ລິ້ງ ສຳຫລັບເຂົ້າຫາ

logo-print

ລາຍງານປະຈຳປີ ຂອງ ກະຊວງ ຕ່າງປະເທດ ສຫລ ວ່າດ້ວຍ ການຄ້າມະນຸດ ຢູ່ລາວ


ລາຍງານການຄ້າມະນຸດ ປະຈຳປີ 2018

ໃນວັນ​ທີ 28 ​ມີ​ຖຸນາ​ຜ່ານ​ມານີ້ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ລາຍ​ງານ
ປະ​ຈໍາປີ 2018 ວ່າ​ດ້ວຍ​ການ​ຄ້າ​ມະນຸດ ຢູ່​ໃນ​ທົ່ວ​ໂລກ​ ຊຶ່ງກິ່ງສະ ຫວັນ ມີພາກ​ສ່ວນ
ທີ່ກ່ຽວ​ກັບ ສປປ ລາວ ຕອນ​ທີ 1 ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:11:28 0:00

ລາຍ​ງານ​ປະຈຳປີ 2018 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ໄດ້​ຈັດ ສປປ ລາວ​
ເຂົ້າໄວ້​ໃນ​ກຸ່ມທີ 3 ຫລື Tiers 3 ຂອງ​ຈໍານວນທັງ​ໝົດ 3 ກຸ່ມ​ ຊຶ່ງ​ໝາຍເຖິງສະພາບການ
ທີ່ຮ້າຍແຮງຂຶ້ນອີກຂັ້ນນຶ່ງ ເມື່ອທຽບໃສ່ປີທີ່ຜ່ານມາທີ່ລາວຖືກຈັດໃນກຸ່ມ​ທີ 2 ຫລື ທີ່​ຍັງ
ຢູ່ໃນບັນຊີ ຈະ​ຕ້ອງ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່.

ລາຍ​ງານ​ຂອງກະຊວງ​ຕ່າງປະ​ເທດ​ສະຫະລັດເວົ້າວ່າ ລັດຖະບານ​ລາວ​ ບໍ່​ໄດ້ປະຕິ​ບັດ​
ຢ່າງ​ຄົບ​ຖ້ວນ ຕາມ​ມາດຕະຖານ​ຂັ້ນຕໍ່າ​ສຸດ​ ໃນການ​ລຶບລ້າງ​ການ​ຄ້າ​ມະນຸດ ດັ່ງນັ້ນລາວ
ຈຶ່ງໄດ້ຖືກຕົກຈາກກຸ່ມທີ 2 ຂອງບັນດາປະເທດ ທີ່ຍັງຖືກຕິດຕາມສິ້ງຊອມເບິ່ງ ທີ່ລາວ
ເຄີຍຢູ່ມາໄດ້ 4 ປີລຽນຕິດກັນ ມາຢູ່ໃນກຸ່ມທີ 3 ຫລື Tier 3 ໃນປີນີ້ ລາວບໍ່ມີຄວາມ
ເໝາະສົມ ທີ່ຈະຖືກຈັດຢູ່ໃນກຸ່ມນັ້ນ ອີກຕໍ່ໄປເຖິງແມ່ນວ່າລາວຈະມີເງື່ອນໄຂຄົບຖ້ວນ
ສໍາລັບກຸ່ມປະເທດທີ່ຢູ່ໃນກຸ່ມ 2 ກໍຕາມ. ໃນປີ 2016 ສະພາແຫ່ງຊາດຂອງລາວ ໄດ້
ປະກາດໃຊ້ກົດໝາຍ ຕໍ່ຕ້ານການຄ້າມະນຸດ ແລະລັດຖະບານລາວ ກໍໄດ້ສຳເລັດການ
ສ້າງແຜນປະຕິບັດງານແຫ່ງຊາດແຕ່ປີ 2016​ ຫາ 2020. ເຖິງແມ່ນໄດ້ມີການອອກກົດ
ໝາຍ ແລະມາດຕະການເຫລົ່ານີ້ກໍຕາມລັດຖະບານລາວບໍ່ໄດ້ສະແດງໃຫ້ເຫັນເຖິງໃນ
ການດຳເນີນຄວາມພະຍາຍາມເພີ້ມຂຶ້ນໂດຍລວມ ໃນການປາບປາມການຄ້າມະນຸດ
ເມື່ອທຽບໃສ່ໄລຍະການລາຍງານເທື່ອແລ້ວນີ້. ລາວໄດ້ເອົາບາດກ້າວບາງຢ່າງເພື່ອ
ແກ້ໄຂບັນຫາການຄ້າມະນຸດຊຶ່ງ ລວມມີ ການສືບຕໍ່ດໍາເນີນການສືບສວນ, ດໍາເນີນຄະ
ດີ, ດໍາເນີນການພິສູດວ່າ ມີຄວາມຜິດ ແລະການຕັດສິນຄະດີ ຕໍ່ພວກທໍາການຄ້າມະ
ນຸດ ໃນຈໍານວນໜ້ອຍ; ໃຫ້ການຊ່ວຍເຫລືອແກ່ຜູ້ໄດ້ຮັບເຄາະຮ້າຍບາງຄົນທີ່ກັບຄືນ
ມາທ້ອງຖິ່ນໃຫ້ກັບຄືນສູ່ການດໍາລົງຊີວິດຕາມປົກກະຕິ; ແລະກໍໄດ້ດໍາເນີນການອົບຮົມ
ສຶກສາແກ່ປະຊາ ຊົນ ທີ່ຢູ່ໃນເຂດທີ່ມີການສ່ຽງໄພເພີ້ມຂຶ້ນ ທີ່ຈະຕົກ​ຢູ່​ໃນ​ສະພາບ​ຖືກ​
ບີບ​ບັງຄັບໃຊ້​ແຮງງານ ຢູ່ໃນໂຄງການກໍ່ສ້າງໂຄງລ່າງພື້ນຖານຂະໜາດໃຫຍ່ຕ່າງໆ.
ແຕ່ແນວ ໃດກໍຕາມລາວກໍບໍ່ໄດ້ດໍາເນີນຄວາມພະຍາຍາມຢ່າງຫລວງຫລາຍໃນການຕໍ່
ຕ້ານການຄ້າມະນຸດ. ມີລາຍງານວ່າ ຍັງມີເຈົ້າໜ້າທີ່ບາງຄົນຍັງສືບຕໍ່ອໍານວຍຄວາມສະ
ດວກ ແລະບາງຄັ້ງ ກໍຍັງໄດ້ຮັບຜົນປະໂຫຍດ ຈາກການເຄື່ອນໄຫວ ຢ່າງຜິດກົດໝາຍທີ່
ອະນຸຍາດໃຫ້ເກີດຂຶ້ນຫຼືຈາກສະພາບທີ່ເຮັດໃຫ້ມີການຄ້າມະນຸດໄດ້ງ່າຍນັ້ນ. ການຂາດ
ຄວາມເຂົ້າໃຈ ກ່ຽວກັບບັນຫາດັ່ງກ່າວຢູ່ໃນກຸ່ມເຈົ້າໜ້າທີ່ປະຕິບັດງານຢູ່ແຖວໜ້າ ຫລື
ໃນທ້ອງຖິ່ນ ແລະການບໍ່ມີມາດຕະການປ້ອງກັນຊາຍແດນຢ່າງພຽງ ພໍຂ້ອນຂ້າງວ່າ ຈະເຮັດໃຫ້ບໍ່ມີການລະບຸໂຕຜູ້ໄດ້ຮັບເຄາະຮ້າຍ ແລະບໍ່ມີການໃຫ້ບໍລິການ ແກ່ພວກໄດ້
ຮັບເຄາະຮ້າຍລາວຫລາຍຄົນ ທີ່ໄດ້ສະໝັກໃຈກັບຄືນບ້ານຫລືຖືກເນລະເທດຈາກບັນ​ດາປະເທດເພື່ອນບ້ານນັ້ນ. ການປະສານງານກັນໜ້ອຍລະຫວ່າງກະຊວງຕ່າງໆ ແລະ
ນະໂຍບາຍດ້ານນີ້ທີ່ເຮັດໃຫ້ການປະຕິບັດງານຂອງອົງການທີ່ບໍ່ແມ່ນຂອງລັດຖະບານ ທີ່ໃຫ້ບໍລິການດ້ານນີ້ ພົບຄວາມຫຍຸ້ງຍາກນັ້ນຍັງສືບຕໍ່ເຮັດໃຫ້ການຈັດຕັ້ງປະຕິບັດ
ແຜນປະຕິບັດງານແຫ່ງຊາດໃນການຕ້ານກັບການຄ້າມະນຸດມີປະສິດທິຜົນໜ້ອຍ.

ກ່ຽວກັບຄຳແນະນຳຕໍ່ລັດຖະບານລາວລາຍງານຂອງກະຊວງການຕ່າງປະເທດສະຫະ
ລັດກ່າວວ່າ ຄວນມີການເພີ້ມຄວາມພະຍາຍາມ ໃນການການຈັດຕັ້ງປະຕິ ບັດກົດໝາຍ
ຕ້ານການຄ້າມະນຸດ ປີ 2016 ໂດຍການສືບສວນ, ດໍາເນີນຄະດີ, ແລະລົງໂທດ ພວກ
ທໍາການຄ້າມະນຸດ ລວມທັງເຈົ້າໜ້າທີ່ ທີ່ສົມຮູ້ຮ່ວມຄິດ ໃນການຄ້າມະນຸດພ້ອມທັງ
ພວກນັກທ່ອງທ່ຽວທີ່ມີເພດສໍາພັນກັບເດັກນ້ອຍ; ໃຫ້ທໍາການເຜີຍແຜ່, ຈັດຕັ້ງປະຕິບັດ ແລະໃຫ້ການຝຶກອົບຮົມຕຳຫຼວດແລະເຈົ້າໜ້າທີ່ຊາຍແດນເພື່ອໃຫ້ລະບຸໂຕພວກເຄາະ
ຮ້າຍຈາກການຄ້າມະນຸດຢ່າງເປັນທາງການໄດ້ ແລະຮູ້ຂັ້ນຕອນໃນການສົ່ງພວກເຂົາ
ເຈົ້າໄປຮັບການຄຸ້ມຄອງ ໄດຍເນັ້ນໜັກໃສ່ກຸ່ມທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດ
ໄດ້ງ່າຍ; ນອກຈາກນັ້ນ ກໍໃຫ້ກວດ ກາເບິ່ງສິ່ງທີ່ສໍ້ສະແດງໃຫ້ເຫັນວ່າ ເປັນການຄ້າມະ
ນຸດ ຢູ່ໃນກຸ່ມກໍາມະກອນຕ່າງ ປະເທດ ແລະຢູ່ໃນກຸ່ມຜູ້ຊາຍແລະເດັກນ້ອຍຊາຍຂອງ
ລາວທີ່ເຮັດວຽກຢູ່ໃນໂຄງ ການກໍ່ສ້າງໂຄງລ່າງພື້ນຖານ, ການຂຸດຄົ້ນບໍ່ແຮ່ ແລະກະສິ
ກໍາຂະໜາດໃຫຍ່ຢູ່ ໃນເຂດເສດຖະກິດພິເສດຕ່າງໆ, ແລະພວກແຮງງານ ທີ່ຖືກສົ່ງກັບ
ຄືນປະເທດຈາກ ການໄປເຮັດວຽກຢູ່ໃຂຂະແໜງການປະມົງຢູ່ທະເລໃນຕ່າງປະເທດ,
ແລະພວກ ຜູ້ຍິງທີ່ໄດ້ຮັບເຄາະຮ້າຍຈາກການເປັນໂສເພນີຢູ່ພາຍໃນປະເທດ ໃນກຸ່ມ
ແມ່ຍິງ ແລະເດັກໜຸ່ມຍິງ ທີ່ຖືກບັງຄັບໃຫ້ແຕ່ງງານ ຫລືຖືກຫລອກລວງ ໃຫ້ແຕ່ງງານ ຢູ່ຕ່າງປະເທດ ແລະບັນດາແມ່ຍິງ ແລະເດັກໜຸ່ມຍິງ ຕ່າງປະເທດທີ່ຖືກເນລະເທດ;
ໃຫ້ເພີ້ມການດຳເນີນຄວາມພະຍາຍາມ ເພື່ອປ້ອງກັນ, ເຮັດໃຫ້ ການຂ້າມຊາຍແດນ ທີ່ບໍ່ເປັນທາງການໃຫ້ເປັນທາງການ ແລະຕິດຕາມເບິ່ງການຂ້າມຊາຍແດນແບບນັ້ນ ຢູ່ໃນເຂດຫ່າງໄກສອງຫລີກແລະເຂດພູຜາທີ່ພວກອອກ ແຮງງານຢູ່ຕ່າງ ປະເທດມັກ
ໃຊ້ເພື່ອເດີນທາງກັບຄືນປະເທດ, ແລະກວດຫາສິ່ງທີ່ສໍ້ສະແດງໃຫ້ເຫັນວ່າ ມີຄົນທີ່ຕົກ
ເປັນເຫຍື່ອ ຂອງການຄ້າມະນຸດ ຢູ່ໃນຄົນກຸ່ມນີ້; ໃຫ້ລັດຖະບານລາວ ໃຫ້ການຮ່ວມມື
ກັບກຸ່ມສັງຄົມພົນລະເຮືອນ ຈັດຕັ້ງປະຕິບັດແຜນການປະຕິບັດງານແຫ່ງຊາດແຕ່ປີ
2016​ ຫາ 2020; ເພີ້ມງົບປະມານການໃຊ້ຈ່າຍຂອງລັດຖະບານໃນການຕ້ານການ
ຄ້າມະນຸດ ເພື່ອໃຊ້ຈ່າຍເຂົ້າໃນການໃຫ້ບໍລິການແລະສໍາລັບໂຄງການຊ່ວຍເຫລືອແກ່
ພວກໄດ້ຮັບເຄາະຮ້າຍ, ແລະໃຫ້ຂະຫຍາຍການບໍລິການເຫລົ່ານີ້ອອກ ເພື່ອສະໜອງ
ໃຫ້ແກ່ພວກໄດ້ຮັບເຄາະຮ້າຍທີ່ເປັນຜູ້ຊາຍ; ໃນການເຮັດວຽກຮ່ວມກັບອົງການທ້ອງ
ຖິ່ນ ແລະອົງການຈັດຕັ້ງ ນາໆຊາດນັ້ແມ່ນໃຫ້ເພີ້ມຊັບພະຍາກອນແລະການຝຶກຝົນ
ອາຊີບເພື່ອໃຫ້ການສະໜັບສະໜຸນ ແກ່ພວກເຄາະຮ້າຍ ຮວມທັງພວກເຄາະຮ້າຍຜູ້
ຊາຍ ເພື່ອໃຫ້ພວກເຂົາເຈົ້າກັບຄືນໄປຢູ່ໃນປະຊາຄົມເຂດບ້ານເກີດຂອງພວກເຂົາ
ເຈົ້າຕາມປົກ ກະຕິໄດ້; ປັບປຸງຄວາມໂປ່ງໃສເພີ້ມຂຶ້ນອີກ ໂດຍການເກັບກຳຂໍ້ມູນກ່ຽວ
ກັບກິດຈະການຕໍ່ຕ້ານການຄ້າມະນຸດຂອງລັດຖະບານ ຮວມທັງລາຍລະອຽດຂອງກໍ
ລະນີແລະການອະນຸມັດເງິນ ແລະແບ່ງປັນຂໍ້ມູນນີ້ໃຫ້ແກ່ກະຊວງຕ່າງໆ ແລະບັນດາ
ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທີ່ມີສ່ວນຮັບຜິດຊອບນັ້ນຮູ້ນໍາ. ແລະໃຫ້ເພີ້ມ
ການດຳເນີນຄວາມພະຍາຍາມຂອງພວກປະຕິບັດງານທາງການທູດຢູ່ຕ່າງປະເທດ
ໃຫ້ຊ່ວຍເຫລືອໃນການລະບຸໂຕ ແລະໃຫ້ການປົກປ້ອງແກ່ພວກເຄາະຮ້າຍ.

ກ່ຽວກັບການຟ້ອງຮ້ອງ ດຳເນີນຄະດີ ​ພວກ​ຄ້າມະນຸດນັ້ນ ລາຍງານຂອງກະຊວງການ
ຕ່າງປະເທດສະຫະລັດ​ເວົ້າວ່າ ລັດຖະບານບໍ່ໄດ້ດໍາເນີນຄວາມພະຍາຍາມໃນການ
ບັງຄັບໃຊ້ກົດໝາຍ ຢ່າງພຽງພໍ. ພາຍໃຕ້ມາດຕາ 134 ຂອງປະມວນ​ກົດ ໝາຍ​ອາຍາ
ນັ້ນ ໄດ້ລະບຸວ່າການຄ້າມະນຸດໃນແບບການຄ້າປະເວນີແລະບັງຄັບໃຊ້ແຮງງານແມ່ນ
ຜິດກົດໝາຍອາຍາ ແລະກຳນົດການລົງໂທດນັບແຕ່​ຈຳ​ຄຸກ 5 ປີ​ເຖິງ​ຕະຫລອດຊີວິດ,
ຈ່າຍຄ່າ​ປັບ​ໃໝ​ແຕ່ 10 ຫາ 100 ລ້ານກີບ ຊຶ່ງ​ເທົ່າ​ກັບ 1,210 ​ໂດ​ລາ ຫາ 12,090 ​ໂດ​
ລາ ແລະ​ການ​ຢຶດຊັບ​ສິນ ອີງຕາມຄວາມໜັກເບົາຂອງການກະທໍາຜິດ; ການລົງໂທດ
ເຫຼົ່ານີ້​ຖືວ່າໜັກພໍ, ແລະສໍາລັບການຄ້າປະເວນີແລ້ວ ແມ່ນທຽບເທົ່າກັບ​ໂທດໃນການ
ກະທຳຄວາມຜິດ​ຮ້າຍແຮງທາ​ງອາ ຍາອັນ​ອື່ນໆ ​ເຊັ່ນ​ການ​ຂົ່ມຂືນ​ສຳ​ເລົາ​ເປັນຕົ້ນ.
ລາຍງານເວົ້າວ່າ ໃນປີິ 2017 ກະຊວງປ້ອງກັນຄວາມສະຫງົບລາຍງານວ່າໄດ້ທໍາການ
ສືບສວນ 69 ກໍລະນີ, ຊຶ່ງສົ່ງຜົນໃຫ້ມີການລະບຸວ່າ 44 ກໍລະນີໃນນັ້ນສົງໄສວ່າອາດເປັນ
ການຄ້າມະນຸດ. ໃນທ້າຍປີນັ້ນ ໄດ້ທໍາການສືບສວນ 29 ກໍລະນີ (ໃນນັ້ນ 19 ກໍລະນີ
ແມ່ນດໍາເນີນມາໃນປີ 2016) ແລະອີກ 15​ ຄະດີ ແມ່ນຍັງບໍ່ທັນໄດ້ຍື່ນ ຫາຫ້ອງການ
ໄອຍະການເທື່ອ. ພວກເຈົ້າໜ້າທີ່ໄດ້ເລີ້ມດໍາເນຄະດີ 13 ກໍລະນີຕໍ່ພວກທີ່ຖືກກ່າວຫາ
ວ່າຄ້າມະນຸດ 24 ຄົນ (11 ກໍລະນີແມ່ນເລີ້ມໃນປີ 2016) ແລະທໍາການຕັດສິນລົງໂທດ
ທີ່ມີການຮັບປະກັນແລ້ວ 8 ກໍລະນີ (6 ກໍລະນີແມ່ນຕັດສິນໃນປີ 2016). ແຕ່ບໍ່ມີການ
ລາຍງານໃຫ້ຮູ້ກ່ຽວກັບຈໍານວນຄົນທັງໝົດທີ່ຖືກຕັດສິນວ່າມີຄວາມຜິດໃນຖານການ
ຄ້າມະນຸດ. ມີລາຍງານວ່າ ມີຄົນຈີນ 9 ຄົນທີ່ຖືກພົບເຫັນວ່າມີຄວາມຜິດແລະໄດ້ຖືກ
ຕັດສິນລົງໂທດໃນຖານກະທໍາຜິດກ່ຽວກັບການບັງຄັບໃຫ້ແຕ່ງງານ ຫລືຫລອກລວງ
ເພື່ອໃຫ້ແຕ່ງງານ ແລະຕໍ່ມາໄດ້ຖືກສົ່ງໂຕໃຫ້ໄປຢູ່ໃນການຄຸມຂັງຂອງຈີນ ພາຍຫລັງ
ທີ່ໄດ້ຖືກຈໍາຄຸກຢູ່ລາວ ເປັນເວລາ 9 ເດືອນ ຫາປີນຶ່ງ. ແລະຍັງມີອີກ 31 ກໍລະນີທີ່ພວກ
ຕໍາຫລວດຕ້ານການຄ້າມະນຸດໄດ້ຍື່ນຟ້ອງທີ່ຍັງບໍ່ທັນໄດ້ດໍາເນີນການໄຕ່ສວນຄະດີ
ເທື່ອ ໃນໄລຍະທີ່ເຮັດບົດລາຍງານສະບັບນີ້ຢູ່ແຕ່ກໍບໍ່ໄດ້ມີລາຍລະອຽດໃດກ່ຽວກັບ
ຄະດີເຫລົ່ານີ້. ລັດຖະບານບໍ່ໄດ້ໃຫ້ລາຍລະອຽດສະເພາະເຈາະຈົງກ່ຽວກັບປະເພດ
ຂອງການຄ້າມະນຸດຂອງແຕ່ລະກໍລະນີ ທັງຍັງບໍ່ໄດ້ແຍກຂໍ້ມູນໃນການຕັດສິນຄະດີ
ຂອງທັງໝົດທຸກຄະດີເພື່ອຈະຮູ້ໄດ້ວ່າ ຄົນທີ່ທໍາການຄ້າມະນຸດແຕ່ລະຄົນ ໄດ້ຖືກຕັດ
ສິນວ່າມີຄວາມຜິດຈັກກະທົງ, ແຕ່ວ່າ ສານໄດ້ກໍານົດວ່າພວກຄ້າມະນຸດທີ່ຖືກພົບເຫັນ
ວ່າມີຄວາມຜິດໄດ້ຮັບໂທດຈຳຄຸກນັບແຕ່ 9 ເດືອນ ຫາ 16 ປີ ແລະຕ້ອງເສຍຄ່າປັບ
ໃໝຫລາຍເຖິງ 50 ລ້ານກີບ ຫຼືເທົ່າກັບ 6,040 ​ໂດ​ລາ; ພວກເຈົ້າໜ້າທີ່ລາຍງານວ່າ
ມີ3 ຄົນທີ່ໄດ້ຖືກຕັດສິນລົວໂທດຈຳຄຸກເປັນເວລານານກວ່າ 1 ປີ. ກໍາລັງມີການດໍາ
ເນີນຄະດີ 3 ຄະດີຢູ່ໃນໄລຍະທ້າຍ ຂອງການລາຍງານນີ້.ລັດຖະບານບໍ່ໄດ້ໃຫ້ລາຍ
ລະອຽດສະເພາະເຈາະຈົງກ່ຽວກັບການດໍາເນີນຄະດີຕໍ່ພວກຄ້າມະນຸດທີ່ມີສັນຊາດ
ຕ່າງ ປະເທດຢູ່ໃນລາວ ທີ່ມີສ່ວນກ່ຽວພັນກັບການທ່ອງທ່ຽວເພື່ອມີເພດສໍາພັນກັບ
ເດັກ ນ້ອຍ; ພວກເຈົ້າໜ້າທີ່ໄດ້ຮັບລາຍງານຈາກອົງການປະຕິບັດກົດໝາຍສາກົນ
ວ່າມີຄົນທີ່ລະເມີດໃນການຂາຍປະເວນີເດັກທີ່ເປັນທີ່ຮູ້ກັນດີ ເຂົ້າໄປໃນລາວ ແຕ່
ວ່າພວກເຂົາເຈົ້າກໍບໍ່ໄດ້ທໍາການຕິດຕາມຄົນພວກນີ້ຢ່າງເໝາະສົມ.

ສໍານັກງານເລຂານຸການດ້ານການຕ້າການຄ້າມະນຸດຂອງລາວ ໄດ້ໃຫ້ການຮ່ວມມື
ກັບອົງການສາກົນ ເພື່ອຈະເອົາເນື້ອໄນທີ່ກ່ຽວກັບການຄ້າມະນຸດ ຢ່າງສະເພາະເຈາະ
ຈົງເຂົ້າໃນຫລັກສູດຂອງໂຄງການການຝຶກອົບຮົມ ທີ່ມອບໃບປະກາດສະນີຍະບັດໃຫ້
ແກ່ເຈົ້າ
ໜ້າທີ່ປະຕິບັດກົດໝາຍ ທີ່ດໍາເນີນງານໂດຍລັດຖະບານ. ພວກເຈົ້າໜ້າທີ່ລາຍງານວ່າ ໄດ້ເຜີຍແຜ່ຂໍ້ມູນໃຫ້ພະນັກງານແຂວງ ແລະເຈົ້າເຈົ້າໜ້າທີ່ປະຕິບັດກົດໝາຍ 1,346 ຄົນຮູ້ກ່ຽວກັບກົດໝາຍຕ້ານການຄ້າມະນຸດ ສະບັບ ປີ 2015 (ຊຶ່ງມີ 174 ຄົນໄດ້ຮັບ
ການຝຶກອົບຮົມໃນປີ 2016). ພາຍໃຕ້ການຊ່ວຍ ເຫລືອຂອງອົງການສາກົນແຫ່ງນຶ່ງ ຫ້ອງການໄອຍະການຂອງສານປະຊາຊົນສູງສຸດ ໄດ້ເຮັດປຶ້ມຄູ່ມືໃນດໍາເນີນການໄຕ່
ສວນຄະດີຄ້າມະນຸດແລະໄດ້ແຈກຢາຍໃຫ້ແກ່ຜູ້ພິພາກສາ ແລະພະນັກງານສານ ຢູ່
ທົ່ວປະເທດ. ແຕ່ວ່າ ເນື່ອງຈາກມີການເຜີຍແຜ່ທີ່ຊັກຊ້າ ພວກເຈົ້າໜ້າທີ່ໂດຍລວມ
ແລ້ວບໍ່ໄດ້ຈັດຕັ້ງປະຕິບັດ ຂໍ້ກໍານົດຕ່າງໆ ຂອງປຶ້ມຄູ່ມືນັ້ນ. ອົງການປະຕິບັດການບັງ
ຄັບໃຊ້ກົດໝາຍຕ່າງໆ ສືບຕໍ່ໃຫ້ການຮ່ວມມືກັບອົງການຮ່ວມມືຫລາຍຝ່າຍທັງຫລາຍ
ແລະອົງການທີ່ເປັນຄູ່ພາຄີ ຢູ່ໃນຈີນ, ມາເລເຊຍ, ແລະໄທ ໃນການດໍາເນີນການສືບ
ສວນດ້ານການຄ້າມະນຸດຂ້າມຊາດ ຊຶ່ງໃນນັ້ນ ໄດ້ພາໃຫ້ມີການສົ່ງຜູ້ກະທໍາຜິດກັບ
ປະເທດ ແຕ່ກໍບໍ່ໄດ້ລາຍງານໃຫ້ຮູ້ກ່ຽວກັບຂໍ້ມູນທີ່ກ່ຽວຂ້ອງ.

ບັນດາອົງການຈັດຕັ້ງຕໍ່ຕ້ານການຄ້າມະນຸດແລະສື່ມວນຊົນ ຍັງສືບຕໍ່ລາຍງານວ່າ ເຈົ້າໜ້າທີ່ຂັ້ນຕ່ຳບາງຄົນມີສ່ວນໃນການການເຮັດໃຫ້ມີສະພາບການຄ້າມະນຸດງ່າຍ
ຂຶ້ນ ໂດຍຮັບເງິນສິນບົນເພື່ອອຳນວຍຄວາມສະດວກໃນດ້ານຄົນເຂົ້າເມືອງຫຼືການ
ຂົນສົ່ງພວກຍິງສາວໄປຈີນ, ຮວມທັງການປອມແປງເອກະສານເດີນທາງແລະບັດ
ປະຈໍາຕົວ. ພວກນັກສັງເກດການຍັງໄດ້ລາຍງານວ່າເຈົ້າໜ້າທີ່ກວດຄົນເຂົ້າເມືອງ ອາດເຮັດໃຫ້ການຂົນເອົາກໍາມະກອນຕ່າງປະເທດ ທີ່ບໍ່ມີເອກະສານຫລາຍພັນຄົນ ເຂົ້າມາໃນລາວ ຢ່າງຜິດກົດໝາຍ ເພື່ອເອົາມາໃຊ້ແຮງງານຢູ່ໃນໂຄງການກໍ່ສ້າງໂຄງ
ລ່າງພື້ນຖານ, ການຂຸດຄົ້ນບໍ່ແຮ່, ແລະໂຄງການກະສິກຳ ຂະໜາດໃຫຍ່ ຊຶ່ງບາງຄົນ
ໃນນັ້ນອາດຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ. ເຖິງແມ່ນວ່າຈະຖືກກ່າວຫາເຊັ່ນ
ນີ້ກໍຕາມ ລັດຖະບານບໍ່ໄດ້ລາຍງານວ່າ ມີການດຳເນີນການສືບສວນ, ການດໍາເນີນ
ຄະດີ ຫຼືການລົງໂທດໃດໆ ຕໍ່ພວກເຈົ້າໜ້າທີ່ໆສົມຮູ້ຮ່ວມຄິດໃນການຄ້າມະນຸດ ຫລື ກິດຈະກໍາທີ່ພົວພັນກັບການຄ້າມະນຸດໃນປີທີ່ຜ່ານມາ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG