ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

130 ປະເທດ ໃຫ້ການສະໜັບສະໜຸນ ຂໍ້ຕົກກ່ຽວກັບການປະຕິຮູບພາສີທົ່ວໂລກ


ພາບຖ່າຍໃນວັນທີ 4 ພຶດສະພາ, 2021 ສະແດງໃຫ້ເຫັນຕຶກກະຊວງການເງິນຂອງສະຫະລັດ ໃນນະຄອນຫລວງວໍຊິງຕັນ
ພາບຖ່າຍໃນວັນທີ 4 ພຶດສະພາ, 2021 ສະແດງໃຫ້ເຫັນຕຶກກະຊວງການເງິນຂອງສະຫະລັດ ໃນນະຄອນຫລວງວໍຊິງຕັນ

ທັງໝົດມີ 130 ປະເທດ ໄດ້ຕົກລົງເຫັນດີ ກ່ຽວກັບການປະຕິຮູບພາສີທົ່ວໂລກເພື່ອຮັບປະກັນວ່າ ໃຫ້ບັນດາບໍລິສັດທີ່ເຮັດທຸລະກິດຢູ່ຫລາຍປະເທດຈ່າຍສ່ວນແບ່ງທີ່ເປັນພາສີຂອງພວກເຂົາເຈົ້າແບບຍຸຕິທຳຢູ່ໃນທຸກບ່ອນທີ່ພວກເຂົາດຳເນີນທຸລະກິດຢູ່, ອີງຕາມອົງການຮ່ວມມືແລະພັດທະນາດ້ານເສດຖະກິດຫລື OECD ກ່າວໃນວັນພະຫັດວານນີ້, ແຕ່ວ່າບາງປະເທດໃນສະຫະພາບຢູໂຣບ ຫລື EU ບໍ່ຍອມເຊັນຂໍ້ຕົກລົງນີ້.

ອົງການເພື່ອການຮ່ວມມືແລະການພັດທະນາດ້ານເສດຖະກິດກ່າວໃນຖະແຫຼງ ການສະບັບນຶ່ງວ່າ ບໍລິສັດລະດັບໂລກ, ລວມທັງບໍລິສັດ Google, Amazon, Facebook ແລະ Apple ຊຶ່ງເປັນບໍລິສັດຍັກໃຫຍ່ຂອງສະຫະລັດຈະຖືກເກັບພາສີໃນອັດຕາຢ່າງໜ້ອຍ 15 ເປີເຊັນ ເມື່ອໃດສັນຍາດັ່ງກ່າວຫາກຖືກຈັດຕັ້ງປະຕິບັດ.

ລະບົບພາສີໃໝ່ຈະເພີ່ມເງິນປະມານ 150 ຕື້ໂດລາ ໃຫ້ແກ່ຄັງເງິນຂອງລັດຖະ ບານປະເທດຕ່າງໆ ໃນທົ່ວໂລກເມື່ອມັນມີຜົນບັງຄັບໃຊ້, ເຊິ່ງອົງການ OECD ເວົ້າວ່າ ຕົນຫວັງວ່າຈະແມ່ນປີ 2023.

ອົງການ OECD ກ່າວອີກວ່າ "ກອບພາສີນີ້ ປັບປຸງອົງປະກອບສຳຄັນ ຂອງລະບົບພາສີສາກົນທີ່ມີມາໄດ້ສັດຕະວັດນຶ່ງແລ້ວ, ເຊິ່ງບໍ່ເໝາະສົມອີກຕໍ່ໄປກັບຈຸດປະສົງຂອງຍຸກເສດຖະກິດສັດຕະວັດທີ 21 ທີ່ເປັນໂລກາພິວັດ ແລະຫັນເປັນດີຈີຕອລ.”

ຂໍ້ຕົກລົງຢ່າງເປັນທາງການນີ້ແມ່ນປະຕິບັດຕາມການຮັບຮອງເອົາໂດຍກຸ່ມ G7 ຂອງບັນດາປະເທດຮັ່ງມີໃນເດືອນແລ້ວນີ້, ແລະການເຈລະຈາໃນປັດຈຸບັນກໍໄດ້ກ້າວເຂົ້າສູ່ກອງປະຊຸມກຸ່ມ G20 ຂອງກຸ່ມປະເທດ ທີ່ມີເສດຖະກິດທີ່ພັດທະນາແລ້ວ ແລະກໍາລັງພົ້ນເດັ່ນຂຶ້ນໃນວັນທີ 9-10 ກໍລະກົດ ທີ່ເມືອງເວນິສ (Venice), ປະເທດອີຕາລີ.

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນກ່າວວ່າ ຂໍ້ຕົກລົງຄັ້ງຫລ້າສຸດ “ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ກັບການມີຂໍ້ຕົກລົງທົ່ວໂລກຢ່າງເຕັມສ່ວນທີ່ຈະຍຸຕິການແຂ່ງຂັນ ໃຫ້ມີການເກັບພາສີສໍາລັບບໍລິສັດ ໃນອັດຕາຕໍ່າທີ່ສຸດ.”

ເຢຍຣະມັນ, ເຊິ່ງເປັນຜູ້ສະໜັບສະໜູນອີກປະເທດນຶ່ງ ຕໍ່ການປະຕິຮູບດ້ານພາ ສີ, ໄດ້ຍົກຍ້ອງມັນວ່າເປັນ “ບາດກ້າວອັນໃຫຍ່ຫຼວງທີ່ກ້າວໄປຫາຄວາມຍຸຕິທຳ ດ້ານພາສີ”, ແລະຝຣັ່ງກ່າວວ່າ ມັນແມ່ນ “ຂໍ້ຕົກລົງພາສີທີ່ສໍາຄັນທີ່ສຸດໃນສັດ ຕະວັດນຶ່ງ”.

ລັດຖະມົນຕີກະຊວງການເງິນອັງກິດ, ທ່ານຣີຊີ ຊັນນັກ (Rishi Sunak), ເຊິ່ງປະເທດຂອງທ່ານ ເປັນເຈົ້າພາບ ແລະປະທານຂອງກຸ່ມ G7 ກ່າວວ່າ "ຄວາມຈິງທີ່ວ່າ 130 ປະເທດໃນທົ່ວໂລກ, ລວມທັງປະເທດໃນກຸ່ມ G20 ທັງໝົດປັດ ຈຸບັນນີ້ ກຳລັງເຂົ້າຮ່ວມ ຊຶ່ງນີ້ເປັນຂີດໝາຍຂອງບາດກ້າວນຶ່ງອີກ ໃນພາລະກິດຂອງພວກເຮົາ ໃນການປະຕິຮູບລະບົບພາສີໂລກ".

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG