ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ໄອຊ໌ແລນ ລາອອກ ທ່າມກາງ ການປະທ້ວງ ຂອງ ປະຊາຊົນ


ຝູງຊົນພາກັນເຕົ້າໂຮມກັນປະທ້ວງ ຕໍ່ຕ້ານນາຍົກລັດຖະມົນຕີ ໄອຊ໌ແລນ ທີ່ເມືອງ Reykjavik ວັນທີ 4 ເມສາ 2016.
ຝູງຊົນພາກັນເຕົ້າໂຮມກັນປະທ້ວງ ຕໍ່ຕ້ານນາຍົກລັດຖະມົນຕີ ໄອຊ໌ແລນ ທີ່ເມືອງ Reykjavik ວັນທີ 4 ເມສາ 2016.

ນາຍົກລັດຖະມົນຕີ Iceland ​ໄດ້​ລາ​ອອກ​ຈາກ​ໜ້າ​ທີ່ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຄື້ນຟອງ ​ຂອງການ​ປະ​ທ້ວງ ​ຫລັງ​ຈາກ​ໄດ້​ມີການ​ເປີດ​ເຜີ​ຍ ກ່ຽວ​ກັບການເງິນ​ລົງ ທຶນ​ຢູ່ທະນາຄານ ໃນ​ຕ່າງ​ປະ​ເ​ທດທີ່​ເປັນ​ຄຳ​ຖາມ​ຂອງ​ທ່ານນັ້ນ.

​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ Olufur Ragnar Grimsson ​ທີ່​ໄດ້​ຕັດ​ ການ​ຢ້ຽ​ມຢາມ​ສະຫະລັດຂອງ​ທ່ານ​ໃຫ້​ສັ້ນ​ລົງ ​ໄດ້​ປະ​ຕິ​ເສດຕໍ່ຄຳ​ຮ້ອງ​ຂໍ ຂອງນາຍົກລັດ ຖະມົນຕີ Sigmundur David Gunnlaugsson ​ທີ່​ຢາກ​ໃຫ້​ຍຸບ​ລັດຖະບານ ​ແລະ ສະພາ ແລະ​ຮຽກ​ໃຫ້ມີ​ການ​ເລືອກ​ຕັ້ງ​ໃໝ່ ຫລັງ​ຈາກ​ການເປີດເຜີຍ​ໃນອັນ​ທີ​ຮ້ອງ​ວ່າ ​ເອກ​ກະສາ​ນປາ​ນາມາ​ຫຼື Panama Papers.

ນາຍົກລັດຖະມົນຕີ Gunnlaugsson ​ໄດ້​ຖືກ​ກົດ​ດັນ​ໃຫ້​ລາ​ອອກ ຈາກ​ພວກປະ​ທ້ວງ​ ຫຼາຍ​ພັນ​ຄົນ ນັບ​ແຕ່​ໄດ້​ມີ​ການ​ເປີດ​ເຜີຍ​ເອກ​ກະສາ​ນ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ແລະ ​ພັນ​ລະ​ຍາ​ຂອງ​ທ່ານ ​ໄດ້​ຕັ້ງ​ບໍລິສັດ​ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກບໍລິສັດ​ທະນາຍ​ ຄວາມ Panama ຊຶ່ງ​ເປັນຈຸດ​ສູນກາງ ​ໃນ​ການ​ຮົ່ວ​ໄຫຼ ຂອງ​ຂໍ້​ມູນ​ພາສີ​ຄັ້ງ​ໃຫຍ່. ທ່ານ Gunnlaugsson ​ໄດ້​ປະຕິ​ເສດ​ວ່າ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ກົດໝາຍແລະ​ກ່າວ​ວ່າ​ ທ່ານໄດ້​ ເສຍ​ພາສີຢ່າງ​ຖືກຕ້ອງ.

ທ່ານ Gunnlaugsson ຢູ່ໃນ​ຈຳນວນນັກ​ການ​ເມືອງ ແລະ​ເຈົ້າໜ້າ​ທີ່​ລັດ​ຖະບານ 140 ຄົນ​ຈາກ​ທົ່ວ​ໂລກທີ່​ມີ​ຊື່​ຢູ່​ໃນ​ບັນຊີ​ເອກ​ກະສາ​ນປາ​ນາມາທີ່​ໄດ້​ກໍ່​ໃຫ້​ເກີດມີ​ຄຳ​ຖາມຕ່າງໆ ​ກ່ຽວກັບການກ່າວ​ຫາໃນ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງດ້ານ​ການ​ເງິນ​ນັ້ນ.

Panama Papers Iceland
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG