເຮັດໃຫ້
ການແຜ່ລະບາດໄວຣັສໂຄໂຣນາຊ້າລົງຢູ່ນັ້ນ ກໍມີບາງບ່ອນແນ່ນອນໃດນຶ່ງ ທີ່ເປັນໄປບໍ່
ໄດ້ທີ່ຈະເຮັດແນວນັ້ນໄດ້.

ຢູ່ບັນດາສູນກັກຂັງຄົນເຂົ້າເມືອງທີ່ແອອັດ ໂດຍສະເພາະແມ່ນພວກທີ່ຢູ່ໃນ ປະເທດລີ
ເບຍ ແມ່ນຮວມຢູ່ບ່ອນມີຄວາມສ່ຽງສູງທີ່ສຸດທີ່ຈະມີການລະບາດ ຂອງ ເຊື້ອພະຍາດນີ້.
ໂດຍທີ່ມີຫຼາຍສິບຄົນຢູ່ນໍາກັນໃນຫ້ອງນຶ່ງ ແລະມີໃຊ້ນໍ້າ ພຽງ ເລັກນ້ອຍ ບັນດາສູນກັກ
ຂັງຄົນເຫລົ່ານີ້ສາມາດເປັນບ່ອນເພາະພັນການແຜ່ ລະບາດຂອງພະຍາດໃນເວລາທຳ
ມະດາ. ໄວຣັສເກີດຕິດຕໍ່ກັນໄດ້ທາງອາກາດ ເຊັ່ນໄວຣັສໂຄໂຣນານັ້ນ ສາມາດແຜ່ຂະ
ຫຍາຍໄດ້ຢ່າວ່ອງໄວຄືດັ່ງຟ້າແລບ, ອີງຕາບັນດານັກຊ່ຽວຊານເວົ້າ.

ທ່ານນາງກີອູລີອາ ແທຣນຊາຍນາ, ທະນາຍຄວາມດ້ານສິດທິມະນຸດຄົນນຶ່ງ ທີ່ມີຫ້ອງ
ການຕັ້ງຢູ່ນະຄອນລອນດອນ ທີ່ເປັນຜູ້ຕາງໜ້າໃຫ້ພວກຂໍລີ້ໄພກ່າວຕໍ່ ວີໂອເອ ວ່າ
“ເມື່ອໃດຫາກມີໄວຣັສໂຄໂຣນາ ແຜ່ຜາຍຢູ່ໃນບັນດາສູນກັກຂັງ ເຫລົ່ານີ້ພວກເຮົາກໍຈະ
ໄດ້ເຫັນການສັງຫານໝູ່ເກີດຂຶ້ນໂລດ.”

ທ່ານນາງແທຣຊາຍນາ ກ່າວວ່າ ບັນດາສູນກັກຂັງຢູ່ລີເຍບເຫລົ່ານີ້ເກືອບໝົດທຸກແຫ່ງ
ແມ່ນເຄີຍເປັນຄອກລ້ຽງສັດ ຫຼືບ່ອນເກັບມ້ຽນເຄື່ອງບ່ອນທີ່ພວກຄົນ ເຂົ້າ ເມືອງຕ້ອງພາ
ກັນນອນຢູ່ພື້ນ ຫຼືນອນຢູ່ເສື່ອນອນທີ່ເອົາໄວ້ຕິດໆກັນ.

ທ່ານນາງໄດ້ເວົ້າເຖິງໂຕຢ່າງຢູ່ທີ່ສູນກັກຂັງ ດາ ແອລ-ເຈີແບລຢູ່ພູຕ່າງໆ ຢູ່ ທາງພາກ
ໃຕ້ຂອງນະຄອນຕຣີໂປລີ ບ່ອນຄົນເຂົ້າເມືອງ 22 ຄົນຕາຍ ໃນນຶ່ງປີ.

“ເພາະຂາດອາຫານ, ນໍ້າ, ສຸຂະອະນາໄມ ແລະການປິ່ນປົວ ເພາະສະນັ້ນເຂົາເຈົ້າຕາຍ ຍ້ອນເປັນວັນນະໂຣກ ແລະຄວາມອຶດຫິວ” ນັ້ນຄືຄໍາເວົ້າຂອງ ທ່ານນາງແທຣນຊາຍນາ ຜູ້ທີ່ມີການຕິດຕໍ່ພົວພັນໂດຍກົງກັບພວກອົບພະ ຍົບຈຳນວນນຶ່ງໃນລີເບຍ. ທ່ານນາງກ່າວຕໍ່ໄປວ່າ “ເພາະສະນັ້ນ ພວກເຮົາ ສາມາດວາດພາບໄວ້ໂລດວ່າ ຈະມີຫຍັງເກີດຂຶ້ນຫາກເວລາໃດ ທີ່ມີໄວຣັສ ໂຄໂຣນາແຜ່ຜາຍຢູ່ໃນບັນດາສູນກັກຂັງເຫລົ່ານີ້.”

ຈຳນວນພວກຄົນເຂົ້າເມືອງຢູ່ໃນລີເບຍເປັນການຍາກທີ່ຈະຮູ້ໄດ້ຢ່າງຊັດເຈນ. ການຄົ້ນຄວ້າ ຂອງອົງການສາກົນດ້ານການຍົກຍ້າຍຖິ່ນຖານ ຫລື IOM ໄດ້ຄາດຄະເນວ່າ ມີຄົນເຂົ້າ ເມືອງ ປະມານ 700,000 ຫາ 1 ລ້ານຄົນ ຢູ່ ໃນປະເທດດັ່ງກ່າວ. ອົງການ
ສະຫະປະຊາຊາດ ໄດ້ຄາດຄະເນວ່າມີພວກ ອົບພະຍົບ 3,000 ຄົນຢູ່ໃນບັນດາສູນກັກ
ຂັງທັງຫລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG