ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ຊາ​ຊົນ ຫຼາຍ​ຮ້ອຍ​ພັນ​ຄົນ ຮຽກ​ຮ້ອງ​ໃຫ້​ຜູ້​ນຳ ຮົງ​ກົງ ລາ​ອອກ​ ຈາກ​ຕຳ​ແໜ່ງ


ຮົງ​ກົງ ປະ​ທ້ວງ​ຕໍ່​ຕ້ານ​ການ​ປັບ​ປຸງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ. 16 ມິ​ຖຸ​ນາ, 2019.
ຮົງ​ກົງ ປະ​ທ້ວງ​ຕໍ່​ຕ້ານ​ການ​ປັບ​ປຸງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ. 16 ມິ​ຖຸ​ນາ, 2019.

ນັກ​ເຄື່ອນ​ໄຫວສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ຮົງ​ກົງ ທ່ານ ຈອ​ສ​ຊົ​ວ ວັອງ ໄດ້​ເຂົ້າ
ຮ່ວມກັບຜູ້ທີ່ກຳລັງຮຽກຮ້ອງໃຫ້ຜູ້ນຳທີ່ສະໜັບສະໜູນລັດຖະບານ ປັກກິ່ງ ຂອງ ເກາະ
ຮົງກົງ ທ່ານນາງ ແຄຣີ ແລມ ລາອອກຈາກຕຳແໜ່ງ, ໂດຍເວົ້າ ອອກມາ ຫຼັງຈາກລາວ
ໄດ້ຖືກປ່ອຍຕົວອອກຈາກຄຸກ ໃນວັນຈັນທີ່ຜ່ານມາ ວ່າ ໃນໄວໆນີ້ ລາວຈະເຂົ້າຮ່ວມ
ການປະທ້ວງຂະໜານໃຫຍ່ ຕໍ່ຕ້ານກົດໝາຍສົ່ງຄົນຮ້າຍໄປ ຈີນ.

ທ່ານ ວັອງ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ທ່ານ​ນາງ ແຄ​ຣີ ແລມ ຕ້ອງ​ລາອ​ອກ​ຈາກ​ຕຳ​
ແໜ່ງ.” ທ່ານ ວັອງ ແມ່ນນຶ່ງໃນບັນດາຜູ້ນຳໜ້າ ການເຄື່ອນໄຫວຄັນຮົ່ມປີ 2014 ແລະ
ໄດ້ຖືກຈັບເຂົ້າຄຸກດົນເຖິງສອງເດືອນ ໃນຂໍ້ກ່າວຫາ ທີ່ກ່ຽວຂ້ອງກັບການປະທ້ວງນັ້ນ.

ລາວ​ໄດ້​ຄາດຄະເນ​ວ່າ ຖ້າ​ທ່ານ​ນາງ ແລມ ຍັງ​ຄົງ​ກຳ​ຕຳ​ແໜ່ງ​ຢູ່, ປະ​ຊາ​ຊົນ ຫຼາຍ ແລະ
ຫຼາຍກວ່າເກົ່າ ຈະ “ເຂົ້າຮ່ວມໃນການຕໍ່ສູ້ຂອງພວກເຮົາ ຈົນຮອດວັນທີ່ພວກເຮົາໄດ້
ສິດທິມະນຸດພື້ນຖານ ແລະ ເສລີພາບກັບຄືນມາ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ເປີດ​ຖະ​ໜົນ​ຄືນ​ໃນ​ວັນ​ຈັນ​ມື້ີ້ນີ້ ​ໃກ້​ກັບ​ສຳ​ນັກ​ງານ​ໃຫຍ່​ລັດ​ຖະ​ບານ
ຫຼັງຈາກຜູ້ປະທ້ວງຫຼາຍຮ້ອນພັນຄົນທີ່ນຸ່ງເຄື່ອງສີດຳ ໄດ້ເດີນຂະບວນໃນວັນອາທິດ
ວານນີ້ ເພື່ອຕໍ່ຕ້ານຮ່າງກົດໝາຍທີ່ເປັນບັນຫາ ເຊິ່ງຈະອະນຸຍາດໃຫ້ສົ່ງຜູ້ຮ້າຍໄປລົງ
ໂທດໃນ ຈີນ ແຜ່ນດິນໃຫຍ່.

ການ​ປະ​ທ້ວງ​ໄດ້​ເຮັດ​ໃຫ້​ຫ້າງ​ຮ້ານ ແລະ ຫ້ອງ​ການ​ລັດ​ຖະ​ບານ​ຕ່າງໆ​ຂອງ ຮົງ​ກົງ ຢຸດ​
ຊະງັກ, ໃນຂະນະທີ່ບັນດາຜູ້ຈັດງານໄດ້ເວົ້າວ່າ ມີຄົນໄດ້ອອກມາລວມຕົວກັນຢູ່ທ້ອງ
ຖະໜົນ 2 ລ້ານຄົນ.

ການ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ນຶ່ງ​ມື້ຫຼັງ​ຈາກ​ຮ່າງ​ກົດ​ໝາຍ​ນັ້ນ ໄດ້​ຖືກ​ໂຈະ​ຊົ່ວ​ຄາວ ໂດຍ​ຜູ້​ບໍ
ລິຫານໃຫຍ່ຂອງ ເກາະ ທ່ານນາງ ແຄຣີ ແລມ, ແຕ່ຜູ້ປະທ້ວງກ່າວວ່າ ເຂົາເຈົ້າຈະສືບ
ຕໍ່ປະທ້ວງຈົນກວ່າ ຮ່າງກົດໝາຍທີ່ວ່ານັ້ນຈະຖືກຖອນຢ່າງຖາວອນ.

ໃນ​ຂະ​ນະ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ
ກໍໄດ້ເວົ້າວ່າ ປະທານາທິບໍດີ ດໍໂນລ ທຣຳ ມີແຜນທີ່ຈະປຶກສາຫາລື ກ່ຽວກັບ ບັນຫາ
ຂອງ ເກາະ ຮົງກົງ ກັບຄູ່ຮ່ວມຕຳແໜ່ງ ຈີນ, ທ່ານ ສີ ຈິ່ນຜິງ, ໃນກອງປະຊຸມສຸດຍອດ
G20 ທີ່ໃກ້ຈະມາເຖິງນີ້ໃນປະເທດ ຍີ່ປຸ່ນ.

ຜູ້​ປະ​ທ້ວງ ທ່ານ ສ​ຕີ​ເວັນ ຈາວ ໄດ້​ກ່າວ​ວ່າ ລາວບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຄັ້ງ​ທີ່
ຜ່ານມາ, ແຕ່ໄດ້ອອກມາຮ່ວມການປະທ້ວງຄັ້ງຫຼ້າສຸດນີ້ ຍ້ອນວິທີທີ່ຜູ້ປະທ້ວງຄົນ
ອື່ນໆໄດ້ຖືກປະຕິບັດນຳໃນຕົ້ນອາທິດນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG