ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ບົດລາຍງານ ຂອງ HRW ກ່າວວ່າ ພວກຜະ ເດັດການ ໃນທົ່ວໂລກ ພວມປະເຊີນ ກັບ ການຕໍ່ຕ້ານ


Human Rights Watch: World's Autocrats Face Rising Resistance
please wait

No media source currently available

0:00 0:02:27 0:00

ເຊີນຊົມ ວີດີໂອ ບົດລາຍງານ ຂອງ HRW ກ່າວວ່າ ພວກຜະເດັດການ ໃນທົ່ວໂລກ ພວມປະເຊີນກັບ ການຕໍ່ຕ້ານ

ກຸ່ມປົກປ້ອງສິດທິມະນຸດ Human Right Watch ທີ່ເອີ້ນຫຍໍ້ວ່າ HRW ກ່າວວ່າ ປະຊາ
ຊົນໃນທົ່ວໂລກກຳລັງປະເຊີນກັບການລະເມີດສິດທິຈາກພວກຜະເດັດການແລະມີການ
ຕ້ານຢັນກັບ ພວກປະຊານິຍົມ ຜູ້ທີ່ບໍ່ຍອມຮັບ ຄວາມເຫັນຂອງຜູ້ອື່ນ. ລາຍງານປະຈຳປີ ຂອງກຸ່ມດັ່ງກ່າວເວົ້າວ່າ ໃນປີ 2018 ໄດ້ເຫັນມີແນວໂນ້ມ ຂອງການຄັດຄ້ານ ຕໍ່ລະບອບ
ຜະເດັດການເພີ້ມຂຶ້ນ ຢູ່ໃນບັນດາປະເທດຕາເວັນຕົກ ທີ່ມີລະບອບປະຊາທິປະໄຕ ພ້ອມ
ດ້ວຍບັນດາປະເທດ ທີ່ມີການປົກຄອງແບບດັ້ງເດີມ ທີ່ຄວບຄຸມລັດຖະບານ. ດັ່ງທີ່ນັກ
ຂ່າວຂອງວີໂອເອ ຊລາຕິກາ ຫົກຄ໌ ລາຍງານມານັ້ນກໍແມ່ນວ່າ ອົງການຈັດຕັ້ງຕ່າງໆ
ໂດຍສ່ວນ ໃຫຍ່ແລ້ວ ຈະສະໜັບໜຸນ ສິດທິຂອງປະຊາຊົນ ຢູ່ໃນປະເທດອື່ນໆ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ກ່ຽວກັບລາຍງານນີ້ ມາສະເໜີທ່ານ.


ພວກປະທ້ວງ ຫຼາຍຮ້ອຍຄົນ ໄດ້ພາກັນເດີນຂະບວນ ມຸ້ງໜ້າໄປຍັງທຳນຽບປະທານາ-
ທິບໍດີ ໃນນະຄອນຫຼວງ ຄາຣ໌ທູມ ຂອງປະເທດຊູດານ ໃນວັນພະຫັດວານນີ້ ໂດຍຮ້ອງ
ໂຮວ່າ“ເສລີພາບ ສັນຕິພາບ ແລະຄວາມຍຸຕິທຳ” ແລະຮຽກຮ້ອງໃຫ້ປະທານາທິບໍດີ
ໂອມາຣ ອາລ-ບາເຊຍຣ໌ ໃຫ້ລາອອກຈາກຕຳ ແໜ່ງ. ທ່ານ ບາເຊຍຣ໌ ໄດ້ເຂົ້າກຳອຳ
ນາດ ໃນປີ 1989 ດ້ວຍການກໍ່ລັດຖະປະຫານ ແລະໄດ້ປົກຄອງປະເທດແບບຜະ-
ເດັດການ ນັບຕັ້ງແຕ່ນັ້ນມາ.

ທ່ານ ເຄັນເນັດ ຣັອຟ ຈາກ HRW ກ່າວວ່າ “ຖ້າເຈົ້າເປັນຈອມຜະເດັດການ ມັນກໍ
ຈະສະດວກສະບາຍ ທີ່ຈະລະເມີດສິດທິມະນຸດ. ມັນເປັນວິທີທາງ ທີ່ເຈົ້າຈະກຳອຳ
ນາດໄວ້ໄດ້. ມັນເປັນວິທີທາງ ທີ່ເຈົ້າຈະເອົາເງິນເຂົ້າບັນຊີທະນາຄານຂອງເຈົ້າ
ໃຫ້ເຕັມ. ມັນເປັນວິທີທາງ ທີ່ເຈົ້າຈະຊື້ຈ້າງພວກລູກສະໝຸນຂອງເຈົ້າໄດ້. ສະນັ້ນ
ມັນເປັນເຫດຜົນ ທີ່ວ່າເປັນຫຍັງ ລັດຖະບານທັງຫຼາຍ ຈຶ່ງຢາກຈະລະເມີດສິດທິ
ມະນຸດ.”

ກຸ່ມ HRW ໄດ້ໃຫ້ຂໍ້ສັງເກດວ່າ ພວກມີສິດອອກສຽງ ຢູ່ໃນປະເທດມາເລເຊຍ ແລະ
ມາລດິບ ຈຶ່ງໄດ້ຂັບໄລ່ ພວກນາຍົກລັດຖະມົນຕີ ຜູ້ທີ່ສໍ້ໂກງປະເທດຂອງພວກເຂົາເຈົ້າ
ອອກຈາກຕຳແໜ່ງ ສ່ວນນາຍົກລັດຖະມົນຕີຂອງ ອາເມເນຍ ກໍໄດ້ລົງຈາກຕຳແໜ່ງ
ທ່າມກາງ ການປະທ້ວງຂະໜາດໃຫຍ່ ຍ້ອນການສໍ້ລາດບັງຫຼວງ ແລະເອທິໂອເປຍ ພາຍໃຕ້ການກົດດັນ ຈາກປະຊານິຍົມ ໄດ້ສັບປ່ຽນລັດຖະບານ ທີ່ໄດ້ລະເມີດສິດທິ
ມະນຸດ ມາຍາວນານ ໂດຍນາຍົກລັດຖະມົນຕີ ຜູ້ທີ່ເລີ້ມດຳເນີນການປະຕິຮູບລະບຽບ
ການປົກຄອງຢ່າງມີປະສິດທິພາບ.

ການປົກຄອງດ້ວຍອຳນາດແບບຜູກຂາດ ແມ່ນເຮັດໄດ້ຍາກກວ່າ ຢູ່ໃນປະເທດຕາເວັນ
ຕົກ ທີ່ມີລະບອບປະຊາທິປະໄຕ ແຕ່ບາງເຫດການທີ່ເກີດຂຶ້ນໃນທົ່ວໂລກ ລວມທັງການ
ຍົກຍ້າຍຖິ່ນຖານຂະໜາດໃຫຍ່ ໄດ້ກໍ່ໃຫ້ເກີດມີ ກຸ່ມປະຊານິຍົມ ແລະກະຕຸ້ນໃຫ້ເກີດມີ
ບັນດາຜະເດັດການ ເຊັ່ນ ນາຍົກລັດຖະມົນຕີຂອງຮັງກາຣີ ທ່ານ ວິກເຕີ ໂອຣບານ
ແລະ ປະທານາທິບໍດີ ຂອງໂປແລນ ທ່ານ ອານເດຣັດຈ໌ ດູດາ. ປະຊາຊົນ ຢູ່ໃນທັງສອງ
ປະເທດດັ່ງກ່າວ ໄດ້ມີປະຕິກິລິຍາ ຕໍ່ຕ້ານສິ່ງທີ່ພວກເຂົາເຈົ້າ ເຫັນວ່າ ເປັນການໂຈມຕີ
ຕໍ່ເສລີພາບ. ຢູ່ໃນ ສະຫະລັດ ລາຍງານນີ້ ກ່າວວ່າ ພວກມີສິດອອກສຽງ ໄດ້ປະຕິເສດ
ບໍ່ຍອມຮັບ ນະໂຍບາຍທັງຫຼາຍ ທີ່ໃຊ້ “ເລື້ອງຄວາມຢ້ານກົວ” ຂອງປະທານາທິບໍດີ
ດໍໂນລ ທຣຳ.

ທ່ານ ຣອຟ ຈາກ HRW ກ່າວວ່າ “ຖ້າເຈົ້າເບິ່ງໄປໃນທົ່ວໂລກ ເຈົ້າຈະເຫັນວ່າ ມີການ
ຕ້ານຢັນ ກຸ່ມປະຊານິຍົມ ໃນລະດັບນຶ່ງ ເຊັ່ນກັນ ແມ່ນກະທັ່ງ ຢູ່ໃນສະຫະລັດ. ການ
ເລືອກຕັ້ງກາງສະໄໝນັ້ນ ເປັນການຄັດຄ້ານຢ່າງໃຫຍ່ ຕໍ່ນະໂຍບາຍການແບ່ງແຍກ
ຂອງປະທານາທິບໍດີ ທຣຳ. ສະນັ້ນ ຫຼາຍສິ່ງຫຼາຍຢ່າງນີ້ ຈຶ່ງແມ່ນເລີ້ມມາຈາກລຸ່ມຫາ
ເທິງ ແຕ່ມັນກໍຍັງ ມາຈາກເທິງຫາລຸ່ມເຊັ່ນກັນ. ມັນຍັງມາຈາກບັນດາຜູ້ນຳໃນລັດຖະ
ບານ ຜູ້ທີ່ກ່າວວ່າ ‘ປະຊາທິປະໄຕ ສິດທິມະນຸດ ຕົວບົດກົດໝາຍ ທັງຫຼາຍເຫຼົ່ານີ້
ແມ່ນສຳຄັນ.’”

ເຢຍຣະມັນ ເດັນມາກ ແລະ ຟິນແລນ ໄດ້ຍຸຕິການຂາຍອາວຸດໃຫ້ແກ່ ຊາອຸດີ ອາຣາເບຍ
ຫຼັງຈາກ ການສັງຫານ ນັກຂຽນ ຊາວຊາອຸດີ ທ່ານ ຈາມາລ ຄາຊອກກີ.

ແຕ່ຂ່າວດັ່ງກ່າວ ແມ່ນບໍ່ດີທັງໝົດ. ລາຍງານນີ້ ກ່າວວ່າ ການລະເມີດສິດທິມະນຸດ ໄດ້
ຮ້າຍແຮງຂຶ້ນ ຢູ່ໃນປະເທດຈີນ ບ່ອນທີ່ ພວກຊາວວີເກີຣ ມຸສລິມ 1 ລ້ານຄົນ ໄດ້ຖືກ
ຄວບຄຸມໂຕ ເພື່ອສົ່ງໄປ ໃນບ່ອນອັນທີ່ເອີ້ນວ່າ ສູນສຳມະນານັ້ນ.

ທ່ານ ຣັອຟ ກ່າວອີກວ່າ “ບັດນີ້ ຖ້າປະເທດອື່ນໃດ ຈະເຮັດເຊັ່ນນີ້ ມັນກໍຈະເປັນເລື້ອງ
ນອງນັນ. ແຕ່ ຈີນ ຍ້ອນວ່າ ມີອິດທິພົນທາງເສດຖະກິດ ຈຶ່ງສາມາດເຮັດໄດ້ ໂດຍປາດ
ສະຈາກການຄັດຄ້ານ.”

ກຸ່ມປົກປ້ອງສິດທິມະນຸດ HRW ກ່າວວ່າ ບັນຫາຂັດແຍ້ງ ໃນ ຊີເຣຍ ເຢເມນ ມຽນມາ
ແລະ ແຫ່ງອື່ນໆ ອຳນວຍໃຫ້ພວກຜະເດັດການ ສາມາດກໍ່ອາຊະຍາກຳ ຕໍ່ພົນລະເຮືອນ
ຂະໜາດໃຫຍ່ ຜູ້ທີ່ຕົກຢູ່ລະຫວ່າງກາງ ຂອງບັນຫານັ້ນ.


Human Rights Watch says people around the world are confronting the abuses of autocrats and pushing back against intolerant populists. In its annual report, the advocacy group says 2018 saw growing opposition to authoritarian trends in western democracies, as well as countries with traditionally controlling governments. And as VOA's Zlatica Hoke reports, groups often organized to support the rights of people in other countries.

Hundreds of protesters marched toward the presidential palace in Sudan's capital, Khartoum, on Thursday, chanting, 'Freedom, peace and justice' and demanding President Omar al-Bashir's resignation. Bashir took power in a 1989 coup and has ruled with an iron fist since then.

(Kenneth Roth, Human Rights Watch)
"If you're an autocrat, it's very convenient to violate human rights. It's the way you stay in power. It's the way you fill up your bank account. It's the way you pay off your cronies. So, there are reasons why governments want to violate human rights."

Human Rights Watch notes that voters in Malaysia and the Maldives ousted their corrupt prime ministers, Armenia's prime minister stepped down amid massive protests over corruption, and Ethiopia, under popular pressure, replaced a long-abusive government with a prime minister who embarked on an impressive reform agenda.

Ruling with an iron fist is harder in a western democracy, but some global developments, including mass migration, have spurred populism and given rise to authoritarian leaders such as Hungarian Prime Minister Viktor Orban and Polish President Andrzej Duda. People in both countries have reacted against what they saw as an attack on freedoms. In the United States, the report says, voters rejected "fear-mongering" policies by President Donald Trump.

(Kenneth Roth, Human Rights Watch)
"If you look around the world, there is pushback at a popular level, too, even in the United States. The midterm elections were a big rebuke to (U.S. President Donald) Trump's divisive policies. So, a lot of this is bottom-up, but it's also top-down. it's also governmental leaders who say, 'Democracy, human rights, the rule of lawthese are important.'"

Germany, Denmark and Finland stopped arms sales to Saudi Arabia following the killing of Saudi writer Jamal Khashoggi.

But the news is not all good. The report says human rights abuse has worsened in China, where 1 million Uighur Muslims have been detained for so-called re-education.

(Kenneth Roth, Human Rights Watch)
"Now, if any other country would be doing this, it would be an outrage. But China, because of its economic clout, has been getting away with this."

Human Rights Watch says conflicts in Syria, Yemen, Myanmar and elsewhere enable authoritarian rulers to commit large-scale atrocities against civilians caught in the middle.

XS
SM
MD
LG