ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິເຄນ ໄອຊິກ ກໍາລັງຖະຫລົ່ມ ລັດລຸຍຊິອານາ (ສະໄລດ໌ກັບວີດີໂອ)


ເຮີລິເຄນ ໄອຊິກ ກໍາລັງຜັດຖະຫລົ່ມ ລັດ ລູຍຊິອານາ.
ເຮີລິເຄນ ໄອຊິກ ກໍາລັງຜັດຖະຫລົ່ມ ລັດ ລູຍຊິອານາ.
ເຮີ​ລິ​ເຄນ ​ໄອ​ຊິກ ກໍາ​ລັງ​ເທ​ນໍ້າ​ຝົນລົງ​ມາຢ່າງ​ໜັກ ​ແລະ​ຜັດ​ຖະຫລົ່ມ​ຝັ່ງ​ອ່າວ ​ເມັ​ກຊິກ​ໂກ ກໍ້າ​ເໜືອ ກໍ​ຄື​ຝັ່ງ​ທະ​ເລພາກ​ໃຕ້​ຂອງສະຫະລັດ ດ້ວຍ​ລົມ​ແຮງ ​ໃນ​ຂະນະ​ທີ່ພັດ​ເຂົ້າ​ຊ້າໆ​ ​ໄປສູ່​ຝັ່ງ​ເມືອງ New Orleans ລັດ ລຸຍ​ຊີ​ອານາ​ນັ້ນ.

ສູນ​ກາງ​ເຮີ​ລິ​ເຄນ ​ແຫ່ງ​ຊາດ ຂອງ​ສະຫະລັດ ກ່າວ​ວ່າ ​ໃຈກາງ​ຂອງ​ພາ​ຍຸ ຈະ​ພັດ​ຢູ່ເໜືອ ລັດ Louisiana ຈົນ​ຮອດ ວັນ​ພະຫັດ.

ບັນດາ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ​ໄອ​ຊິກ ຍັງ​ມີ​ລົມ​ແຮງເກືອບຮອດ 130 ກິ​ໂລ​ແມດ ຕໍ່​ຊົ່ວ​ໂມງ ​ແລະ​ ຂົງ​ເຂດເລາະ​ແຄມ​ຝັ່ງ ກໍາລັງ​ປະ​ເຊີນ​ໜ້າ​ກັບ​ຟອງ ພາຍຸ​ນໍ້າທີ່ອັນຕະລາຍ ​ແລະໄພນໍ້າ​ຖ້ວມ​ຈາກ​ຝົນ​ຕົກ​ໜັກ.


ບັນດາ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ ​ໃນ​ເມືອງ Plaquemines Parish ທາງ​ທິດ​ຕ​າ​ເວັນ​ອອກ​ສຽງ​ໃຕ້ຂອງ​ເມືອງ New Orleans ​ ​ລາຍ​ງານວ່າ ມີ “ນໍ້າ​ຖ້ວມ​ໜັກ” ​ໃນ​ຂະນະ​ທີ່​ພາຍຸຍູ້​ເອົາ​ນໍ້າ ​ເຂົ້າ​ມາ​ຈາກ​ອ່າວເມັ​ກຊິໂກ ​ແລະ​ລົ້ນຂ້າມ​ ຄູ​ປ້ານ​ນໍ້າ ​ເຂົ້າ​ມາ​ໃນ​ເມືອງ.

ຈໍາ​ນວນ​ນໍ້າ​ຝົນ​ທັງໝົດ​ອາດ​ຈະ​ເຖິງ 50 ຊັງ​ຕີ​ແມດ ຢູ່​ໃນ​ຫລາຍ​ໆເຂດ ​ໃນ​ຄະນະ​ທີ່​ບາງ​ພາກສ່ວນ​ຂອງ ລັດ Louisiana ​ແລະ ລັດ Mississippi ອາດ​ຈະ​ເຫັນ​ຟອງ​ນໍ້າ​ພາຍຸ ສູງ​ເຖິງ​ຫ້າ​ແມດ.

ເຮິ​ລິ​ເຄນ ​ໄອ​ຊິກ ​ມາ​ເຖິງ​ມື້​ດຽວ​ກັນ​ກັບ 7 ປີ​ກ່ອນ​ ຫລັງ​ຈາກ​ເຮິ​ລິ​ເຄນ Katrina ​ໄດ້​ຖະຫລົ່ມ​ຂົງ​ເຂດ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 1,800 ຄົນ ​ແລະ​ສ້າງ​ຄວາເສຍ​ຫາຍ​ຢ່າງໃຫຍ່​ຫລວງ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ປະກາດພາວະ​ສຸກ​ ​ເສີນ ​ແກ່​ລັດ Louisiana ​ແລະ ລັດ Mississippi ທີ່ອໍານວຍ​ໃຫ້​ທັງສອງ​ລັດ​ດັ່ງກ່າວນີ້ ​ໄດ້​ຮັບເງິນ​ຊ່ວຍ​ເຫລືອ​ຈາກ ລັດຖະບານ​ກາງ ​ແລະ​ການ​ຊ່ວຍ​ເຫລືອ​ອື່ນໆ.
XS
SM
MD
LG