ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຄົມແຫ່ງນັກຂ່າວ ທຳການສືບສວນ ສອບສວນ ຄົ້ນພົບຂໍ້ມູນ ທີ່ຮົ່ວໄຫຼຂອງຜູ້ນຳ ໂລກ


ພາບໜ້າຈໍຂອງເວັບໄຊ ສຳລັບສະມາຄົມແຫ່ງນັກ ຂ່າວສືບ
ສວນສອບສວນ ຫຼື ICIJ. ເຊິ່ງໄດ້ລາຍງານ ກ່ຽວກັບ ການຮົ່ວໄຫຼຂອງມູນຄັ້ງທີ່ໃຫຍ່ທີ່ ສຸດໃນປະຫວັດສາດ.
ພາບໜ້າຈໍຂອງເວັບໄຊ ສຳລັບສະມາຄົມແຫ່ງນັກ ຂ່າວສືບ ສວນສອບສວນ ຫຼື ICIJ. ເຊິ່ງໄດ້ລາຍງານ ກ່ຽວກັບ ການຮົ່ວໄຫຼຂອງມູນຄັ້ງທີ່ໃຫຍ່ທີ່ ສຸດໃນປະຫວັດສາດ.

ກຸ່ມນັກຂ່າວສາກົນກຸ່ມໜຶ່ງ, ທີ່ກຳລັງເຮັດວຽກກັບເອກະສານຮົ່ວໄຫຼອອກມາຈາກບໍລິສັດ ທະນາຍຄວາມຂອງປະເທດ ປານາມາ ແຫ່ງໜຶ່ງ, ໄດ້ຕີພິມການຄົ້ນພົບຂອງພວກເຂົາເຈົ້າ ບາງຢ່າງໃນການຕໍ່ລອງທາງດ້ານການເງິນນອກຝັ່ງຂອງຄົນລວຍ ແລະ ມີຊື່ສຽງທັງພົວ ພັນກັບການເມືອງ.

ແຫຼ່ງຂ່າວທີ່ບໍ່ອອກຊື່ໄດ້ສະໜອງເອກະສານ 11 ລ້ານ 5 ແສນສະບັບຈາກບໍລິສັດທະ ນາຍຄວາມ Fonseca Mossack ຂອງປະເທດ ປານາມາ ໃຫ້ກັບສະມາຄົມແຫ່ງນັກ ຂ່າວສືບສວນສອບສວນ ຫຼື ICIJ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ປະເທດ ສະຫະລັດ.

ທ່ານ Ramon Fonseca ໜຶ່ງໃນບັນດາຜູ້ກໍ່ຕັ້ງບໍລິສັດຂອງ ປານາມາ ໄດ້ກ່າວຕໍ່ອົງການ ຂ່າວ ຝຣັ່ງ ກ່ຽວກັບ ຂໍ້ມູນທີ່ຮົ່ວໄຫຼອອກມານີ້ ຕໍ່ບັນດານັກຂ່າວວ່າແມ່ນ “ອາຊະຍາກຳ, ໂທດໜັກ.”

ທ່ານ Fonseca ໄດ້ກ່າວວ່າ “ຄວາມເປັນສ່ວນຕົວແມ່ນສິດທິໂດຍພື້ນຖານອັນໜຶ່ງ ຂອງ ມະນຸດ ທີ່ໄດ້ຖືກກັດເຊາະຫຼາຍ ແລະ ຫຼາຍຂຶ້ນເລື້ອຍໆຢູ່ໃນໂລກຍຸກໃໝ່ນີ້. ແຕ່ ລະຄົນແມ່ນມີສິດຕໍ່ຄວາມເປັນສ່ວນຕົວຂອງໃຜມັນ, ບໍ່ວ່າຈະແມ່ນເຈົ້າຊີວິດ ຫຼື ຂໍທານກໍຕາມ.”

ການຝາກເງິນໄວ້ໃນບັນຊີນອກຝັ່ງ ບໍ່ຈຳເປັນວ່າຈະເປັນສິ່ງຜິດກົດໝາຍສະເໝີໄປ, ແລະ ສາມາດທີ່ຈະໃຊ້ເພື່ອສ້າງບ່ອນຍົກເວັ້ນພາສີຢ່າງຖືກກົດໝາຍ ຫຼື ໃຫ້ຄວາມສະດວກແກ່ ການເຮັດສັນຍາທາງດ້ານຖຸລະກິດສາກົນ. ແຕ່ບົດລາຍງານນັ້ນກ່າວວ່າ “ເອກະສານ ຕ່າງໆເຫຼົ່ານັ້ນສະແດງໃຫ້ເຫັນວ່າ ຫຼາຍທະນາຄານ, ບໍລິສັດທະນາຍຄວາມ ແລະ ຜູ້ ຮ່ວມກິດຈະກຳຕ່າງໆຢູ່ນອກປະເທດ ຫຼາຍຄັ້ງມັກຈະບໍ່ປະຕິບັດຕາມຄຳຮຽກຮ້ອງຂອງ ກົດໝາຍ ທີ່ພວກເຂົາເຈົ້າເຮັດໃຫ້ແນ່ໃຈວ່າ ລູກຄ້າຂອງພວກເຂົາເຈົ້າຈະບໍ່ໄດ້ມີສ່ວນ ຮ່ວມໃນບໍລິສັດອາຊະຍາກອນ, ຫຼີກລ່ຽງພາສີ ຫຼື ການສໍ້ລາດບັງຫຼວງທາງການເມືອງ.”

ອົງການນັກຂ່າວສາກົນ, ເປັນພັນທະມິດກັບໜັງສືພິມ Sueddeutsche Zeitung ແລະ ອົງການຂ່າວອື່ນໆອີກຫຼາຍຮ້ອຍແຫ່ງ, ໄດ້ກ່າວວ່າ ຕົນໄດ້ບົດສະຫຼຸບຈາກເອກະສານ ຕ່າງໆທີ່ພັກພວກຂອງປະທານາທິບໍດີຂອງ ຣັດເຊຍ ທ່ານ Vladimir Putin ໄດ້ເຄື່ອນ ຍ້າຍເງິນຫຼາຍເຖິງ 2 ພັນລ້ານໂດລາຜ່ານບັນຊີທະນາຄານນອກປະເທດ ໃນໄລຍະເວ ລາເກືອບ 40 ປີ ເຊິ່ງ “ລວມມີຄົນ ຫຼື ບໍລິສັດຕ່າງໆທີ່ໄດ້ພົວພັນກັບທ່ານ Putin” ຈາກປີ 1977 ຫາທ້າຍປີ 2015.

Panama Papers
please wait
Embed

No media source currently available

0:00 0:01:27 0:00

A team of international journalists, working with leaked documents from a Panamanian law firm, has published some of its findings into the offshore financial dealings of the rich and famous, and politically-connected.

An anonymous source provided the 11.5 million documents from Panama's Mossack Fonseca law firm to the International Consortium of Investigative Journalists - ICIJ - a Washington-based organization.

Ramon Fonseca, one of the founders of the Panamanian firm, told the French News Agency the leaking of the information to the journalists is "a crime, a felony."

"Privacy is a fundamental human right that is being eroded more and more in the modern world. Each person has a right to privacy, whether they are a king or a beggar," Fonseca said.

Parking money in offshore accounts is not necessarily illegal, and can be used to establish legal tax shelters or ease international business deals. But the report said "the documents show that banks, law firms and other offshore players have often failed to follow legal requirements that they make sure their clients are not involved in criminal enterprises, tax dodging or political corruption."

The international journalists organization, allied with the German newspaper Sueddeutsche Zeitung and more than 100 other news organizations, said is has concluded from the documents that associates of Russian President Vladimir Putin moved as much as $2 billion through offshore bank accounts over a nearly 40-year period, "involving people or companies linked to Putin" from 1977 through the end of 2015.

XS
SM
MD
LG