ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການປົກປ້ອງສິດທິມະນຸດ Human Rights Watch ວ່າ ກອງກຳລັງຂອງຢູເຄຣນ ອາດໃຊ້ລະເບີດຝັງດິນ ທີ່ຖືກຫ້າມ


ແຟ້ມພາບ - ລົດຖັງຂອງຢູເຄຣນ ແລ່ນຜ່ານ ອະດີດດ່ານກວດ ຂອງຣັດເຊຍ ທີ່ໄດ້ຖືກຢຶດຄືນມາໄດ້ເມື່ອບໍ່ດົນມານີ້ ໃນພື້ນທີ່ຂອງເມືອງອີຊຽມ ຂອງຢູເຄຣ, ວັນທີ 16 ກັນຍາ 2022.
ແຟ້ມພາບ - ລົດຖັງຂອງຢູເຄຣນ ແລ່ນຜ່ານ ອະດີດດ່ານກວດ ຂອງຣັດເຊຍ ທີ່ໄດ້ຖືກຢຶດຄືນມາໄດ້ເມື່ອບໍ່ດົນມານີ້ ໃນພື້ນທີ່ຂອງເມືອງອີຊຽມ ຂອງຢູເຄຣ, ວັນທີ 16 ກັນຍາ 2022.

ພວກນັກຄົ້ນຄວ້າດ້ານສິດທິມະນຸດ ກ່າວວ່າ ພວກເຂົາໄດ້ບັນທຶກ “ຫຼາຍໆກໍລະນີ” ຊຶ່ງກອງກຳລັງຂອງຢູເຄຣນ ໄດ້ຍິງພວກລະເບີດຝັງດິນຕໍ່ຕ້ານທະຫານທີ່ໄດ້ຖືກຫ້າມ ໃສ່ທີ່ໝັ້ນຕ່າງໆຂອງກອງທັບຣັດເຊຍ ໃນການສູ້ລົບກັນຢ່າງດຸເດືອດເພື່ອຢຶດເອົາເມືອງອີຊຽມ (Izium) ທາງພາກຕາເວັນອອກ ເມື່ອປີກາຍນີ້.

ບົດລາຍງານ ທີ່ໄດ້ນຳອອກເຜີຍແຜ່ ໃນວັນອັງຄານມື້ນີ້ ໂດຍອົງການປົກ​ປ້ອງສິດທິມະນຸດ Human Rights Watch (HRW) ແລະລວມທັງອົງການຕ່າງໆ ໄດ້ເລົ່າເຖິງລາຍລະອຽດຂອງເຫດການ ໂດຍພວກນັກຄົ້ນຄວ້າ ຊຶ່ງໄດ້ເຮັດໃຫ້ມີຄຳຖາມຕ່າງໆ ກ່ຽວກັບຄວາມໜ້າເຊື່ອຖື ແລະເຈດຕະນາຂອງກີຢິບ ຂະນະທີ່ພັນທະມິດທັງຫຼາຍຂອງອົງການເນໂຕ້ ໄດ້ທຸ້ມເທເງິນມູນຄ່າຫຼາຍພັນລ້ານໂດລາ ໃນການຊ່ອຍເຫຼືອ ແລະຍຸດໂທປະກອນຕ່າງໆເຂົ້າໃນຢູເຄຣນ ໃນຂະນະທີ່ການບຸກລຸກຂອງຣັດເຊຍ ໃກ້ເຂົ້າເຖິງຂີດໝາຍຄົບນຶ່ງປີ.

[[ https://www.hrw.org/news/2023/01/31/ukraine-banned-landmines-harm-civilians ]]

“ພວກເຂົາອາດໄດ້ຮັບຄຳຖາມຍາກຫຼາຍບາງສ່ວນຈາກພວກຄົນຜູ້ທີ່ໄດ້ສະໜອງອາວຸດປະເພດອື່ນໆໃຫ້ແກ່ພວກເຂົາ ກ່ຽວກັບຄວາມສາມາດໃນການນຳໃຊ້ພວກມັນຂອງເຂົາເຈົ້າ ໃນທາງທີ່ສອດຄ່ອງກັບກົດໝາຍສາກົນດ້ານມະນຸດສະທຳ” ທ່ານສະຕີບ ກູສ ຜູ້ອຳນວຍການພະແນກດ້ານອາວຸດ ຢູ່ອົງການ HRW ໄດ້ກ່າວຕໍ່ວີໂອເອ ກ່ອນໜ້າຂອງການເປີດເຜີຍບົດລາຍງານດັ່ງກ່າວ. ຫ້ອງການຂອງກຸ່ມ​ປົກ​ປ້ອງສິດທິນັ້ນ ສົ່ງເສີມການປົດອາວຸດເພື່ອມະນຸດສະທຳ. ກຸ່ມປົກປ້ອງສິດທິດັ່ງກ່າວ ຮຽກຮ້ອງໃຫ້ສືບສວນສອບສວນໃນຢູເຄຣນ.

ໃນລະຫວ່າງເດືອນເມສາ ແລະກັນຍາ ພວກພົນລະເມືອງໄດ້ກ່າວຕໍ່ພວກນັກຄົນຄວ້າ ວ່າ ການຍິງຈະຫຼວດຫຼາຍລູກ ຈາກເຂດແດນທີ່ຄວບຄຸມໂດຍຢູເຄຣນ ໄດ້ກະຈາຍ “ລະເບີດຝັງດິນປະເພດແມງກະເບື້ອ” ລຸ້ນ PFM-1 ໃນຍຸກສະໄໝໂຊຫວຽດ ຫຼາຍພັນລູກ ໃນທົ່ວສະຖານທີ່ແຫ່ງຕ່າງໆ ຂອງກອງທັບຣັດເຊຍ ໃນເມືອງອີຊຽມ ຊຶ່ງກອງກຳລັງຂອງຣັດເຊຍ ໄດ້ເຂົ້າໄປໃນເດືອນເມສາ. ການບຸກໂຈມຕີຂອງຢູເຄຣນ ໄດ້ເລີ້ມຂຶ້ນໃນເດືອນກັນຍາແລະການໄດ້ຮັບໄຊຊະນະຢ່າງວ່ອງໄວຂອງພວກເຂົາ ຢູ່ໃນເຂດຍຸດທະສາດທີ່ສຳຄັນ ຊຶ່ງເປັນຈຸດສູນກາງຂອງທາງລົດໄຟ ທີ່ໄດ້ຖືກມອງໂດຍພວກນັກວິເຄາະດ້ານການທະຫານບາງສ່ວນ ເປັນຈຸດຫັນປ່ຽນ ໃນບັນຫາຂັດແຍ້ງນີ້.

[[ https://www.nytimes.com/2022/09/10/world/europe/ukraine-offensive-izium-donbas.html ]]

ພວກນັກວິເຄາະ ຢູ່ໃນເມືອງຂົງເຂດດອນບັສ ຂອງຢູເຄຣນ ໄດ້ກ່າວຕໍ່ພວກພະ ນັກງານແພດ ແລະໄດ້ນັບພວກພົນລະເຮືອນທີ່ໄດ້ເສຍຊີວິດຍ້ອນລະເບີດຝັງດິນນັ້ນ ມີ 11 ຄົນ ແລະ ອີກ 50 ຄົນ ໄດ້ຮັບບາດເຈັບ. ເຄິ່ງນຶ່ງຂອງກໍລິນີເຫຼົ່າ ນັ້ນ ແມ່ນກ່ຽວຂ້ອງກັບການຜ່າຕັດຕີນ ຫຼື ຂາ - ອັນເປັນບາດແຜທົ່ວໄປທີ່ເກີດຍ້ອນລະເບີດຕໍ່ຕ້ານທະຫານ. ຢ່າງໜ້ອຍ 5 ຄົນຜູ້ທີ່ໄດ້ຮັບບາດເຈັບແມ່ນເດັກ ນ້ອຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG