ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຍາສາກົນ ປະຕິເສດການເຄື່ອນໄຫວ ຂອງລັດຖະບານ ຟີລິບປິນ ເພື່ອຂັດຂວາງການສອບສວນສົງຄາມ​ຕໍ່​ຕ້ານຢາເສບຕິດຂອງ ທ່ານດູເຕີເຕ

ICC Rejects Philippine Government’s Move to Block Duterte Drug War Inquiry
please wait

No media source currently available

0:00 0:02:12 0:00

ສານອາຍາສາກົນ ຫຼື ICC ປະຕິເສດການເຄື່ອນໄຫວຂອງລັດຖະບານຟີລິບປິນ.

ສານອາຍາສາກົນ ກໍາລັງດໍາເນີນວຽກງານ ການ​ສືບສວນຂອງພວກເຂົາເຈົ້າ ກ່ຽວກັບຄວາມເປັນໄປໄດ້ ໃນການ​ກໍ່ອາຊະຍາກໍາ ຕ້ານມະນຸດຊາດ
ໃນລະ​ຫວ່າງສົງຄາມ​ຕໍ່​ຕ້ານຢາເສບຕິດ ທີ່ດໍາເນີນງານ ໂດຍອະດີດປະທານາ
ທິບໍດີຂອງຟີລິບປິນ ທ່ານໂຣດຣິໂກ ດູເຕີເຕ (Rodrigo Duterte). ໃນວັນອັງຄານແລ້ວນີ້ ພວກເຂົາເຈົ້າໄດ້ປະຕິເສດ ຕໍ່ການຂໍອຸທອນຂອງລັດຖະບານ
ທີ່ໃຫ້​ຢຸດ​ເຊົາ ການສວບສວນດັ່ງກ່າວ. ບັນດາຄອບຄົວ ຂອງຜູ້ທີ່ຖືກສັງຫານ
ໃນລະຫວ່າງການປຸກລະດົມຕໍ່ຕ້ານຢາເສບຕິດຍ້ອງຍໍສັນລະເສີມຕໍ່ການເຄື່ອນ ຫຼ້າສຸດນີ້. ເດບ ກຣູນບວມ (Dave Grunebaum) ມີລາຍງານຈາກນະ​ຄອນ
ເກຊອນຊີ​ຕີ້ ປະເທດຟີລິບປິນ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຮູບພາບຕ່າງໆຂອງຜູ້ເຄາະຮ້າຍທັງຫຼາຍທີ່ຖືກສັງຫານ ໃນລະຫວ່າງສົງຄາມຕໍ່​ຕ້ານຢາເສບຕິດ ທີ່ເປັນຕາຢ້ານກົວໃນປະເທດຟີລິບປິນ, ເຊິ່ງມີຈໍານວນຫຼາຍກວ່າໂຕເລກທີ່ລາຍງານ, ຜູ້ຄົນ ແລະຄອບຄົວທີ່ແທ້ຈິງ ພາກັນຢູ່ໃນຄວາມເສົ້າໂສກ.

ນາງລໍ​ເຣ ພາສໂກ (Llore Pasco) ສູນເສຍລູກຊາຍສອງຄົນຂອງລາວໃນມື້ດຽວກັນ ເມື່ອເດືອນພຶດສະພາ ປີ 2017, ທ້າວຮວານ ຄາໂລສ (Juan Carlos) ແລະ ທ້າວຄຣິສຊານໂຕ (Crisanto).

ນາງພາສໂກ ກ່າວວ່າ:

“ຂ້ອຍບໍ່ສາມາດອະທິບາຍຄວາມເຈັບປວດນີ້ອອກມາໄດ້ແນວໃດ. ເຖິງແມ່ນວ່າ ມັນຜ່ານໄປໄດ້ 6 ປີແລ້ວ ຫຼັງຈາກທີ່ພວກເຂົາເຈົ້າເສຍຊີວິດ, ແຕ່ມັນຍັງຢູ່ໃນຄວາມຊົງຈໍາຂອງຂ້ອຍ, ຄືວ່າມັນຫາກໍເກີດຂຶ້ນມື້ວານນີ້.”

ຂໍ້ມູນຂອງລັດຖະບານ ສະແດງໃຫ້ເຫັນວ່າ ມີປະມານ 6,200 ຄົນ​ ໄດ້​ຖືກ​ຂ້າ​ຕາຍ ໃນການປະຕິບັດງານຂອງຕໍາຫຼວດ ທີ່ເຊື່ອມໂຍງກັບ ສົງຄາມຕໍ່​ຕ້ານຢາເສບຕິດໃນລະຫວ່າງການດໍາລົງຕໍາແໜ່ງ 6 ປີຂອງອະດີດປະທານາທິບໍດີ ໂຣ ດຣິໂກ ດູເຕີເຕ, ເຊິ່ງສິ້ນສຸດລົງໃນປີແລ້ວນີ້. ແນວໃດກໍຕາມ, ກຸ່ມ​ປົກ​ປ້ອງສິດ ທິມະນຸດກ່າວວ່າ ໂຕເລກຂອງຜູ້ເສຍຊີວິດທີ່ແທ້ຈິງ ອາດສູງເຖິງ 30,000 ຄົນ ລວມທັງການປະຫານຊີວິດ ໂດຍກຸ່ມທີ່ບໍ່ມີອໍານາດທາງກົດໝາຍ, ອີງຕາມລາຍງານຂອງນັກເຄື່ອນໄຫວ ທີ່ເຮັດວຽກໃກ້ຊິດກັບເຈົ້າໜ້າທີ່ຕໍາຫຼວດ.

ນາງພາສໂກ ກ່າວວ່າ:

“ຂ້ອຍຢາກໃຫ້ພວກເຂົາຕິດຄຸກ. ຂ້ອຍຢາກໃຫ້ພວກເຂົາທຸກລະທົມຄືກັນກັບສິ່ງທີ່ພວກເຮົາພົບພໍ້ເຊັ່ນກັນ, ແລະຄອບຄົວທີ່ມີຄວາມທຸກທໍລະມານ.”

ໃນວັນອັງຄານແລ້ວນີ້, ບັນດາຄອບຄົວຂອງຜູ້ເຄາະຮ້າຍມາເຕົ້າໂຮມກັນ ເພື່ອເບິ່ງການປະກາດຂອງສານອາຍາສາກົນ ທີ່ພວກເຂົາເຈົ້າປະຕິເສດ ຕໍ່ການຂໍອຸ ທອນໂດຍລັດຖະບານຟີລິບປິນ ເພື່ອ​ໃຫ້ຍຸຕິການສືບສວນສອບສວນຂອງພວກເຂົາເຈົ້າ, ເຊິ່ງເປັນຂ່າວທີ່ຄອບຄົວ ແລະຜູ້ສະໜັບສະໜຸນຂອງພວກເຂົາເຈົ້າເຫຼົ່ານີ້ ມີຄວາມປາດຖະໜາມາກ່ອນ.

ທ່ານອີພຣຽມ ໂຄເທັສ (Epraim Cortez) ເປັນທະນາຍຄວາມຂອງສະຫະພາບທະນາຍຄວາມນານາຊາດເພື່ອປະຊາຊົນ ແລະໄດ້ຮ່ວມກັບບັນດາຄອບຄົວເຫຼົ່ານີ້ເພື່ອປະທ້ວງ ກ່າວວ່າ:

“ອຸປະສັກຕ່າງໆໄດ້ຖືກຍົກຍ້າຍອອກໄປແລ້ວ, ແລະບັດນີ້ ມັນເປັນການເລີ້ມຕົ້ນໃນ​ການ​ດຳ​ເນີນ​ການ​ຕໍ່ລັດຖະບານຊຸດກ່ອນ ສໍາລັບການກໍ່ອາຊະຍາກໍາຂອງພວກເຂົາ.”

ແຕ່ລັດຖະບານຂອງປະທານາທິບໍດີຟີລິບປິນໃນປັດຈຸບັນ ທ່ານເຟີດິແນນ ມາໂກສ ຈູເນ່ຍ ໄດ້ສະ​ແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ພວກເຂົາບໍ່ມີຄວາມປະສົງທີ່ຈະດໍາເນີນງານຮ່ວມມືກັບສານອາຍາສາກົນ (ICC), ແລະເຖິງແມ່ນ ທ່ານດູເຕີເຕ ຈະຖືກຕັດສິນວ່າ​ມີຄວາມຜິດ, ກໍບໍ່ແນ່ໃຈວ່າ ທ່ານຈະຖືກຈໍາຄຸກ.

ແຕ່ບັນດາຄອບຄົວເຫຼົ່ານີ້ ແລະນາງພາສໂກ, ຢືນຢັນວ່າ ພວກເຂົາເຈົ້າຈະຍັງຄົງສູ້ຕໍ່ໄປ.

ນາງພາສໂກ ກ່າວວ່າ:

“ຂໍ້ຄວາມໃນມື້ນີ້ ເປັນຂໍ້ຄວາມຂອງຄວາມຫວັງສໍາລັບຫຼາຍໆຄອບຄົວ, ແຕ່ພວກເຮົາຍັງຄົງຕ້ອງສູ້ຫຼາຍກວ່ານີ້.”

​ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີເນື່ອງຈາກໂສກນາຕະກໍາ, ແລະຈົ່ງປະຕິເສດທີ່ຈະປ່ຽນຄວາມຄິດ.

The International Criminal Court is moving ahead with its investigation of possible crimes against humanity during the drug war launched by former Philippine President Rodrigo Duterte. On Tuesday, it rejected a government appeal to block the probe. Families of those killed during the anti-drug campaign are praising this latest development. Dave Grunebaum has the story from Quezon City in the Philippines.

Photos of victims killed during the Philippines' grisly war on drugs. So much more than numbers. Real people with families in mourning.

Llore Pasco lost two sons on the same day in May 2017, Juan Carlos and Crisanto.

Llore Pasco, Mother, female in English

“I cannot explain how painful. Although it’s already six years after they died, but still in my thinking, [it is] as if it’s only yesterday it happened.”

Government data shows that about 6,200 people were killed in police operations tied to the drug war during former President Rodrigo Duterte’s six-year term, which ended last year. Some human rights groups, however, say the real death toll could be as high as 30,000, including executions by vigilantes who, according to activists, often work closely with police.

Llore Pasco, Mother, female in English

“I want them jailed. I want them to suffer also what we, the families, suffer.”

On Tuesday, families gathered to watch the International Criminal Court announce that it was rejecting an appeal by the Philippines government to stop its investigation. The news these families and their supporters were hoping for.

Ephraim Cortez is a lawyer with the National Union of Peoples’ Lawyers and joined the families for the demonstration, male in English

“The stumbling blocks are being taken away and it’s now the start of going against the past administration for their crimes”

But the current administration of Philippines President Ferdinand Marcos Junior has made it clear it has no intention of cooperating with the ICC, and even if Duterte were convicted, it’s not certain he would serve time in jail.

But these families, and Pasco, insist they will keep up their fight.

Llore Pasco, Mother, female in English

“The message of today is the message of hope for the families, but we still have to do more”

United due to tragedy, refusing to back down.

XS
SM
MD
LG