ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຄວາມອຶດຫິວ ແລະ ການຍົກຍ້າຍຖິ່ນຖານເພີ່ມຂຶ້ນ ໃນຂະນະທີ່ໂຣກລະບາດ ສົ່ງຜົນກະທົບຢ່າງໜັກ ຕໍ່ເສດຖະກິດ


ພະນັກງານປະຈຳເມືອງ ທ້າວ ແຣນດີ ເກຣສ, ຍົກກ່ອງອາຫານລົງ ຢູ່ງານແຈກຢາຍອາຫານແຫ່ງນຶ່ງ, ເມືອງ ໂອປາ ລັອກກາ, ລັດ ຟລໍຣິດາ. 6 ຕຸລາ, 2020.
ພະນັກງານປະຈຳເມືອງ ທ້າວ ແຣນດີ ເກຣສ, ຍົກກ່ອງອາຫານລົງ ຢູ່ງານແຈກຢາຍອາຫານແຫ່ງນຶ່ງ, ເມືອງ ໂອປາ ລັອກກາ, ລັດ ຟລໍຣິດາ. 6 ຕຸລາ, 2020.

ອົງການສະຫະປະຊາຊາດໄດ້ເຕືອນວ່າ ຄວາມອຶດຫິວໃນທົ່ວໂລກແມ່ນກຳລັງເພີ່ມຂຶ້ນສູ່ຈຸດສູງສຸດຄັ້ງໃໝ່ໃນຂະນະທີ່ COVID-19 ໄດ້ທຳລາຍເສດຖະກິດຕ່າງໆໃນທົ່ວໂລກ. ລາຍງານສະບັບນຶ່ງໂດຍໂຄງການອາຫານໂລກ ແລະ ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານເວົ້າວ່າ ການ ຂາດແຄນອາຫານຢ່າງຮຸນແຮງໄດ້ບັງຄັບໃຫ້ປະຊາຊົນຫຼາຍລ້ານຄົນຍົກຍ້າຍຖິ່ນຖານ ເພື່ອຊອກ ຫາວຽກງານເພື່ອລ້ຽງຄອບຄົວຂອງເຂົາເຈົ້າ. ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ຊຸມຊົນທີ່ມີຄວາມສ່ຽງທີ່ສຸດແມ່ນຜູ້ທີ່ຖືກກະທົບໂດຍຄວາມຂັດແຍ້ງ, ຄວາມຮຸນແຮງ ແລະ ໄພພິບັດ ທຳມະຊາດ. ລາຍງານເວົ້າວ່າຄວາມພະຍາຍາມທີ່ຈະຍັບຢັ້ງ COVID-19 ໄດ້ນຳໄປສູ່ການຫ້າມທີ່ບໍ່ເຄີຍມີມາກ່ອນ ກ່ຽວກັບ ການເຄື່ອນໄຫວ, ການຄ້າ ແລະ ກິດຈະກຳທາງເສດຖະກິດ, ເຊິ່ງໄດ້ກະ ຕຸ້ນໃຫ້ເກີດພາວະເສດຖະກິດຕົກຕໍ່າໃນທົ່ວໂລກ ແລະ ເຮັດໃຫ້ການອຶດຫິວເພີ່ມຂຶ້ນ.

ໂຄງການອາຫານໂລກໄດ້ຄາດການເພີ່ມຂຶ້ນເຖິງ 80 ເປີເຊັນໃນຈຳນວນປະຊາຊົນທີ່ບໍ່ມີຄວາມປອດໄພດ້ານອາຫານຢ່າງຮຸນແຮງຈາກກ່ອນ COVID-19 ໃນ ລະດັບ 149 ລ້ານຄົນເປັນ 270 ລ້ານຄົນພາຍໃນທ້າຍປີນີ້.

ລາຍງານຮ່ວມຂອງອົງການອາຫານໂລກ ແລະ ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານໄດ້ພົບເຫັນກຳມະກອນຍົກຍ້າຍຖິ່ນຖານຂອງໂລກ 164 ລ້ານຄົນ, ໂດຍສະເພາະຜູ້ທີ່ເຮັດວຽກໃນຝ່າຍທີ່ບໍ່ເປັນທາງການ, ແມ່ນຜູ້ທີ່ໄດ້ຮັບຜົນກະທົບໜັກສຸດໂດຍໂຣກລະບາດ.

ໂຄສົກຂອງອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ ທ່ານນາງ ແອນເຈີລາ ແວລສ໌ ກ່າວວ່າກຳມະກອນຍົກຍ້າຍຖິ່ນຖານ, ຜູ້ທີ່ມັກຈະເຮັດວຽກ ຊົ່ວຄາວ ແລະ ຕາມລະດູການເພື່ອເງິນເລັກ ນ້ອຍ ແລະ ບໍ່ມີການປົກປ້ອງທາງສັງຄົມນັ້ນ, ແມ່ນມີຄວາມສ່ຽງເປັນພິເສດ.

ທ່ານນາງ ແວລສ໌ ກ່າວວ່າ “ການກຳນົດຫ້າມເດີນທາງຫຼາຍກວ່າ 94,000 ຄັ້ງ ໃນຫຼາຍກວ່າ 220 ປະເທດ, ດິນແດນ ຫຼື ຂົງເຂດເພື່ອຄວບຄຸມການລະບາດຂອງເຊື້ອໂຣກແມ່ນໄດ້ຈຳກັດໂອກາດຕ່າງໆສຳລັບປະຊາຊົນທີ່ຈະເຄື່ອນໄຫວ, ເຮັດວຽກ ແລະ ຊື້ອາຫານ ແລະ ສິ່ງຂອງຈຳເປັນພື້ນຖານອື່ນໆ. ໂດຍປາສະຈາກລາຍໄດ້ທີ່ໝັ້ນຄົງ, ລາຍງານໄດ້ເຕືອນວ່າ ຫຼາຍຄົນຈະຖືກຜັກດັນໃຫ້ເດີນ ທາງກັບບ້ານ ເຊິ່ງຈະກໍ່ໃຫ້ເກີດການຫຼຸດລົງໃນການໂອນເງິນ.”

ລາຍງານໄດ້ຄາດວ່າ ການໂອນເງິນຈະສະໜອງການຊ່ວຍເຫຼືອທີ່ຈຳເປັນໃຫ້ປະຊາຊົນປະມານ 800 ລ້ານຄົນ ຫຼື ນຶ່ງໃນເກົ້າຄົນຢູ່ໃນໂລກ. ທະນາຄານໂລກຄາດວ່າການໂອນເງິນຈະຫຼຸດລົງເຖິງ 14 ເປີເຊັນທົ່ວໂລກໃນປີ 2020.

ໂຄສົກໂຄງການອາຫານໂລກ ທ່ານ ທອມສັນ ຟີຣີ ເວົ້າວ່າການໂອນເງິນຈາກຜູ້ຍົກຍ້າຍຖິ່ນຖານສາກົນມີບົດບາດທີ່ສຳຄັນໃນການຊ່ວຍເຫຼືອຄອບຄົວທັງຫຼາຍ. ທ່ານເວົ້າວ່າຄວາມອຶດຫິວແມ່ນຈະເພີ່ມຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ ຖ້າປາສະຈາກແຫຼ່ງທີ່ມາຂອງລາຍໄດ້ນັ້ນ.

ທ່ານ ທອມສັນ ຟີຣີ ກ່າວວ່າ “ອີງຕາມການວິເຄາະຂອງພວກເຮົາ, ໂຄງການ ອາຫານໂລກຄາດ ວ່າການສູນເສຍການໂອນເງິນພຽງອັນດຽວ ອາດເຮັດໃຫ້ປະຊາຊົນເພີ່ມອີກ 33 ລ້ານຄົນມີຄວາມສ່ຽງອຶດຫິວໃນທົ່ວ 79 ປະເທດ ທີ່ຖືກປົກຄຸມໃນການວິເຄາະນີ້. ແລະ ຫ້ອງການຂອງພວກເຮົາໄດ້ລາຍງານວ່າ ນຶ່ງໃນຫ້າຄົວເຮືອນເວົ້າວ່າ ເຂົາເຈົ້າໃຊ້ເງິນທີ່ຖືກສົ່ງໃຫ້ ເພື່ອຊື້ອາຫານທັງໝົດ.“

ສອງອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ປະຊາຄົມນານາຊາດຕອບສະໜອງຕໍ່ຄວາມຕ້ອງການດ້ານມະນຸດສະທຳທີ່ກຳລັງເພີ່ມຂຶ້ນຂອງປະຊາຊົນຫຼາຍຮ້ອຍລ້ານຄົນໃນທັນທີ, ຜູ້ທີ່ກຳລັງດີ້ນຮົນເພື່ອເອົາຊີວິດລອດຈາກຜົນກະທົບທາງດ້ານເສດຖະກິດສັງຄົມທຂອງໂຣກລະບາດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG